ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທາບ​ທາມ​ຄວາມ​ຄິດ​ເຫັນ ໃສ່​ຮ່າງ​ກົດໝາຍ ວ່າ​ດ້ວຍ​ສານ​ທະຫານ (ສະບັບ​ປັບປຸງ)
ເວລາອອກຂ່າວ: 2023-01-26 08:34:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 844 | ຄວາມນິຍົມ:



ກອງ​ປະຊຸມທາບ​ທາມ​ຄວາມ​ຄິດ​ເຫັນ​ໃສ່​ຮ່າງ​ກົດໝາຍ ວ່າ​ດ້ວຍ​ສານ​ທະຫານ (ສະບັບ​ປັບປຸງ) ຢູ່​ກອງ​ບັນຊາ​ການທະຫານ​ແຂວງ​ວຽງ​ຈັນ, ໄດ້​ຈັດ​ຂຶ້ນ​ໃນ ​ວັນ​ທີ 24 ມັງກອນ 2023 ນີ້, ໂດຍ​ພາຍໃຕ້​ການ​ເປັນ​ປະທານ​ຂອງ ສະຫາຍ ພົນ​ຈັດຕະວາ ບຸນ​ຍົງ ດາ​ດົງໄຊ ຮອງ​ປະທານ​ສານປະ ຊາຊົນ​ສູງ​ສຸດ, ປະທານສານທະຫານ​ຂັ້ນ​ສູງ, ມີ ​ສະຫາຍ ພັນເອກ ສົມ​ພັນ ເຮ​​ືອງ​ພະຈັນ ຫົວໜ້າ​ຫ້ອງ​ການເມືອງ ກອງບັນຊາການທະຫານ​ແຂວງ​ວຽງ​ຈັນ, ມີ​ບັນດາ ​ສະຫາຍ​ຄະນະ​ຮັບຜິດຊອບຈາກ ​ສານ​ປະຊາຊົນ​ສູງ​ສຸດ, ສານທະຫານ​ຂັ້ນ​ສູງ, ພະແນກການ ທີ່ກ່ຽວຂ້ອງຕະຫຼອດ​ຮອດ​ພະ ນັກງານວິຊາ​ການ​ເຂົ້າ​ຮ່ວມ. ສະຫາຍ ພັນ​ເອກ ສາຍສະໝອນ ກິ​ລື​ໄຊ ຮອງ​ປະທານສານ ​ທະຫານ​ຂັ້ນ​ສູງ, ໄດ້​ຂຶ້ນ​ສະເໜີ​ ກ່ຽວ​ກັບ​ໂຄງ​ປະກອບ​ຂອງຮ່າງ​ ກົດໝາຍ ວ່າ​ດ້ວຍ​ສານ​ທະຫານ (ສະບັບ​ປັບປຸງ), ປະກອບ​ມີທັງ​ ໝົດ X ພາກ, 5 ໝວດ ແລະ 70 ມາດຕາ, ຈາກ​ນັ້ນ, ບັນດາຜູ້​ ເຂົ້າ​ຮ່ວມ​ກອງປະຊຸມໄດ້ພ້ອມກັນ ​ປະກອບຄຳ​ຄິດ​ເຫັນ​ໃສ່​ຮ່າງກົດ ໝາຍສະບັບ​ດັ່ງກ່າວຢ່າງກົງໄປ ​ກົງ​ມາ ແລະ ມີ​ຄວາມ​ສອດຄ່ອງ ​ຕາມ​ລະບຽບ​ກົດໝາຍ. ຈຸດປະ ສົງ, ກໍ​ເພື່ອ​ເປັນ​ການ​ເກັບ​ກຳ​ຂໍ້​ມູນ, ຄຳ​ຄິດ​ເຫັນ​ຕ່າງໆ​ທີ່​ເຫັນ​ວ່າ​ເໝາະ​ສົມ ແລະ ຖືກຕ້ອງ ນຳໄປ​ຄົ້ນຄວ້າ​ເຂົ້າ​ໃສ່​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ສານ​ທະຫານ ສະບັບ​ປັບປຸງ ໃຫ້​ມີ​ເນື້ອ​ໃນ​ຄົບ​ຖ້ວນ​ສົມບູນ, ເພື່ອ​ກຳນົດ​ຫຼັກການ, ລະບຽບ​ການ ແລະ ມາດ​ຕະການ​ກ່ຽວ​ກັບ​ການຈັດຕັ້ງ​ເຄື່ອນ​ໄຫວ, ການ​ຄຸ້ມ​ຄອງ, ການ​ຕິດຕາມ​ກວດກາ ຂອງ​ສານ​ທະຫານ, ຮັບປະກັນ​ໃນ​ການ​ປະຕິບັດ​ໜ້າທີ່​ວຽກງານ ​ໃຫ້​ມີ​ຄຸນ​ນະ​ພາບ, ເປັນຕົ້ນແມ່ນການ​ພິຈາລະນາ​ຕັດສິນ, ພິພາກສາ​ຄະດີ​ອາຍາ ແລະ ຄະດີ​ຄອບຄົວ ໃຫ້​ມີ​ຄວາມ​ວ່ອງໄວ, ໂປ່ງ​ໃສ, ຖືກຕ້ອງ ແລະ ຍຸຕິ​ທຳ, ແນໃສ່​ປົກ​ປ້ອງ​ຜົນ​ປະໂຫຍດ​ຂອງ​ກອງທັບ, ສິດ ແລະ ຜົນ​ປະໂຫຍດ​ອັນ​ຊອບ​ທຳ​ຂອງ​ນາຍ ແລະ ພົນທະຫານ, ຮັບປະກັນ​ເຮັດ​ໃຫ້​ກອງທັບ​ມີ​ຄວາມ​ສະຫງົບ, ມີ​ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ ແລະ ມີ​ແບບແຜນ​ທັນ​ສະໄໝ. ໂດຍ: ສາຍ​ຄຳ ພອນ​ມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ