ຄະນະນຳກະຊວງປ້ອງກັນປະເທດ ອວຍພອນປະທານສະພາແຫ່ງຊາດ
ເວລາອອກຂ່າວ: 2023-01-26 09:11:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 931 | ຄວາມນິຍົມ:
ວັນທີ 24 ມັງກອນ 2023 ນີ້, ຄະນະນຳກະຊວງປ້ອງກັນປະເທດ ນຳໂດຍ ສະຫາຍ ພົນຕີ ຈັນທອງ ສອນຕະອາດ ຮອງລັດຖະມົນຕີກະຊວງປ້ອງກັນປະ ເທດ ພ້ອມຄະນະ ໄດ້ນຳເອົາກະຕ່າດອກໄມ້ເຂົ້າອວຍພອນ ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 74 ປີ.
ສະຫາຍ ພົນຕີ ຈັນທອງ ສອນຕະອາດ ໄດ້ກ່າວວ່າ: ຍາມໃດການນຳພັກ ແລະ ລັດຖະບານ ກໍຄື ຄະນະນຳສະພາແຫ່ງຊາດ ກໍໄດ້ເອົາໃຈໃສ່ເບິ່ງແຍງຊ່ວຍເຫຼືອ ແລະ ອຳນວຍຄວາມສະດວກໃຫ້ແກ່ກອງທັບພວກເຮົາ, ໃນໄລຍະຜ່ານມາ ເຖິງແມ່ນວ່າສະພາບການຂອງໂລກ, ພາກພື້ນ ແລະ ພາຍໃນປະເທດເຮົາ ມີການຜັນແປໄປຢ່າງສັບສົນ, ມີທັງສິ່ງເອື້ອ ອຳນວຍ ແລະ ສິ່ງທ້າທາຍທົດ ສອບຫຼາຍປະການ ທີ່ສົ່ງຜົນກະ ທົບຕໍ່ການສ້າງສາພັດທະນາປະ ເທດຊາດ, ແຕ່ກອງທັບເຮົາຍາມ ໃດກໍໄດ້ຍຶດໝັ້ນຕໍ່ອຸດົມການ, ຕໍ່ໜ້າທີ່ການເມືອງທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້, ສຸມໃສ່ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ໂດຍສະເພາະ 4 ໜ້າທີ່ໃຫຍ່ 26 ແຜນງານ ເຫັນວ່າມີຜົນສຳເລັດຫຼາຍດ້ານ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ໂດຍລວມແລ້ວມາຮອດປັດຈຸບັນ ທົ່ວກຳລັງປະກອບອາວຸດສະພາບທາງດ້ານການເມືອງແນວຄິດ, ຈິດໃຈແມ່ນ ມີຄວາມອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ, ສືບຕໍ່ປະຕິບັດໜ້າທີ່ຂອງຕົນ ເຮັດໃຫ້ສະພາບມີຄວາມສະຫງົບໂດຍພື້ນຖານ, ໄດ້ສຸມໃສ່ປັບປຸງກໍ່ສ້າງກຳລັງໃຫ້ມີຄວາມໜັກໃນທຸກດ້ານ, ດ້ານວຽກງານຮັບປະກັນພະລາທິການ-ເຕັກນິກ, ການພົວພັນຮ່ວມມືກັບເພື່ອນມິດຍຸດທະສາດ ກໍສາມາດປະຕິບັດໄດ້ດີ, ຜົນສຳເລັດດັ່ງກ່າວນັ້ນ ກໍຍ້ອນ ພັກ-ລັດຖະບານກໍຄືສະພາແຫ່ງຊາດ ໄດ້ໃຫ້ຄວາມສຳຄັນ, ຊຸກຍູ້ຊ່ວຍເຫຼືອ, ສ້າງເງື່ອນໄຂອຳນວຍ ຄວາມສະດວກໃຫ້ແກ່ການປະຕິບັດໜ້າທີ່ຂອງກອງທັບພວກເຮົາ, ຈາກນັ້ນ, ກໍໄດ້ກ່າວອວຍພອນໄຊອັນປະເສີດຕໍ່ ສະຫາຍປະທານສະພາແຫ່ງຊາດ ແລະ ສະແດງຄວາມຮູ້ບູນຄຸນຕໍ່ການນຳພັກ-ລັດ, ສະພາແຫ່ງຊາດ ທີ່ຍາມໃດກໍໄດ້ໃຫ້ຄວາມສຳຄັນ, ຊ່ວຍເຫຼືອປັບປຸງກໍ່ສ້າງກອງທັບ ເຮັດໃຫ້ກອງທັບສາມາດເຮັດລ້ອນໜ້າທີ່ການເມືອງຂອງຕົນໄດ້ດີຕະຫຼອດມາ.
ໂອກາດນີ້, ສະຫາຍ ໄຊສົມພອນ ພົມວິຫານ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ຄະນະນຳກະຊວງປ້ອງກັນປະເທດທີ່ໄດ້ມາອວຍພອນເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 74 ປີໃນຄັ້ງນີ້, ພ້ອມທັງອວຍພອນໃຫ້ບັນດາສະຫາຍການນຳກະຊວງປ້ອງກັນປະເທດ ຕະຫຼອດຮອດພະນັກງານ-ນັກຮົບ ໃນທົ່ວກອງທັບ ຈົ່ງພ້ອມກັນເຮັດສຳເລັດໜ້າທີ່ການເມືອງທີ່ພັກ-ລັດ ແລະ ປະເທດຊາດໄດ້ມອບໝາຍໃຫ້, ສືບຕໍ່ປັບປຸງກໍ່ສ້າງກອງທັບໃຫ້ມີແບບແຜນທັນສະໄໝ, ເປັນຫຼັກແຫຼ່ງໃນການປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດໃຫ້ມີຄວາມສະຫງົບໝັ້ນຄົງ.
ໂດຍ: ເພັດ ສົມນໍວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ