
ການແກ້ໄຂບັນຫາຢາເສບຕິດ ໃນ 2 ວາລະແຫ່ງຊາດ ມີຜົນງານພົ້ນເດັ່ນ
ເວລາອອກຂ່າວ: 2022-12-09 09:37:16 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 37 | ຄວາມນິຍົມ:
ໃນຕອນບ່າຍຂອງວັນທີ 8 ທັນວາ 2022 ນີ້, ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ 9, ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະ ພາແຫ່ງຊາດ ໃນກອງປະຊຸມ ທ່ານພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ປກສ ໄດ້ຂຶ້ນລາຍງານ
ກ່ຽວກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃນໄລຍະ 11 ເດືອນຜ່ານມາ (ມັງກອນ-ພະຈິກ 2022) ແລະ ທິດທາງແຜນການ ໃນປີ 2023 ໃນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ.
ເຊິ່ງບັນຫາຢາເສບຕິດ ເກີດຂຶ້ນມີລັກສະນະຕໍ່ເນື່ອງ-ຮຸນແຮງ, ພວກເຂົາເຄື່ອນໄຫວເປັນກຸ່ມແກ້ງ, ມີເຄືອຄ່າຍເຊື່ອມໂຍງກັບພາຍໃນ ແລະ ຕ່າງປະເທດ, ນຳ
ໃຊ້ອາວຸດເສິກ, ພາຫະນະ, ອຸປະກອນເຄື່ອງມືທີ່ທັນສະໄໝສາມາດຕອບໂຕ້ກັບເຈົ້າໜ້າທີ່. ໂດຍສືບຕໍ່ຈັດຕັ້ງປະຕິບັດຄຳສັ່ງເລກທີ 02/ກມສພ, ລົງວັນທີ 26 ກໍ ລະກົດ 2021 ວ່າດ້ວຍ ການເພີ່ມທະວີການນຳພາ-ຊີ້ນຳຂອງຄະນະພັກແຕ່ລະຂັ້ນຕໍ່ການແກ້ໄຂບັນຫາຢາເສບຕິດ, ມະຕິ 04/ສພຊ, ລົງວັນທີ 10/08/2021 ຂອງສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ (2021-2023); ລັດຖະບານ ໂດຍແມ່ນກະຊວງປ້ອງກັນຄວາມສະຫງົບ ກໍໄດ້ເປັນໃຈກາງໃນການນຳພາເຄື່ອນໄຫວຈັດຕັ້ງປະຕິບັດວາລະແຫ່ງຊາດໄປຕາມ 6 ວຽກຈຸດສຸມ ເຊິ່ງສາມາດຍາດໄດ້ຜົນສຳເລັດຫຼາຍດ້ານ, ປັດຈຸບັນພວມຢູ່ໃນໄລຍະທີ II ຂອງການຈັດຕັ້ງປະຕິບັດວາ ລະດັ່ງກ່າວສະແດງອອກ: ກະ
ຊວງ ປກສ ໄດ້ຊີ້ນຳໃນການຈັດຕັ້ງປະຕິບັດຮອບດ້ານໃນວຽກງານແກ້ໄຂບັນຫາຢາເສບຕິດ, ກຳລັງປ້ອງກັນຄວາມສະຫງົບ ຂັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ເປັນເຈົ້າການຍົກສູງຄວາມຮັບ ຜິດຊອບຂອງຕົນເຂົ້າໃນການເຄື່ອນໄຫວຕາມຫຼັກການ ແລະ ວິທີການວິຊາສະເພາະ ເປັນຕົ້ນແມ່ນຕິດຕາມເປົ້າໝາຍທີ່ເຄື່ອນໄຫວຄ້າຂາຍ, ຂົນສົ່ງຢາເສບຕິດ ເຊິ່ງໃນໄລຍະເດືອນມັງກອນ ຫາ ເດືອນພະຈິກ 2022 ໃນຂອບເຂດທົ່ວປະເທດ ສາມາດແກ້ໄຂ ມ້າງຄະດີຢາເສບຕິດ ໄດ້ທັງໝົດ 4.707 ຄະດີ, ຈັບຜູ້ຖືກຫາໄດ້ 6.873 ຄົນ, ຍິງ 795 ຄົນ, ຄົນຕ່າງປະເທດ 135 ຄົນ, ຍິງ 11 ຄົນ (ຫວຽດນາມ 42/03 ຄົນ, ຈີນ 33/02 ຄົນ, ມຽນມາ 31/02 ຄົນ, ໄທ 24/02 ຄົນ, ກຳປູເຈຍ 01 ຄົນ, ມາເລເຊຍ 01 ຄົນ, ຟີລິບປິນ 01/01, ອິນໂດເນເຊຍ 01/01 ຄົນ ແລະ ໄນຈີເລຍ 01 ຄົນ), ຢຶດຢາບ້າໄດ້ 139.587.060 ເມັດ (ໜຶ່ງຮ້ອຍສາມສິບເກົ້າລ້ານຫ້າແສນແປດສິບເຈັດພັນຫົກສິບເມັດ) ຢາບ້າເປັນຝຸ່ນ 7,52 ກິໂລກຣາມ ນ້ຳໜັກລວມ 13.966,22 ກິໂລຣາມ, ຢາໄອສ໌ 2.199,9 ກິໂລ ກຣາມ, ເຮໂຣອິນ 175,77 ກິໂລກຣາມ, ຄັນຊາ 10.284,27 ກິໂລກຣາມ, ຢາຝິ່ນ 250,36 ກິໂລກຣາມ, ຢາອີ 2.605 ເມັດ (ສອງພັນຫົກຮ້ອຍຫ້າເມັດ), ໂຄເຄນ 3 ກິໂລກຣາມ, ແປ້ງຝຸ່ນປະສົມຢາເສບຕິດ 11.576,76 ກິໂລກຣາມ, ເຄຕາມິນ 1.930,28 ກິໂລກຣາມ, ຄາເຟອິນ 168 ກຣາມ, ນ້ຳຢາສານເຄມີ 849 ກຣາມ ແລະ ນ້ຳກົດ 9.400 ລິດ, ຍຶດລົດໃຫຍ່ໄດ້ 162 ຄັນ, ລົດຈັກ 734 ຄັນ, ເຮືອ 1 ລຳ, ໄດ້ລົງ ສຳຫຼວດເນື້ອທີ່ລັກລອບປູກຝິ່ນ ປະຈຳສົກປີ 2021-2022 ຢູ່ 8 ແຂວງພາກເໜືອ ກວດພົບເຫັນສວນຝິ່ນ 2.000 ກວ່າຕອນ ແລະ ໄດ້ລົງທຳລາຍຖິ້ມ ຈຳນວນ 617 ເຮັກຕາ, ໄດ້ສັງລວມສະຖິຕິຜູ້ຕິດຢາເສບຕິດເຂົ້າປິ່ນປົວຢູ່ ສູນບຳບັດປິ່ນປົວ ແລະ ຟື້ນຟູສຸ ຂະພາບຜູ້ຕິດຢາເສບຕິດ 13 ແຫ່ງ ມີທັງໝົດ 3.802/106 ຄົນ, ໃນນັ້ນ ມີຜູ້ທີ່ປິ່ນປົວດີແລ້ວກັບຄືນບ້ານມີທັງໝົດ 1.222/32 ຄົນ, ສືບຕໍ່ປິ່ນປົວ 2.580/74 ຄົນ.
ສຽງ ( ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ປກສ 8/ 12/2022) ໃນວາລະດຳເນີນກອງປະຊຸມບັນດາຜູ້ແທນສະມາ ຊິກສະພາແຫ່ງຊາດກໍໄດ້ປະກອບຄຳຄິດເຫັນຕໍ່ກັບລາຍງານກ່ຽວກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃນໄລຍະ 11 ເດືອນຜ່ານມາ (ມັງກອນ-ພະຈິກ 2022) ແລະ ທິດທາງແຜນການ ໃນປີ 2023 ໃນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດອີກດ້ວຍ.
ໂດຍ: ຈັນທະວົງ ອຸ່ນວິໄລຫົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ