ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຕາງໜ້າ​ຄະນະ ກອງ​ບັນຊາ​ການ​ທະຫານ ​ເຂດ 5 ກອງທັບ​ປະຊາຊົນ​ຫວຽດນາມ ອວຍພອນ ກອງ​ພົນ​ທີ 5
ເວລາອອກຂ່າວ: 2022-12-09 09:15:38 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 139583363 | ຄວາມນິຍົມ:



ວັນ​ທີ 2 ທັນວາ 2022, ສະຫາຍ ພັນ​ໂທ ຟານ​ກັວນ​ຮຸ່ງ ຮອງ​ຫົວໜ້າ​ອຳນວຍ​ການ ບໍລິສັດ ມິດຕະພາບ 206 ໄດ້​ຕາງໜ້າ​ໃຫ້ຄະນະ​ພັກ-ຄະນະ​ບັນຊາ ກອງ​ບັນຊາ​ການ​ທະຫານ ​ເຂດ 5 ກອງທັບ​ປະ​​ຊ​າຊົນ​ຫວຽດນາມ ເຂົ້າ​ອວຍພອນຄະນະ​ກອງ​ພົນ​ທີ 5 ກອງທັບ​ປະຊາຊົນ​ລາວ ເນື່ອງ​ໃນ​ໂອກາດ ວັນຊາດ ​ທີ 2 ທັນ ວາ ຄົບຮອບ 47 ປີ, ໂດຍ​ການ​ຕ້ອນຮັບ​ຂອງ ສະຫາຍ ພັນ​ເອກ ຂັນ​ທີ ສະໜາມ​ອຸ່ນ ຫົວໜ້າ​ການ​ທະຫານ ກອງ​ພົນ​ທີ 5 ພ້ອມດ້ວຍ ​ຄະນະ. ສະຫາຍ ພັນ​ໂທ ຟານ ກັວນ​ຮຸ່ງ ໄດ້​ກ່າວ​ຄວາມ​ອວຍພອນ​ໄຊ​ ອັນ​ປະເສີດຕໍ່ຄະນະ​ພັກ-ຄະນະ​ບັນຊາ ກອງ​ພົນ​ທີ 5 ຈົ່ງ​ມີ​ສຸຂະພາບ​ແຂງແຮງ ພ້ອມ​ກັນ​ເຮັດ​ສຳ ເລັດ​ໜ້າທີ່​ໃນ​ການ​ພັດທະນາ​ກົມ​ກອງໃຫ້​ເຕີບ​ໃຫຍ່​ເຂັ້ມແຂງ ແລະ ທັນ​ສະໄໝ. ສະຫາຍ ພັນ​ເອກ ຂັນ​ທີ ສະໜາມ​ອຸ່ນ ກໍ​ໄດ້​ກ່າວ​ສະແດງ​ຄວາມ​ຂອບໃຈຕໍ່ ສະຫາຍ ພັນ​ໂທ ຟານ ກັວນ​ຮຸ່ງ ພ້ອມ​ດ້ວຍຄະນະທີ່​ມາ​ອວຍພອນ​ໃນ​ຄັ້ງ​ນີ້, ປີ 2022 ເປັນ​ປີ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ໝາຍ ຄວາມ​ສຳຄັນ​ສຳລັບ​ທັງ​ສອງ​ປະ ເທດທີ່​ຮ່ວມ​ກັນ​ສະເຫຼີມສະຫຼອງ​ປີ​ສາມັກຄີ​ມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ເພື່ອ​ລະນຶກ​ເຖິງ 2 ວັນ​ປະຫວັດສາດ​ສຳຄັນ​ຂອງ​ສອງ​ຊາດ​ຄື: ວັນ​ ສ້າງຕັ້ງ​ສາຍ​ພົວພັນ​ການ​ທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນ​ເຊັນ​ສົນທິສັນຍາ​ມິດ ຕະພາບ ແລະ ການ​ຮ່ວມ​ມື ລາວ-ຫວຽດນາມ​ ຄົບຮອບ 45 ປີ, ເປັນ​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ເສີມ​ສ້າງ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ ພິເສດ ແລະ ການ​ຮ່ວມ​ມື​ຮອບ ດ້ານ ລະຫວ່າງ ສອງ​ພັກ-ລັດ, ກອງທັບ ລາວ-ຫວຽດນາມ ເວົ້າ​ລວມ, ເວົ້າ​ສະເພາະ ກອງ​ພົນ​ທີ 5 ກອງທັບ​ປະຊາຊົນ​ລາວ ກັບ ກອງ​ບັນຊາ​ການ​ທະຫານ​ເຂດ 5 ກອງທັບ​ປະຊາຊົນ​ຫວຽດນາມ ໃຫ້​ໝັ້ນຄົງ​ຖະ​ນົງ​ແກ່ນ​ຕະຫຼອດ​ກາລະ​ນານ. ໂດຍ: ທອງ​ປານ ສີດາ​ໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ