ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນ​ໃຫຍ່ 202 ເປີດ​ຂະ​ບວນ​ການ​ແຂ່ງຂັນ​ກິລາ ຕ້ອນ​ຮັບວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 74 ປີ
ເວລາອອກຂ່າວ: 2022-12-09 09:18:49 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 26 | ຄວາມນິຍົມ:



ວັນ​ທີ 6 ທັນວາ 2022 ນີ້, ກອງພັນ​ໃຫຍ່ 202 ​ກອງ​ພົນ​ທີ 2 ໄດ້​ຈັດ​ພິທີ​ເປີດ​ຂະ​ບວນ​ການ​ແຂ່ງຂັນ​ກິລາ​ການ​ທະຫານ, ກິລາ​ມວນ​ຊົນ ເພື່ອ​ຂໍ່ານັບ​ຮັບ​ ຕ້ອນ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 74 ປີ. ໂດຍ​ມີ ສະຫາຍ ພັນ​ໂທ ບຸນ​ຈັນ ມະນີ​ສອນ ຄະນະ​ພັກຫົວໜ້າ​ພະ​ແນກ​ເສນາ​ທິ​ການ ກອງພັນ​ໃຫຍ່​ 202, ມີ​ຄະນະ​ພັກ-ຄະນະ​ບັນຊາ​ຈາກ ພະແນກການ, ກອງພັນ, ກອງຮ້ອຍ​ເອກະລາດ​ທີ່​ຂຶ້ນ​ກັບ ພ້ອມ​ດ້ວຍ​ພະນັກງານ-ນັກຮົບ, ນັກ​ກິລາ​ເຂົ້າ​ຮ່ວມ. ການ​ແຂ່ງຂັນ​ກິລາ​ໃນ​ຄັ້ງ​ນີ້ ເພື່ອ​ແນໃສ່​ສະເຫຼີມສະຫຼອງ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 74 ປີ ທີ່​ຈະ​ມາ​ເຖິງ ໃຫ້​ມີ​ບັນຍາກາດ​ເບີກບານ​ມ່ວນຊື່ນ, ທັງ​ເປັນ​ການ​ເຝິກຝົນ​ຫຼໍ່​ຫຼອມ​ກຳລັງ​ແຮງ​ກາຍ ໃຫ້​ພະນັກງານ-ນັກຮົບ ໃຫ້​ມີ​ຂະພາບ​ແຂງແຮງ, ສາມາດ​ເຮັດ​ສຳເລັດ​ໜ້າທີ່ ທີ່ການຈັດຕັ້ງ​ມອບ​ໝາຍ​ໃຫ້, ພ້ອມ​ກັນ​ ນັ້ນ​ຍັງ​ເປັນ​ການ​ແລກປ່ຽນ​ບົດຮຽນ, ເຕັກນິກ​ໃນ​ການ​ເຝິກຊ້ອມ ແລະ ແຂ່ງຂັນ​ແຕ່​ລະ​ປະເພດ​ກິລາ ເພື່ອ​ນຳໄປ​ປັບປຸງ​ພັດທະນາ​ຕົນ​ເອງ​ໃຫ້​ມີ​ຄວາມ​ຄ່ອງ​ແຄ້ວ, ຊຳນິ​ຊຳນານ. ​ກິລາ​ທີ່​ນຳ​ມາ​ຈັດ​ຕັ້ງ​ແຂ່ງຂັນ​ປະກອບ​ມີ 5 ປະເພດ​​ຄື: ບານເຕະ, ບານສົ່ງ, ກະຕໍ້, ​ເປ​ຕັງ​ຄູ່ 3 ແລະ ກິລາ​ແລ່ນ​ມ້າງ​ປະກອບ​ອາວຸດ 400 ແມັດ, ເຊິ່ງ​ແບ່ງ​ອອກ​ເປັນ 2 ສາຍ, ໃນ​ນັ້ນ​ຍັງ​ມີ​ປະເພດ​ອາວຸໂສ​ຄື: ​ບານສົ່ງ ແລະ ​ເປ​ຕັງ, ເຊິ່ງ​ແຕ່​ລະ​ປະເພດ​ກິລາ​ຈະ​ໄດ້​ເລີ່ມ​ຕົ້ນ​ແຂ່ງຂັນ ແຕ່​ວັນ​ທີ 6 ທັນວາ 2022 ຈົນ​ເຖິງ​ວັນ​ທີ 20 ມັງກອນ 2023 ຈຶ່ງ​ຈະ​ສຳເລັດ. ໂດຍ: ຄຳ​ຊາຍ ກວ່າງ​ຄຸນ​ສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ