
ປະກາດແຕ່ງຕັ້ງຫົວໜ້າການເມືອງກອງພົນທີ 2 ຜູ້ໃໝ່
ເວລາອອກຂ່າວ: 2019-02-26 08:49:09 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 379585098 | ຄວາມນິຍົມ:
ພິທີປະກາດແຕ່ງຕັ້ງຫົວໜ້າ ການເມືອງກອງພົນທີ 2 ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 18 ກຸມພາ 2019 ນີ້, ຢູ່ທີ່ສະໂມສອນກອງ ພົນ ໂດຍພາຍໃຕ້ການເປັນປະ ທານຂອງສະຫາຍ ພົນຕີ ປອ ທອງລອຍ ສີລິວົງ ກໍາມະການ ສູນກາງພັກ ຮອງລັດຖະມົນຕີກະ
ຊວງປ້ອງກັນປະເທດ ຫົວໜ້າກົມ
ໃຫຍ່ການເມືອງກອງທັບ, ເປັນ ກຽດເຂົ້າຮ່ວມຂອງສະຫາຍ ເພັງ
ນິລັນ ຄໍາພັນເພັງ ຄະນະປະຈໍາພັກ ແຂວງ ຮອງເຈົ້າແຂວງໆໄຊຍະ ບູລີ, ມີປະທານສະພາປະຊາຊົນ ແຂວງ, ເຈົ້າເມືອງ, ກົມທີ່ກ່ຽວ ຂ້ອງຈາກກະຊວງປ້ອງກັນປະ ເທດ,ຄະນະພັກ-ຄະນະບັນຊາ ກອງພົນ,ກອງບັນຊາການທະ ຫານແຂວງ,ປກສ ແຂວງ,ຄະນະ
ຫ້ອງ,ພະແນກການ ແລະ ພະນັກ ງານຫຼັກແຫຼ່ງຂັ້ນນໍາ-ຂັ້ນບັນຊາ ພາຍໃນກອງພົນເຂົ້າຮ່ວມ.
ສະຫາຍພົນຈັດຕະວາ ສອນ ເຫຼົາ ໄຊຍະບຸດ ຫົວໜ້າກົມພະນັກ ງານ ກົມໃຫຍ່ການເມືອງກອງ ທັບ ໄດ້ຂຶ້ນຜ່ານຄໍາສັ່ງຂອງນາ ຍົກລັດຖະມົນ ສະບັບເລກທີ 14/ນຍ ນະຄອນຫຼວງວຽງຈັນ ວັນທີ 25/10/2018 ວ່າດ້ວຍການຍົກ ຍ້າຍພະນັກງານໄປຮັບໜ້າທີ່ໃໝ່ອີງຕາມຄວາມຮຽກຮ້ອງຕ້ອງ ການຂອງໜ້າທີ່ວຽກງານຢູ່ກະ ຊວງປ້ອງກັນປະເທດ, ອີງຕາມ ກົດໝາຍວ່າດ້ວຍນາຍທະຫານ ໃນກອງທັບປະຊາຊົນລາວ ເລກທີ
07/ສພຊ ລົງວັນທີ 22 ຕຸລາ 2004 ແລະ ອີງຕາມໜັງສືສະ ເໜີຂອງຄະນະຈັດຕັ້ງສູນກາງ ພັກ ເລກທີ 217/ຄຈສພ ລົງວັນ ທີ 22 ຕຸລາ 2018 ນາຍົກລັດຖະ ມົນຕີອອກຄໍາສັ່ງຍົກຍ້າຍສະ ຫາຍພົນຈັດຕະວາ ພັນແສງ ບຸນ ພັນ ຫົວໜ້າການເມືອງກອງພົນທີ 2 ໄປຮັບໜ້າທີ່ໃໝ່ຢູ່ກະຊວງປ້ອງ ກັນປະເທດ ແລະ ຜ່ານດໍາລັດ ຂອງນາຍົກລັດຖະມົນຕີ ເລກທີ 334/ນ.ຍ ນະຄອນຫຼວງວຽງ ຈັນ ວັນທີ 25/10/2018 ວ່າ ດ້ວຍການແຕ່ງຕັ້ງຫົວໜ້າການ ເມືອງກອງພົນທີ 2, ນາຍົກລັດ ຖະມົນຕີອອກດໍາລັດແຕ່ງຕັ້ງສະ ຫາຍ ພັນເອກ ປອ ສີພອນ ແກ້ວ ສະໄໝ ເປັນຫົວໜ້າການເມືອງ ກອງພົນທີ 2 ຜູ້ໃໝ່.
ໃນໂອກາດດັ່ງກ່າວສະຫາຍພົນ ຕີ ປອ ທອງລອຍ ສີລິວົງ ໄດ້ໃຫ້ ການໂອ້ລົມຕໍ່ພິທີວ່າ: ການບູລະ ນະການຈັດຕັ້ງບັນຊາ-ນໍາພາ ແລະ ຊັບຊ້ອນໜ້າທີ່ພະນັກງານແມ່ນກົດເກນພາວະວິໄສຂອງພັກ
ເຮົາເວົ້າລວມ, ເວົ້າສະເພາະໃນ ການປັບປຸງບູລະນະການຈັດຕັ້ງ ບັນຊາ-ນໍາພາໃນກອງທັບປະ ຊາຊົນລາວ ໃຫ້ແທດເໝາະກັບ ຄວາມຮຽກຮ້ອງຕ້ອງການ ສາ ມາດຕອບສະໜອງໄດ້ກັບໜ້າທີ່ ການເມືອງໃນໄລຍະໃໝ່ ພ້ອມ ນັ້ນກໍໄດ້ຮຽກຮ້ອງໃຫ້ຜູ້ທີ່ຮັບ ໜ້າທີ່ໃໝ່ ແລະ ຄະນະພັກ-ຄະ ນະບັນຊາສືບຕໍ່ເຊື່ອມຊຶມກໍາ ແໜ້ນແນວທາງນະໂຍບາຍຂອງ ພັກ ແລະ ນິຕິກໍາລຸ່ມກົດໝາຍ ຂອງລັດຢ່າງເຂັ້ມງວດ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ເປັນ ປຶກແຜນແໜ້ນໜາ ປະຕິບັດແບບ ແຜນວິທີເຮັດວຽກຕາມຫຼັກການ ລວມສູນປະຊາທິປະໄຕ ເຮັດວຽກ ເປັນໝູ່ຄະນະແບ່ງບຸກຄົນຮັບຜິດ ຊອບ ແລະ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ເອົາໃຈໃສ່ສຶກສາອົບຮົມການ ເມືອງນໍາພາແນວຄິດໃຫ້ແກ່ພະ ນັກງານ-ນັກຮົບໃນກົມກອງໃຫ້ ເລິກເຊິ່ງຖືກຕາມເປົ້າໝາຍ ແລະ ທົ່ວເຖິງ ສ້າງບາດກ້າວບຸກທະລຸ ທາງດ້ານຈິນຕະນາການ-ຄວາມ ຮັບຮູ້ ເຮັດໃຫ້ພະນັກງານ-ນັກຮົບ ແຕ່ລະສະຫາຍເຊື່ອມຊຶມເຂົ້າໃຈ ຖືກຕ້ອງຕໍ່ແນວທາງນະໂຍບາຍ ຂອງພັກ-ກົດໝາຍຂອງລັດ,ສືບຕໍ່ຫັນລົງກໍ່ສ້າງຮາກຖານການ ເມືອງຕິດພັນກັບການພັດທະນາຊົນນະບົດຮອບດ້ານ,ປະຕິບັດ 4 ເນື້ອໃນ 4 ຄາດໝາຍ ແລະ ມະຕິ 3 ສ້າງທີ່ກົມການເມືອງສູນກາງພັກວາງອອກໃຫ້ປາກົດຜົນເປັນ ຈິງ,ເອົາໃຈໃສ່ປັບປຸງກໍ່ສ້າງກໍາລັງໃຫ້ເຂັ້ມແຂງໜັກແໜ້ນຮອບດ້ານ ຕິດພັນກັບໜ້າທີ່ການເມືອງ ແລະ ລັກສະນະຊົນຊັ້ນຂອງພັກ ສ້າງໄດ້ພະນັກງານ 3 ຮຸ່ນ ສືບ ທອດປ່ຽນແທນ,ພ້ອມກັນນັ້ນກໍ ຕ້ອງເອົາໃຈໃສ່ຍົກສູງສະຕິເພິ່ງ ຕົນເອງ,ກຸ້ມຕົນເອງ ແລະ ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ ຕາມເງື່ອນໄຂທ່າແຮງບົ່ມຊອນ ຂອງກົມກອງ ພິເສດສືບຕໍ່ປະຕິ ບັດແນວທາງການຕ່າງປະເທດ ຂອງພັກ ໂດຍສະເພາະການຮັກ ສາມູນເຊື້ອຄວາມສາມັກຄີກັບ ບັນດາເພື່ອນມິດຍຸດທະສາດ ແລະ ເພື່ອນມິດສາກົນອື່ນໆ.
ຂ່າວໃຫ້ຮູ້ຕື່ມອີກວ່າ: ໃນວັນທີ 19 ກຸມພາ 2019, ກອງພົນທີ 2 ກໍໄດ້ຈັດພິທີປະກາດການຈັດຕັ້ງ ຂັ້ນພະແນກການ ແລະ ກົມກອງທີ່ ຂຶ້ນກັບຕື່ມອີກ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ