ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 06 ກຸມພາ 2025

  

ການ​ເຕີບ​ໃຫຍ່​ຂະຫຍາຍຕົວ​ຂອງ​ໂຮງຮຽນ 307
ເວລາອອກຂ່າວ: 2023-01-05 09:03:36 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2791 | ຄວາມນິຍົມ:



ໂຮງຮຽນ 307 ມີ​ພາລະ​ບົດບາດ​ໜ້າທີ່​ເປັນ​ເສນາ​ທິ​ການ​ໃຫ້​ກົມ​ກົດ​ລັບ ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ໃນ​ການ​ກໍ່ສ້າງ​ບຸກ​ຄະລາ​ກອນ​ວິຊາ​ສະເພາະ​ເຕັກນິກ​ກົດ​ລັບ ຕອບ​ສະໜອງ​ຮັບ​ໃຊ້​ການ​ນຳ​ພັກ-ລັດ ແລະ ກຳລັງ​ປະກອບ​ອາວຸດ​ກອງທັບ​ປະຊາຊົນ​ລາວ, ເຊິ່ງ​ໂຮງຮຽນ​ດັ່ງກ່າວ​ໄດ້​ຮັບ​ການ​ປະກາດ​ສ້າງຕັ້ງ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 31 ທັນ ວາ 1996, ໂຮງຮຽນ 307 ແມ່ນ ​ລະບົບ​ໂຮງຮຽນຂອງກອງ ທັບ​ປະຊາຊົນ​ລາວ ແລະ ຢູ່​ໃນ​ ລະບົບ​ການ​ສຶກ​ສາ​ລວມ​ຂອງ ​ສປ​ປ ລາວ, ແມ່ນ​ຫົວໜ່ວຍ​ການ ຈັດຕັ້ງ​ທີ່​ຂຶ້ນ​ກັບ ແລະ ພາຍ​ໃຕ້​ການ​ຊີ້​ນຳ-ນຳພາ​ໂດຍ​ກົງ​ຈາກ​ກົມ​ກົດ​ລັບ ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ. ປະຫວັດ​ຄວາມ​ເປັນ​ມາຂອງ​ ໂຮງຮຽນ​ແຫ່ງ​ນີ້, ນັບ​ແຕ່​ປີ 1955 ແມ່ນ​ຕັ້ງ​ຢູ່​ຖານ​ທີ່​ໝັ້ນ​ປະຕິວັດ​ທີ່​ບ້ານ​ຊຽງ​ຊື້ ເມືອງ​ວຽງ​ໄຊ ແຂວງ​ຫົວພັນ, ພາຍຫຼັງ​ປະເທດ​ຊາດ​ໄດ້​ຮັບ​ການ​ປົດປ່ອຍ ​ໄດ້​ຍ້າຍ​ມາ​ຕັ້ງ​ຢູ່​ທີ່​ບ້ານ​ໂນນ​ສະອາດ ເມືອງ​ໄຊ​ທານີ ນະຄອນຫຼວງ​ວຽງ​ຈັນ ໃສ່​ຊື່ວ່າ: ໂຮງຮຽນ ສ ວ ລ. ມາ​ຮອດ​ປີ 1983 ໄດ້​ຍ້າຍ​ມາ​ຕັ້ງ​ຢູ່​ທີ່​ບ້ານ​ອຸດົມ​ຜົນ ເມືອງ​ໄຊທານີ ນະຄອນຫຼວງວຽງຈັນ ແລະ ໄດ້​ປ່ຽນ​ຊື່​ມາ​ເປັນໂຮງຮຽນ 983. ໂດຍ​ເຫັນ​ໄດ້​ທີ່​ຕັ້ງ​ພາລະ​ບົດ ບາດ, ການ​ເຕີບໃຫຍ່ຂະຫຍາຍ ຕົວ​ຂອງ​ກອງທັບ ແລະ ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ການ​ປະຕິບັດ​ແນວທາງ​ການເມືອງ, ການ​ທະຫານ​ຂອງ​ພັກ​ໃນ​ໄລຍະ​ໃໝ່ ມາ​ຮອດ​ວັນ​ທີ 31 ທັນວາ 1996 ຈຶ່ງ​ໄດ້​ຍົກ​ລະດັບ​ຂຶ້ນ​ເປັນ​ໂຮງຮຽນ​ຊັ້ນ​ກາງ​ເອີ້ນຊື່ວ່າ: ໂຮງຮຽນ 307 ໂດຍ​ແມ່ນສະ ຫາຍ ພັນ​ຕີ ສົມ​ຫວັງ ສໍ​ຣັງ​ກຸນ ເປັນ​ຫົວໜ້າ​ການເມືອງ ແລະ ສະ ຫາຍ ພັນ​ຕີ ກົງ​ເດດ ພຸດ​ທະນູ ເປັນ​ຫົວໜ້າ​ການທະຫານ. ພາຍຫຼັງ​ທີ່​ໂຮງຮຽນ 307 ໄດ້​ຮັບ​ການ​ສ້າງຕັ້ງ​ຂຶ້ນ​ຢ່າງ​ເປັນ​ທາງ​ການ, ຄະນະ​ພັກ-ຄະນະ​ອຳ ນວຍ​ການ​ໂຮງຮຽນ​ ໄດ້​ເອົາໃຈ ໃສ່​ໃນ​ການ​ກໍ່ສ້າງ​ນັກ​ວິຊາ​ສະ ເພາະ​ກົດ​ລັບ ຕອບ​ສະໜອງ​ໄດ້​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ຂັ້ນ​ເທິງ ໄປ​ຄຽງ​ຄູ່​ກັບ​ການ​ປັບປຸງ​ກໍ່ສ້າງ​ກົມ​ກອງ ເຖິງ​ແມ່ນ​ວ່າ​ໃນ​ໄລຍະ​ເບື້ອງ​ຕົ້ນ​ຈະ​ພົບ​ຄວາມ​ຫຍຸ້ງຍາກ​ອັນ​ເນື່ອງ​ມາ​ຈາກ​ສ້າງຕັ້ງ​ໃໝ່, ພື້ນຖານ​ໂຄງ​ລ່າງ​ເຊັ່ນ: ຫ້ອງການ, ເຮືອນ ນອນ, ຫ້ອງ​ຮຽນ ແລະ ອື່ນໆ ​ຍັງ​ແບບ​ຊົ່ວຄາວ, ຄູ-ອາຈານ​ສິດສອນ​ມີ​ຈຳກັດ, ວັດຖຸ​ອຸປະ ກອນທີ່ປະກອບ ​ເຂົ້າ​ໃນ​ວຽກ​ງານ​ການ​ສິດສອນ-ຮໍ່າຮຽນ​ຍັງ​ບໍ່​ທັນ​ພຽງພໍ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ, ການ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຍັງ​ຫຍຸ້ງຍາກ ​ຍ້ອນ​ເງື່ອນໄຂ​ພື້ນທີ່​ທຳ​ການ​ຜະລິດ​ມີ​ຈຳກັດ, ລະດູ ຝົນ​ນ້ຳ​ຖ້ວມ ​ພໍ​ຕົກ​ລະດູແລ້ງ​ພັດ​ຂາດ​ນ້ຳ​ໃຊ້. ແຕ່​ເຖິງ​ຈະ​ພົບ​ຄວາມຫຍຸ້ງຍາກ​ປານໃດ​ກໍຕາມ ຄະນະ​ພັກ-ຄະນະ​ອຳນວຍການ ໄດ້​ຕັດສິນ​ໃຈ​ສູ້​ຊົນ​ຜ່ານ​ຜ່າ, ເອົາ ໃຈໃສ່​ຊີ້​ນຳ-ນຳພາ​ປັບປຸງ​ກໍ່ສ້າງ​ກົມ​ກອງ​ເປັນ​ແຕ່​ລະ​ໄລຍະ ໂດຍ​ຖື​ເອົາ​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ເປັນ​ສຳຄັນ ເພື່ອ​ເຮັດ​ໃຫ້​ພະນັກງານ-ນັກຮົບ​ຢູ່​ພາຍ​ໃນ​ກົມ​ກອງ​ໃຫ້​ມີ​ ຄວາມ​ໜັກ​ແໜ້ນ ອຸ່ນ​ອຽນ​ທຸ່ນ​ ທ່ຽງ​ຕໍ່ໜ້າ​ທີ່​ການເມືອງ​ທີ່​ການ ຈັດຕັ້ງ​ມອບ​ໝາຍ​ໃຫ້, ມີ​ຄວາມ​ອົດທົນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ຕື່ນ​ຕົວ​ເຂົ້າ​ຮ່ວມ​ຂະ​ບວນ​ການ​ຕ່າງໆ ເຮັດ​ໃຫ້​ກົມ​ກອງ​ມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ ເດັ່ນ​ກວ່າ​ໝູ່​ແມ່ນ​ການ​ສູ້​ຊົນ​ປັບປຸງ​ກໍ່ສ້າງ​ກົມ​ກອງ ແລະ ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ໂດຍ​ໝູນ​ໃຊ້​ທ່າແຮງ​ບົ່ມ​ຊ້ອນ​ຂອງ​ກົມ​ກອງ​ສົມທົບ​ກັບ​ງົບປະມານ​ທີ່​ຂັ້ນ​ເທິງ​ສະໜອງ​ໃຫ້​ມາ​ປັບປຸງ​ກໍ່ສ້າງ​ອາຄານ​ສະ ຖານທີ່​ເຊັ່ນ: ຫ້ອງການ, ຫ້ອງ​ຮຽນ, ເຮືອນນອນ, ເຮືອນຄົວ​ລວມ​ແບບ​ຖາວອນ ເຊິ່ງ​ມາ​ຮອດ​ປັດຈຸບັນ ໂຮງຮຽນ​ມີ​ຫ້ອງການ​ແບບ​ຖາວອນ​ຈຳນວນ 3 ຫຼັງ, ສະໂມສອນ 1 ຫຼັງ, ເຮືອນນອນ 3 ຫຼັງ, ກະລາ​ລົດ 1 ຫຼັງ, ເຮືອນຄົວ 2 ຫຼັງ, ຫ້ອງ​ຮຽນ 1 ຫຼັງ, ມີ​ເສັ້ນທາງ​ປູຢາງ​ອ້ອມ​ຄ້າຍ, ມີ​ລະບົບ​ສາງ​ຄັງ ແລະ ອື່ນໆ ເຊິ່ງ​​ໄດ້​ອຳນວຍ​ຄວາມ​ສະດວກ​ໃນ​ການເຄື່ອນໄຫວ​ເຮັດ​ໜ້າທີ່​ຂອງ​ກົມ​ກອງ, ສະພາບ​ການເມືອງ​ພາຍ​ໃນ​ມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ, ມີ​ລະບຽບ​ວິໄນ​ເຂັ້ມ​ງວດ, ຊີວິດ​ການ​ເປັນ​ຢູ່​ຂອງ​ພະ ນັກງານ-ນັກຮົບ ໄດ້​ຮັບ​ການ​ປັບປຸງ​ດີ​ຂຶ້ນ​ເທື່ອ​ລະ​ກ້າວ. ນອກ​ນີ້ ຍັງ​ສະເໜີ​ຂັ້ນ​ເທິງ​ຂໍ​ອຸປະກອນ​ຮັບ​ໃຊ້​ເຂົ້າ​ໃນ​ການ​ສິດສອນ- ຮ່ຳຮຽນ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ, ຂໍ​ທຶນ​ນຳ​ຂັ້ນ​ເທິງ​​ສົ່ງ​ພະນັກງານ​ໄປ​ສຶກ​ສາ​ຮ່ຳຮຽນ​ຢູ່​ພາຍ​ໃນ ແລະ ຕ່າງປະເທດ ເພື່ອ ສ້າງ​ນັກວິຊາການ​ວິຊາ​ສະເພາະ​ດ້ານ​ຕ່າງໆ​ມາ​ຮັບ​ໃຊ້​ວຽກ​ງານ​ຂອງ​ກົມ​ກອງ, ໄດ້​ປັບປຸງ​ພື້ນ​ທີ່​ຮົກເຮື້ອ, ເປົ່າ​ວ່າງ​ໃຫ້​ເປັນ​ພື້ນ​ທີ່​ທຳ​ການ​ຜະລິດ ແລະ ຊຸກຍູ້​ໃຫ້​ພະນັກງານ-ນັກຮົບ ປູກຝັງ-ລຽ້ງ​ສັດ​ສະໜອງ​ເຂົ້າ​ເຮືອນຄົວ​ລວມ​ໃຫ້​ພຽງພໍ. ສະຫາຍ ພັນ​ໂທ ສີ​ເຟືອງ ແກ້ວ​ບົວ​ພອນ ຫົວໜ້າ​ການເມືອງ ໂຮງຮຽນ 307 ໄດ້​ໃຫ້​ຮູ້​ວ່າ: ຕະ ຫຼອດ​ໄລຍະ 26 ປີ​ທີ່​ຜ່ານ​ມາ, ໂຮງຮຽນ 307 ໄດ້​ເອົາໃຈໃສ່​ໃນ​ການ​ກໍ່ສ້າງ​ນັກ​ວິຊາ​ສະເພາະ​ກົດ​ລັບ​ຮັບປະກັນ​ໄດ້​ທາງ​ດ້ານ​ປະລິມານ ແລະ ຄຸນ​ນະ​ພາບ ສາ ມາດ​ສ້າງ​ໄດ້​ນັກ​ວິຊາ​ສະເພາະ​ກົດ​ລັບ​ລະບົບ​ຊັ້ນ​ກາງ​ໄດ້​ຈຳນວນ 7 ຊຸດ ມີ 280 ສະຫາຍ, ລະບົບ​ຊັ້ນ​ຕົ້ນ​ໄດ້​ຈຳນວນ 24 ຊຸດ​ ມີ 926 ສະຫາຍ, ລະບົບ​ຕໍ່​ເນື່ອງ​ຈຳນວນ 4 ຊຸດ ​ມີ 201 ສະຫາຍ ແລະ ລະບົບ​ບຳລຸງ 6 ເດືອນ​ໄດ້ 3 ຊຸດ​ມີ 120 ສະຫາຍ. ຕະຫຼອດ​ໄລຍະ​ທີ່​ຜ່ານ​ມາ, ໂຮງຮຽນ 307 ນອກຈາກ​ຈະ​ເຮັດ​ໜ້າທີ່​ກໍ່ສ້າງ​ບຸກ​ຄະລາ​ກອນ​ນັກ​ວິຊາ​ສະເພາະ​ເຕັກນິກກົດລັບ​ ແລ້ວ ຍັງ​ເອົາໃຈໃສ່​ເຮັດວຽກ​ ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ, ວຽກ​ງານກໍ່ ສ້າງ​ຮາກ​ຖານ​ການເມືອງ ປະ ສານ​ສົມທົບ​ກັບ​ອຳນາດ​ການ​ປົກຄອງ​ທ້ອງຖິ່ນ ອັນ​ໄດ້​ເຮັດ​ໃຫ້​ຂອບ​ເຂດ​ຮັບຜິດຊອບ​ມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ, ໄດ້​ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ​ຂະ​ບວນ​ການ​ຕ່າງໆ​ນຳ​ຂັ້ນ​ເທິງ ໂດຍ​ສະເພາະ​ແມ່ນ​ວຽກ​ງານ​ສິລະ​ປະ-ວັນນະຄະດີ ແລະ ກິລາ, ຈັດ​ຕັ້ງ​ກຳລັງ​ຊ່ວຍເຫຼືອ​ປະຊາຊົນ​ຕ້ານ​ໄພພິບັດ​ທາງ​ທຳ​ມະ​ຊາດ ແລະ ວຽກ​ງານ​ອື່ນໆ ອັນ​ໄດ້​ເຮັດ​ໃຫ້​ຄວາມ​ສາມັກຄີ​ຮັກແພງ​ລະຫວ່າງ​ກົມ​ກອງ ແລະ ອຳນາດ​ການ​ປົກຄອງ​ບ້ານ ກໍ​ຄື​ປະຊາຊົນ ມີ​ຄວາມ​ແໜ້ນ​ແຟ້ນ​ຍິ່ງໆ​ຂຶ້ນ. ຈາກ​ຜົນງານ​ການເຄື່ອນໄຫວ​ເຮັດ​ວຽກ​ງານ​ການເມືອງ​ຂອງ​ກົມ​ກອງ​ໃນ​ໄລຍະ​ຜ່ານ​ມາ​ນັ້ນ, ໂຮງຮຽນ 307 ຈຶ່ງ​ໄດ້​ຮັບ​ການ​ຍ້ອງຍໍ​ຈາກ​ຂັ້ນ​ເທິງ​ດັ່ງນີ້: ໄດ້​ຮັບ​ການ​ຍ້ອງຍໍ​ຈາກ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ເປັນ​ກົມ​ກອງ​ດີເດັ່ນ​ປະເພດ I ຈຳນວນ 2 ຄັ້ງ, ປະເພດ II ຈຳນວນ 2 ຄັ້ງ, ໄດ້​ຖືກ​ຮັບຮອງ​ເປັນ​ກົມ​ກອງ ປອດ​ໃສ ປອດ​ໄພ ປອດ​ຄະດີ 12 ສະໄໝ​ຕິດຕໍ່​ກັນ, ຖືກ​ຮັບຮອງ​ເປັນ​ກອງ​ຮາກ​ຖານ​ເຂັ້ມແຂງ-ໜ່ວຍ​ພັກ​ຮູ້​ນຳພາ​ຮອບດ້ານ 10 ສະໄໝ​ຕິດຕໍ່​ກັນ ແລະ ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ 4 ສະໄໝ. ໄດ້​ຮັບ​ຫຼຽນ​ໄຊ​ອິດສະຫຼະ​ ຊັ້ນ II ຈຳນວນ 5 ສະຫາຍ, ຫຼຽນ​ໄຊ​ແຮງ​ງານ​ ຊັ້ນ II ຈຳນວນ 33 ສະຫາຍ, ຫຼຽນ​ໄຊ​ແຮງ​ງານ ​ຊັ້ນ III ຈຳນວນ 90 ສະຫາຍ, ລວມ​ໝູ່ 2 ໜ່ວຍ, ຫຼຽນ​ໄຊ​ພິລະ​ອາດ​ຫານ​ ຊັ້ນ II ຈຳນວນ 6 ສະຫາຍ, ຫຼຽນ​ກາ​ແຮງ​ງານ 87 ສະຫາຍ, ລວມ​ໝູ່ 7 ໜ່ວຍ, ໃບ​ຍ້ອງຍໍ​ລັດຖະບານ 66 ໃບ, ໃບ​ຍ້ອງຍໍ​ກະຊວງ​ປ້ອງ​ກັນ​ປະເທດ​ຈຳນວນ 245 ໃບ, ລວມ​ໝູ່ 5 ໃບ ແລະ ໃບ​ຍ້ອງຍໍ​ກົມ​ໃຫຍ່​ການເມືອງ​ກອງທັບ 299 ໃບ. ໂດຍ: ແກ່ນ​ຕາ ສີ​ລິ​ລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ