ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 09 ກຸມພາ 2025

  

ແຮກສ່ຽວລະຫວ່າງບ້ານຊາຍແດນ ລາວ-ຫວຽດນາມ
ເວລາອອກຂ່າວ: 2019-02-26 08:47:20 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 624 | ຄວາມນິຍົມ:



ອີງຕາມຂ່າວເວບໄຊໜັງສື ພິມກອງທັບປະຊາຊົນຫວຽດ ນາມ ຂະບວນການແຮກສ່ຽວ ລະຫວ່າງບ້ານຕໍ່ບ້ານຂອງ ຫວຽດນາມ ແລະ ຂອງລາວທີ່ ຢູ່ລຽບຊາຍແດນສອງປະເທດ ພວມເປັນປາກົດການໜຶ່ງທີ່ສວຍ ສົດງົດງາມ ແລະ ມີໝາກຜົນດີທີ່ ໜ້າເພິ່ງພໍໃຈ ເຊິ່ງຂ່າວໄດ້ລາຍງານ ວ່າ: ແຂວງເຫງະອານ ມີເສັ້ນ ຊາຍແດນຕິດຈອດກັບ 3 ແຂວງ ຂອງລາວຄື: ແຂວງຫົວພັນ, ຊຽງ ຂວາງ, ບໍລິຄຳໄຊ. ໃນໄລຍະຜ່ານ ມາ, ອຳນາດການປົກຄອງບັນດາ ທ້ອງຖິ່ນຢູ່ສອງຟາກຊາຍແດນ ຫວຽດນາມ-ລາວ ມີການພົວພັນ ກັນດີຕະຫຼອດມາ ແລະ ໃນໄລຍະ ຜ່ານມານີ້ໄດ້ຈັດຕັ້ງການແຮກ ສ່ຽວໃຫ້ 19 ຄູ່ບ້ານ (ເບື້ອງ ສສ ຫວຽດນາມ-ເບື້ອງ ສປປ ລາວ). ຜ່ານການປະຕິບັດຂະບວນການ ແຮກສ່ຽວດັ່ງກ່າວໄດ້ປະກອບ ສ່ວນຮັກສາສະຖຽນລະພາບດ້ານ ການເມືອງ, ຄວາມເປັນລະບຽບ ຮຽບຮ້ອຍທາງສັງຄົມຢູ່ເຂດຊາຍ ແດນ, ຊ່ວຍເຫຼືອກັນພັດທະນາ ທ້ອງຖິ່ນຕົນ ລົບລ້າງຄວາມອຶດ ຫິວ, ຫຼຸດຜ່ອນຄວາມທຸກຍາກ, ປັບປຸງສາຍພົວພັນມິດຕະພາບທີ່ ເປັນມູນເຊື້ອ, ຄວາມສາມັກຄີ ແບບພິເສດ ແລະ ການຮ່ວມມືຮອບ ດ້ານລະຫວ່າງທ້ອງຖິ່ນໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ໃນກອງປະຊຸມປະເມີນຜົນ 5 ປີແຫ່ງການປະຕິບັດຂະບວນ ການແຮກສ່ຽວລະຫວ່າງບັນດາ ກຸ່ມຊຸມຊົນ ຫຼື ບ້ານຕໍ່ບ້ານຢູ່ສອງ ເບື້ອງຊາຍແດນລະຫວ່າງແຂວງ ເຫງະອານ (ສສ ຫວຽດນາມ) ກັບ 3 ແຂວງ: ຫົວພັນ, ຊຽງຂວາງ ແລະ ບໍລິຄຳໄຊ (ສປປ ລາວ), ສະຫາຍ ເລ ຫງັອກ ຮວາ ຮອງປະທານຄະນະກຳມະການປະຊາຊົນແຂວງເຫງະອານ ໃຫ້ຮູ້ວ່າ: “ຄະນະນຳແຂວງເຫງະອານ ແລະ 3 ແຂວງຫົວພັນ, ຊຽງ ຂວາງ ແລະ ບໍລິຄຳໄຊ ໄດ້ຊີ້ນໍາ ບັນດາອົງການກົມກອງທ້ອງຖິ່ນ ຕົນຢູ່ແຕ່ລະຝ່າຍປະກາດໃຊ້ເອ ກະສານຕ່າງໆທີ່ເຊັນກັນໃນລະ ດັບແຂວງ ເພື່ອແນະນໍາ, ຜັນຂະ ຫຍາຍການຈັດຕັ້ງປະຕິບັດໃນ ຂັ້ນຮາກຖານ. ສະນັ້ນ, ບັນດາທ້ອງຖິ່ນ, ບັນ ດາບ້ານຊາຍແດນ, ໄດ້ປະສານ ສົມທົບກັນຈັດຕັ້ງຄະນະຕ່າງໆ ໄປສຳຫຼວດ, ແລກປ່ຽນ, ເຫັນດີ ເປັນເອກະພາບກ່ຽວກັບແຜນ ການແຮກສ່ຽວ, ພ້ອມທັງເລືອກ ເຟັ້ນກົມກອງໃດສະດວກຈັດຕັ້ງ ເປັນແບບຢ່າງເພື່ອຮ່ວມກັນສ້າງ ຂະຫຍາຍເປັນວົງກວ້າງ, ຖອດ ຖອນບົດຮຽນ; ຊີ້ນຳບັນດາຄ້າຍ ທະຫານຊາຍແດນຂອງຫວຽດ ນາມ ແລະ ທະຫານຊາຍແດນ ຂອງລາວເປັນເສນາທິການໃຫ້ ແກ່ຄະນະພັກ, ອຳນາດການປົກ ຄອງທ້ອງຖິ່ນຕົນ ເພື່ອສ້າງໂຄງ ການເນື້ອໃນ, ລາຍການແຮກ ສ່ຽວໃຫ້ສອດຄ່ອງກັບລັກສະນະ, ຈຸດພິເສດ, ໜ້າທີ່ ແລະ ເງື່ອນໄຂ ຂອງແຕ່ລະບໍລິເວນ”. ຍັງມີຫຼາຍ ຮູບການ, ວິທີດຳເນີນການໃນ ການເຄື່ອນໄຫວແຮກສ່ຽວລະ ຫວ່າງບ້ານຕໍ່ບ້ານຢູ່ເຂດຊາຍ ແດນລະຫວ່າງແຂວງ ເຫງະອານ ແລະ ບັນດາທ້ອງຖິ່ນເບື້ອງ ສປປ ລາວ ໄດ້ນຳມາເຊິ່ງປະສິດທິຜົນ ເປັນຢ່າງດີ. ການເຄື່ອນໄຫວ ແຮກສ່ຽວລະຫວ່າງບ້ານຕໍ່ບ້ານ ເຂດຊາຍແດນຢູ່ບໍລິເວນຊາຍ ແດນແຂວງເຫງະອານກັບເບື້ອງ ລາວ, ເຊິ່ງບໍ່ພຽງແຕ່ປະກອບ ສ່ວນຊຸກຍູ້ພັດທະນາເສດຖະ ກິດ-ສັງຄົມທ້ອງຖິ່ນເທົ່ານັ້ນ, ຫາກຍັງເພີ່ມທະວີຄວາມເຂົ້າອົກ ເຂົ້າໃຈ, ສ້າງຄວາມໄວ້ເນື້ອເຊື່ອ ໃຈ, ປັບປຸງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາ ມັກຄີແບບພິເສດ ແລະ ກ່ນຮ່ວມ ມືຮອບດ້ານລະຫວ່າງສອງຊາດ ຫວຽດນາມ-ລາວ ເວົ້າລວມ, ເວົ້າສະເພາະຢູ່ຂັ້ນຮາກຖານຂອງ ທ້ອງຖິ່ນລະຫວ່າງສອງປະເທດ ໃຫ້ແໜ້ນແຟ້ນອີກດ້ວຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ