ກອງພົນທີ 5 ປະກາດການເລື່ອນຊັ້ນໃຫ້ນາຍສິບ
ເວລາອອກຂ່າວ: 2023-01-26 09:10:53 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 424 | ຄວາມນິຍົມ:
ໃນວັນທີ 18 ມັງກອນ 2023 ນີ້, ກອງພົນທີ 5 ໄດ້ປະກາດການເລື່ອນຊັ້ນໃຫ້ແກ່ນາຍສິບ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພັນເອກ ບຸນສົມ
ອີນທະລາ ຫົວໜ້າຫ້ອງເສນາທິການ ກອງພົນທີ 5, ມີຄະນະພັກ-ຄະນະບັນຊາ, ກົມກອງຕະຫຼອດຜູ້ທີ່ໄດ້ຮັບການເລື່ອນຊັ້ນໃໝ່ເຂົ້າຮ່ວມ.
ສະຫາຍ ພັນໂທ ຄຳສອນສີລິສັກ ຫົວໜ້າພະແນກກຳລັງ ກອງພົນທີ 5 ໄດ້ຜ່ານຂໍ້ຕົກລົງຂອງ ກົມໃຫຍ່ເສນາທິການກອງທັບ ອີງຕາມໜັງສືສະເໜີ ຂອງ
ກົມກຳລັງພົນ ກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການເລື່ອນຊັ້ນນາຍສິບ ແລະ ພົນທະຫານ ແລະ ອີງຕາມຂໍ້ກຳນົດຂອງກະຊວງປ້ອງກັນປະເທດ ວ່າດ້ວຍລະ
ບຽບການນາຍສິບ ແລະ ພົນທະຫານ ຂອງປະຊາຊົນລາວ (ສະບັບປັບປຸງ) ໂດຍປະຕິບັດຕາມທິດທາງປັບປຸງກໍ່ສ້າງກຳລັງປະກອບອາວຸດໃຫ້ມີຄວາມເຂັ້ມແຂງໜັກແໜ້ນ ກາຍເປັນກອງທັບປະຕິວັດ ທີ່ມີແບບແຜນທັນສະໄໜ. ໃນນີ້, ໄດ້ປະກາດການເລື່ອນຊັ້ນ ສິບເອກ ຂຶ້ນວາທີ ຈຳນວນ 146 ສະຫາຍ, ເລື່ອນຊັ້ນ ສີບໂທ ຂຶ້ນ ສີບເອກ ຈຳນວນ 41 ສະຫາຍ, ເລື່ອນຊັ້ນ ສິບຕີ ຂຶ້ນສີບໂທ ຈຳນວນ 27 ສະຫາຍ.
ໂອກາດດັ່ງກ່າວ ສະຫາຍປະທານຍັງໄດ້ຮຽກຮ້ອງໃຫ້ບັນດາສະຫາຍທີ່ໄດ້ຮັບການເລື່ອນຊັ້ນໃໝ່ຄັ້ງນີ້ ຈົ່ງພ້ອມກັນເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ເປັນປົກກະຕິອອກແຮງເຝິກຜົນຫຼໍ່ຫຼອມ ຄຸນທາດການເມືອງ ຄຸນສົມບັດ, ສີນທຳ
ປະຕິວັດ, ຍົກສູງຄວາມຮູ້ ຄວາມສາມາດ ຂອງຕົນ ເຂົ້າໃນໜ້າທີ່ວຽກງານ ທີ່ການຈັດຕັ້ງຂັ້ນເທິງມອບໜາຍໃຫ້ຕັ້ງໜ້າປະກອບສ່ວນເຂົ້າໃນການຂະບວນການດ້ານຕ່າງໆຂອງກົມກອງ ໃຫ້ເປັນຂະບວນການຟົດຟື້ນ. ຈາກນັ້ນ, ຕ້ອງເອົາໃຈໃສ່ປະຕິ
ບັດຂໍ້ກຳນົດ, ກົດລະບຽບຂອງພັກ, ກົດໜາຍຂອງລັດ ຂໍ້ກຳນົດ ກົດລະບຽບຂອງກອງທັບ ກໍຄື: ຂອງກົມກອງວາງອອກໃຫ້ມີເຂັ້ມງວດ. ທັງນີ້, ກໍ່ເພື່ອເປັນການປັບປຸງກໍ່ສ້າງຕົນເອງ ກາຍເປັນພະນັກງານຮຸ່ນສືບທອດທີ່ດີຂອງກອງທັບ ກໍຄືຂອງກົມກອງ.
ໂດຍ: ທອງປານ ສີດາໄລ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ