ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເປັນ​ກຳລັງ​ຫຼັກ​ແຫຼ່ງ​ຄ້ຳປະກັນ​ໃຫ້​ແຂວງ​ບໍ່​ແກ້ວ​ມີ​ຄວາມ​ສະຫງົບ
ເວລາອອກຂ່າວ: 2023-01-26 09:14:13 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 666 | ຄວາມນິຍົມ:



ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ປ້ອງ​ຊາດ​ຢູ່​ແຂວງ​ບໍ່​ແກ້ວ​ໃນ​ປີ 2022 ຜ່ານ​ມາ​ ໂດຍ​ລວມ​ເຫັນ​ວ່າ​ສະພາບ​ທົ່ວ​ແຂວງ​ມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ.ກຳລັງ​ປະກອບ​ອາວຸດ​ທ້ອງຖິ່ນ​ແຂວງ​ບໍ່​ແກ້ວ​ຍັງ​ເປັນ​ກຳລັງ​ຫຼັກ​ແຫຼ່ງ​ຄ້ຳປະກັນ​ເຮັດ​ໃຫ້ການ​ພັດທະນາ​ເສດຖະກິດ-ວັດທະນາ​ທຳ, ສັງຄົມ​ໄດ້​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ບັນດາເຜົ່າ​ໄດ້​ຮັບ​ການ​ພັດທະນາ​ດີ​ຂຶ້ນ​ເປັນ​ກ້າວໆ​ມາ. ສະຫາຍ ພັນ​ເອກ ບຸນ​ມີ ພາ​ມີ​ໄຊ ກຳມະການ​ຄະນະ​ປະຈຳ​ພັກ​ແຂວງ ເລຂາ​ຄະນະ​ພັກ ຫົວໜ້າ​ການເມືອງ​ ກອງ​ບັນຊາ​ການ​ທະຫານ​ແຂວງບໍ່​ແກ້ວ​ ໃຫ້​ຮູ້​ວ່າ: ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ປ້ອງ​ກັນ​ຊາດ​ໃນ​ປີຜ່ານມາ ໂດຍ​ລວມແມ່ນ​ມີ​ຄວາມສະຫງົບ ແລະ ປອດ​ໄພ 100%, ຄະນະ​ພັກ-ຄະນະ​ບັນຊາ​ທຸກ​ຂັ້ນ​ຕະຫຼອດ​ຮອດ​ພະນັກງານ-ນັກຮົບ​ມີ​ນ້ຳໃຈ​ຮັກ​ຊາດ​ອັນ​ສູງ​ສົ່ງ, ຕ້ານ ແລະ ສະກັດ​ກັ້ນ​ທຸກ​ກົນອຸບາຍ​ຫັນປ່ຽນ​ຂອງ​ອິດ​ທິ​ກຳລັງ​ປໍ​ລະ​ປັກ ແລະ ບັນດາ​ປະກົດ​ການ​ຫຍໍ້ທໍ້​ທີ່​ອາດ​ຈະ​ເກີດ​ຂຶ້ນ​ໃນ​ສັງຄົມ​ໄດ້​ຂາດ​ຕົວ. ຈັດ​ຕັ້ງ​ກຳລັງ​ປ້ອງ​ກັນ​ເວນຍາມ​ຄ້າຍ​ຄູ ແລະ ຂອບ​ເຂດ​ຄວາມ​ຮັບຜິດຊອບ​ທົ່ວ​ເທສະບານ​ແຂວງ ໃຫ້​ມີ​ຄວາມ​ສະຫງົບ​ປອດ​ໄພ, ເຊິ່ງ​ໃນ​ນັ້ນ ຄະນະ​ພັກ-ຄະນະ​ບັນຊາ​​ໄດ້​ສຸມ​ໃສ່​ໃນ​ການຈັດຕັ້ງ​ປະຕິບັດ​ຕາມ​ສອງ​ວາລະ​ແຫ່ງ​ຊາດ​ຂອງ​ພັກ ​ແລ​ະ ລັດ​ຖະ​ບານ​ ວ່າ​ດ້ວຍ ​ການ​ແກ້​ໄຂ​ບັນຫາ​ເສດຖະ ກິດ-ການ​ເງິນ​ ແລະ​ ບັນຫາ​ຢາ​ເສບ​ຕິດ ສາມາດ​ແກ້​ໄຂ​ປະກົດ​ການ​ຫຍໍ້ທໍ້​ທີ່​ເກີດ​ຂຶ້ນ​ພາຍ​ໃນ​ແຂວງ​ດັ່ງນີ້: ຍຶດ​ລົດ​ເຖື່ອນ ຈຳນວນ 17 ຄັນ, ເຮືອ​ບັນທຸກ 2 ລຳ, ຄະດີ​ອາຍາ​ເກີດ​ຂຶ້ນ 39 ເລື່ອງ, ກັກ​ຕົກວຜູ້​ຕ້ອງ​ຫາ​ໄດ້ 39 ຄົນ, ຍິງ 3 ຄົນ, ລົດຈັກ 5 ຄັນ, ລົດ​ໄຖ​ນາ 2 ຄັນ, ຄະດີ​ຢາ​ເສບ​ຕິດ​ເກີດ​ຂຶ້ນ​ ຈຳນວນ 94 ເລື່ອງ: ຜູ້​ຖືກ​ຫາ 136 ຄົນ, ຍິງ 10 ຄົນ, ຍຶດ​ຢາ​ບ້າ ​ຈຳນວນ 48.437.108 ເມັດ, ຢາ​ໄອສ 591 ກິ​ໂລ​ກຣາມ, 29 ຫຼອດ​ນ້ອຍ, ເຮ​ໂຣ​ອິນ 759 ກຣາມ ແລະ 1 ຖົງ​ນ້ອຍ, ຄາ​ເຟ​ອິນ 168 ກິ​ໂລ​ກຣາມ, ຜົງ​ຂາວ 1 ຖົງ, ລົດ​ໃຫຍ່ 6 ຄັນ, ລົດຈັກ 8 ຄັນ, ປືນ​ສັ້ນ 2 ກະບອກ, ປືນ​ແກັບ 7 ກະບອກ, ໂທລະສັບ 49 ເຄື່ອງ, ກົກ​ຕົວ​ຄົນ​ເຂົ້າ-ອອກ​ເມືອງ​ຜິດ​ກົດໝາຍ 444 ຄົນ, ຍິງ122 ຄົນ​ ແລະ ​ບັນຫາ​ອື່ນໆ​ທີ່​ຜິດ​ຕໍ່​ກົດໝາຍ​ບ້ານ​ເມືອງໄດ້​ ຮັບ​ການ​ແກ້​ໄຂ​ເປັນ​ກ້າວໆ​ມາ. ນອກ​ນັ້ນ​ ຍັງ​ໄດ້​ຈັດ​ຕັ້ງ​ກຳລັງ ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ​ພັດທະນາ​ຊົນນະບົດ​ຮອບດ້ານ​ຕາມ 4 ເນື້ອ​ໃນ 4 ຄາດໝາຍ​ຕິດ​ພັນ​ກັບ​ວຽກ​ງານ 3 ສ້າງ​ຂອງ​ພັກ​ຢ່າງ​ແຂງແຮງ​ໃນ​ນັ້ນ​ໄດ້​ສົ່ງ​ພະນັກງານ​ລົງ​ກໍ່ສ້າງ​ຮາກ​ຖານ ຈຳນວນ 24 ສະຫາຍ, ​ຢູ່ 3 ເມືອງ 24 ບ້ານ ຈຸດ​ສຸມ ແລະ 1 ກອງ​ປະຕິບັດ​ງານ, ພ້ອມ​ກັນ​ນັ້ນ, ​ກໍໄດ້​ຊີ້​ນຳ​ກົມ​ກອງ​ຮາກ​ຖານ​ຫັນ​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງແບບ​ມູນເຊື້ອ ​ແລະ ​ແຮກສ່ຽວ​ຢ່າງ​ຕັ້ງໜ້າ, ໂດຍ​ສະເພາະ​ແມ່ນ​ບ້ານ​ທີ່​ໄດ້​ແຮກສ່ຽວ​ກັບ​ທະຫານ​ແຂວງ​ ຈຳນວນ 11 ບ້ານ ກວມ​ເອົາ​ທັງ 5 ເມືອງ. ໃນ​ນັ້ນ, ​ມີ​ກຸ່ມ​ບ້ານ​ພັດທະນາ 1 ກຸ່ມ​ບ້ານ, ມີ 248 ບ້ານ, ປະກາດ​ຮັບຮອງ​ຄອບຄົວ ແລະ ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ​ໄດ້ 13 ບ້ານ ປັດຈຸ​ບັນ​ທົ່ວ​ແຂວງ​ມີ​ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ 29 ບ້ານ. ສະຫາຍ ພັນ​ເອກ ບຸນ​ມີ ພາ​ມີ​ໄຊ ຍັງ​ໃຫ້​ຮູ້​ຕື່ມ​ອີ​ກວ່າ: ສະເພາະ​ປີ 2023 ນີ້, ຄະນະ​ພັກ-ຄະນະ​ບັນຊາ​​ຈະ​ໄດ້​ສືບ​ຕໍ່​ການຈັດຕັ້ງ​ວຽກ​ງານ​ປ້ອງ​ກັນ​ຊາດ​ຢ່າງ​ແຂງແຮງ​ ແລະ ​ຮັບປະກັນໃຫ້​ແຂວງ​ມີ​ຄວາມ​ສະຫງົບ ​ໂດຍ​ຖື​ເອົາ​ວຽກ​ງານ​ສຶກ​ສາ​ອົບ ຮົມ​ດ້ານ​ການເມືອງ-ນຳພາ​ແນວຄິດ​ໃຫ້​ເປັນ​ບັນຫາ​ສຳຄັນ, ຊີ້​ນຳ​ກົມ​ກອງ​ຮາກ​ຖານ​ຈັດ​ຕັ້ງ​ປະຕິບັດ​ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ຂອງ​ຕົນ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ, ຊີ້​ນຳ-ນຳພາ, ບັນຊາ​ພະນັກງານ-ນັກຮົບ, ປະຕິບັດ​ລະບອບ​ປະຊຸມ ແລະ ​ສ່ອງ​ແສງ​ລາຍ​ງານ​ພ້ອມ​ກັບຕິດຕາມ​ກວດກາ​ສະພາບ​ການ​ໃຫ້​ວ່ອງ​ໄວ​ທັນ​ເວລາ, ເປັນ​ເຈົ້າ​ການ​ເພີ່ມ​ທະວີ​ມີ​ສະຕິ​ລະວັງ​ຕົວ​ທັບ​ມ້າງ​ທຸກ​ກົນອຸບາຍ​ຫັນປ່ຽນ​ໂດຍ​ສັນຕິ​ຂອງ​ກຳລັງ​ອິດ​ທິ​ປໍ​ລະ​ປັກ​ໃຫ້​ເດັດຂາດ​ເຂັ້ມແຂງ, ກໍລະນີ​ເກີດ​ຢູ່​ບ່ອນ​ໃດ​ກໍ ຕ້ອງ​ແກ້​ຢູ່​ບ່ອນ​ນັ້ນ​ ແລະ ​ຮີບ​ຮ້ອນ​ລາຍ​ງານ​ໃຫ້​ຂັ້ນ​ເທິງ​ເພື່ອ​ເປັນ​ບ່ອນ​ອີງ​ໃນ​ແບບແຜນ​ວິທີ​ເຮັດ​ວຽກ, ສືບຕໍ່​ປັບປຸງ​ແບບແຜນ​ວິທີ​ການ​ເຮັດ​ວຽກ​ຕາ​ນ່າງ​ຂ່າວ​ປ້ອງ​ກັນ​ຊາດ​ຢູ່​ຂັ້ນ​ບ້ານ, ກຸ່ມ​ບ້ານ, ເມືອງ​ໃນ​ການ​ເປັນ​ເສນາ​ທິ​ການ​ໃຫ້​ຄະນະ​ກຳມະການ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ແຂວງ​ກໍ​ຄື​ສູນ​ກາງ, ພ້ອມ​ນັ້ນ​ກໍຕ້ອງ​ຄົ້ນຄວ້າ​ສຶກ​ສາ​ອົບຮົມ​ດ້ານ​ທິດ​ສະ​ດີ​ການເມືອງ​ຂອງ​ພັກ, ແນວທາງ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ທົ່ວ​ປວງ​ຊົນ​ຮອບດ້ານ ເພື່ອ​ແນໃສ່​ກໍ່ສ້າງ​ພັກ-ກໍ່ສ້າງ​ພະນັກງານ​ໃນ​ຂັ້ນ​ນຳພາ-ບັນຊາ ກໍ​ຄື​ການ​ປັບປຸງ​ກໍ່ສ້າງ​ກຳລັງປະກອບ​ອາວຸດ​ທ້ອງຖິ່ນ​ແຂວງ​ບໍ່​ແກ້ວ​ໃຫ້​ມີ​ຄວາມ​ເຕີບ​ໃຫຍ່​ໜັກ​ແໜ້ນ​ເຂັ້ມແຂງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ