ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ການ​ເຕີບ​ໃຫຍ່​ຂະຫຍາຍຕົວ ແລະ ເຮັດ​ສຳເລັດ​ໜ້າທີ່​ຂອງ​ເຫຼົ່າ​ຮົບ​ສື່ສານ
ເວລາອອກຂ່າວ: 2022-12-12 09:20:50 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 305 | ຄວາມນິຍົມ:



ເຫຼົ່າ​ຮົບ​ສື່ສານເປັນ​ເຫຼົ່າ​ຮົບ​ໜຶ່ງ​ຂອງ​ກອງທັບປະຊາຊົນລາວ ທີ່​ມີ​ມູນເຊື້ອ​ພິລະອາດ​ຫານ​ເດັດດ່ຽວ​ໜຽວແໜ້ນ, ທັງສູ້​ຮົບ​ທັງເຮັດ​ໜ້າທີ່ຮັບປະກັນວິຊາ​ສະ ເພາະຕິດຕໍ່​ສື່ສານ, ເດັດຂາດ​ໃນການຮັກສາ​ຄວາມລັບ, ການ​ປົກປັກ​ຮັກສາ​ມະຕິ​, ຄຳ​ສັ່ງ ແລະ ເອກະສານ​ຕ່າງໆຂອງ​ຂັ້ນ​ເທິງ​ບໍ່​ໃຫ້​ຮົ່ວ​ໄຫຼ, ມີ​ພິກໄຫວ​ຄ່ອງ​ແຄ້ວ​ໃນ​ການ​ຮັບ​ໃຊ້​ຕິດຕໍ່​ສື່ສານ ໃນ​ແຕ່​ລະ​ໄລຍະ​ຂອງ​ການ​ປະຕິວັດຕາມ​ຄຳ​ຂວັນ​ທີ່ວ່າ:“ວ່ອງໄວ, ຖືກຕ້ອງ, ຊັດ​ເຈນ, ປິດ​ລັບ, ປອດ​ໄພ”. ພ້ອມ​ກັນ​ນັ້ນ​, ກໍ​ໄດ້​ປັບປຸງ​ກໍ່ສ້າງກຳລັງ​ຂອງ​ຕົນ​ໃຫ້​ເຕີບ​ໃຫຍ່​ເຂັ້ມແຂງ ສາມາດຕອບ​ສະໜອງ​ໄດ້​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ສະພາບ​ການ ກໍ​ຄືໜ້າທີ່ການເມືອງຂອງ​ພັກ-ລັດ ແລະ ໜ້າທີ່​ບັນຊາ​ການ​ສູ້​ຮົບ​ຂອງ​ກອງທັບ​ໃນ​ແຕ່​ລະ​ໄລຍະ​ໄດ້​ຢ່າງ​ທັນ​ການ. ເຫຼົ່າ​ຮົບ​ສື່ສານ​ກອງທັບ​ປະຊາຊົນ​ລາວ​ໄດ້​ຮັບ​ການ​ສ້າງຕັ້ງ​ຂຶ້ນ ໃນ​ວັນ​ທີ 15 ທັນວາ 1954 ຢູ່​ບ້ານ​ກາງ​ທາດ ເມືອງ​ໂສຍແຂວງ​ຫົວພັນ ໃນ​ເບື້ອງ​ຕົ້ນ​ໃສ່​ຊື່ ວ່າ: ກອງຮ້ອຍ 200 ໂດຍ​ມີ ສະຫາຍ ພອນ​ໄຊ ສັນ​ຕະ​ວາສີ ເປັນ​ຫົວໜ້າ​ການ​ທະຫານ, ສະຫາຍລາດ​ຊະ​ວັງ ວົງ​ພະຈັນ ເປັນ​ຫົວໜ້າ​ການເມືອງ ປະກອບ​ມີ 2 ໝວດ​ເຄື່ອນ​ໄຫວ​ຄື: ຕິດຕໍ່​ທາງ​ຕີນ ແລະ ໂທລະສັບ ເຊິ່ງ​ພາຫະນະ​ສື່ສານ​ໃນ​ເວລາ​ນັ້ນ​ປະກອບ​ມີ ຈັກ​ລວມ​ໂທລະສັບ 20 ປະຕູ 1 ຊຸດ ທີ່​ຍຶດ​ໄດ້​ຈາກ​ສັດຕູ, ການ​ກຳເນີດ​ຂຶ້ນ​ຂອງ​ກອງຮ້ອຍ​ຕິດຕໍ່​ສື່ສານ 200 ໃນ​ຄັ້ງ​ນີ້, ໄດ້​ກາຍເປັນ​ຂີດ​ໝາຍ​ປະ ຫວັດສາດໃນ​ການ​ຮັບປະກັນ​ການ​ຕິດຕໍ່​ສື່ສານ​ຮັບ​ໃຊ້​ໃຫ້​ແກ່​ການ​ບັນຊາ​ການ​ສູ້​ຮົບ​ຢູ່​ພື້ນ​ທີ່​ຕ່າງໆ​ໃນ​ຂອບ​ເຂດ​ທົ່ວ​ປະເທດ. ມາ​ເຖິງ​ປີ 1955 ພາຍຫຼັງ​ທີ່​ພັກ​ປະຊາຊົນ​ປະຕິວັດ​ລາວ ໄດ້​ຮັບ​ການ​ສ້າງຕັ້ງ​ຂຶ້ນ ກອງ​ບັນຊາ​ການ​ທະຫານ​ສູງ​ສຸດ ໄດ້​ມີ​ການ​ຊີ້​ນຳ​ໃຫ້​ກອງຮ້ອຍ​ສື່ສານ 200 ປັບປຸງ​ການຈັດຕັ້ງ​ໃຫ້​ເຕີບ​ໃຫຍ່​ເຂັ້ມແຂງ​ຂຶ້ນ​ກວ່າ​ເກົ່າ ໂດຍ​ໄດ້​ເພີ່ມ​ຈຳນວນ​ພົນ​ຂຶ້ນ​ເປັນ 80 ກວ່າ​ສະຫາຍ ເພື່ອ​ແນໃສ່​ຮັບປະກັນ​ການ​ຕິດຕໍ່​ສື່ສານ​ຮັບ​ໃຊ້​ຂັ້ນ​ເທິງ​ໃຫ້​ໄດ້​ຢ່າງ​ກວ້າງຂວາງ, ທົ່ວ​ເຖິງແລະ ປອດ​ໄພ. ພ້ອມ​ດຽວ​ກັນ​ນັ້ນ, ມາ​ເຖິງ​ວັນ​ທີ 2 ກັນຍາ 1955 ສູນ​ກາງ​ໄດ້​ຈັດ​ຕັ້ງ​ເປີດ​ໂຮງຮຽນ​ສື່ສານ ຢູ່​ທີ່​ເມືອງ​ໂສຍ ແຂວງ​ຫົວພັນ ແລະ ໄດ້​ຈັດ​ຕັ້ງ​ການ​ຮຽນ-ການ​ສອນ​ວິຊາ​ສະເພາະ​ສື່ສານ ຊຸດ​ທີ 1 ຂຶ້ນ ເຊິ່ງ​ມີ​ນັກຮຽນ​ເຂົ້າ​ອົບຮົມ​ ທັງ​ໝົດ 27 ສະຫາຍ, ມາ​ເຖິງ​ໄລຍະ​ນີ້​ວຽກ​ງານ​ຕິດຕໍ່​ສື່ສານ​ໃນ​ກອງທັບ ໄດ້​ເລີ່ມ​ມີ​ການ​ຕິດຕໍ່​ທາງ​ໂທລະເລກ, ໂທລະສັບ ແລະ ໂຟ​ນີ ພ້ອມ​ທັງ​ມີ​ນັກ​ສ້ອມແປງ​ສື່ສານ ເພີ່ມ​ຂຶ້ນ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າທີ່​ວຽກ​ງານ. ໂດຍ​ອີງໃສ່​ສະພາບ​ການ​ອັນ​ຮີບ​ດ່ວນ ເພື່ອ​ຮັບປະກັນ​ໃຫ້ການ​ເຈລະຈາ​ກັບ​ຝ່າຍລາຊະ​ອານາຈັກ​ຢູ່​ວຽງ​ຈັນ, ໃນ​ວັນ​ທີ 2 ເມສາ 1956 ກອງ​ບັນຊາ​ການ​ທະ ຫານ​ສູງ​ສຸດ ຈິ່ງ​ໄດ້​ປະກາດ​ສ້າງຕັ້ງ​ກອງຮ້ອຍ​ສື່ສານ​ຂຶ້ນ​1 ກອງຮ້ອຍ ໂດຍ​ມີ​ຊື່ວ່າ: ກອງຮ້ອຍ​ສື່ສານ 26 ປະຈຳ​ສຳນັກງານ​ສູນ​ກາງ ແລະ ກອງ​ບັນຊາ​ການ​ທະ ຫານ​ສູງ​ສຸດ ມີໜ້າ​ທີ່​ຮັບ​ໃຊ້​ການ​ຕິດຕໍ່​ລະ​ຫວ່​​າງ​ສູນ​ກາງ ກັບ​ຄະນະ​ເຈລະຈາ​ຢູ່​ວຽງ​ຈັນ ເຊິ່ງໄດ້​ປະກອບ​ໂທລະສັບ ແລະ ຕິດຕໍ່​ທາງ​ຕີນ. ພາຫາ​ນະ​ປະກອບໃນ​ເວ ລາ​ນັ້ນ ມີ​ຈັກ​ໂທລະເລກຊະນິດ 694 ແລະ ຈັກ​ໂທລະສັບ EA-68. ມາ​ເຖິງ​ປີ 1961 ກອງ​ກຳລັງ​ປະຕິວັດ​ໄດ້ ເປີດ​ສາກ​ບຸກ​ໂຈມ​ຕີ​ສັດຕູ​ຢ່າງ​ໜັກ ເຂົ້າ​ເຂດ​ຊຽງ​ຂວາງ, ເພື່ອ​ເຮັດ​ໃຫ້​ຊຽງ​ຂວາງ​ໄດ້​ຮັບ​ການ​ປົດ​ປ່ອຍ ແລະ ສ້າງ​ໃຫ້​ເປັນ​ຖານ​ທີ່​ໝັ້ນ​ຂອງ​ການ​ປະຕິວັດ. ຢືນ​ຢູ່​ຕໍ່ໜ້າ​ສະພາບ​ການ​ດັ່ງກ່າວ, ກອງ​ບັນຊາ​ການ​ສູງ​ສູດ​ໄດ້​ປະກາດ​ສ້າງຕັ້ງ​ກອງຮ້ອຍ 114 ສື່ສານ​ທະຫານ​ເຂດ​ຊຽງ​ຂວາງ​ຂຶ້ນ. ເພື່ອ​ຮັບປະກັນ​ການ​ຕິດຕໍ່​ສື່ ສານຮັບ​ໃຊ້​ດ້ານ​ຮົບ​ເຂດ​ດັ່ງກ່າວ ເຊິ່ງ​ໄດ້​ຄຽງ​ບ່າ​ຄຽງ​ໄຫຼ່​ກັບ​ບັນດາ​ສະຫາຍ​ເຫຼົ່າ​ຮົບ​ຕ່າງໆ​ໃນ​ການ​ບຸກ​ຕີ​ສັດຕູ​ຢູ່​ທິດ​ທ່າ​ໂທມ, ທ່າ​ວຽງ, ປົດ​ປ່ອຍ​ເມືອງ​ແທ້, ສັນ ​ຈໍ່, ພູ​ຊັນ, ພູ​ແຄ, ພູ​ກະ​ບໍ້ ແລະ ຈຸດ​ຕ່າງໆ​ໃນ​ທິດເໜືອ. ພ້ອມ​ດຽວ​ກັນ ​ນັ້ນ, ອີກ​ພາກສ່ວນ​ໜຶ່ງ​ຂອງ​ກອງຮ້ອຍ 114 ກໍ​ໄດ້​ໄປ​ຮັບ​ໃຊ້​ໃຫ້​ກອງພັນ701, ກອງພັນ​ທີ 2, ກອງຮ້ອຍ​ທ້ອງຖິ່ນ​ແຂວງ​ອຸດົມ​ໄຊ, ຫຼວງ​ນ້ຳ​ທາ, ຜົ້ງ​ສາລີ ເພື່ອ​ສະກັດ​ລັດ​ຕີ​ສັດຕູ​ຢູ່​ເຂດ​ຈອມ​ວັນ, ຢາງ​ເຕີຍ, ພູ​ສາມ​ຍອດ, ເມືອງ​ລອງ, ເມືອງ​ສິງ, ຊຽງ​ກົກ ຈົນ​ກ້າວ​ໄປ​ເຖິງ​ການ​ປົດ​ປ່ອຍ​ຫຼວງ​ນໍ້າ​ທາ ແລະ ທິດເໜືອ​ຂອງ​ແຂວງ​ຫຼວງ​ພະ​ບາງ​ໃນ​ລະດູແລ້ງ​ປີ 1961. ໃນ​ສະພາບ​ການ​ສູ້​ຮົບ​ທີ່​ດຸເດືອດ​ຂ້ຽວຂາດ ແລະ ມີ​ຄວາມ​ຮຽກຮ້ອງ​ຕ້ອງການ​ສູງ​ນັ້ນ, ໃນ​ຊຸມ​ປີ 1962-1972 ຂະແໜງການ​ສື່ສານ ຢູ່​ບັນດາ​ກຳລັງ​ຫຼວງ ແລະ ກຳລັງ​ທ້ອງຖິ່ນ ໄດ້​ຮັບ​ການ​ສ້າງຕັ້ງ​ຂຶ້ນ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າທີ່​ການເມືອງ. ໃນ​ນັ້ນ, ເດືອນ ຕຸລາ ປີ 1962 ກອງ​ບັນຊາ​ການ​ທະຫານ​ສູງ​ສຸດ ໄດ້​ຈັດ​ຕັ້ງ​ພະ​ແນກ​ໄປສະນີ, ໂທລະເລກ ຂອງ​ສູນ​ກາງ ແລະ ກອງ​ບັນຊາ​ການ​ທະຫານ​ສູງ​ສຸດ​ຂຶ້ນ ຢູ່​ທີ່​ບ້ານ​ນາ​ໄກ່ ເມືອງ​ວຽງ​ໄຊ ແຂວງ​ຫົວພັນ. ພ້ອມ​ດຽວ​ກັນ​ນັ້ນ​, ກໍ​ໄດ້​ມີ​ການຈັດຕັ້ງ​ເປັນ​ຈຸ, ໝູ່, ໝວດ, ຂະແໜງ, ພະ​ແນກ​ສື່ສານຢູ່​ບັນດາ​ກອງພັນ, ກອງຮ້ອຍ ແລະ ເຂດ​ແຂວງ ເພື່ອ​ເຮັດ​ໜ້າທີ່ ຮັບປະກັນ​ການ​ຕິດຕໍ່​ສື່ສານ ໃນ​ແຕ່​ລະ​ຂົງ ເຂດ​ບັນຊາ ໃຫ້​ມີ​ຄຸນ​ນະ​ພາບ​ສູງ. ໃນ​ຂະນະ​ດຽວ​ກັນ​ນັ້ນ, ທ່າມກາງ​ສົງຄາມ​ທາງ​ອາກາດ​ທີ່​ເພີ່ມ​ທະວີ​ຄວາມ​ຮຸນ​ແຮງ​ສູ່​ລະດັບ​ສູງ ພວກ​ຈັກກະພັດ​ໄດ້​ຖິ້ມ​ລະເບີດ​ທັງ​ເວັນ ແລະ ຄືນ, ເພື່ອ​ຮັກສາ​ຄວາມ​ປອດ​ໄພ​ຕໍ່​ຊີວິດ ແລະ ພາຫະນະ​ສື່ສານ ສູນ​ກາງ​ກອງ​ບັນຊາ​ການ​ທະຫານ​ສູງ​ສຸດ ຈິ່ງ​ໄດ້​ຈັດ​ວາງ​ກຳລັງ​ໄວ້​ຢູ່​ໃນ​ຖ້ຳ​ແຫ່ງ​ຕ່າງໆ ໃນ​ເຂດ​ເມືອງ​ວຽງ​ໄຊ, ໃນ​ນີ້, ຖ້ຳ​ສູນ​ບັນຊາ​ສື່ສານ ແມ່ນ​ຕັ້ງ​ຢູ່​ໃນ​ກຸ່ມ​ຖ້ຳ​ຊ້າງ​ລອດ ໃກ້​ກັບ​ຖ້ຳ​ກອງ​ບັນຊາ​ການ​ທະຫານ​ສູງ​ສຸດ ເພື່ອ​ເຮັດ​ໜ້າທີ່​ຮັບ​ໃຊ້​ຕິດຕໍ່​ສື່ສານ ໂດຍ​ໄດ້​ຈັດ​ຕັ້ງ​ກຳລັງ​ເປັນ 1 ກອງຮ້ອຍ ໃສ່​ຊື່ວ່າ​ກອງຮ້ອຍ 102-E ມີ 5 ໝວດ ວິຊາ​ສະເພາະ ໂດຍ​ໄດ້​ສຸມ​ໃສ່​ຮັບປະກັນ​ການ​ຕິດຕໍ່​ສື່ສານ​ໃຫ້​ມີ​ຄວາມ​ປອດ​ໄພ​ທັນ​ເວລາ, ມີ​ການ​ຜັດປ່ຽນ​ກັນ​ທັງ​ເວັນ ແລະ ຄືນ ໂດຍ​ສະເພາະ​ແມ່ນ​ໄລຍະ​ປີ 1971-1975 ເຊິ່ງ​ເປັນ​ໄລຍະ​ການ​ຢຸດ​ຍິງແລະ ກະກຽມ​ໃຫ້​ແກ່​ການ​ຍຶດ​ອຳນາດ​ໃນ​ທົ່ວ​ປະເທດ. ໄປ​ພ້ອມໆ​ກັນ​ນັ້ນ, ທຸກ​ກົມ​ກອງ​ສື່ສານ​ກໍ​ໄດ້​ເປັນ​ເຈົ້າ​ການ​ໃນ​ການ​ປະຕິບັດ​ໜ້າທີ່​ຂອງ​ຕົນ​ຢ່າງ​ບໍ່​ຮູ້​ອິດເມື່ອຍ, ສືບຕໍ່​ດຳເນີນ​ການເຄື່ອນໄຫວ​ຈົນ​ສາມາດ​ເຮັດ​ລ້ອນ​ໜ້າທີ່​ພາລະ​ກຳ​ປະຫວັດສາດ ຍາດ​ເອົາ​ເອກະລາດ​ມາ​ໄດ້​ຢ່າງ​ສົມບູນ. ພາຍຫຼັງ​ປະເທດ​ຊາດ​ໄດ້​ຮັບ​ການ​ປົດ​ປ່ອຍ​ໃນ ວັນ​ທີ 2 ທັນວາ ປີ 1975 ເພື່ອ​ຕອບ​ສະໜອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ກອງທັບ ກໍ​ຄືການ​ປະຕິວັດ​ໃນ​ໄລຍະ​ໃໝ່ ເຫຼົ່າ​ຮົບ​ສື່ສານກໍ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ເຕີບ​ໃຫຍ່​ເຂັ້ມແຂງ​ໃນ​ຫຼາຍ​ດ້ານ, ຢູ່​ຂັ້ນ​ສູນ​ກາງ​ໄດ້​ປະກາດ​ສ້າງຕັ້ງ​ກອງພັນ​ສື່ສານ 221 ຂຶ້ນ​ຢ່າງ​ເປັນ​ທາງ​ການ ​ໃນ​ວັນ​ທີ 15 ພະຈິກ 1975 ເຊິ່ງ​ຖື​ໄດ້​ວ່າ​ເປັນ​ກອງພັນ​ສື່ສານ​ກອງ​ທຳ​ອິດ​ຂອງ​ກອງທັບ​ປົດ​ປ່ອຍ​ປະຊາຊົນ​ລາວ ຈົນ​ມາ​ຮອດ​ປີ 1978 ຈິ່ງ​ໄດ້​ປ່ຽນ​ຊື່​ມາ​ເປັນ​ກອງ ພັນ 224, ຮອດ​ປີ 1978 ພະ​ແນກ​ສື່ສານ​ກອງ​ບັນຊາ​ການ​ທະຫານ​ສູງ​ສຸດ ໄດ້​ປ່ຽນ​ຊື່​ມາ​ເປັນ​ຫ້ອງການ​ສື່ສານ ທີ່​ຂຶ້ນ​ກັບ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ແລະ ໄດ້​ປ່ຽນ​ຊື່​ມາ​ເປັນ​ກົມ​ສື່ສານ​ໃນ​ປີ 1980. ໃນ​ຊຸມ​ປີ 1981-1985 ວຽກ​ງານ​ເຕັກນິກ​ຮັບປະກັນ​ການ​ຕິດຕໍ່​ສື່ສານ​ຂັ້ນ​ຍຸດ​ທະ​ສາດ ກໍ​ໄດ້​ຮັບ​ການ​ສ້າງຕັ້ງ​ຂຶ້ນ​ໃໝ່​ຢູ່​ຂັ້ນ​ກະຊວງ ແລະ ທ້ອງຖິ່ນ​ ຈຳນວນ 5 ສູນ ເອີ້ນ​ວ່າ​ສູນ​ຮັບ-ສົ່ງ​ສື່ສານ. ພ້ອມ​ນັ້ນ​, ກໍ​ໄດ້​ປັບປຸງ ແລະ ຕິດ​ຕັ້ງ​ ຂະຫຍາຍ​ລະບົບ​ສູນ​ກາງ​ໂທລະສັບ, ຮັບ-ສົ່ງ​ໂທລະເລກ ແລະ ໂຟ​ນີ ດ້ວຍ​ເຄື່ອງ​ຈັກ P-140 ແລະ ຈັກ​ສົ່ງຕໍ່​ເລີ​ແລ P-405, ໃນ​ໄລຍະ​ດຽວ​ກັນ​ນັ້ນ ກໍ​ໄດ້​ປັບປຸງ​ໂຮງຮຽນ 204 ທີ່​ປ່ຽນ​ຊື່​ມາ​ຈາກ​ໂຮງຮຽນ 104 ໃນ​ເມື່ອ​ກ່ອນໃຫ້​ເປັນ​ໂຮງຮຽນ​ເຕັມ​ລະບົບ​ຄົບ​ຊຸດ ເພື່ອ​ຊ່ວຍ​ຊຸບ​ຫຼໍ່​ກໍ່ສ້າງ​ພະນັກງານ-ນັກຮົບ ສະໜອງ​ໃຫ້​ແກ່​ກົມ​ກອງ​ເຫຼົ່າ​ຮົບ​ຂອງ​ຕົນ. ໂດຍ​ປະຕິບັດ​ຕາມ​ແນວທາງ​ປ່ຽນແປງ​ໃໝ່​ຂອງ​ພັກ, ໂດຍ​ສະເພາະ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ທົ່ວ​ປວງ​ຊົນ​ຮອບດ້ານ, ເຫຼົ່າ​ຮົບ​ສື່ສານ​ໄດ້​ ເພີ່ມ​ທະວີ​ບົດບາດ​ການ​ນຳພາ ເຂົ້າ​ໃນ​ທຸກ​ຂົງເຂດ​ວຽກ​ງານ​ສື່ສານ, ສ້າງ​ໃຫ້​ເຫຼົ່າ​ຮົບ​ຂອງ​ຕົນ​ກ້າວ​ເຂົ້າ​ສູ່​ບາດ​ລ້ຽວ​ໃໝ່​ໃນ​ຫຼາຍ​ດ້ານ, ໃນ​ນັ້ນ, ທົ່ວ​ກຳລັງ​ຫຼວງ​ກໍ​ໄດ້​ປະກາດ​ສ້າງຕັ້ງ​ກອງພັນ​ສື່ສານ​ຂຶ້ນ​ຕື່ມ 14 ກອງພັນ, ກອງຮ້ອຍ​ເອກະລາດ 28 ກອງຮ້ອຍແລະ ຢູ່​ຂັ້ນ​ທ້ອງຖິ່ນ​ກໍ​ໄດ້ສ້າງຕັ້ງ​ເປັນ​ພະ​ແນກ, ຂະແໜງການ​ສື່ສານ ລວມ​ໄປ​ເຖິງ​ກົມ​ກອງ​ທະຫານ​ຮາບ​ກໍ​ໄດ້​ຈັດ​ຕັ້ງ​ເປັນ​ໝູ່​ສື່ສານຢ່າງ​ເປັນ​ລະບົບ, ມີ​ການ​ປະກອບ​ພາຫະນະ​ຄົບ​ຖ້ວນ​ທັງກຳລັງ​ຫຼວງ ແລະ ກຳລັງ​ທ້ອງຖິ່ນ ເຊິ່ງ​ສາມາດ​ຮັບປະກັນການ​ຕິດຕໍ່​ສື່ສານ​ໃຫ້​ແກ່​ວຽກ​ງານ​ກຽມພ້ອມ​ສູ້​ຮົບ ແລະ ສູ້​ຮົບ​ໄດ້​ຮັບ​ໄຊ ຊະນະ, ໂດຍ​ສະເພາະ​ໃນ​ບັ້ນ​ຮົບ​ສາມ​ໝູ່​ບ້ານ ແລະ ບັ້ນ​ຮົບ​ບໍ່​ແຕນ​ແຂວງ​ໄຊ​ຍະ​ບູ​ລີ​ປີ 1987-1988 ວຽກ​ງານ​ຕິດຕໍ່​ສື່ສານ ໄດ້​ຮັບປະກັນ​ໃຫ້​ແກ່​ການ​ສູ້​ຮົບ​ໃນ​ບັ້ນ​ຮົບ​ດັ່ງກ່າວ​ຕີ​ເອົາຊະນະ​ສັດຕູ ທີ່​ຫວັງ​ບຽດ​ຍຶດ​ດິນແດນ​ໃຫ້​ປະ​ລາ​ໄຊ​ລົງ​ຢ່າງ​ເຈັບ​ແສບ. ໄປ​ພ້ອມ​ກັບ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ​ທາງ​ດ້ານ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ຂອງ​ໂລກ, ວຽກ​ງານ​ຮັບປະກັນ​ການ​ຕິດຕໍ່​ສື່ສານ​ໃນ​ກອງທັບ ກໍ​ໄດ້​ຮັບ​ການ ​ປັບປຸງ​ໃຫ້​ເຂັ້ມແຂງ​ຂຶ້ນ​ເປັນ​ກ້າວໆ ໂດຍ​ໄດ້​ຍົກ​ລະດັບ​ໂຮງຮຽນ​ສື່ສານ​ຊັ້ນ​ຕົ້ນ​ຂຶ້ນ​ເປັນ​ຊັ້ນ​ກາງ, ຍົກ​ລະດັບ​ກອງພັນ 201 ມາ​ເປັນ​ໂຮງງານ​ສ້ອມແປງ​ສື່ສານ 209 ແລະ ໄດ້​ຈັດ​ຕັ້ງ​ການ​ເຝິກ​ອົບຮົມ​ເຕັກນິກ, ການ​ນຳ​ໃຊ້​ເຄື່ອງ​ຈັກ​ຊະນິດ​ໃໝ່ ແລະ ທັນ​ສະໄໝ​ກວ່າ​ເກົ່າ, ພ້ອມ​ດຽວ​ກັນ​ນັ້ນ ລັດຖະບານ ກໍ​ຄືກະຊວງ​ປ້ອງ​ກັນ​ປະເທດ ໄດ້​ຕົກລົງ​ສ້າງຕັ້ງ​ໂຄງການ​ສື່ສານ​ຮັບ​ໃຊ້​ການ​ນຳ ແລະ ວຽກ​ງານ ​ປກຊ-​ປກສ ຂຶ້ນ​ໃນ​ປີ 2001 ເພື່ອ​ນຳ​ເອົາ​ລະບົບ​ສື່ສານ​ທີ່​ທັນ​ສະໄໝ​ເປັນຕົ້ນ: ລະບົບ​ໂທລະສັບ​ຕັ້ງ​ໂຕະ​ແບບ​ໂອ​ໂຕ​ມາ​ຕິກ, ໂທລະສັບ​ມື​ຖື, ອິນ​ເຕີ​ເນັດ ແລະ ລະບົບ​ໄອ​ທີ​ຕ່າງໆ​ເຂົ້າມາ​ນຳ​ໃຊ້ແລະ ກໍ​ໄດ້​ສ້າງຕັ້ງ​ບໍລິສັດ​ລາວ​ເອເຊຍ​ໂທລະ​ຄົມ, ບໍລິສັດ​ລັດ​ສະ​ ກາຍ​ໂທລະ​ຄົມ ເພື່ອ​ເປັນ​ທ່າແຮງ​ໃນ​ການ​ບໍລິການ​ທາງ​ດ້ານ​ໂທລະ​ຄົມ. ນອກຈາກ​ນັ້ນ, ກໍ​ໄດ້​ດຳເນີນ​ການ​ກໍ່ສ້າງ ແລະ ຂະຫຍາຍ​ສູນ​ການ​ຮັບ-ສົ່ງ​ສັນຍານ​ດາວ​ທຽມ​ເຊື່ອມ​ຕໍ່​ບັນດາ​ແຂວງ, ລະບົບ​ສາຍ​ແກ້ວ​ໄຍ​ແສງ​ຍຸດ​ທະ​ສາດ​ລະບົບ​ໃຕ້​ດິນ ໄດ້​ຮັບ​ການ​ຕິດ​ຕັ້ງ​ຢ່າງ​ເປັນ​ລະບົບ​ຄົບ​ຊຸດ ໂດຍ​ໄດ້​ເລີ່ມ​ຕິດ​ຕັ້ງແຕ່​ຕົ້ນ​ປີ 2009 ແລະ ຕິດ​ຕັ້ງ​ສຳເລັດ​ໃນ​ປີ 2014 ເຊິ່ງ​ເປັນ​ລະບົບ​ສື່ສານ​ຍຸກ​ໃໝ່​ທີ່​ທັນ​ສະໄໝ ໃນ​ຂັ້ນ​ຍຸດ​ທະ​ສາດ​ການ​ທະຫານ​ຂອງ​ກອງທັບ ທີ່​ສາມາດ​ເຊື່ອມ​ໂຍງ​ໄດ້ 17 ແຂວງ, 95 ຕົວ​ເມືອງ ກັບ​ນະຄອນຫຼວງ​ວຽງ​ຈັນ, ໃນ​ກຳລັງ​ປ້ອງ​ກັນ​ຊາດ​ເຊື່ອມ​ຕໍ່​ໄດ້ 5 ກອງ​ພົນ, 18 ກອງ​ບັນຊາ​ການ​ທະຫານ​ແຂວງ, 24 ກອງພັນ​ໃຫຍ່ ແລະ 5 ປະເທດ​ໃກ້​ຄຽງ. ຈາກ​ສະພາບ​ການ ແລະ ເງື່ອນໄຂ​ຄື​ດັ່ງກ່າວ, ລະບົບ​ການ​ຕິດຕໍ່​ສື່ສານ​ຂອງ​ປະເທດ ​ເວົ້າ​ລວມ, ເວົ້າ​ສະເພາະ​ກໍ​ແມ່ນ​ລະບົບ​ສື່ສານ​ໃນ​ກອງທັບ ຈຶ່ງ​ໄດ້​ມີ​ການ​ຂະຫຍາຍຕົວ​ອອກ​ຢ່າງ​ກວ້າງຂວາງ ສາມາດ​ຕິດຕໍ່​ພົວພັນ​ໄດ້​ທົ່ວ​ເຖິງ​ທັງ​ພາຍ​ໃນ ແລະ ອອກ​ສູ່​ສາກົນ. ບົນ​ຍ່ານ​ທາງ 68 ປີ ແຫ່ງ​ການ​ກຳເນີດ​ເຕີບ​ໃຫຍ່​ຂະຫຍາຍຕົວ​ໃນ​ແຕ່​ລະ​ໄລຍະ​ຂອງ​ເຫຼົ່າ​ຮົບ​ສື່ສານ ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ນາໆ​ປະການ, ສາມາດ​ສ້າງ​ໄດ້ຜົນ​ງານ, ວິລະ​ກຳ​ອັນ​ໂດດ​ເດັ່ນ ແລະ ໄດ້​ຊຸບ​ຫຼໍ່​ພະນັກງານ-ນັກຮົບ​ສື່ ສານ ຈົນ​ກາຍເປັນ​ວິລະ​ຊົນ​ແຫ່ງ​ຊາດ, ນັກຮົບ​ແຂ່ງຂັນ ແລະ ນັກຮົບ​ສາມ​ເກັ່ງ​ຫຼາຍ​ສະຫາຍຈາກ​ຜົນງານ​ໄຊຊະນະ​ດັ່ງກ່າວທົ່ວ​ເຫຼົ່າ​ຮົບ​ສື່ສານ​ໄດ້​ຮັບ​ການ​ຍ້ອງຍໍ​ສັນລະເສີນ​ຈາກ​ພັກ-ລັດຖະບານ​ຢ່າງ​ສົມ​ກຽດດ້ວຍ​ນາມມະຍົດ, ຫຼຽນ​ໄຊ, ຫຼຽນ​ກາ ແລະ ໃບ​ຍ້ອງຍໍ​ປະເພດ​ຕ່າງໆ ດັ່ງນີ້: ກົມ​ກອງ​ວິລະ​ຊົນ​ຈຳນວນ 2 ກົມ​ກອງ​ຄື: ກອງຮ້ອຍ 114 ສື່ສານ​ທະຫານ​ເຂດ​ຊຽງ​ຂວາງ ແລະ ກອງພັນ 224, ນັກຮົບ​ວິລະ​ຊົນ​ແຫ່ງ​ຊາດຈຳນວນ 2 ສະຫາຍ​ຄື: ສະຫາຍ ພັນ​ຕີ ບົວລອຍ (ນັກ​ສາຍ​ໂທລະ ເລກ​ສຽງ​ມ໋ອກ​ປະ​ຈໍ​າພູ​ກູດ​ຊຽງ​ຂວາງ) ແລະ ສະຫາຍ ພົນ​ຈັດຕະວາ ແສງ​ຍືນ ລັດສະໝີ (ນັກ​ສາຍ​ໂທລະສັບ​ບັ້ນ​ຮົບ​ບໍ່​ແຕນ​ແຂວງ​ໄຊ​ຍະ​ບູ​ລີ), ນັກຮົບ​ແຂ່ງ ຂັນ​ຈຳນວນ 3 ສະຫາຍ​ຄື: ສະຫາຍຄຳ​ຜອຍ, ສະຫາຍ ຈັນທາ ແລະ ສະຫາຍ ສີ​ນວນ, ນັກຮົບ​ສາມ​ເກັ່ງ​ທົ່ວ​ເຫຼົ່າ​ຮົບ​ຈຳນວນ 16 ສະຫາຍ, ໄດ້​ຮັບ​ທຸງໄຊ 5 ຜືນ ( ໃນ​ນັ້ນ ສື່ສານ​ກອງທັບ​ປະຊາຊົນ​ຫວຽດນາມ​ມອບ​ໃຫ້ 1 ຜືນ), ສ້າງ​ໄດ້​ກອງ​ຮາກ​ຖານ​ເຂັ້ມແຂງ-ໜ່ວຍ​ພັກ​ຮູ້​ນຳພາ​ຮອບດ້ານ 25 ຫົວໜ່ວຍ​ກົມ​ກອງ, ກົມ​ກອງ​ລວມ​ໝູ່ ແລະ ບຸກຄົນ​ໄດ້​ຮັບ​ການ​ຍ້ອງຍໍ​ຈາກ​ພັກ-ລັດຖະບານ​ມີ​ຈຳນວນ​ຫຼວງຫຼາຍ. ໂດຍ: ນ. ຍ້ອມ​ເພັດ ວິໄລ​ພັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ