ພິທີຮັບກອງພັນ 433 ເປັນກົມກອງວັດທະນະທະ
ເວລາອອກຂ່າວ: 2019-02-26 08:44:21 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 498 | ຄວາມນິຍົມ:
ໃນວັນທີ 22 ກຸມພາ 2019 ນີ້, ກອງພັນ 433 ທີ່ຂຶ້ນກົມ 213
ໄດ້ຈັດຕັ້ງພິທີຮັບຮອງເປັນກົມ
ກອງວັດທະນະທຳ ໂດຍການເປັນ ປະທານຂອງ ສະຫາຍ ພົນຕີ ປອ ທອງວັນ ຈັນທະວົງ ເລຂາ
ຄະນະພັກອົງການກົມ, ຫົວຫນ້າ
ກົມ 213, ມີຕາງໜ້າຄະນະ ກຳມະການປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບສູນກາງ, ຄະ ນະພັກ-ຄະນະບັນຊາກົມ 213ແລະ ກອງພັນ 433, ພະນັກງານ-
ນັກຮົບ, ຄະນະຜູ້ແທນຈາກບັນ ດາກົມກອງ, ອໍານາດການປົກ
ຄອງ, ພໍ່ແມ່ປະຊາຊົນບ້ານອ້ອມ
ຂ້າງ, ຕະຫຼອດຮອດນ້ອງນ້ອຍ
ເຍົາວະຊົນເຂົ້າມາຮ່ວມ.
ສະຫາຍ ພັນໂທ ໄຂ່ກາ ໄຊຍະ ສານ ເລຂາຄະນະພັກຮາກຖານ, ຫົວຫນ້າການເມືອງກອງພັນ 433 ຂຶ້ນຜ່ານບົດລາຍງານ ຜົນສຳເລັດການສ້າງກອງວັດ ທະນະທຳ-ນັກຮົບວັດທະນະ
ທໍາ ໂດຍອີງຕາມ ຂໍ້ກໍານົດຂອງກະ
ຊວງປ້ອງກັນປະເທດວ່າດ້ວຍ ຂອບເຂດສິດໃນການກວດກາຮັບ
ຮອງ ແລະ ຢັ້ງຢືນກົມກອງວັດ ທະນະທໍາ-ນັກຮົບວັດທະນະທໍາ ຢູ່ໃນທົ່ວກອງທັບປະຊາຊົນລາວ,
ຕາມຄໍາສັ່ງແນະນໍາຂອງກົມໃຫຍ່ ການເມືອງກອງທັບ ວ່າດ້ວຍການ ກວດກາຕີລາຄາຄັດເລືອກ ແລະ ແບ່ງປະເພດກອງວັດທະນະທໍາ-ນັກຮົບວັດທະນະທໍາໃນກອງທັບ ປະຊາຊົນລາວ ແລະ ອີງໃສ່ຜົນ ຂອງການກວດກາຕີລາຄາຈັດ
ແບ່ງປະເພດກົມກອງວັດທະນະ ທໍາ-ນັກຮົບ ວັດທະນະທໍາຂອງ ບັນດາອະນຸກໍາມະການສ້າງກອງ ວັດທະນະທໍາ-ນັກຮົບວັດທະນະ ທໍາຢູ່ກົມ 213.
ຜ່ານການຈັດຕັ້ງປະຕິບັດ ຕົວຈິງຂອງກອງພັນ 433 ຄະ ນະພັກ-ຄະນະບັນຊາແຕ່ລະ ຂັ້ນໄດ້ຄົ້ນຄວ້າເຊື່ອມຊຶມບັນດາ ຂໍ້ກໍານົດ ແລະ ຄໍາສັ່ງແນະນໍາ ຕ່າງໆຂອງຂັ້ນເທິງ ໂດຍສະ
ເພາະແມ່ນຄໍາສັ່ງແນະນໍາກ່ຽວ ກັບການປັບປຸງກໍ່ສ້າງກອງວັດ ທະນະທໍາ-ນັກຮົບວັດທະນະທໍາ ຢ່າງເລິກເຊິ່ງ, ໄດ້ແຕ່ງຕັ້ງບັນ
ດາອະນຸກໍາມະການ ແລະ ຄະນະ ພັກຮັບຜິດຊອບວຽກງານຂະ
ບວນການຕ່າງໆ ທັງມອບຫມາຍ
ຫນ້າທີ່ໃຫ້ບຸກຄົນຮັບຜິດຊອບ ພ້ອມນັ້ນກໍໄດ້ລົງຊຸກຍູ້ກວດກາ, ຕີລາຄາ, ແບ່ງປະເພດກອງວັດ
ທະນະທໍາ-ນັກຮົບວັດທະນະທໍາ ຢູ່ພາຍໃນກົມກອງແລ້ວລາຍ ງານໃຫ້ຂັ້ນເທິງຖັດຕົນເປັນປະ ຈໍາ ໃນນີ້ທົ່ວກົມກອງຂອງພວກ ເຮົາມີນັກຮົບວັດທະນະທໍາ 233
ສະຫາຍ, ນັກຮົບແຂງ 16 ສະຫາຍ
ເຊິ່ງໃນນີ້ຢູ່ກອງຮ້ອຍທີ 1 ມີຈໍາ ນວນນັກຮົບວັດທະນະທໍາ 57 ສະ
ຫາຍ, ນັກຮົບແຂງ 5 ສະຫາຍ,
ກອງຮ້ອຍທີ 2 ມີຈໍານວນນັກ ຮົບວັດທະນະທໍາ 61 ສະຫາຍ,
ມີນັກຮົບແຂງ 2 ສະຫາຍ, ກອງ
ຮ້ອຍທີ 3 ມີນັກຮົບວັດທະນະທໍາ 63 ສະຫາຍ, ນັກຮົບແຂງ 4 ສະ
ຫາຍ, ຫມວດສໍານັກງານກອງ ພັນ 433 ມີຈໍານວນນັກຮົບວັດ ທະນະທໍາ 52 ສະຫາຍນັກຮົບ
ແຂງ 5 ສະຫາຍຜ່ານມາດຖານ ຄືດັ່ງກ່າວຈຶ່ງເຮັດໃຫ້ກອງພັນ 433 ບັນລຸໄດ້ຕາມຄາດໝາຍ ແລະ ໄດ້ຖືກຮັບຮອງເປັນກອງ
ວັດທະນະທຳ ແລະ ໄດ້ຖືກຮັບ ຮອງເປັນກອງວັດທະນະທຳ ແລະ
ຈັດພິທີຮັບຮອງຢ່າງເປັນທາງ
ການ ແລະ ໄດ້ຈັດພິທີມອບໃບ
ຢັ້ງຢືນກົມກອງວັດທະນະທຳ
ໃຫ້ແກ່ກອງພັນ 433, ກອງຮ້ອຍ
ທີ 1, ກອງຮ້ອຍທີ 2, ກອງຮ້ອຍທີ 3, ຫມວດສໍານັກງານກອງພັນ 433 ຢ່າງສົມກຽດ.
ໂດຍ: ອາຫວຸ້ນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ