ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະ​ນຳ​ກະຊວງ​ປ້ອງ​ກັນ​ປະເທດ ​ອວຍພອນ​ປະທານ​ສະພາ​ແຫ່ງ​ຊາດ
ເວລາອອກຂ່າວ: 2023-01-26 09:11:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 923 | ຄວາມນິຍົມ:



ວັນ​ທີ 24 ມັງກອນ 2023 ນີ້, ຄະນະ​ນຳ​ກະຊວງ​ປ້ອງ​ກັນ​ປະເທດ ນຳ​ໂດຍ ສະຫາຍ ພົນ​ຕີ ຈັນ​ທອງ ສອນ​ຕະ​ອາດ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ ເທດ ພ້ອມ​ຄະນະ ໄດ້​ນຳ​ເອົາ​ກະຕ່າ​ດອກ​ໄມ້​ເຂົ້າ​ອວຍພອນ ສະຫາຍ ໄຊ​ສົມ​ພອນ ພົມວິຫານ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ ປະທານ​ສະພາ​ແຫ່ງ​ຊາດ ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງ​ກອງທັບ​ ປະຊາຊົນ​ລາວ ຄົບຮອບ 74 ປີ. ສະຫາຍ ພົນ​ຕີ ຈັນ​ທອງ ສອນ​ຕະ​ອາດ ໄດ້​ກ່າວ​ວ່າ: ຍາມ​ໃດ​ການ​ນຳ​ພັກ ແລະ ລັດຖະບານ ກໍ​ຄື ຄະນະ​ນຳ​ສະພາ​ແຫ່ງ​ຊາດ ກໍ​ໄດ້​ເອົາໃຈໃສ່​ເບິ່ງແຍງ​ຊ່ວຍເຫຼືອ ແລະ ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ກອງທັບ​ພວກ​ເຮົາ, ໃນ​ໄລຍະ​ຜ່ານ​ມາ ເຖິງ​ແມ່ນ​ວ່າ​ສະພາບ​ການ​ຂອງ​ໂລກ, ພາກ​ພື້ນ ແລະ ພາຍ​ໃນ​ປະເທດ​ເຮົາ ມີ​ການ​ຜັນ​ແປ​ໄປ​ຢ່າງ​ສັບສົນ, ມີ​ທັງ​ສິ່ງ​ເອື້ອ​ ອຳນວຍ ແລະ ສິ່ງ​ທ້າ​ທາຍທົດ ​ສອບ​ຫຼາຍ​ປະການ ທີ່​ສົ່ງ​ຜົນກະ ທົບ​ຕໍ່​ການ​ສ້າງສາ​ພັດທະນາປະ ເທດ​ຊາດ, ແຕ່​ກອງທັບ​ເຮົາຍາມ ​ໃດ​ກໍ​ໄດ້​ຍຶດ​ໝັ້ນ​ຕໍ່​ອຸດົມການ, ຕໍ່ໜ້າ​ທີ່​ການເມືອງ​ທີ່​ພັກ-ລັດ ແລະ ປະຊາຊົນ​ມອບ​ໝາຍ​ໃຫ້, ສຸມ​ໃສ່​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ V ຂອງ​ອົງຄະ​ນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ ໂດຍ​ສະເພາະ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ ເຫັນ​ວ່າ​ມີ​ຜົນສຳເລັດ​ຫຼາຍ​ດ້ານ ປະກອບສ່ວນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ, ໂດຍ​ລວມ​ແລ້ວ​ມາ​ຮອດ​ປັດຈຸບັນ ທົ່ວ​ກຳລັງປະກອບ​ອາວຸດສະພາບ​ທາງດ້ານ​ການເມືອງ​ແນວ​ຄິດ, ຈິດໃຈແມ່ນ ​ມີ​ຄວາມ​ອຸ່ນ​ອຽນ​ທຸ່ນ​ທ່ຽງ, ເຊື່ອ​ໝັ້ນ​ຕໍ່​ການ​ນຳພາ​ຂອງ​ພັກ-ລັດ, ສືບຕໍ່​ປະຕິບັດ​ໜ້າທີ່​ຂອງ​ຕົນ ເຮັດ​ໃຫ້​ສະພາບ​ມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ, ໄດ້​ສຸມ​ໃສ່​ປັບປຸງ​ກໍ່ສ້າງ​ກຳລັງ​ໃຫ້​ມີ​ຄວາມ​ໜັກ​ໃນ​ທຸກ​ດ້ານ, ດ້ານ​ວຽກ​ງານ​ຮັບປະກັນ​ພະລາທິການ-ເຕັກນິກ, ການ​ພົວພັນ​ຮ່ວມ​ມື​ກັບ​ເພື່ອນ​ມິດຍຸດທະ​ສາດ ກໍ​ສາມາດ​ປະຕິບັດ​ໄດ້ດີ, ຜົນສຳເລັດ​ດັ່ງກ່າວ​ນັ້ນ ກໍ​ຍ້ອນ ພັກ-ລັດຖະບານກໍ​ຄືສະພາແຫ່ງ​ຊາດ ໄດ້​ໃຫ້​ຄວາມ​ສຳຄັນ, ຊຸກຍູ້​ຊ່ວຍເຫຼືອ, ສ້າງ​ເງື່ອນໄຂອຳນວຍ ​ຄວາມສະດວກໃຫ້​ແກ່​ການປະຕິບັດ​ໜ້າທີ່​ຂອງ​ກອງທັບ​ພວກ​ເຮົາ, ຈາກ​ນັ້ນ, ກໍ​ໄດ້​ກ່າວ​ອວຍພອນ​ໄຊ​ອັນ​ປະເສີດ​ຕໍ່ ສະຫາຍ​ປະທານ​ສະພາ​ແຫ່ງ​ຊາດ ແລະ ສະແດງ​ຄວາມ​ຮູ້​ບູນ​ຄຸນ​ຕໍ່​ການ​ນຳ​ພັກ-ລັດ, ສະພາ​ແຫ່ງ​ຊາດ ທີ່​ຍາມ​ໃດ​ກໍ​ໄດ້​ໃຫ້​ຄວາມ​ສຳຄັນ, ຊ່ວຍເຫຼືອ​ປັບປຸງ​ກໍ່ສ້າງ​ກອງທັບ ເຮັດ​ໃຫ້​ກອງທັບ​ສາມາດ​ເຮັດ​ລ້ອນ​ໜ້າທີ່​ການເມືອງ​ຂອງ​ຕົນ​ໄດ້​ດີ​ຕະຫຼອດ​ມາ. ໂອກາດ​ນີ້, ສະຫາຍ ໄຊ​ສົມ​ພອນ ພົມວິຫານ ກໍ​ໄດ້​ກ່າວ​ສະແດງ​ຄວາມ​ຂອບໃຈ​ຕໍ່​ຄະນະ​ນຳ​ກະຊວງ​ປ້ອງ​ກັນ​ປະເທດ​ທີ່​ໄດ້​ມາ​ອວຍພອນ​ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ​ຄົບຮອບ 74 ປີ​ໃນ​ຄັ້ງ​ນີ້, ພ້ອມ​ທັງ​ອວຍພອນ​ໃຫ້​ບັນດາ​ສະຫາຍ​ການ​ນຳ​ກະຊວງ​ປ້ອງ​ກັນ​ປະເທດ ຕະຫຼອດ​ຮອດ​ພະນັກງານ-ນັກຮົບ ໃນ​ທົ່ວ​ກອງທັບ ຈົ່ງ​ພ້ອມ​ກັນ​ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ທີ່​ພັກ-ລັດ ແລະ ປະເທດ​ຊາດ​ໄດ້​ມອບ​ໝາຍ​ໃຫ້, ສືບຕໍ່​ປັບປຸງກໍ່ສ້າງ​ກອງທັບ​ໃຫ້​ມີ​ແບບແຜນ​ທັນ​ສະໄໝ, ເປັນ​ຫຼັກ​ແຫຼ່ງ​ໃນ​ການ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດ ທະນາ​ປະເທດ​ຊາດ​ໃຫ້​ມີ​ຄວາມ​ສະຫງົບ​ໝັ້ນຄົງ. ໂດຍ: ເພັດ ສົມ​ນໍ​ວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ