ກອງພົນທີ 2 ກວດກາຄັດເລືອກທະຫານໃໝ່ ປີ 2022
ເວລາອອກຂ່າວ: 2023-01-27 08:58:56 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 149 | ຄວາມນິຍົມ:
ວັນທີ 15 ມັງກອນ 2023 ນີ້, ໜ່ວຍງານກວດກາຂັ້ນໜຶ່ງ ຂອງກະຊວງປ້ອງກັນປະເທດ ໄດ້ກວດກາຄັດເລືອກທະຫານໃໝ່ ປີ 2022 ເຂົ້າລະບົບຄຸ້ມຄອງກຳລັງພົນກອງທັບຢູ່ ກອງພົນທີ 2, ນຳໂດຍ ສະຫາຍ ພັນໂທ ທອງວັນ ອີນທະພະວົງ ຫົວໜ້າພະແນກກຳລັງສຳຮອງ ກົມກຳລັງພົນ ກົມໃຫຍ່ເສນາທິການກອງ
ທັບພ້ອມດ້ວຍຄະນະ, ມີອະນຸກຳມະການຈາກອົງການ 5 ຫ້ອງຂອງກອງພົນ, ພະແນກການທີ່ກ່ຽວຂ້ອງ ຕະຫຼອດຮອດທະຫານໃໝ່ເຂົ້າຮ່ວມ.
ໂດຍປະຕິບັດຕາມກົດໝາຍພັນທະປ້ອງກັນຊາດ ແລະ ອີງຕາມຂໍ້ຕົກລົງຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການແບ່ງປັນຕົວເລກລະດົມພົນ ປະຈຳປີ 2022 ເຊິ່ງ ກອງພົນ ທີ 2 ສາມາດລະດົມໄດ້ 50 ສະຫາຍ. ໃນນັ້ນ, ຜູ້ເຂົ້າເປັນທະຫານໃໝ່ ຕ້ອງເປັນຄົນລາວ, ສັນຊາດລາວໂດຍກຳເນີດ, ມີອາຍຸແຕ່ 18 ປີ ເຖິງ 25 ປີ, ມີລະດັບການສືກສາຈົບມັດທະຍົມຕອນປາຍຂຶ້ນໄປ, ບໍ່ຈົບວິຊາສະເພາະກໍໄດ້ ຖ້າຈົບວິຊາສະເພາະ ຕ້ອງແມ່ນວິຊາສະເພາະທີ່ກອງທັບຕ້ອງການ ຄື: ປຸງແຕ່ງອາຫານ, ກະສິກຳ, ວິໄຈເຄມີ, ແພດ, ເຕັກນິກກົນຈັກ ແລະ ເຄ
ຫາ ຈຶ່ງພິຈາລະນາຮັບເອົາ. ພ້ອມກັນນັ້ນ, ຮ່າງກາຍຕ້ອງບໍ່ສັກເມິກ ສັກລາຍ ເພດຊາຍບໍ່ບ່ອງຫູ, ເພດຍິງບໍ່ບ່ອງຫູຫຼາຍຮູ, ບໍ່ບ່ອງດັງ ແລະ ເຮັດສັນຍະກຳຕ່າງໆ ລວງສູງເພດຊາຍ 1,60 ແມັດ, ເພດຍິງ 1,55 ແມັດ ຂຶ້ນໄປ ນ້ຳໜັກບໍ່ໃຫ້ຫຼຸດຫຼືເກີນບວກ-ລົບ 10 ຂອງສອງຕົວເລກທ້າຍລວງສູງຜູ້ກ່ຽວ ມີຄວາມເປັນເພດຈະແຈ້ງ ເປັນຊາຍແທ້ ຍິງແທ້ ຍົກເວັ້ນເຂົ້າສັງກັດຂະແໜງສິລະປະ-ວັນນະຄະດີ ແລະ ກິລາທີ່ເປັນອາຊີບ ຕ້ອງເປັນໂສດ ບໍ່ມີຜົວ ຫຼື ເມຍ, ບໍ່ເຄີຍເປັນທະຫານ ຫຼື ຕຳຫຼວດມາກ່ອນ, ມີປະຫວັດຈະແຈ້ງບໍ່ເຄີຍຕ້ອງໂທດ, ບໍ່ມີສານເສບຕິດໃນຮ່າງກາຍ, ຕ້ອງປະຕິບັດຕາມການສັບຊ້ອນຄັດເລືອກທະຫານໃໝ່.
ທັ້ງນີ້, ເພື່ອກວດກາສຸຂະພາບຂອງທະຫານໃໝ່ໃຫ້ມີຄວາມແຂງແຮງສົມບູນດີຄົບຕາມມາດຖານເງື່ອນໄຂທີ່ກະຊວງປ້ອງກັນປະເທດໄດ້ກຳນົດໄວ້ ເພື່ອຈະ
ປະກອບບັນຈຸເຂົ້າໃນກຳລັງປະກອບອາວຸດຂອງກອງທັບ ໃນກຳລັງຫຼວງ ແລະ ທ້ອງຖິ່ນ ກຽມພ້ອມເຄື່ອນໄຫວປະຕິບັດສອງໜ້າທີ່ຍຸດທະສາດ ກໍຄືປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ໂດຍ: ສຸວັນໂນ ທະລັງສີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ