ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ເຮັດ​ຢ່າງ​ມີ​ຈຸດ​ສຸມ​ຈຶ່ງເຮັດ​ໃຫ້ການ​ປະຕິບັດ 2 ວາລະ​ແຫ່ງ​ຊາດ​ມີ​ຜົນສຳເລັດ
ເວລາອອກຂ່າວ: 2022-12-09 09:42:38 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 701 | ຄວາມນິຍົມ:



ໂດຍ​ອີງໃສ່ 3 ຫຼັກການ​ທີ່​ໄດ້​ກຳນົດ​ໄວ້ ໃນ​ວາລະ​ແຫ່ງ​ຊາດ ເຊິ່ງ​ປະກອບ​ມີ: ຫຼັກການ​ເດັດ ຂາດ, ໂປ່ງ​ໃສ ແລະ ເປັນ​ມື​ອາຊີບ ເພື່ອ​ສ້າງ​ເງື່ອນໄຂ​ຊຸກຍູ້​ການ​ຂະ ຫຍາຍຕົວ​ຂອງ​ຖານ​ການ​ຜະລິດ ແລະ ບໍລິການ​ພາຍ​ໃນ, ສ້າງ​ຖານ​ລາຍ​ຮັບ​ທີ່​ເຂັ້ມແຂງ ແລະ ປະຢັດ ງົບປະມານ ແນໃສ່​ແກ້​ໄຂ​ສະພາບ​ຄ່ອງ​ຂອງ​ເສດຖະກິດ ແລະ ຫຼຸດ ຜ່ອນ​ຄວາມ​ກົດ​ດັນ​ດ້ານ​ໜີ້​ສິນ​ສາທາລະນະ. ທ່ານ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາຍົກລັດຖະມົນຕີ ລາຍ​ງານ​ໃນ​ກອງ​ປະຊຸມໄໝ​ສາມັນ ​ເທື່ອ​ທີ 4 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ IX ໃນ​ວັນ​ທີ 8 ທັນວາ 2022 ບາງ​ຕອນ​ວ່າ: ຜ່ານ​ການ​ຈັດຕັ້ງ​ປະຕິບັດ​ວາລະ​ແຫ່ງ​ຊາດວ່າ​ດ້ວຍ​ ການ​ແກ້​ໄຂ​ຄວາມ​ຫຍຸ້ງ ຍາກດ້ານ​ເສດຖະກິດ-ການ​ເງິນ ນັບ​ແຕ່​ເດືອນ​ສິງຫາ 2021 ເຖິງ​ ປັດຈຸບັນ ໂດຍ​ໄດ້​ອີງໃສ່ 3 ຫຼັກ ການ​ດັ່ງກ່າວເຫັນ​ວ່າ​ມີ​ຜົນສຳ ເລັດ​ຫຼາຍ​ດ້ານ ເປັນຕົ້ນຫຼັກການ​ຄວາມ​ເດັດຂາດ, ລັດຖະບານ ໄດ້​ຕັດສິນ​ໃຈຈັດ​ຕັ້ງ​ປະຕິບັດ​ບັນດາ​ໂຄງການ​ທົດ​ລອງ​ຂຸດ​ຄົ້ນ​ແຮ່​ທາດ, ໂຄງການ​ທົດ​ລອງ​ຂຸດ​ຄົ້ນ ແລະ ແລກປ່ຽນ​ຊື້-ຂາຍ​ເງິນ​ຄິບ​ ໂຕຣ ແລະ ປະຕິ​ຮູບ​ວິທີ​ການ​ເກັບ ​ລາຍ​ຮັບ​ທີ່​ມີ​ການ​ຮົ່ວ​ໄຫຼ​ຈຳນວນ ​ໜຶ່ງ ເຊິ່ງ​ໄດ້​ສ້າງ​ເງື່ອນໄຂ​ໃນ​ການ​ ມອບ​ພັນທະ​ງົບປະມານເພີ່ມ​ຂຶ້ນ ຈຳນວນ​ໜຶ່ງ ພ້ອມ​ນັ້ນ, ຍັງ​ເດັດ ຂາດ​ຈຳກັດ​ລາຍ​ຈ່າຍ​ງົບປະມານ ບໍລິຫານ​ທີ່​ບໍ່​ຈຳເປັນ ແລະ ຟຸມ​ເຟືອຍ ລວມ​ທັງ​ໄດ້​ປັບປຸງ​ການ​ຄຸ້ມຄອງ​ລົດ​ຂອງ​ລັດ​ຕາມ​ທິດ​ປະຢັດ, ເດັດຂາດ​ແກ້​ໄຂ​ບັນຫາ​ຕິດພັນ​ກັບ​ການ​ຄຸ້ມ​ຄອງ​ເງິນຕາ​ຕ່າງປະເທດ ໂດຍ​ສະເພາະຈຳ ກັດ​ບັນດາ​ຮ້ານ​ແລກປ່ຽນ​ໃຫ້​ຄ່ອຍໆ​ໝົດ​ໄປ ແລະ ຫັນ​ໄປສູ່​ຮ້ານ ​ແລກປ່ຽນ​ຕົວ​ແທນ, ໜ່ວຍ​ບໍລິ ການ (ປ່ອງ​ບໍລິການ) ຂອງ​ທະ ນາຄານ​ທຸລະ​ກິດ, ສຸມ​ໃສ່​ປະຕິ​ຮູບ​ລັດ​ວິ​ສາ​ຫະ​ກິດ ແລະ ທະນາຄານ​ທຸລະ​ກິດ​ລັດທີ່​ດຳເນີນ​ທຸລະ​ກິດ​ ບໍ່​ມີ​ປະສິດ​ຜົນກ້າວ​ໄປ​ສູ່​ຮູບ​ແບບ​ ໃໝ່​ທີ່​ບໍ່​ສ້າງ​ໜີ້​ສິນ​ໃຫ້​ລັດຖະ ບານ; ຕັດສິນ​ໃຈ​ປັບປຸງ​ກົນ​ໄກ​ ການ​ອະນຸມັດ​ການ​ລົງທຶນ ເປັນ ຕົ້ນການ​ປັບປຸງ​ຮູບ​ແບບ​ການ​ອະ ນຸມັດ​ການ​ລົງທຶນ​ໃໝ່. ພ້ອມ​ນັ້ນ, ຍັງ​ເດັດຂາດ​ໃນ​ການ​ຫຼຸດ​ຈຳນວນ​ກົງຈັກ​ລັດ ແລະ ຈຳກັດໂກ​ຕ້າ​ພະ ນັກງານ​ໃໝ່ ຕາມ​ທິດ​ກະທັດ​ຮັດ ແລະ ປະຢັດ. ສຳລັບຫຼັກການ​ຄວາມ​ໂປ່ງ​ໃສ, ລັດຖະບານ ໄດ້​ເປີດ​ໂອກາດ ຮັບ​ຟັງ​ຄຳ​ຄິດ​ຄຳ​ເຫັນ​ຈາກ​ພາກ ສ່ວນ​ຕ່າງໆຕໍ່​ການຈັດຕັ້ງ​ຜັນຂະ ຫຍາຍ​ວາລະ​ແຫ່ງ​ຊາດໃນ​ໄລຍະ​ ຜ່ານ​ມາ ເພື່ອ​ເປັນ​ຂໍ້​ມູນ​ໃນການ​ ປັບປຸງ​ບັນດາ​ວຽກ​ຈຸດ​ສຸມ​ຂອງ​ ວາລະ​ແຫ່ງ​ຊາດໃຫ້​ໄປ​ຕາມແຜນ ການ ພ້ອມ​ນັ້ນ, ໃນ​ໂຄງການ​ຕ່າງໆ​ທີ່​ມີ​ຄວາມ​ສຳຄັນ ກໍ​ໄດ້ແຕ່ງ ຕັ້ງ​ຄະນະ​ສະເພາະ​ກິດ ເພື່ອ​ຄັດ​ເລືອກ​ເອົາ​ບໍລິສັດ​ທີ່​ມີ​ມາດຖານ​ເງື່ອນໄຂ​ເຂົ້າ​ມາ​ດຳເນີນ​ການ ລວມ​ທັງ​ມີ​ການ​ປະມູນ​ຕາມມາດ ຖານ​ເງື່ອນໄຂຂອງ​ແຕ່​ລະ​ໂຄງ ການ​ທີ່​ໄດ້​ກຳນົດ​ໄວ້, ພ້ອມ​ທັງ ໄດ້​ພະຍາຍາມ​ຫັນ​ເປັນ​ທັນ​ສະໄໝ​ໃນ​ການ​ຄຸ້ມ​ຄອງ​ການ​ເກັບ​ລາຍ ຮັບ ແລະ ລາຍ​ຈ່າຍ​ງົບປະມານ ເຊິ່ງ​ສະແດງ​ອອກໃນ​ການ​ຂະ ຫຍາຍ​ການ​ນຳ​ໃຊ້​ເຄື່ອງມື​ທັນ​ສະໄໝ​ລະບົບ​ແຈ້ງ​ອາກອນ (TaxRis) ແລະ ພາສີ (ASY CUDA) ແລະ ການ​ນຳ​ໃຊ້​ລະ ບົບຊຳລະ​ດ້ານ​ລາຍ​ຮັບ​ຜ່ານ​ລະ ບົບ​ທະນາຄານ​ຫຼາຍ​ຂຶ້ນ. ພ້ອມ​ນັ້ນ, ໄດ້​ຊຸກຍູ້​ໃຫ້​ແຕ່​ລະ​ພາກສ່ວນ​ທີ່​ຕິດ​ພັນ​ການຄຸ້ມ​ຄອງ​ຖານ​ລາຍ​ຮັບເຊື່ອມ​ໂຍງ​ຂໍ້​ມູນ ເພື່ອ​ຂະຫຍາຍ​ຖານ​ລາຍ​ຮັບທີ່​ມີ​ ທ່າແຮງ ແລະ ໝັ້ນຄົງ ເປັນຕົ້ນທີ່​ດິນ, ຊັບ​ສິນ​ລັດ ແລະ ຫົວໜ່ວຍ​ແຮງ​ງານ. ສ່ວນ​ດ້ານ​ຫຼັກການ​ຄວາມ​ເປັນມື​ອາຊີບ ໄດ້​ອອກ​ມະ ຕິ 07/​ລບ ວ່າ​ດ້ວຍ​ ການ​ແບ່ງ​ ຄວາມຮັບຜິດຊອບ​ໃນ​ການຈັດ ຕັ້ງ​ຜັນ​ຂະຫຍາຍມະຕິ​ຂອງ​ສະພາ​ ແຫ່ງ​ຊາດກ່ຽວ​ກັບ​ການ​ແກ້​ໄຂ​ ຄວາມ​ຫຍຸ້ງຍາກ​ດ້ານ​ເສດຖະ ກິດ-ການ​ເງິນ ແລະ ຈັດ​ຕັ້ງ​ປະຕິ ບັດ​ຄຳ​ສັ່ງ 01/​ກມສພ, ມະຕິ 03/​ ສພຊ ເພື່ອ​ຊຸກຍູ້​ບັນດາ​ຂະແໜງ ການ​ທັງ​ຂັ້ນ​ສູນ​ກາງ ແລະ ທ້ອງ ຖິ່ນ​ປະຕິບັດວຽກ​ຈຸດ​ສຸມ​ຂອງ​ຕົນ, ພ້ອມ​ທັງ​ກຳນົດ​ມາດຖານ​ເງື່ອນ ໄຂ​ຕ່າງໆສຳລັບ​ການຈັດຕັ້ງ​ປະ ຕິບັດ​ແຕ່​ລະ​ໂຄງການ. ນອກ​ນີ້, ຍັງ​ໄດ້​ຍາດແຍ່ງ​ຄວາມ​ຄິດ​ເຫັນ ຂອງ​ຜູ້​ປະກອບ​ການ ລວມ​ທັງ​ຈາກ​ຊ່ຽວຊານ​ຂອງ​ເພື່ອນ​ມິດ​ຕ່າງໆ ເພື່ອ​ປະກອບ​ສ່ວນ​ເຂົ້າ​ໃນ​ການແກ້​ໄຂ​ຄວາມ​ຫຍຸ້ງຍາກ​ທາງ​ດ້ານ​ເສດຖະກິດ-ການ​ເງິນ ດ້ວຍ​ຮູບການ​ຕ່າງໆ​ທີ່​ເໝາະ​ສົມ ແລະ ໄດ້​ປັບປຸງ, ສັບ​ຊ້ອນ​ພະນັກ ງານໃນ​ແຕ່​ລະ​ລະດັບທີ່​ມີ​ຄວາມ​ຮູ້​ຄວາມ​ສາມາດເຂົ້າ​ສູ່​ຕຳແໜ່ງທີ່​ ສຳຄັນໃນ​ແຕ່​ລະ​ຂະແໜງການ​ຕົ້ນຕໍທີ່​ຮັບຜິດຊອບ​ວຽກ​ງານຈຸດ​ສຸມ​ຂອງ​ວາລະ​ແຫ່ງ​ຊາດ ຈຶ່ງ​ເຮັດ​ໃຫ້​ຜົນສຳເລັດ​ຫຼາຍ​ດ້ານ. ໂດຍ: ຈັນທະ​ວົງ ອຸ່ນ​ວິໄລ​ຫົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ