
ປະກາດຮັບຮອງເອົາສວນວັດທະນະທຳຊຽງຄວນ ເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ
ເວລາອອກຂ່າວ: 2022-12-26 08:21:46 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 379586390 | ຄວາມນິຍົມ:
ພິທີປະກາດຮັບຮອງເອົາສວນວັດທະນະທຳຊຽງຄວນເປັນ ມໍລະດົກແຫ່ງຊາດລະດັບທ້ອງ ຖິ່ນທາງດ້ານວັດທະນະທຳແຫ່ງທີ 1 ຂອງນະຄອນຫຼວງວຽງຈັນ ແລະ ເປີດນຳໃຊ້ປະຕູໂຂງໃຫຍ່ ຈັດຂຶ້ນໃນຕອນເຊົ້າວັນທີ 22 ທັນ ວາ 2022 ທີ່ສວນວັດທະນະທຳຊຽງຄວນ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ, ໂດຍມີ
ທ່ານ ວັນສີ ກົວມົວ ຮອງລັດ ຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ,
ທ່ານ ຖະໜອມ ທຳທອງ ປະ ທານແນວລາວສ້າງຊາດນະ ຄອນຫຼວງວຽງຈັນ, ທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າ ພະແນກຖະແຫຼງຂ່າວ, ວັດທະ
ນະທຳ ແລະ ທ່ອງທ່ຽວນະຄອນ ຫຼວງ, ພ້ອມດ້ວຍເຈົ້າເມືອງ ເມືອງຫາດຊາຍຟອງ, ຜູ້ສຳປະ ທານສວນວັດທະນະທຳຊຽງຄວນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ແກ້ວວິໄລສັກ ແສນສັກ ດາ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວນະຄອນຫຼວງກ່າວວ່າ: ມໍ ລະດົກວັດທະນະທຳແມ່ນຊັບສົມ ບັດອັນລໍ້າຄ່າທີ່ບັນພະບຸລຸດໄດ້ ສ້າງໄວ້ ເຊິ່ງປ່ຽມລົ້ນໄປດ້ວຍຄຸນຄ່າວັດທະນະທຳອັນໂດດເດັ່ນເພື່ອສ່ອງແສງໃຫ້ເຫັນຄວາມເປັນເອກະລັກຂອງຊາດລາວຂອງປະຊາຊົນບັນດາເຜົ່າ, ການ ອະນຸລັກ ແລະ ສົ່ງເສີມຄຸນຄ່າ
ມໍລະດົກວັດທະນະທຳໄດ້ກາຍ ເປັນໜ້າທີ່ຍຸດທະສາດທີ່ບັນດາປະເທດໃນທົ່ວໂລກກຳລັງສຸມໃສ່ຈັດຕັ້ງຜັນຂະຫຍາຍຕາມສົນ ທິສັນຍາຂອງອົງການ ຢູເນສໂກ
ກ່ຽວກັບການຄຸ້ມຄອງ ແລະ ນຳ ໃຊ້ຄຸນຄ່າມໍລະດົກຕາມທິດຍືນຍົງຢູ່ໃນມະຕິຂອງວຽກງານວັດ
ທະນະທຳໃນໄລຍະໃໝ່ ເຊິ່ງພັກໄດ້ກຳນົດແຈ້ງກ່ຽວກັບໜ້າທີ່ໃນ
ການອະນຸລັກ ແລະ ສົ່ງເສີມຄຸນ ຄ່າມໍລະດົກຂອງຊາດ ແລະ ລັດ ຖະບານໄດ້ມີການຜັນຂະຫຍາຍ ໃນກົດໝາຍ ວ່າດ້ວຍມໍລະດົກແຫ່ງຊາດ ສະບັບເລກທີ 11/ສພຊ
ເປັນຕົ້ນແມ່ນວຽກງານຂຶ້ນທະ ບຽນມໍລະດົກແຫ່ງຊາດທີ່ກຳນົດໄວ້ໃນມາດຕາ 29 ສະບັບປັບ ປຸງ.
ທ່ານ ນາງ ສ້ອຍສຸດາ ອິນເມືອງໄຊ ຜູ້ສຳປະທານສວນວັດ ທະນະທຳຊຽງຄວນກ່າວວ່າ: ສວນວັດທະນະທຳຊຽງຄວນຕັ້ງ ຢູ່ດ້ານໃຕ້ຂອງບ້ານທ່າເດື່ອ, ທິດເໜືອຕິດກັບບ້ານຖິ່ນຕົມ, ທິດໃຕ້ຕິດກັບບ້ານໜອງແປນເໜືອ ເມືອງຫາດຊາຍຟອງ ຫ່າງຈາກຂົວມິດຕະພາບ ລາວ-ໄທ 7,3 ກິໂລແມັດ, ສ້າງຕັ້ງຂຶ້ນໃນປີ 1958 ໂດຍການປຸກລະດົມຂົນຂວາຍສັດທາສ້າງອອກແບບ ນຳພາໂດຍ ພໍ່ຂາວບຸນເຫຼືອ ສຸລິລັດ ຫຼື ປູ່ເຫຼືອ ໃຊ້ເວລາສ້າງເປັນເວລາ 10 ປີຈຶ່ງສຳເລັດ. ມາຮອດປີ 2017 ບໍລິສັດໄດ້ສຳປະທານສວນວັດທະນະທຳແຫ່ງນີ້ນຳອົງການປົກຄອງເມືອງຫາດຊາຍຟອງ ໃນວັນທີ 24 ສິງຫາ 2017 ໃນເນື້ອທີ 21.000 ຕາ
ແມັດ ຈາກນັ້ນໄດ້ຜ່ານເນື້ອໃນ ການອອກແບບໂດຍຜ່ານກົມມໍ ລະດົກ ພະແນກຖະແຫຼງຂ່າວວັດ
ທະນະທຳ ແລະ ທ່ອງທ່ຽວນະ ຄອນຫຼວງ ແລະ ຫ້ອງການວັດ ທະນະທຳເມືອງຫາດຊາຍຟອງຕາມຂັ້ນຕອນຂອງກົດໝາຍ.
ການສະເຫຼີມສະຫຼອງພິທີປະ ກາດຮັບຮອງເອົາສວນວັດທະນະ ທຳຊຽງຄວນເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນທາງດ້ານວັດທະນະທຳແຫ່ງທີ 1 ຂອງນະ
ຄອນຫຼວງວຽງຈັນ ແລະ ເປີດ
ນຳໃຊ້ປະຕູໂຂງໃຫຍ່ໃນຄັ້ງນີ້, ໄດ້
ຈັດຫຼາຍກິດຈະກຳເປັນຕົ້ນ: ຕອນ
ເຊົ້າມີພິທີໃສ່ບາດຖວາຍສັງຄະທານ, ການຕັດແຖບຜ້າ ພ້ອມທັງ
ລັ່ນຄ້ອງ 9 ບາດເພື່ອເປັນສິລິ ມຸງຄຸນ ຈາກທ່ານຮອງລັດຖະມົນ ຕີກະຊວງຖະແຫຼງຂ່າວວັດທະ ນະທຳ ແລະ ທ່ອງທ່ຽວ, ຈາກນັ້ນໄດ້ມີຂະບວນແຫ່ໃບຢັ້ງຢືນ ແລະ ທ່ຽວຊົມສະຖານທີ່ວັດທະນະ ທຳຊຽງຄວນ, ພິທີບາສີສູ່ຂວັນ, ຊົມການສະແດງສິລະປະ-ວັນ ນະຄະດີຈາກໂຮງຮຽນແຫ່ງຕ່າງໆລວມທັງນັກຮ້ອງທີ່ມີສື່ສຽງຂອງລາວ ແລະ ອື່ນໆ.
ໂດຍ: ບຸນຊ້ອຍ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ