
ບາເຊໂລນາ ຊະນະ ເຣອັນ ມາດຣິດ ໄດ້ແຊັມສະເປນນິດ ຊູເປີຄັບ
ເວລາອອກຂ່າວ: 2023-01-17 10:33:48 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 438 | ຄວາມນິຍົມ:
ການແຂ່ງຂັນເຕະບານ ລາຍ ການສະເປນນິດ ຊູເປີຄັບ ຮອບຊິງຊະນະເລີດ ທີ່ສະໜາມ ຄິງຟາດ ອິນເຕີນາຊັນນອນ ປະເທດ ອາຣາບີ ຊາອຸດິດ ໃນຄືນວັນທີ 15 ມັງກອນ ຜ່ານມານີ້, ເປັນການພົບກັນລະຫວ່າງ ເຣອັນ ມາດຣິດ ພົບກັບ ບາເຊໂລນາ ທີມນຳຕາຕະລາງຄະແນນຂອງ ລາລີກາ ແອັດສະປາຍ.
ຜົນການແຂ່ງຂັນປະກົດວ່າ ບາເຊໂລນາ ເຮັດໄດ້ດີກວ່າ ສາ ມາດເອົາຊະນະ ເຣອັນ ມາດຣິດ 3-1 ປະຕູ ໄດ້ປະຕູຈາກ ກາບີ
ນາທີ 33, ໂຣເບີດ ເລວວານດອບສະກີ ນາທີ 45 ແລະ ເປດຣີ ນາທີ 69 ສ່ວນ ເຣອັນ ມາດຣິດ ໄດ້ປະຕູໃນຊ່ວງໄລຍະເວລາບາດເຈັບ ຈາກຄາຣິມ ເບນເຊນາ ນາທີ 90+3
ຈົບເກມ ບາເຊໂລນາ ເອົາຊະ ນະ ເຣອັນ ມາດຣິດ 3-1 ປະຕູ ໄຊຊະນະໃນເກມນີ້ ເປັນການໄດ້ແຊັມທຳອິດໃນປີີນີ້ ພ້ອມກັບການເປັນແຊັມລາຍການສະເປນນິດ ຊູເປີຄັບ ສະໄໝທີ່ 14 ແລະ ເປັນຄັ້ງທຳອິດໃນຮອບ 5 ປີ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ