ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 07 ຕຸລາ 2026

  

ກມທ ຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ X
ເວລາອອກຂ່າວ: 2019-02-21 08:55:33 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 1543 | ຄວາມນິຍົມ:



ໃນວັນທີ 20 ກຸມພາ 2019 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ຈັດຕັ້ງເຊື່ອມຊຶມມະຕິກອງ ປະຊຸມຄົບຄະນະບໍລິຫານງານສູນ ກາງພັກຄັ້ງທີ 7 ສະໄໝທີ X ໃຫ້ພະນັກງານຫຼັກແຫຼ່ງທົ່ວ ກມທ ໂດຍການເປັນປະທານຂອງ ສະ ຫາຍ ພົນຕີ ສອນທອງ ພົມລາ ວົງ ກຳມະການຄະນະພັກກະຊວງ ປ້ອງກັນປະເທດ, ຮອງຫົວໜ້າ ກົມໃຫຍ່ການເມືອງກອງທັບ, ມີ ຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງກົມ, ຫ້ອງ ການ ແລະ ກົມກອງທີ່ຂຶ້ນກັບ ເຂົ້າຮ່ວມ. ໃນໂອກາດໄຂກອງປະຊຸມດັ່ງ ກ່າວ ສະຫາຍ ພົນຕີ ສອນທອງ ພົມລາວົງ ໄດ້ກ່າວວ່າ: ການ ເຊື່ອມຊຶມມະຕິກອງປະຊຸມຄົບ ຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ X ໃນຄັ້ງນີ້ມີ 2 ເນື້ອໃນຕົ້ນຕໍຄື: ມະຕິວ່າດ້ວຍ ເພີ່ມທະວີການນຳພາແກ້ໄຂຄວາມ ຫຍຸ້ງຍາກດ້ານເສດຖະກິດ-ການ ເງິນ ແລະ ສ້າງຄວາມເຂັ້ມແຂງຂອງການຄຸ້ມຄອງມະຫາພາກ ແລະ ມະຕິວ່າດ້ວຍການປັບປຸງຮາກຖານການເມືອງຂອງລະ ບອບປະຊາທິປະໄຕປະຊາຊົນໃຫ້ ເຂັ້ມແຂງ ແລະ ໜັກແໜ້ນ ການ ເປີດບັ້ນດຳເນີນກອງປະຊຸມເຊື່ອມ ຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 7 ສະໄໝທີ X ຄັ້ງນີ້ແມ່ນມີຄວາມ ໝາຍຄວາມສຳຄັນເພື່ອເຮັດໃຫ້ ພະນັກງານຫຼັກແຫຼ່ງທົ່ວ ກມທ ເຊື່ອມຊຶມກຳແໜ້ນ, ຮັບຮູ້ເຂົ້າ ໃຈແຈ້ງເປັນເອກະພາບໃນການ ຈັດຕັ້ງຜັນຂະຫຍາຍໃຫ້ເກີດ ດອກອອກຜົນ ໂດຍສະເພາະຂົງ ເຂດວຽກງານການເພີ່ມທະວີການ ນຳພາແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ສ້າງຄວາມເຂັ້ມແຂງຂອງການ ຄຸ້ມຄອງມະຫາພາກ, ການປັບປຸງ ຮາກຖານການເມືອງຂອງລະ ບອບປະຊາທິປະໄຕປະຊາຊົນ ໃຫ້ເຂັ້ມແຂງ ໜັກແໜ້ນ ບົນພື້ນ ຖານດັ່ງກ່າວນີ້, ເປັນການຍົກສູງ ທັດສະນະຫຼັກໝັ້ນ, ມີຄຸນທາດ ການເມືອງທີ່ໜັກແໜ້ນ, ປັບປຸງ ແກ້ໄຂດ້ານອ່ອນຄົງຄ້າງ, ຕ້ານ ການສໍ້ລາດບັງຫຼວງ, ເປັນເຈົ້າ ການຕອບຕ້ານກົນອຸບາຍມ້າງ ເພຂອງອິດທິກຳລັງປໍລະປັກ ແລະ ກຸ່ມຄົນບໍ່ຫວັງດີ, ປັບປຸງ ແບບແຜນວິທີເຮັດວຽກດຳລົງ ຊີວິດປອດໃສ ຂາວສະອາດ ພ້ອມ ກັນສູ້ຊົນປະຕິບັດໜ້າທີ່ການ ເມືອງຂອງກອງທັບ ກໍຄືປົກປັກ ຮັກສາ ແລະ ສ້າງສາພັດທະນາ ປະເທດຊາດໃຫ້ສຳເລັດຜົນ. ໂດຍ: ນາລີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ