ຄະນະນຳ ຫ້ອງວ່າການກະຊວງອວຍພອນ ອະດີດຮອງລັດຖະມົນຕີກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2023-01-27 08:51:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 335 | ຄວາມນິຍົມ:
ວັນທີ 24 ມັງກອນ2023 ນີ້, ຄະນະນຳຫ້ອງວ່າການກະຊວງປ້ອງກັນປະເທດ ນຳໂດຍ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະພັກ-ຄະນະບັນຊາບັນດາກົມ, ຫ້ອງການອ້ອມຂ້າງຫ້ອງວ່າການກະຊວງໄດ້ນຳເອົາກະຕ່າຂອງຂວັນເຂົ້າອວຍພອນ ສະຫາຍ ພົນຕີ ພູວົງ ວົງພົມ ແລະ ສະຫາຍ ພົນຕີ ແອສະໄໝ ເລືອງວັນໄຊ ອະດີດຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຢູ່ທີ່ເຮືອນຂອງເພິ່ນ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ (20 ມັງກອນ 1949-20 ມັງກອນ 2023).
ໂອກາດນີ້, ສະຫາຍ ພົນຕີ ສາຍໃຈ ກົມມະສິດ ໄດ້ລາຍງານໂດຍຫຍໍ້ ສະພາບການນຳພາ-ຊີ້ນຳຂອງ ຄະນະພັກອົງການຫ້ອງວ່າການກະຊວງປ້ອງກັນປະເທດ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານທົ່ວຫ້ອງວ່າການກະຊວງປ້ອງກັນປະເທດໃນໄລຍະຜ່ານມາ, ຜ່ານການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະພັກກະຊວງປ້ອງກັນປະເທດເວົ້າລວມ, ເວົ້າສະເພາະແມ່ນມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງຄະນະພັກອົງການຫ້ອງວ່າການ ກະຊວງປ້ອງກັນປະເທດ ໄດ້ມີຜົນສຳເລັດອັນຈົບງາມ, ພ້ອມທັງແຜນການວຽກງານທີ່ຈະສຸ່ມໃສ່ໃນຕໍ່ຫນ້າ ແລະ ຍັງ ໄດ້ອວຍພອນໄຊອັນປະເສີດມາຍັງອະດີດຮອງລັດຖະມົນຕີ ທັງສອງສະຫາຍຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກສ່ວນຕົວແລະຄອບຄົວ ແລະ ສືບຕໍ່ຊຸກຍູ້ຊ່ວຍເຫຼືອຂົງເຂດວຽກງານຕ່າງໆຂອງກອງທັບ ເວົ້າລວມເວົ້າສະເພາະ ຊຸກຍູ້ຊ່ວຍເຫຼືອວຽກງານຫ້ອງວ່າການກະຊວງປ້ອງກັນປະເທດມີຄວາມເຕີບໃຫຍ່ເຂັ້ມແຂງຂຶ້ນເປັນກ້າວໆ .
ໃນໂອກາດອັນສະຫງ່າລາສີນີ້, ອະດີດຮອງລັດຖະມົນຕີທັງສອງສະຫາຍ ໄດ້ຝາກຄວາມຢ້ຽມຢາມຖາມ ຂ່າວ ແລະ ຄວາມເປັນຫ່ວງເປັນໃຍມາຍັງຄະນະນຳ, ພະນັກງານ-ນັກຮົບ ທົ່ວຫ້ອງວ່າການກະຊວງປ້ອງກັນປະເທດ ກໍຄື ທົ່ວກຳລັງປະກອບອາວຸດທຸກທົ່ວໜ້າ ຈົ່ງມີສຸຂະພາບແຂງແຮງພ້ອມກັນສືບຕໍ່ພາລະກິດປະຕິວັດຂອງຊາດ ຂອງກອງທັບ ໃຫ້ມີຄວາມເຂັ້ມແຂງ ແລະ ມີຜົນສຳເລັດຍິ່ງໃຫຍ່ກວ່າເກົ່າ.
ໂດຍ: ບົວເພັດ ສານບຸນລືໄຊ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ