ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ການເຄື່ອນໄຫວ​ຂະ​ບວນ​ການ​ແຂ່ງຂັນ​ກິລາ ​ຂອງ​ກົມ​ກອງ​ກຳລັງ​ຫຼວງ ແລະ ກຳລັງ​ທ້ອງຖິ່ນ
ເວລາອອກຂ່າວ: 2023-01-26 09:07:40 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 502 | ຄວາມນິຍົມ:



ນັບ​ແຕ່​ຕົ້ນ​ເດືອນ​ມັງກອນ​ຈົນ​ມາ​ເຖິງ​ປັດຈຸບັນ, ມີ​ຫຼາຍ​ກົມ​ກອງ​ກຳລັງ​ຫຼວງ ແລະ ກຳລັງ​ທ້ອງຖິ່ນ ໄດ້​ເປີດ​ຂະ​ບວນ​ການ​ແຂ່ງຂັນ​ກິລາ​ຢູ່​ພາຍ​ໃນ​ກົມ​ກອງ​ຂອງ​ຕົນ​ຢ່າງ​ເປັນ​ຂະ​ບວນ​ການ​ຟົດຟື້ນ ເພື່ອ​ເປັນ​ການ​ສ້າງ​ຂະ​ບວນ​ການ​ຂ່ຳນັບ​ຮັບ​ຕ້ອນ​ວັນ​ສ້າງຕັ້ງ​ກອງທັບ ຄົບຮອບ 74 ປີ ທັງ​ເປັນ​ການ​ເສີມ​ສ້າງ​ກຳລັງ​ແຮງ​ກາຍ​ໃຫ້​ພະນັກງານ-ນັກຮົບ ມີ​ສຸຂະພາບ​ແຂງແຮງ​ ກຽມພ້ອມ​ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ຂອງ​ຕົນ. ໃນ​ນີ້, ກອງ​ບັນຊາ​ການ​ທະຫານ​ແຂວງ​ສາລະ​ວັນ: ໄດ້​ຈັດ​ຕັ້ງ​ແຂ່ງຂັນ​ກິລາ 4 ປະເພດ​ຄື: ບານເຕະ​ຊາຍ ແລະ ບານເຕະ​ຮຸ່ນ​ອາວຸໂສ, ກະຕໍ້, ບານສົ່ງ​ ຊາຍ-ຍິງ ແລະ ເປ​ຕັງ​ ຊາຍ-ຍິງ. ຫ້ອງ​ພະລາທິການ ວິທະຍາຄານ​ເຕັກນິກ​ ການ​ທະຫານ: ໄດ້​ເປີດ​ຂະ​ບວນ​ການແຂ່ງຂັນ​ກິລາ​ມິດຕະພາບ ພາຍ​ໃນ​ຫ້ອງ, ໂດຍ​ມີ 2 ປະເພດ​ກິລາ​ແຂ່ງຂັນ​ຄື: ກິລາ​ບານສົ່ງ​ຊາຍ-ຍິງ ​ມີ 4 ທີມ ແລະ ກິລາ​ເປ​ຕັງ​ຊາຍ ​ມີ 8 ທີມ. ກອງ​ບັນຊາ​ການ​ທະຫານ​ເມືອງ​ໄຊ ​ແຂວງ​ອຸດົມ​ໄຊ: ເປີດ​ຂະ​ບວນ ການ​ແຂ່ງຂັນ​ກິລາ​ເປ​ຕັງ​ຊາຍ, ເຊິ່ງ​ມີ​ທີມ​ນັກ​ກິລາ​ມາ​ຈາກ​ບັນດາ​ກົມ​ກອງເຂົ້າ​ຮ່ວມ​ທັງ​ໝົດ 40 ທີມ. ໂຮງຮຽນ​ການທະຫານ​ທ້ອງຖິ່ນ​ແຂວງ​ວຽງ​ຈັນ: ໄດ້​ຈັດການ​ແຂ່ງຂັນ​ກິລາ​ມວນ​ຊົນ, ປະກອບ​ມີ 4 ປະເພດ​ຄື: ກິລາ​ບານສົ່ງ​ຊາຍ, ກິລາ​ບານເຕະ, ກິລາ​ເປ​ຕັງ ແລະ ກິລາ​ກະຕໍ້. ໂຮງຮຽນ 303: ໄດ້​ເປີດ​ຂະ​ບວນ​ການ​ແຂ່ງຂັນ​ກິລາ​ໃນ​ນີ້​ ມີ 3 ປະເພດ 5 ລາຍການ​ຄື: ບານສົ່ງ​ຊາຍ-​ຍິງ, ບານເຕະ ​ຊາຍ, ເປ​ຕັງ​ຊາຍ ແລະ ເປ​ຕັງ​ຍິງ ໂດຍ​ມີ​ທີມ​ນັກ​ກິລາ​ຄະນະ​ພັກ-ຄະນະ​ບັນຊາ, ພະແນກການ, ຂະແໜງການ, ຄູ-ອາຈານ ແລະ ກອງພັນ​ນັກຮຽນ. ສະ​ຖາ​ບັນ​ອະ ນາໄມ​ກັນ​ພະຍາດ ແລະ ສົ່ງເສີມ​ສຸຂະພາບ​ກອງທັບ: ໄດ້​ຈັດ​ຂະ​ບວນ​ການ​ແຂ່ງຂັນ​ກິລາ​ເປ ລວມ​ມີ​ທັງ​ໝົດ 12 ທີມ, ສ່ວນ​ຜົນ​ການ​ແຂ່ງຂັນ ທີ I ແມ່ນ​ທີມ​ພະ​ແນກ​ລະບາດ​ວິທະຍາ, ທີ II ທີມ​ພະແນກການ​ເມຶອງ ໄດ້ ແລະ ທີ III ທີມ​ພະ​ແນກ​ບໍລິຫານ​ການ​ແພດ. ນອກ​ນີ້, ຢູ່​ບາງ​ກົມ​ກອງ​ຍັງ​ໄດ້​ສຳເລັດ​ການ​ແຂ່ງຂັນ​ກິລາ​ເປັນຕົ້ນ​ແມ່ນ. ກອງ​ບັນຊາ​ການ​ທະຫານ​ແຂວງ​ວຽງ​ຈັນ: ໄດ້​ປິດ​ການ​ແຂ່ງຂັນ​ກິລາ​ມວນ​ຊົນ ຜ່ານ​ການ​ແຂ່ງຂັນ​ຕົວ​ຈິງ​​ສະຫຼຸບ​ຜົນ​ໄດ້​ຄື: ກິລາ​ບານເຕະ ທີ I ໄດ້ແກ່​ໂຮງຮຽນ​ການ​ທະຫານ​ທ້ອງຖິ່ນ, ທີ II ຫ້ອງການ​ບໍລິຫານ, ທີ III ກອງຮ້ອຍ 203, ກິລາ​ ບານສົ່ງ ທີ I ໂຮງຮຽນ​ການ​ທະຫານ​ທ້ອງຖິ່ນ, ທີ III ກອງຮ້ອຍ 203, ທີ III ຫ້ອງ​ພະລາທິການ, ກິລາ​ເປ​ຕັງ​ທີ I ກອງຮ້ອຍ 239, ທີ II ໂຮງຮຽນ​ການ​ທະຫານ​ທ້ອງຖິ່ນ, ທີ III ຫ້ອງ​ເສນາ​ທິ​ການ. ໂຮງຮຽນ​ທິດ​ສະ​ດີ​ການເມືອງ​ກອງທັບ: ປິດ​ຂະ​ບວນ​ການ​ແຂ່ງຂັນ​ກິລາ​ມວນ​ຊົນ ຜ່ານ​ການ​ແຂ່ງຂັນ​ຕົວ​ຈິງສະຫຼຸບ​ໄດ້​ຄື: ກິລາ​ບານສົ່ງ​ຊາຍ ທີ I ຄະນະ​ວິຊາ​ຄູ​ຄວາມ​ຮູ້​ທົ່ວ​ໄປ, ທີ II ຫ້ອງ​ພະລາ​ທິ​ການ-ເຕັກນິກ; ບານສົ່ງ​ຍິງ ທີ I ຄະນະ​ວິຊາ​ຄູ, ທີ II ຫ້ອງການ-ບໍລິຫານ, ກະຕໍ້ ທີ I ຫ້ອງ ການ​ບໍລິຫານ, ທີ II ຄະນະ​ວິຊາຄູ​ຄວາມ​ຮູ້​ທົ່ວ​ໄປ, ເປ​ຕັງ ທີ I ຫ້ອງການ-ບໍລິຫານ, ທີ II ຫ້ອງ​ການເມືອງ ແລະ ກອງ​ພົນ​ທີ 1: ໄດ້​ປິດ​ຂະ​ບວນ​ການ​ແຂ່ງ ຂັນ​ກິລາ​ກາ​ຍະ​ກຳ. ໃນ​ນີ້, ສາມາດ​ສະຫຼຸບ​ຜົນ​ການ​ແຂ່ງຂັນ ກິລາ​ບານເຕະ​ຊາຍ: ທີ I ສູນ​ເຝິກອົບຮົມ, ທີ II ໂຮງໝໍ​ກອງ​ພົນ, ທີ III ກອງພັນ 162; ກິລາ​ບານສົ່ງ​ຊາຍ ​ທີ I ສູນ​ເຝິກອົບຮົມ, ທີ II ຫ້ອງ​ເສນາ​ທິ​ການ, ທີ III ກອງຮ້ອຍ 151; ກິລາ​ບານສົ່ງ​ຍິງ ​ທີ I ກອງພັນ 221, ທີ II ໂຮງໝໍ​ກອງ​ພົນ, ທີ III ຫ້ອງ​ພະ ລາທິການ; ກິລາ​ກະຕໍ້ ​ທີ I ສູນ​ເຝິກອົບຮົມ, ທີ II ກອງພັນ​ສື່ສານ 221, ທີ III ຫ້ອງ​ເຕັກນິກ; ກິລາ​ເປ​ຕັງ​ປະສົມ​ຊາຍ-ຍິງ ​ທີ I ຫ້ອງ​ການເມືອງ, ທີ II ຫ້ອງ​ເຕັກນິກ, ທີ III ຫ້ອງ​ພະລາທິການ. ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ: ໄດ້​ປິດ​ຂະ​ບວນ​ການ​ແຂ່ງຂັນ​ກິລາ ການ​ທະຫານ ແລະ ກິລາ​ມວນ​ຊົນ ເຊິ່ງ​ຜົນ​ການ​ແຂ່ງຂັນ​ກິລາ​ການ​ທະຫານ​ແລ່ນ​ມ້າງ​ປະກອບ​ອາວຸດ​ທີມ​ລວມ​ໝູ່ ທີ I ກອງຮ້ອຍ 23, ທີ II ກອງພັນ 419 ແລະ ທີ III ກອງພັນ 609, ກິລາ​ການ​ທະຫານ​ແລ່ນ​ມ້າງ​ປະກອບ​ອາວຸດ​ປະເພດ​ບຸກຄົນ ທີ I ວາທີ ເດ ຫຼວງ​ແສນ​ຜີວ ກອງຮ້ອຍ 23, ທີ II ສິບ​ເອກ ແລ໋ມ​ໂບ ກອງຮ້ອຍ 23 ແລະ ທີ III ນຸ່ຍ​ແກ້ວ ກອງພັນ419 ກິລາ​ມວນ​ຊົນ ປະເພດກິລາ​ເປ​ຕັງ​ຍິງ ທີ I ຫ້ອງ​ເສນາ​ທິ​ການ, ທີ II ຫ້ອງ​ການເມືອງ ແລະ ທີ III ຫ້ອງ​ພະລາທິການ, ປະເພດ​ກິລາ​ເປ​ຕັງ​ຊາຍ ທີ I ໂຮງຮຽນ​ການ​ທະຫານ​ທ້ອງຖິ່ນ, ທີ II ຫ້ອງ​ເສນາ​ທິ​ການ ແລະ ທີ III ກອງຮ້ອຍ 232, ປະເພດ​ກິລາ​ດຶງເຊືອກ​ຊາຍ ທີ I ຫ້ອງ​ເສນາ​ທິ​ການ, ທີ II ກອງພັນ 609 ແລະ ທີ III ກອງຮ້ອຍ 21, ປະເພດ​ກິລາ​ບານສົ່ງ​ຍິງ ທີ I ທີມ​ປະສົມ ຫ້ອງ​ເສນາ​ທິ​ການ+ຫ້ອງ​ການເມືອງ+ຫ້ອງການ ​ກອງ​ບັນຊາ​ການ, ທີ II ຫ້ອງ​ພະລາທິການ ແລະ ທີ 3 ກອງຮ້ອຍ 232 ປະເພດ​ກິລາ​ບານສົ່ງ​ຊາຍ ທີ I ໂຮງຮຽນ​ສ້າງ​ແພດ​ຊັ້ນ​ຕົ້ນ, ທີ II ກອງຮ້ອຍ 23 ແລະ ທີ III ກອງພັນ 419, ປະເພດ​ກິລາ ບານເຕະ​ຊາຍ ທີ I ກອງພັນ419, ທີ II ກອງຮ້ອຍ 21 ແລະ ທີ III ກອງພັນ 609.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ