
ກອງກິລາກອງທັບ ປະກາດການຈັດຕັ້ງຄະນະຊຸດໃໝ່
ເວລາອອກຂ່າວ: 2019-02-26 09:20:43 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 1096 | ຄວາມນິຍົມ:
ໃນຕອນແລງຂອງວັນທີ 20 ກຸມພາ 2019 ຢູ່ທີ່ສະໂມສອນ ກອງກີລາກອງທັບ ໄດ້ມີພິທີປະ ກາດການຈັດຕັ້ງຄະນະພັກ-ຄະ ນະບັນຊາຊຸດໃຫມ່ຂຶ້ນຢ່າງເປັນ ທາງການ ພາຍໃຕ້ການໃຫ້ກຽດ ເຂົ້າຮ່ວມເປັນປະທານຂອງ ສະ ຫາຍ ພົນຕີ ຈັນທອງ ສອນຕະ ອາດ ຄະນະພັກກະຊວງ, ຮອງຫົວ
ໜ້າກົມໃຫຍ່ເສນາທິການກອງ ທັບ, ມີບັນດາຜູ້ຕາງໜ້າຈາກບັນ ດາອົງການຈັດຕັ້ງທີ່ກ່ຽວຂ້ອງ ພ້ອມດ້ວຍຄະນະພັກ-ຄະນະບັນ ຊາກອງກີລາກອງທັບ ຕະຫຼອດ ຮອດພະນັກງານ-ນັກຮົບພາຍ ໃນກົມກອງເຂົ້າຮ່ວມຢ່າງພ້ອມ ພຽງ.
ໂດຍອີງຕາມກົດໝາຍນາຍ ທະຫານກອງທັບປະຊາຊົນລາວ ໝວດທີ IV ມາດຕາທີ 21 ວ່າ ດ້ວຍການຍົກຍ້າຍນາຍທະຫານ ຕາມທິດທາງກ່ຽວກັບການບູລະ ນະກົງຈັກການຈັດຕັ້ງຂັ້ນນຳພາ- ບັນຊາໃນກຳລັງປະກອບອາວຸດ ເພື່ອໃຫ້ມີຄວາມໜັກແໜ້ນ ເຂັ້ມ ແຂງໃນການພັດທະນາກົມກອງ ເພື່ອເຮັດສຳເລັດໜ້າທີ່ໃນການ ປົກປັກຮັກສາ ແລະ ສາສ້າງພັດ
ທະນາປະເທດຊາດທີ່ຂັ້ນເທິງ ມອບໝາຍໃຫ້ໄດ້ຢ່າງສົມກຽດ.
ໃນພິທີດັ່ງກ່າວ ສະຫາຍ ພັນ
ໂທໄຊພອນ ສອນມະນີ ຮອງຫົວ ໜ້າຫ້ອງການເມືອງກົມໃຫຍ່ເສ ນາທິການກອງທັບ ກໍໄດ້ຂຶ້ນຜ່ານ
ຂໍ້ຕົກລົງຂອງລັດຖະມົນຕີກະ ຊວງປ້ອງກັນປະເທດ ວ່າດ້ວຍ
ການຍົກຍ້າຍນາຍທະຫານໄປ
ຮັບໜ້າທີ່ໃຫມ່ຢູ່ກົມລົດຕັງ-ຍານ
ເກາະກົມໃຫຍ່ເສນາທິການກອງ ທັບ, ອີງຕາມການສະເໜີຂອງ ກົມໃຫຍ່ເສນາທິການກອງທັບ ແລະ ກົມໃຫຍ່ການເມືອງກອງ
ທັບ, ກະຊວງປ້ອງກັນປະເທດ ຕົກລົງ: ຍົກຍ້າຍ ສະຫາຍ ພັນໂທ ສົມຊາຍ ຈັນທິຍະວົງ ຫົວໜ້າການ
ທະຫານກອງກີລາກອງທັບ ໄປ ຮັບໜ້າທີ່ໃຫມ່ຢູ່ກົມລົດຕັງ-ຍານ ເກາະກົມໃຫຍ່ເສນາທິການກອງ ທັບ ແລະ ອ່ານຂໍ້ຕົກລົງຂອງລັດ ຖະມົນຕີກະຊວງປ້ອງກັນປະເທດ ວ່າດ້ວຍການຍົກຍ້າຍນາຍທະ ຫານໄປຮັບໜ້າທີ່ໃຫມ່ຢູ່ກົມອົບ ຮົມກົມໃຫຍ່ເສນາທິການກອງ ທັບ. ອີງຕາມການສະເໜີຂອງກົມ
ໃຫຍ່ການເມືອງກອງທັບ, ກະ ຊວງປ້ອງກັນປະເທດຕົກລົງ ຍົກຍ້າຍ ສະຫາຍ ພັນໂທ ບົວພັນ
ພົມສີ ຫົວໜ້າການເມືອງກອງ
ກີລາກອງທັບໄປຮັບຮັບໜ້າທີ່ ໃຫມ່ຢູ່ກົມອົບຮົມກົມໃຫຍ່ເສນາ ທິການກອງທັບ, ຈາກນັ້ນກໍໄດ້
ອ່ານຂໍ້ຕົກລົງຂອງກະຊວງປະ
ເທດວ່າດ້ວຍການແຕ່ງຕັ້ງຄະນະ
ບັນຊາກອງກີລາກອງທັບ, ອີງ
ຕາມການສະເໜີຂອງກົມໃຫຍ່ເສ
ນາທິການກອງທັບກະຊວງປ້ອງ
ກັນປະເທດຕົກລົງ 1. ແຕ່ງຕັ້ງ
ສະຫາຍ ພັນໂທ ຖາວອນ ຫຼວງ
ຈັນດາວົງ ເປັນຫົວໜ້າການທະ
ຫານກອງກີລາກອງທັບ; 2. ແຕ່ງ
ຕັ້ງ ສະຫາຍ ພັນໂທ ກິລຳເງິນ
ວົງສິດທິ ເປັນຫົວໜ້າການເມືອງ
ກອງກີລາກອງທັບ; 3. ແຕ່ງຕັ້ງ
ສະຫາຍ ພັນໂທ ຄຳເຫຼັກ ສຸພົງ
ສາ ເປັນຮອງການເມືອງ ທັງເປັນ
ຫົວໜ້າພະແນກການເມືອງກອງ
ກີລາກອງທັບ ພ້ອມກັນນັ້ນກໍໄດ້
ຜ່ານຂໍ້ຕົກລົງຂອງກົມໃຫຍ່ການ
ເມືອງກອງທັບວ່າດ້ວຍການແຕ່ງ ຕັ້ງຮອງຫົວໜ້າພະແນກພະລາທິ
ການກອງກີລາກອງທັບ. ອີງຕາມ
ການສະເໜີຂອງກົມໃຫຍ່ເສນາທິ
ການກອງທັບ ແລະ ກົມພະນັກ
ງານດັ່ງນັ້ນກົມໃຫຍ່ການເມືອງ
ກອງທັບຕົກລົງ: ແຕ່ງຕັ້ງ ສະຫາຍ
ຮ້ອຍເອກ ບຸນສວນ ຊາພິຈິດ
ເປັນຮອງຫົວໜ້າພະແນກພະລາ ທິການກອງກີລາກອງທັບ.
ໃນໂອກາດຕໍ່ນີ້ ສະຫາຍ ພົນຕີ
ຈັນທອງ ສອນຕະອາດ ກໍໄດ້ໃຫ້
ກຽດ ໂອ້ລົມ ແລະ ສະແດງຄວາມ
ຍິນດີ ແລະ ຮຽກຮ້ອງຕໍ່ຜູ້ທີ່ຖືກ
ແຕ່ງຕັ້ງຮັບໜ້າທີ່ໃໝ່ໃນຄັ້ງນີ້
ຈົ່ງພ້ອມກັນຕັ້ງໜ້າຍົກສູງບົດ
ບາດຄວາມຮັບຜິດຊອບຕໍ່ໜ້າ
ທີ່ວຽກງານໃຫ້ສູງຂຶ້ນກວ່າເກົ່າ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ