ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ມອບ-ຮັບ ອະນຸສາວະລີຮ່ວມສຳພັນສູ້ຮົບ ລາວ-ຫວຽດນາມ
ເວລາອອກຂ່າວ: 2023-01-25 08:45:21 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 420 | ຄວາມນິຍົມ:



ວັນທີ 18 ມັງກອນ 2023, ກອງບັນຊາການທະຫານແຂວງ ຊຽງຂວາງ ໄດ້ຈັດພິທີມອບ-ຮັບອະນຸສາວະລີ ຮ່ວມສຳພັນສູ້ຮົບ ລາວ-ຫວຽດນາມ ພາຍຫຼັງທີໄດ້ບູລະນະສໍາເລັດ, ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ພົນຕີ ປອ ວົງຄຳ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີ ສະຫາຍ ຟານ ມິງ ຈຽນຮອງເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ, ມີທີ່ປຶກສາທູດປ້ອງກັນຊາດຫວຽດນາມ ປະຈຳລາວ, ຄະນະປະຈຳພັກແຂວງ, ບັນດາການນຳທີ່ມາຈາກກະຊວງປ້ອງກັນປະເທດ, ຄະນະພັກກອງບັນຊາການທະຫານແຂວງ, ອົງການ 5 ຫ້ອງ, ກອງບັນຊາການ ປກສ ແຂວງ ແລະ ພະແນກການອ້ອມຂ້າງແຂວງຊຽງຂວາງ ເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ບີມົວ ໄຟດ່າ ເຍ່ຍຈາ ຮອງຜູ້ອຳນວຍການໃຫຍ່ຈັດຕັ້ງບໍລິຫານບໍລິສັດ ສະຕາໂທລະຄົມ ຈຳກັດ ໄດ້ຂື້ນລາຍງານ ແລະ ກ່າວມອບອະນສາວະລີຮ່ວມສຳພັນສູ້ຮົບ ລາວ-ຫວຽດນາມ ໃຫ້ແກ່ຄະນະປະຕິບັດງານພິເສດລັດຖະບານເປັນຜູ້ຄຸ້ມຄອງຕໍ່ໄປ, ເຊິ່ງອະນຸສາວະລີແຫ່ງນີ້ມີອາຍຸການນຳໃຊ້ແລ້ວ 24 ປີ ແລະ ມີຫຼາຍຈຸດຊຸດໂຊມ ຕ້ອງໄດ້ຮັບການປັບປຸງຄືນໃໝ່ ແລະ ໄດ້ເລີ່ມລົງມືປະຕິບັດມາແຕ່ວັນທີ 17 ຕຸລາ 2022 ແລະ ສຳເລັດໜ້າວຽກທັງໝົດ ໃນວັນ ທີ 22 ທັນວາ 2022 ດ້ວຍງົບປະມານທີ່ນຳໃຊ້ທັງໝົດ 6.452 ລ້ານກວ່າກີບ, ຮັບເໝົາໂດຍບໍລິສັດ ລາວິນາ ໂກ 36 ຈຳກັດຜູ້ດຽວ ພ້ອມທັງກ່າວມອບໜ້າທີ່ການປົກປັກຮັກສາອະນຸສາວະ ລີແຫ່ງນີ້ໃຫ້ຄະນະປະຕິບັດງານພິເສດລັດຖະບານເປັນຜູ້ສືບຕໍ່ຄຸ້ມຄອງ-ນຳໃຊ້ໃຫ້ຖືກຕ້ອງຕາມການຕົກລົງຂອງລັດຖະບານ ແລະ ຮີດຄອງປະເພນີຂອງ ສປປ ລາວ. ຈາກນັ້ນ, ສະຫາຍ ພົນຈັດ ຕະວາ ສີທາ ດວງມາລາ ຫົວໜ້າ ກົມພະນັກງານ ຕາງໜ້າຄະນະປະຕິບັດງານພິເສດລັດຖະບານ ຂຶ້ນກ່າວຮັບ ແລະ ມອບຕໍ່ໃຫ້ຄະນະປະຕິບັດງານພິເສດຂັ້ນແຂວງ ເຊິ່ງກ່າວຮັບໂດຍ ສະຫາຍ ພົນຈັດຕະວາ ຂັນທອງ ວົງອຳຄາ ຫົວ ໜ້າການເມືອງ ກອງບັນຊາການ ທະຫານແຂວງຊຽງຂວາງ ຄະນະປະຕິບັດງານພິເສດຂັ້ນແຂວງ, ພິທີດັ່ງກ່າວຍັງໄດ້ມອບການຍ້ອງຍໍໃຫ້ແກ່ບໍລິສັດ ສະຕາໂທລະຄົມ ແລະ ເຊັນບົດບັນທຶກການມອບ-ຮັບ ການບູລະນະອະນຸສາວະລີຮ່ວມສຳພັນສູ້ຮົບ ລາວ-ຫວຽດນາມ ພ້ອມທັງຕັດແຖບຜ້າ ແລະ ຖ່າຍຮູບພາບຮ່ວມກັນເພື່ອເປັນທີ່ລະນຶກນໍາອີກ. ອະນຸສາວະລີຮ່ວມສຳພັນສູ້ ຮົບ ລາວ-ຫວຽດນາມ ຕັ້ງຢູ່ບ້ານ ຢອນ ແລະ ບ້ານໂພນຄໍາ ໄດ້ຮັບການສ້າງຕັ້ງຂຶ້ນແຕ່ປີ 1998 ເຊິ່ງມີ ເນື້ອທີ່ທັງໝົດ 105.234 ຕາແມັດ, ສ້າງຂຶ້ນເພື່ອຈາລຶກຄຸນງາມຄວາມດີ, ການເສຍສະຫຼະທີ່ບໍ່ມີຂອບເຂດຂອງນັກຮົບປະ ຕິວັດ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ໄດ້ຊ່ວຍ ເຫຼືອການປະຕິວັດລາວ ເວົ້າສະເພາະແມ່ນຢູ່ແຂວງຊຽງຂວາງ ນັບແຕ່ປີ 1960-1980 ຢາດເລືອດສີແດງຂອງບັນດາສະຫາຍ ພະນັກງານ-ນັກຮົບທະຫານອາ ສາສະໝັກ ແລະ ຊ່ຽວຊານຫວຽດ ນາມ ທີ່ໄດ້ລິນໄຫຼເຈືອປົນໄປກັບ ເລືອດເນື້ອຂອງພະນັກງານ-ນັກຮົບປະຕິວັດລາວ ບົນຜືນແຜ່ນດິນຊຽງຂວາງແຫ່ງນີ້ເປັນຈຳນວນຫຼາຍພັນສະຫາຍ, ວິລະກຳອັນລໍ້າເລີດ ແລະ ງົດງາມແຫ່ງມິດຕະພາບອັນນີ້ ລັດຖະບານ ແລະ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຈຶ່ງໄດ້ສ້າງອະນຸສາວະລີນັກຮົບນິລະນາມນີ້ໄວ້ໃຫ້ລູກຫຼານໄດ້ຮັບຮູ້, ຈົດຈຳ ແລະ ເຄົາລົບບູຊາຕະຫຼອດໄປ. ໂດຍ: ສົມຮັກ ຈັນທະວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ