ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 07 ກຸມພາ 2025

  

ໂຮງຮຽນເຫຼົ່າຮົບສືສານ 205 ສະຫຼຸບວຽກງານປະຈຳປີ 2018
ເວລາອອກຂ່າວ: 2019-02-26 08:45:51 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 557 | ຄວາມນິຍົມ:



ໃນວັນທີ 21 ກຸມພາ 2019 ນີ້, ໂຮງຮຽນເຫົ່ຼາຮົບສື່ສານ 205 ໄດ້ເປີດກອງປະຊຸມສະຫຼຸບວຽກ ງານຮອບດ້ານປະຈຳປີ 2018 ແລະ ວາງທິດທາງແຜນການ ປີ 2019 ຂຶ້ນ ໂດຍພາຍໃຕ້ການເປັນ ປະທານຂອງສະຫາຍ ພົນຕີ ສີດາ ລໍ່ ຈົ່ງເຕັ່ງເຈຍຊ້າ ຮອງຫົວໜ້າກົມ ໃຫຍ່ເສນາທິການກອງທັບ, ມີສະ ຫາຍ ພົນຈັດຕະວາ ຄຳຄິດ ໄຊສົງ ຄາມ ຫົວໜ້າກົມສື່ສານ ກົມໃຫຍ່ ເສນາທິການກອງທັບ ພ້ອມຄະນະ ພັກ-ຄະນະບັນຊາ, ພະແນກການ, ພະນັກງານ-ນັກຮົບ ແລະ ແຂກ ຖືກເຊີນເຂົ້າຮ່ວມ. ສະຫາຍ ພັນໂທ ຂັນທອງ ຫຼ່ຽມວົງຄຳ ຫົວໜ້າການເມືອງ ໂຮງຮຽນເຫຼົ່າຮົບສື່ສານ 205 ໄດ້ຂຶ້ນຜ່ານບົດສະຫຼຸບວຽກ ງານການນຳພາໃນໄລຍະຜ່ານ ມາ ເຊິ່ງຄະນະພັກ-ຄະນະບັນຊາ ໄດ້ສຸມໃສ່ຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງ X ຂອງ ພັກ, ກໍຄືມະຕິກອງປະຊຸມໃຫຍ່ຄັ້ງ ທີ V ຂອງອົງຄະນະພັກກະຊວງ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງ ປ້ອງກັນປະເທດວາງອອກໃຫ້ມີ ຜົນສຳເລັດ, ເອົາໃຈໃສ່ຊີ້ນຳວຽກ ງານສຶກສາອົບຮົມການເມືອງ, ແນວຄິດໃຫ້ພະນັກງານ-ນັກຮົບ ໃຫ້ມີແນວຄິດອຸ່ນອຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນຳພາຂອງພັກ- ລັດ, ປະຕິບັດຂໍ້ກຳນົດ 7 ລະບອບ 18 ວຽກຂອງກອງທັບຢ່າງເຂັ້ມ ງວດ, ວຽກງານກໍ່ສ້າງຮາກຖານ ການເມືອງແມ່ນໄດ້ກະຕຸຸກຊຸກຍູ້ ພະນັກງານ-ນັກຮົບລົງໃກ້ຊິດ ຕິດແທດກັບເຂດບ້ານອ້ອມຂ້າງ ປະສານສົມທົບແໜ້ນກັບອຳນາດ ການປົກຄອງທ້ອງຖິ່ນ, ວຽກ ງານກໍ່ສ້າງພັກໄດ້ເອົາໃຈໃສ່ກໍ່ ສ້າງພັກໃຫ້ເຂັ້ມແຂງທັງ 4 ດ້ານ, ດ້ານການເມືອງ, ແນວຄິດ, ການ ຈັດຕັ້ງ ແລະ ແບບແຜນການນຳ ພາເຮັດໃຫ້ແບບແຜນການນຳພາ ມີຄວາມສອດຄ່ອງກັບເງື່ອນໄຂ ຕົວຈິງຂອງກົມກອງ ແລະ ໄດ້ສຳ ເລັດກອງປະຊຸມທັງ 3 ໄຕມາດ ແລະ ກອງປະຊຸມການສ້າງໜ່ວຍ ພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ສາມາດສ້າງໄດ້ສະມາຊິກພັກ ແຂງຮອບດ້ານກວມເອົາ 70%, ແຂງກວມເອົາ 25%, ຂະຫຍາຍ ມະຫາຊົນຜູ້ກ້າວໜ້າເຂົ້າພັກໄດ້ 40 ສະຫາຍ, ເລື່ອນສະມາຊິກ ສຳຮອງຂຶ້ນສົມບູນ 26 ສະຫາຍ, ວຽກງານພະນັກງານໄດ້ກໍ່ສ້າງ ພະນັກງານ 3 ຮຸ່ນ, ສືບທອດ ແລະ ປ່ຽນແທນ, ນອກນີ້ຍັງໄດ້ ເອົາໃຈໃສ່ຊີ້ນຳວຽກງານໂຄສະ ນາໃຫ້ມີບັນຍາກາດຟົດຟື້ນກວ້າງ ຂວາງ ໃນນີ້ໄດ້ຂຽນປ້າຍຄຳຂວັນ ຕ່າງໆໄດ້ 34 ຄັ້ງ, ສົ່ງໜັງສືພິມ ໄດ້ 1.320 ສະບັບ, ຂຽນຂ່າວ ສົ່ງໃຫ້ຂັ້ນເທິງ ແລະ ລົງຕິດກະ ດານຂ່າວຂອງກົມກອງປະເພດ ຂ່າວສັ້ນ, ເລື່ອງມ່ວນຊວນຫົວ ແລະ ອື່ນໆອີກ. ໂອກາດດັ່ງກ່າວຍັງໄດ້ຈັດຕັ້ງ ມອບການຍ້ອງຍໍຜົນງານ 5 ປີ ເນື່ອງໃນໂອກາດວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 70 ປີໃຫ້ແກ່ກົມກອງລວມໝູ່ ແລະ ບຸກຄົນທີ່ມີຜົນງານດີເດັ່ນ, ໃນນີ້ມີຫຼຽນໄຊອິດສະຫຼະຊັ້ນ II ຈຳນວນ 6 ໜ່ວຍ, ຊັ້ນ III ຈຳ ນວນ 4 ໜ່ວຍ, ຫຼຽນໄຊແຮງ ງານຊັ້ນ II ຈຳນວນ 21 ໜ່ວຍ, ຊັ້ນ III ຈຳນວນ 36 ໜ່ວຍ, ຫຼຽນ ກາແຮງງານຈຳນວນ 31 ໜ່ວຍ, ຫຼຽນໄຊພິລາດອາດຫານຊັ້ນ II ຈຳນວນ 4 ໜ່ວຍ, ຊັ້ນ III ຈຳນວນ 8 ໜ່ວຍ, ໃບຍ້ອງຍໍລັດຖະບານ 38 ສະຫາຍ, ໃບຍ້ອງຍໍກະຊວງ ແລະ ກົມໃຫຍ່ການເມືອງກອງທັບ ຈຳນວນ 8 ສະຫາຍຢ່າງສົມກຽດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ