ທ່ານ ບຸນທອງ ຈິດມະນີ ເຄື່ອນໄຫວຢ້ຽມຢາມ ແລະ ໂອ້ລົມການນຳແຂວງໄຊຍະບູລີ
ເວລາອອກຂ່າວ: 2023-01-25 09:27:48 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 246 | ຄວາມນິຍົມ:
ໃນວັນທີ 19 ມັງກອນ 2023 ນີ້, ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ໂອ້ລົມການນຳແຂວງໄຊຍະບູລີ, ໂດຍໃຫ້ການຕ້ອນຮັບຂອງ ທ່ານ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງ ໄຊຍະບູລີ ພ້ອມການນຳຫຼັກແຫຼ່ງຂອງແຂວງເຂົ້າຮ່ວມ.
ໂອກາດດັ່ງກ່າວ ທ່ານ ພົງສະຫວັນ ສິດທະວົງ ໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງໂດຍສັງເຂບ, ໂດຍລວມແລ້ວ ແຂວງໄຊຍະບູລີ ແມ່ນມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພ, ສະພາບແນວຄິດຂອງພະນັກງານ, ສະມາຊິກພັກ, ກຳລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າແມ່ນມີຄວາມອຸ່ນອ່ຽນທຸ່ນທ່ຽນ, ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດຢ່າງແທ້ຈິງ, ດ້ານເສດຖະກິດເຫັນວ່າເສດຖະກິດມະຫາພາກຂອງແຂວງ ບໍ່ສາມາດບັນລຸຄາດໝາຍ, ແຜນການວາງໄວ້ 5%, ຜ່ານການສະຫຼຸບຕີລາຄາ ບັນລຸພຽງແຕ່ 4,9% ລວມຍອດຜະລິດຕະພັນພາຍໃນ 12.339 ຕື້ກີບ, ສະເລ່ຍໃສ່ຫົວຄົນໜື່ງ 29,47 ລ້ານກີບ ຫຼື ເທົ່າກັບ 1.734 ໂດລາສະຫະລັດ, ສະເລ່ຍ 3.683 ໂດລາ/ຄົນ ເພີ່ມຂື້ນ 268 ໂດລາ/ຄົນ, ປະຕິບັດລາຍຮັບໄດ້ 1.197,84 ຕື້ກີບ, ເທົ່າກັບ 105,6%. ໃນນັ້ນ, ພູດສູນກາງ ປະຕິບັດໄດ້ 920,34 ຕື້ກີບ ແລະ ພູດທ້ອງຖິ່ນປະຕິບັດໄດ້ 277,50 ຕື້ກີບ, ສິນຄ້າສົ່ງອອກບັນລຸ 113,09 ລ້ານໂດລາສະຫະລັດ, ສິນຄ້ານຳເຂົ້າ 111,31 ລ້ານໂດລາສະຫະລັດ, ການຜະລິດແມ່ນໄດ້ສຸມໃສ່ຜະລິດເຂົ້າເພື່ອຄໍ້າປະກັນສະບຽງອາຫານໃນເນື້ອທີ 49.168 ກວ່າເຮັກຕາ ຜົນຜະລິດໄດ້ທັງໝົດ 194.800 ກວ່າໂຕນ ແລະ ປູກພືດເປັນສິນຄ້າເຊັ່ນ: ສາລີ, ໝາກເດືອຍ, ຖົ່ວເຫຼືອງ, ຜັກສົດ ແລະ ພືດອື່ນໆ; ພົ້ນເດັ່ນແມ່ນການປູກມັນຕົ້ນຂອງປະຊາຊົນ.
ໂອກາດນີ້, ທ່ານ ບຸນທອງ ຈິດມະນີ ກໍໄດ້ໃຫ້ກຽດໂອ້ລົມ, ເຊິ່ງກ່ອນອື່ນແມ່ນໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ແຂວງຍາດມາໄດ້, ພ້ອມທັງໄດ້ເນັ້ນໜັກໃຫ້ການນຳຂອງແຂວງສືບຕໍ່ຍູ້ແຮງການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ຂອງກອງປະຊຸມໃຫຍ່ອົງຄະນະພັກແຂວງໄຊຍະບູລີ ຄັ້ງທີ VII ໃຫ້ເຂົ້າສູ່ລວງເລິກ, ເປັນເຈົ້າການຍົກສູງສະຕິລະວັງຕົວ, ຕ້ານປະກົດການທີ່ບໍ່ຖືກຕ້ອງ, ມີສະຕິຕໍ່ກົນອຸບາຍຂອງພວກອິດທິກຳລັງປໍລະປັກ ແລະ ຄົນທີ່ບໍ່ຫວັງດີ, ສືບຕໍ່ຕັ້ງໜ້າບຸກບືນສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນທຸກຂົງເຂດວຽກງານ, ເອົາໃຈໃສ່ດ້ານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ, ການພັດທະນາເສດຖະກິດ-ສັງຄົມ ຕ້ອງເອົາໃຈໃສ່ຂຸດຄົ້ນທ່າແຮງບົ່ມຊ້ອນພາຍໃນແຂວງ, ການດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ໂດຍໃຫ້ຄວາມສະດວກ ແລະ ຄຸ້ມຄອງທີ່ດິນໃຫ້ໄປຕາມກົດໝາຍ ແລະ ລະບຽບການ, ສືບຕໍ່ນຳພາ-ຊີ້ນຳ ສະກັດກັ້ນ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນຢູ່ແຂວງເປັນຕົ້ນ: ບັນຫາການຂີ້ລັກງັດແງະ, ບັນຫາຢາເສບຕິດ, ອຸປະຕິເຫດຕາມທ້ອງຖະໜົນ, ການລັກລອບຄ້າຂາຍເຖື່ອນ, ການຕົ້ມຕຸນຮູບແບບຕ່າງໆ, ການລັກລອບຂຸດຄົ້ນຊັບພະຍາກອນທຳມະຊາດ, ສະພາບຫຍໍ້ທໍ້ບໍລິເວນຊາຍແດນ, ການເຄື່ອນໄຫວສາສະໜາບໍ່ຖືກຕ້ອງ ແລະ ອື່ນໆ, ສືບຕໍ່ລົງກໍ່ສ້າງຮາກຖານການເມືອງຢ່າງມີຈຸດສຸມ ແລະ ມີເນື້ອໃນ, ຮູບການທີ່ແທດກັບສະພາບຕົວຈິງຢູ່ແຕ່ລະບ່ອນ, ແນ່ໃສ່ສ້າງ ແລະ ບູລະນະລະບົບການເມືອງ ຢູ່ຂັ້ນຮາກຖານໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ, ສາມາດນຳພາປະຊາຊົນເປັນເຈົ້າການປົກປັກຮັກສາ, ພັດທະນາຕົນເອງ, ພັດທະນາບ້ານຊ່ອງ ແລະ ເອົາໃຈໃສ່ປັບປຸງການບໍລິຫານ-ຄຸ້ມຄອງລັດໃຫ້ເຂັ້ມແຂງໜັກແໜ້ນ ແລະ ມີປະສິດທິພາບ,
ໂດຍ: ອຸ່ນເຮືອນ ໂພທິລັກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ