ການເຕີບໃຫຍ່ຂະຫຍາຍຕົວ ແລະ ເຮັດສຳເລັດໜ້າທີ່ຂອງເຫຼົ່າຮົບສື່ສານ
ເວລາອອກຂ່າວ: 2022-12-12 09:20:50 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1376 | ຄວາມນິຍົມ:
ເຫຼົ່າຮົບສື່ສານເປັນເຫຼົ່າຮົບໜຶ່ງຂອງກອງທັບປະຊາຊົນລາວ ທີ່ມີມູນເຊື້ອພິລະອາດຫານເດັດດ່ຽວໜຽວແໜ້ນ, ທັງສູ້ຮົບທັງເຮັດໜ້າທີ່ຮັບປະກັນວິຊາສະ
ເພາະຕິດຕໍ່ສື່ສານ, ເດັດຂາດໃນການຮັກສາຄວາມລັບ, ການປົກປັກຮັກສາມະຕິ, ຄຳສັ່ງ ແລະ ເອກະສານຕ່າງໆຂອງຂັ້ນເທິງບໍ່ໃຫ້ຮົ່ວໄຫຼ, ມີພິກໄຫວຄ່ອງແຄ້ວໃນການຮັບໃຊ້ຕິດຕໍ່ສື່ສານ ໃນແຕ່ລະໄລຍະຂອງການປະຕິວັດຕາມຄຳຂວັນທີ່ວ່າ:“ວ່ອງໄວ, ຖືກຕ້ອງ, ຊັດເຈນ, ປິດລັບ, ປອດໄພ”. ພ້ອມກັນນັ້ນ, ກໍໄດ້ປັບປຸງກໍ່ສ້າງກຳລັງຂອງຕົນໃຫ້ເຕີບໃຫຍ່ເຂັ້ມແຂງ ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງສະພາບການ ກໍຄືໜ້າທີ່ການເມືອງຂອງພັກ-ລັດ ແລະ ໜ້າທີ່ບັນຊາການສູ້ຮົບຂອງກອງທັບໃນແຕ່ລະໄລຍະໄດ້ຢ່າງທັນການ.
ເຫຼົ່າຮົບສື່ສານກອງທັບປະຊາຊົນລາວໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 15 ທັນວາ 1954 ຢູ່ບ້ານກາງທາດ ເມືອງໂສຍແຂວງຫົວພັນ ໃນເບື້ອງຕົ້ນໃສ່ຊື່
ວ່າ: ກອງຮ້ອຍ 200 ໂດຍມີ ສະຫາຍ ພອນໄຊ ສັນຕະວາສີ ເປັນຫົວໜ້າການທະຫານ, ສະຫາຍລາດຊະວັງ ວົງພະຈັນ ເປັນຫົວໜ້າການເມືອງ ປະກອບມີ 2 ໝວດເຄື່ອນໄຫວຄື: ຕິດຕໍ່ທາງຕີນ ແລະ ໂທລະສັບ ເຊິ່ງພາຫະນະສື່ສານໃນເວລານັ້ນປະກອບມີ ຈັກລວມໂທລະສັບ 20 ປະຕູ 1 ຊຸດ ທີ່ຍຶດໄດ້ຈາກສັດຕູ, ການກຳເນີດຂຶ້ນຂອງກອງຮ້ອຍຕິດຕໍ່ສື່ສານ 200 ໃນຄັ້ງນີ້, ໄດ້ກາຍເປັນຂີດໝາຍປະ
ຫວັດສາດໃນການຮັບປະກັນການຕິດຕໍ່ສື່ສານຮັບໃຊ້ໃຫ້ແກ່ການບັນຊາການສູ້ຮົບຢູ່ພື້ນທີ່ຕ່າງໆໃນຂອບເຂດທົ່ວປະເທດ. ມາເຖິງປີ 1955 ພາຍຫຼັງທີ່ພັກປະຊາຊົນປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນ ກອງບັນຊາການທະຫານສູງສຸດ ໄດ້ມີການຊີ້ນຳໃຫ້ກອງຮ້ອຍສື່ສານ 200 ປັບປຸງການຈັດຕັ້ງໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນກວ່າເກົ່າ ໂດຍໄດ້ເພີ່ມຈຳນວນພົນຂຶ້ນເປັນ 80 ກວ່າສະຫາຍ ເພື່ອແນໃສ່ຮັບປະກັນການຕິດຕໍ່ສື່ສານຮັບໃຊ້ຂັ້ນເທິງໃຫ້ໄດ້ຢ່າງກວ້າງຂວາງ, ທົ່ວເຖິງແລະ ປອດໄພ. ພ້ອມດຽວກັນນັ້ນ, ມາເຖິງວັນທີ 2 ກັນຍາ 1955 ສູນກາງໄດ້ຈັດຕັ້ງເປີດໂຮງຮຽນສື່ສານ ຢູ່ທີ່ເມືອງໂສຍ ແຂວງຫົວພັນ ແລະ ໄດ້ຈັດຕັ້ງການຮຽນ-ການສອນວິຊາສະເພາະສື່ສານ ຊຸດທີ 1 ຂຶ້ນ ເຊິ່ງມີນັກຮຽນເຂົ້າອົບຮົມ ທັງໝົດ 27 ສະຫາຍ, ມາເຖິງໄລຍະນີ້ວຽກງານຕິດຕໍ່ສື່ສານໃນກອງທັບ ໄດ້ເລີ່ມມີການຕິດຕໍ່ທາງໂທລະເລກ, ໂທລະສັບ ແລະ ໂຟນີ ພ້ອມທັງມີນັກສ້ອມແປງສື່ສານ ເພີ່ມຂຶ້ນຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ.
ໂດຍອີງໃສ່ສະພາບການອັນຮີບດ່ວນ ເພື່ອຮັບປະກັນໃຫ້ການເຈລະຈາກັບຝ່າຍລາຊະອານາຈັກຢູ່ວຽງຈັນ, ໃນວັນທີ 2 ເມສາ 1956 ກອງບັນຊາການທະ
ຫານສູງສຸດ ຈິ່ງໄດ້ປະກາດສ້າງຕັ້ງກອງຮ້ອຍສື່ສານຂຶ້ນ1 ກອງຮ້ອຍ ໂດຍມີຊື່ວ່າ: ກອງຮ້ອຍສື່ສານ 26 ປະຈຳສຳນັກງານສູນກາງ ແລະ ກອງບັນຊາການທະ
ຫານສູງສຸດ ມີໜ້າທີ່ຮັບໃຊ້ການຕິດຕໍ່ລະຫວ່າງສູນກາງ ກັບຄະນະເຈລະຈາຢູ່ວຽງຈັນ ເຊິ່ງໄດ້ປະກອບໂທລະສັບ ແລະ ຕິດຕໍ່ທາງຕີນ. ພາຫານະປະກອບໃນເວ
ລານັ້ນ ມີຈັກໂທລະເລກຊະນິດ 694 ແລະ ຈັກໂທລະສັບ EA-68. ມາເຖິງປີ 1961 ກອງກຳລັງປະຕິວັດໄດ້ ເປີດສາກບຸກໂຈມຕີສັດຕູຢ່າງໜັກ ເຂົ້າເຂດຊຽງຂວາງ, ເພື່ອເຮັດໃຫ້ຊຽງຂວາງໄດ້ຮັບການປົດປ່ອຍ ແລະ ສ້າງໃຫ້ເປັນຖານທີ່ໝັ້ນຂອງການປະຕິວັດ.
ຢືນຢູ່ຕໍ່ໜ້າສະພາບການດັ່ງກ່າວ, ກອງບັນຊາການສູງສູດໄດ້ປະກາດສ້າງຕັ້ງກອງຮ້ອຍ 114 ສື່ສານທະຫານເຂດຊຽງຂວາງຂຶ້ນ. ເພື່ອຮັບປະກັນການຕິດຕໍ່ສື່
ສານຮັບໃຊ້ດ້ານຮົບເຂດດັ່ງກ່າວ ເຊິ່ງໄດ້ຄຽງບ່າຄຽງໄຫຼ່ກັບບັນດາສະຫາຍເຫຼົ່າຮົບຕ່າງໆໃນການບຸກຕີສັດຕູຢູ່ທິດທ່າໂທມ, ທ່າວຽງ, ປົດປ່ອຍເມືອງແທ້, ສັນ
ຈໍ່, ພູຊັນ, ພູແຄ, ພູກະບໍ້ ແລະ ຈຸດຕ່າງໆໃນທິດເໜືອ. ພ້ອມດຽວກັນ
ນັ້ນ, ອີກພາກສ່ວນໜຶ່ງຂອງກອງຮ້ອຍ 114 ກໍໄດ້ໄປຮັບໃຊ້ໃຫ້ກອງພັນ701, ກອງພັນທີ 2, ກອງຮ້ອຍທ້ອງຖິ່ນແຂວງອຸດົມໄຊ, ຫຼວງນ້ຳທາ, ຜົ້ງສາລີ ເພື່ອສະກັດລັດຕີສັດຕູຢູ່ເຂດຈອມວັນ, ຢາງເຕີຍ, ພູສາມຍອດ, ເມືອງລອງ, ເມືອງສິງ, ຊຽງກົກ ຈົນກ້າວໄປເຖິງການປົດປ່ອຍຫຼວງນໍ້າທາ ແລະ ທິດເໜືອຂອງແຂວງຫຼວງພະບາງໃນລະດູແລ້ງປີ 1961.
ໃນສະພາບການສູ້ຮົບທີ່ດຸເດືອດຂ້ຽວຂາດ ແລະ ມີຄວາມຮຽກຮ້ອງຕ້ອງການສູງນັ້ນ, ໃນຊຸມປີ 1962-1972 ຂະແໜງການສື່ສານ ຢູ່ບັນດາກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ ໄດ້ຮັບການສ້າງຕັ້ງຂຶ້ນຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ. ໃນນັ້ນ, ເດືອນ ຕຸລາ ປີ 1962 ກອງບັນຊາການທະຫານສູງສຸດ ໄດ້ຈັດຕັ້ງພະແນກໄປສະນີ, ໂທລະເລກ ຂອງສູນກາງ ແລະ ກອງບັນຊາການທະຫານສູງສຸດຂຶ້ນ ຢູ່ທີ່ບ້ານນາໄກ່ ເມືອງວຽງໄຊ ແຂວງຫົວພັນ. ພ້ອມດຽວກັນນັ້ນ, ກໍໄດ້ມີການຈັດຕັ້ງເປັນຈຸ, ໝູ່, ໝວດ, ຂະແໜງ, ພະແນກສື່ສານຢູ່ບັນດາກອງພັນ, ກອງຮ້ອຍ ແລະ ເຂດແຂວງ ເພື່ອເຮັດໜ້າທີ່ ຮັບປະກັນການຕິດຕໍ່ສື່ສານ ໃນແຕ່ລະຂົງ
ເຂດບັນຊາ ໃຫ້ມີຄຸນນະພາບສູງ. ໃນຂະນະດຽວກັນນັ້ນ, ທ່າມກາງສົງຄາມທາງອາກາດທີ່ເພີ່ມທະວີຄວາມຮຸນແຮງສູ່ລະດັບສູງ ພວກຈັກກະພັດໄດ້ຖິ້ມລະເບີດທັງເວັນ ແລະ ຄືນ, ເພື່ອຮັກສາຄວາມປອດໄພຕໍ່ຊີວິດ ແລະ ພາຫະນະສື່ສານ
ສູນກາງກອງບັນຊາການທະຫານສູງສຸດ ຈິ່ງໄດ້ຈັດວາງກຳລັງໄວ້ຢູ່ໃນຖ້ຳແຫ່ງຕ່າງໆ ໃນເຂດເມືອງວຽງໄຊ, ໃນນີ້, ຖ້ຳສູນບັນຊາສື່ສານ ແມ່ນຕັ້ງຢູ່ໃນກຸ່ມຖ້ຳຊ້າງລອດ ໃກ້ກັບຖ້ຳກອງບັນຊາການທະຫານສູງສຸດ ເພື່ອເຮັດໜ້າທີ່ຮັບໃຊ້ຕິດຕໍ່ສື່ສານ ໂດຍໄດ້ຈັດຕັ້ງກຳລັງເປັນ 1 ກອງຮ້ອຍ ໃສ່ຊື່ວ່າກອງຮ້ອຍ 102-E ມີ 5 ໝວດ
ວິຊາສະເພາະ ໂດຍໄດ້ສຸມໃສ່ຮັບປະກັນການຕິດຕໍ່ສື່ສານໃຫ້ມີຄວາມປອດໄພທັນເວລາ, ມີການຜັດປ່ຽນກັນທັງເວັນ ແລະ ຄືນ ໂດຍສະເພາະແມ່ນໄລຍະປີ 1971-1975 ເຊິ່ງເປັນໄລຍະການຢຸດຍິງແລະ ກະກຽມໃຫ້ແກ່ການຍຶດອຳນາດໃນທົ່ວປະເທດ. ໄປພ້ອມໆກັນນັ້ນ, ທຸກກົມກອງສື່ສານກໍໄດ້ເປັນເຈົ້າການໃນການປະຕິບັດໜ້າທີ່ຂອງຕົນຢ່າງບໍ່ຮູ້ອິດເມື່ອຍ, ສືບຕໍ່ດຳເນີນການເຄື່ອນໄຫວຈົນສາມາດເຮັດລ້ອນໜ້າທີ່ພາລະກຳປະຫວັດສາດ ຍາດເອົາເອກະລາດມາໄດ້ຢ່າງສົມບູນ.
ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍໃນ ວັນທີ 2 ທັນວາ ປີ 1975 ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງກອງທັບ ກໍຄືການປະຕິວັດໃນໄລຍະໃໝ່ ເຫຼົ່າຮົບສື່ສານກໍໄດ້ຮັບການປັບປຸງໃຫ້ເຕີບໃຫຍ່ເຂັ້ມແຂງໃນຫຼາຍດ້ານ, ຢູ່ຂັ້ນສູນກາງໄດ້ປະກາດສ້າງຕັ້ງກອງພັນສື່ສານ 221 ຂຶ້ນຢ່າງເປັນທາງການ
ໃນວັນທີ 15 ພະຈິກ 1975 ເຊິ່ງຖືໄດ້ວ່າເປັນກອງພັນສື່ສານກອງທຳອິດຂອງກອງທັບປົດປ່ອຍປະຊາຊົນລາວ ຈົນມາຮອດປີ 1978 ຈິ່ງໄດ້ປ່ຽນຊື່ມາເປັນກອງ
ພັນ 224, ຮອດປີ 1978 ພະແນກສື່ສານກອງບັນຊາການທະຫານສູງສຸດ ໄດ້ປ່ຽນຊື່ມາເປັນຫ້ອງການສື່ສານ ທີ່ຂຶ້ນກັບກົມໃຫຍ່ເສນາທິການກອງທັບ ແລະ ໄດ້ປ່ຽນຊື່ມາເປັນກົມສື່ສານໃນປີ 1980.
ໃນຊຸມປີ 1981-1985 ວຽກງານເຕັກນິກຮັບປະກັນການຕິດຕໍ່ສື່ສານຂັ້ນຍຸດທະສາດ ກໍໄດ້ຮັບການສ້າງຕັ້ງຂຶ້ນໃໝ່ຢູ່ຂັ້ນກະຊວງ ແລະ ທ້ອງຖິ່ນ ຈຳນວນ 5 ສູນ ເອີ້ນວ່າສູນຮັບ-ສົ່ງສື່ສານ. ພ້ອມນັ້ນ, ກໍໄດ້ປັບປຸງ ແລະ ຕິດຕັ້ງ
ຂະຫຍາຍລະບົບສູນກາງໂທລະສັບ, ຮັບ-ສົ່ງໂທລະເລກ ແລະ ໂຟນີ ດ້ວຍເຄື່ອງຈັກ P-140 ແລະ ຈັກສົ່ງຕໍ່ເລີແລ P-405, ໃນໄລຍະດຽວກັນນັ້ນ ກໍໄດ້ປັບປຸງໂຮງຮຽນ 204 ທີ່ປ່ຽນຊື່ມາຈາກໂຮງຮຽນ 104 ໃນເມື່ອກ່ອນໃຫ້ເປັນໂຮງຮຽນເຕັມລະບົບຄົບຊຸດ ເພື່ອຊ່ວຍຊຸບຫຼໍ່ກໍ່ສ້າງພະນັກງານ-ນັກຮົບ ສະໜອງໃຫ້ແກ່ກົມກອງເຫຼົ່າຮົບຂອງຕົນ.
ໂດຍປະຕິບັດຕາມແນວທາງປ່ຽນແປງໃໝ່ຂອງພັກ, ໂດຍສະເພາະວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ເຫຼົ່າຮົບສື່ສານໄດ້
ເພີ່ມທະວີບົດບາດການນຳພາ ເຂົ້າໃນທຸກຂົງເຂດວຽກງານສື່ສານ, ສ້າງໃຫ້ເຫຼົ່າຮົບຂອງຕົນກ້າວເຂົ້າສູ່ບາດລ້ຽວໃໝ່ໃນຫຼາຍດ້ານ, ໃນນັ້ນ, ທົ່ວກຳລັງຫຼວງກໍໄດ້ປະກາດສ້າງຕັ້ງກອງພັນສື່ສານຂຶ້ນຕື່ມ 14 ກອງພັນ, ກອງຮ້ອຍເອກະລາດ 28 ກອງຮ້ອຍແລະ ຢູ່ຂັ້ນທ້ອງຖິ່ນກໍໄດ້ສ້າງຕັ້ງເປັນພະແນກ, ຂະແໜງການສື່ສານ ລວມໄປເຖິງກົມກອງທະຫານຮາບກໍໄດ້ຈັດຕັ້ງເປັນໝູ່ສື່ສານຢ່າງເປັນລະບົບ, ມີການປະກອບພາຫະນະຄົບຖ້ວນທັງກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ ເຊິ່ງສາມາດຮັບປະກັນການຕິດຕໍ່ສື່ສານໃຫ້ແກ່ວຽກງານກຽມພ້ອມສູ້ຮົບ ແລະ ສູ້ຮົບໄດ້ຮັບໄຊ
ຊະນະ, ໂດຍສະເພາະໃນບັ້ນຮົບສາມໝູ່ບ້ານ ແລະ ບັ້ນຮົບບໍ່ແຕນແຂວງໄຊຍະບູລີປີ 1987-1988 ວຽກງານຕິດຕໍ່ສື່ສານ ໄດ້ຮັບປະກັນໃຫ້ແກ່ການສູ້ຮົບໃນບັ້ນຮົບດັ່ງກ່າວຕີເອົາຊະນະສັດຕູ ທີ່ຫວັງບຽດຍຶດດິນແດນໃຫ້ປະລາໄຊລົງຢ່າງເຈັບແສບ.
ໄປພ້ອມກັບການເຕີບໃຫຍ່ຂະຫຍາຍຕົວທາງດ້ານເຕັກໂນໂລຊີຂໍ້ມູນຂ່າວສານຂອງໂລກ, ວຽກງານຮັບປະກັນການຕິດຕໍ່ສື່ສານໃນກອງທັບ ກໍໄດ້ຮັບການ
ປັບປຸງໃຫ້ເຂັ້ມແຂງຂຶ້ນເປັນກ້າວໆ ໂດຍໄດ້ຍົກລະດັບໂຮງຮຽນສື່ສານຊັ້ນຕົ້ນຂຶ້ນເປັນຊັ້ນກາງ, ຍົກລະດັບກອງພັນ 201 ມາເປັນໂຮງງານສ້ອມແປງສື່ສານ 209 ແລະ ໄດ້ຈັດຕັ້ງການເຝິກອົບຮົມເຕັກນິກ, ການນຳໃຊ້ເຄື່ອງຈັກຊະນິດໃໝ່ ແລະ ທັນສະໄໝກວ່າເກົ່າ, ພ້ອມດຽວກັນນັ້ນ ລັດຖະບານ ກໍຄືກະຊວງປ້ອງກັນປະເທດ ໄດ້ຕົກລົງສ້າງຕັ້ງໂຄງການສື່ສານຮັບໃຊ້ການນຳ ແລະ ວຽກງານ ປກຊ-ປກສ ຂຶ້ນໃນປີ 2001 ເພື່ອນຳເອົາລະບົບສື່ສານທີ່ທັນສະໄໝເປັນຕົ້ນ: ລະບົບໂທລະສັບຕັ້ງໂຕະແບບໂອໂຕມາຕິກ, ໂທລະສັບມືຖື, ອິນເຕີເນັດ ແລະ ລະບົບໄອທີຕ່າງໆເຂົ້າມານຳໃຊ້ແລະ ກໍໄດ້ສ້າງຕັ້ງບໍລິສັດລາວເອເຊຍໂທລະຄົມ, ບໍລິສັດລັດສະ
ກາຍໂທລະຄົມ ເພື່ອເປັນທ່າແຮງໃນການບໍລິການທາງດ້ານໂທລະຄົມ. ນອກຈາກນັ້ນ, ກໍໄດ້ດຳເນີນການກໍ່ສ້າງ ແລະ ຂະຫຍາຍສູນການຮັບ-ສົ່ງສັນຍານດາວທຽມເຊື່ອມຕໍ່ບັນດາແຂວງ, ລະບົບສາຍແກ້ວໄຍແສງຍຸດທະສາດລະບົບໃຕ້ດິນ ໄດ້ຮັບການຕິດຕັ້ງຢ່າງເປັນລະບົບຄົບຊຸດ ໂດຍໄດ້ເລີ່ມຕິດຕັ້ງແຕ່ຕົ້ນປີ 2009 ແລະ ຕິດຕັ້ງສຳເລັດໃນປີ 2014 ເຊິ່ງເປັນລະບົບສື່ສານຍຸກໃໝ່ທີ່ທັນສະໄໝ ໃນຂັ້ນຍຸດທະສາດການທະຫານຂອງກອງທັບ ທີ່ສາມາດເຊື່ອມໂຍງໄດ້ 17 ແຂວງ, 95 ຕົວເມືອງ ກັບນະຄອນຫຼວງວຽງຈັນ, ໃນກຳລັງປ້ອງກັນຊາດເຊື່ອມຕໍ່ໄດ້ 5 ກອງພົນ, 18 ກອງບັນຊາການທະຫານແຂວງ, 24 ກອງພັນໃຫຍ່ ແລະ 5 ປະເທດໃກ້ຄຽງ. ຈາກສະພາບການ ແລະ ເງື່ອນໄຂຄືດັ່ງກ່າວ, ລະບົບການຕິດຕໍ່ສື່ສານຂອງປະເທດ ເວົ້າລວມ, ເວົ້າສະເພາະກໍແມ່ນລະບົບສື່ສານໃນກອງທັບ ຈຶ່ງໄດ້ມີການຂະຫຍາຍຕົວອອກຢ່າງກວ້າງຂວາງ ສາມາດຕິດຕໍ່ພົວພັນໄດ້ທົ່ວເຖິງທັງພາຍໃນ ແລະ ອອກສູ່ສາກົນ.
ບົນຍ່ານທາງ 68 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວໃນແຕ່ລະໄລຍະຂອງເຫຼົ່າຮົບສື່ສານ ໄດ້ຜ່ານຜ່າຄວາມຫຍຸ້ງຍາກນາໆປະການ, ສາມາດສ້າງໄດ້ຜົນງານ, ວິລະກຳອັນໂດດເດັ່ນ ແລະ ໄດ້ຊຸບຫຼໍ່ພະນັກງານ-ນັກຮົບສື່
ສານ ຈົນກາຍເປັນວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ ແລະ ນັກຮົບສາມເກັ່ງຫຼາຍສະຫາຍຈາກຜົນງານໄຊຊະນະດັ່ງກ່າວທົ່ວເຫຼົ່າຮົບສື່ສານໄດ້ຮັບການຍ້ອງຍໍສັນລະເສີນຈາກພັກ-ລັດຖະບານຢ່າງສົມກຽດດ້ວຍນາມມະຍົດ, ຫຼຽນໄຊ, ຫຼຽນກາ ແລະ ໃບຍ້ອງຍໍປະເພດຕ່າງໆ ດັ່ງນີ້: ກົມກອງວິລະຊົນຈຳນວນ 2 ກົມກອງຄື: ກອງຮ້ອຍ 114 ສື່ສານທະຫານເຂດຊຽງຂວາງ ແລະ ກອງພັນ 224, ນັກຮົບວິລະຊົນແຫ່ງຊາດຈຳນວນ 2 ສະຫາຍຄື: ສະຫາຍ ພັນຕີ ບົວລອຍ (ນັກສາຍໂທລະ
ເລກສຽງມ໋ອກປະຈໍາພູກູດຊຽງຂວາງ) ແລະ ສະຫາຍ ພົນຈັດຕະວາ ແສງຍືນ ລັດສະໝີ (ນັກສາຍໂທລະສັບບັ້ນຮົບບໍ່ແຕນແຂວງໄຊຍະບູລີ), ນັກຮົບແຂ່ງ
ຂັນຈຳນວນ 3 ສະຫາຍຄື: ສະຫາຍຄຳຜອຍ, ສະຫາຍ ຈັນທາ ແລະ ສະຫາຍ ສີນວນ, ນັກຮົບສາມເກັ່ງທົ່ວເຫຼົ່າຮົບຈຳນວນ 16 ສະຫາຍ, ໄດ້ຮັບທຸງໄຊ 5 ຜືນ ( ໃນນັ້ນ ສື່ສານກອງທັບປະຊາຊົນຫວຽດນາມມອບໃຫ້ 1 ຜືນ), ສ້າງໄດ້ກອງຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ 25 ຫົວໜ່ວຍກົມກອງ, ກົມກອງລວມໝູ່ ແລະ ບຸກຄົນໄດ້ຮັບການຍ້ອງຍໍຈາກພັກ-ລັດຖະບານມີຈຳນວນຫຼວງຫຼາຍ.
ໂດຍ: ນ. ຍ້ອມເພັດ ວິໄລພັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ