ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງປະຊຸມຄົບຄະນະບໍລິຫານງານພັກ ກົມໃຫຍ່ພະລາທິການກອງທັບ
ເວລາອອກຂ່າວ: 2023-01-27 08:49:51 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 252 | ຄວາມນິຍົມ:



ໃນ​ວັນ​ທີ 26 ມັງກອນ 2023 ນີ້, ກົມ​ໃຫຍ່​ພະລາທິການ​ກອງທັບ, ໄດ້​ເປີດ​ກອງ​ປະຊຸມ​ຄົບ​ຄະນະ​ບໍລິຫານ​ງານ​ພັກ​ອົງການ​ກົມ​ໃຫຍ່​ພະລາທິການ​ກອງທັບ ປະຈຳ​ປີ 2022 ແລະ ວາງ​ທິດ​ທາງ​ແຜນການ​ນຳພາ​ປະຈຳ 6 ເດືອນ​ຕົ້ນ​ປີ 2023, ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ ສະຫາຍ ພົນ​ຕີ ຄຳ​ເພັດ ສີ​ຊາ​ນົນ ກຳມະການ​ຄະນະ​ປະຈຳ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ ເລຂາ​ຄະນະ​ພັກ ຫົວໜ້າ​ກົມ​ໃຫຍ່​ພະລາທິການ​ກອງທັບ, ມີ​ຄະນະ​ບໍລິຫານ​ງານ​ພັກ​ອົງການ​ກົມ​ໃຫຍ່​ພະລາທິການ​ກອງທັບ ແລະ ພະນັກ​ງານ​​​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ. ສະຫາຍ ພົນ​ຈັດຕະວາ ຈັນ​ດີ ສຸ​ລິ​ວົງ​ສັກ ກຳມະການ​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ ຮອງ​ເລຂາ​ຄະນະ​ພັກ ຮອງ​ຫົວໜ້າ​ກົມ​ໃຫຍ່​ພະລາທິການ​ກອງທັບ, ໄດ້​ຜ່ານ​ບົດ​ສະຫຼຸບ​ຕີ​ລາຄາ​ການ​ນຳພາ​ຂອງ​ຄະນະ​ບໍລິຫານ​ງານ​ພັກ​ອົງການ​ກົມ​ໃຫຍ່​ພະລາທິການ​ກອງທັບ ປະຈຳ​ປີ 2022 ແລະ ທິດ​ທາງ​ແຜນການ​ນຳພາ​ປະຈຳ 6 ເດືອນ​ຕົ້ນ​ປີ 2023, ເຊິ່ງ​ໄດ້​ຍົກ​ໃຫ້​ເຫັນ​ບາງ​ສະພາບ​ທີ່​ພົ້ນ​ເດັ່ນ​ຂອງ​ໂລກ, ພາກ​ພື້ນ, ສາກົນ ແລະ ພາຍ​ໃນ​ປະເທດ, ເຊິ່ງ​ວຽກ​ງານ​ທີ່​ໄດ້​ສຸມ​ໃສ່​ໃນ​ປີ 2022 ຜ່ານ​ມາ, ເປັນຕົ້ນ​ວຽກ​ງານ​ຮັບປະກັນ​ໃຫ້​ແກ່​ການເຄື່ອນໄຫວ​ເຮັດ​ໃຫ້​ສະພາບ​ມີ​ຄວາມ​ສະຫງົບ, ໄດ້​ຊີ້​ນຳ​ບັນດາ​ກົມ, ຫ້ອງການ ກົມ​ກອງ, ບໍລິສັດ​ທີ່​ຂຶ້ນ​ກັບ​ກົມ​ໃຫຍ່​ພະລາທິການ​ກອງທັບ, ຈັດ​ຕັ້ງ​ຮັບປະກັນ​ພະລາທິການ​ຮອບດ້ານ, ຕິດຕາມ​ກຳ​ແໜ້ນ​ສະພາບ​ການ​ທີ່​ຜັນ​ແປ​ໃນ​ແຕ່​ລະ​ໄລຍະ​ຢ່າງ​ໄກ້​ຊິດ, ກຽມພ້ອມ​ສູ້​ຮົບ ແລະ ຮັບປະກັນ​ດ້ານ​ວັດຖຸ​ພະລາທິການ​ໃຫ້​ທັນ​ເວລາ, ຊີ້​ນຳ​ລະບອບ​ປະຈຳການ​ກຽມພ້ອມ​ສູ້​ຮົບ​ຕະ​ຫຼວດ 24 ຊົ່ວໂມງ, ປ້ອງ​ກັນ​ເວນຍາມ​ສຳນັກງານ, ອົງການ, ສາງ​ຄັງ​ໃຫ້​ມີ​ຄວາມ​ປອດ​ໄພ 100% ແລະ ໄປ​ພ້ອມ​ກັບ​ການຈັດຕັ້ງ​ປະຕິບັດ 2 ວາລະ​ແຫ່ງ​ຊາດ ວ່າ​ດ້ວຍ​ການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ທາງ​ດ້ານ​ເສດຖະກິດ-ການ​ເງິນ ແລະ ການ​ສະກັດ​ກັ້ນ​ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ, ຕິດ​ພັນ​ກັບ​ການ​ສ້າງ​ໜ່ວຍ​ພັກ ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ, ການ​ກໍ່ສ້າງ​ກອງ 3 ປອດ, ສ້າງ​ກົມ​ກອງ​ວັດທະນາ​ທຳ-ນັກຮົບ​ວັດທະນາ​ທຳ, ຂະ​ບວນ​ການ​ແຂ່ງຂັນ​ຮັກ​ຊາດ ແລະ ພັດທະນາ, ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ ແລະ ສ້າງ​ຂະ​ບວນ​ການ, ຊຸກຍູ້​ນຳພາ-ຊີ້​ນຳ​ຄະນະ​ພັກ-ຄະນະ​ບັນຊາ​ແຕ່​ລະ​ຂັ້ນ​ໃຫ້​ເປັນ​ເຈົ້າ​ການ​ສຶກ​ສາ​ອົບຮົມ​ໃຫ້​ສະມາຊິກ​ພັກ, ພະນັກງານ-ນັກຮົບ​ເປັນ​ປະຈຳ​ດ້ວຍຫຼາຍ​ຮູບ​ການ ເຊັ່ນ: ຈັດ​ຕັ້ງ​ປາຖະກະຖາ​ມູນເຊື້ອ​ຂອງ​ຊາດ, ຂອງພັກ, ຂອງ​ກອງທັບ, ຂອງ​ອົງ​ການຈັດຕັ້ງ​ມະຫາຊົນ ແລະ ຜົນສຳເລັດ​ການ​ກໍ່ສ້າງ​ທາງ​ລົດໄຟ​ ລາວ-ຈີນ, ເອກະສານ​ວາລະ​ແຫ່ງ​ຊາດ​ວ່າ​ດ້ວຍ​ການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ດ້ານ​ເສດຖະກິດ-ການ​ເງິນ, ການສະກັດ​ກັ້ນ​ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ, ເອກະສານ​ມະຕິ​ກອງ​ປະຊຸມ​ຄົບ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຄັ້ງ​ທີ 4 ສະໄໝ​ທີ XI, ເອກະສານ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ທົ່ວ​ກອງທັບ​ໃນ​ໄລຍະ​ໄໝ່, ວຽກ​ງານ​ໂຄສະນາ, ຮັບ ແລະ ແຈກ​ຢາຍ​ປຶ້ມ​ວາລະສານ​ຕ່າງໆ ຈຳນວນ 320 ຫົວ, ໜັງສືພິມ 10.950 ສະບັບ, ເຄື່ອນ​ໄຫວ​ເກັບ​ກຳ​ຂໍ້​ມູນ​ຂ່າວສານ, ຖ່າຍ​ທຳ​ວິ​ດີ​ໂອ, ຂຽນ​ບົດ​ຂ່າວ​ສົ່ງ​ອອກ​ວິທະຍຸ, ໂທລະພາບ, ໜັງສືພິມ​ກອງທັບ ໄດ້ 65 ບົດ​ຂ່າວ, ວຽກ​ງານ​ກໍ່ສ້າງ​ພັກ, ພະນັກງານ, ໄດ້​ປັບປຸງ​ກໍ່ສ້າງ​ພັກ​ຕາມ 5 ຫຼັກການ 3 ທິດ​ນຳ​ຂອງ​ພັກ​ວາງ​ອອກ​ຢ່າງ​ເຂັ້ມ​ງວດ ແລະ ທົ່ວ​ຄະນະ​ພັກ​ອົງການ​ກົມ​ໃຫຍ່​ພະລາທິການ, ມີ​ສະມາຊິກ​ພັກ​ທັງ​ໝົດ 3.947 ສະຫາຍ, ຍິງ 1.659 ສະຫາຍ, ມີ 2 ຄະນະ​ພັກ, 11 ຄະນະ​ພັກ​ຮາກ​ຖານ, 36 ໜ່ວຍ​ພັກ​ເອກະລາດ ແລະ 135 ໜ່ວຍ​ຂຶ້ນ​ກັບ​ຄະນະ​ພັກ​ຮາກ​ຖານ, ໄດ້​ບົ່ງ​ຕົວ​ແຕ່ງຕັ້ງ​ເລຂາ, ຮອງ​ເລຂາ, ກຳມະການ​ພັກ​ໜ່ວຍ​ພັກ 40 ໜ່ວຍ​ພັກ, ສະມາຊິກ​ພັກ​ສຳຮອງ​ເລື່ອນ​ຂຶ້ນ​ສົມບູນ 152 ສະຫາຍ, ມະຫາຊົນ​ກ້າວໜ້າ​ເຂົ້າ​ເປັນ​ສະມາຊິກ​ພັກ​ສຳຮອງ 184 ສະຫາຍ, ສະມາຊິກ​ພັກ​ຍົກຍ້າຍ​ອອກ 127 ສະຫາຍ, ຍົກຍ້າຍ​ເຂົ້າ​ມາ 71 ສະຫາຍ, ການ​ຕີ​ລາຄາ​ແບ່ງ​ປະເພດ​ໜ່ວຍ​ພັກ ແລະ ສະມາຊິກ​ພັກ​ທັງ​ໝົດ 176 ໜວ່ຍ, ໜ່ວຍ​ພັກ ປອດ​ໃສ, ເຂັ້ມແຂງ, ໜັກ​ແໜ້ນ 162 ໜ່ວຍ​ເທົ່າ​ກັບ 92%, ກາງ 14 ໜ່ວຍ ເທົ່າ​ກັບ 7%, ອ່ອນ 2 ໜ່ວຍ ເທົ່າ​ກັບ 1 %, ສະມາຊິກ​ພັກ​ແຂງ 3.613 ສະຫາຍ ເທົ່າ​ກັບ 92%, ກາງ 178 ສະຫາຍ ເທົ່າ​ກັບ 5%, ອ່ອນ 2 ສະຫາຍ ເທົ່າ​ກັບ 0,5%, ບໍ່​ໄດ້​ແບ່ງ 154 ສະຫາຍ ເທົ່າ​ກັບ 4%, ວຽກ​ງານ​​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່ ແລະ ສ້າງ​ລາຍ​ຮັບ, ໄດ້​ຊຸກຍູ້, ຊີ້​ນຳ​ບັນດາ​ຫົວໜ່ວຍ​ການ​ຜະລິດ​ກົມ​ກອງ​ຢູ່​ຂັ້ນ​ກະຊວງ​ໃນ​ການ​ປະຕິບັດ​ຕົວ​ເລກ​ຄາດໝາຍ​ດ້ານ​ການ​ປູກຝັງ-ລ້ຽງສັດ ແລະ ການ​ສ້າງ​ລາຍ​ຮັບ​ຕາມ​ແຜນການ​ຂອງ​ຂັ້ນ​ເທິງ​ທີ່​ວາງ​ໄວ້, ໂດຍ​ສະເພາະ​ສຸມ​ໃສ່​ປັບປຸງ​ບາງ​ຫົວໜ່ວຍ​ການ​ຜະລິດ​ຢ່າງຮອບດ້ານ. ຈາກ​ນັ້ນ, ກອງ​ປະຊຸມ​ກໍ​ໄດ້​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໃສ່​ເນື້ອ​ໃນ​ບົດ​ສະຫຼຸບ ແລະ ທິດ​ທາງ​ແຜນການ​ວຽກງານ​ໃນຕໍ່ໜ້າ​ຢ່າງ​ກົງ​ໄປ​ກົງ​ມາ​ດ້ວຍ​ຄວາມ​ເປັນ​ເອກະ​ພາບ​ສູງ. ພ້ອມ​ດຽວ​ກັນ​ນັ້ນ, ຄະນະ​ບໍລິຫານ​ງານ​ພັກ ກໍ​ໄດ້​ລາຍ​ງານ​ຫຍໍ້ກ່ຽວ​ກັບ​ສະພາບ​ການເຄື່ອນໄຫວ​ວຽກ​ງານ​ດ້ານ​ຕ່າງໆ​ຢູ່​ພາຍ​ໃນ​ກົມ​ກອງ​ຂອງ​ຕົນ​ຕໍ່​ກອງ​ປະຊຸມ​ດັ່ງກ່າວ​ໄດ້​ຮັບ​ຮູ້​ເຖິງ​ແບບແຜນ​ວິທີ​ນຳພາ, ຂໍ້​ສະດວກ, ດ້ານ​ດີ, ດ້ານ​ອ່ອນ, ຂໍ້ຄົງຄ້າງ ແລະ ບາງ​ບົດຮຽນ​ທີ່​ຖອດ​ຖອນ​ໄດ້​ໃນ​ແຕ່​ລະ​ໄລຍະ, ເຊິ່ງ​ທິດ​ທາງ​ລວມ ແລະ ຄາດໝາຍ​ສູ້​ຊົນ​ທີ່​ຈະ​ຕ້ອງ​ສຸມ​ໃສ່​ໃນ 6 ເດືອນ​ຕົ້ນ​ປີ 2023, ແມ່ນ​ສືບຕໍ່​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ບັນດາ​ເນື້ອ​ໃນ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ, ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ V ຂອງ​ອົງຄະ​ນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ, ກໍ​ຄື​ການຈັດຕັ້ງ​ປະຕິບັດ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ, ບົນ​ຈິດໃຈ​ບຸກ​ທະລຸ​ເຂົ້າ​ໃນ​ແຜນ​ງານ​ໃຫຍ່​ທີ 3 ໃຫ້​ມີ​ທ່າ​ກ້າວ​ຂະຫຍາຍຕົວ​ສູງ​ຂຶ້ນ ແລະ ຈັດ​ຕັ້ງ​ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VI ຂອງ​ຄະນະ​ພັກ​ອົງການ​ກົມ​ໃຫຍ່​ພະລາທິການ​ກອງທັບ ໃຫ້​ມີ​ຜົນສຳເລັດ​ເປັນ​ກ້າວໆ. ໂດຍ: ຄຳ​ປະສົງ ລາດ​ຊະ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ