ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງ​ພົນ​ທີ 2 ກວດກາ​ຄັດ​ເລືອກ​ທະຫານ​ໃໝ່ ​ປີ 2022
ເວລາອອກຂ່າວ: 2023-01-27 08:58:56 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 146 | ຄວາມນິຍົມ:



ວັນ​ທີ 15 ມັງກອນ 2023 ນີ້, ໜ່ວຍ​ງານ​ກວດກາ​ຂັ້ນ​ໜຶ່ງ ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ໄດ້​ກວດກາຄັດ​ເລືອກທະຫານ​ໃໝ່ ປີ 2022 ເຂົ້າ​ລະບົບ​ຄຸ້ມ​ຄອງ​ກຳລັງ​ພົນ​ກອງທັບຢູ່​ ກອງ​ພົນ​ທີ 2, ນຳ​ໂດຍ ສະຫາຍ ພັນ​ໂທ ທອງ​ວັນ ອີນ​ທະ​ພະ​ວົງ  ຫົວໜ້າ​ພະ​ແນກ​ກຳລັງ​ສຳຮອງ ກົມ​ກຳລັງ​ພົນ ກົມ​ໃຫຍ່​ເສນາ​ທິ​ການ​ກອງ ທັບ​ພ້ອມ​ດ້ວຍ​ຄະນະ, ມີ​ອະນຸ​ກຳມະການ​ຈາກ​ອົງການ 5 ຫ້ອງ​ຂອງ​ກອງ​ພົນ, ພະແນກການ​ທີ່​ກ່ຽວຂ້ອງ ຕະຫຼອດຮອດ​​ທະຫານ​ໃໝ່​ເຂົ້າ​ຮ່ວມ.    ໂດຍ​ປະຕິບັດ​ຕາມ​ກົດໝາຍ​ພັນທະ​ປ້ອງ​ກັນ​ຊາດ ແລະ ອີງ​ຕາມ​ຂໍ້​ຕົກລົງ​ຂອງ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ວ່າ​ດ້ວຍ​ການ​ແບ່ງປັນ​ຕົວ​ເລກ​ລະດົມ​ພົນ ປະຈຳ​ປີ 2022  ເຊິ່ງ​ ກອງ​ພົນ ​ທີ 2 ສາມາດ​ລະດົມ​ໄດ້ 50 ສະຫາຍ. ໃນ​ນັ້ນ,​ ຜູ້​ເຂົ້າ​ເປັນ​ທະຫານ​ໃໝ່ ຕ້ອງ​ເປັນ​ຄົນ​ລາວ, ສັນຊາດ​ລາວ​ໂດຍ​ກຳເນີດ, ມີ​ອາຍຸ​ແຕ່ 18 ປີ ເຖິງ 25 ປີ,  ມີ​ລະດັບ​ການ​ສືກ​ສາ​ຈົບ​ມັດທະຍົມ​ຕອນ​ປາຍ​ຂຶ້ນ​ໄປ, ບໍ່​ຈົບ​ວິຊາ​ສະເພາະ​ກໍໄດ້ ຖ້າ​ຈົບ​ວິຊາ​ສະເພາະ ຕ້ອງ​ແມ່ນ​ວິຊາ​ສະເພາະ​ທີ່​ກອງທັບ​ຕ້ອງການ ຄື: ປຸງ​ແຕ່ງອາຫານ, ກະສິກຳ, ວິໄຈ​ເຄ​ມີ, ແພດ, ເຕັກນິກ​ກົນ​ຈັກ ແລະ ເຄ ຫາ ຈຶ່ງ​ພິຈາລະນາ​ຮັບ​ເອົາ. ພ້ອມ​ກັນ​ນັ້ນ​, ຮ່າງກາຍ​ຕ້ອງ​ບໍ່​ສັກ​ເມິກ ສັກ​ລາຍ ເພດ​ຊາຍ​ບໍ່​ບ່ອງ​ຫູ, ເພດ​ຍິງ​ບໍ່​ບ່ອງ​ຫູ​ຫຼາຍ​ຮູ, ບໍ່​ບ່ອງ​ດັງ ແລະ ເຮັດ​ສັນຍະ​ກຳ​ຕ່າງໆ ລວງ​ສູງ​ເພດ​ຊາຍ 1,60 ແມັດ, ເພດ​ຍິງ 1,55 ແມັດ ຂຶ້ນ​ໄປ ນ້ຳໜັກ​ບໍ່​ໃຫ້​ຫຼຸດ​ຫຼື​ເກີນ​ບວກ-ລົບ 10 ຂອງ​ສອງ​ຕົວ​ເລກ​ທ້າຍ​ລວງ​ສູງ​ຜູ້ກ່ຽວ ມີ​ຄວາມ​ເປັນ​ເພດ​ຈະແຈ້ງ ເປັນ​ຊາຍ​ແທ້ ຍິງ​ແທ້ ຍົກເວັ້ນ​ເຂົ້າ​ສັງກັດ​ຂະແໜງ​ສິ​ລະ​ປະ​-ວັນນະຄະດີ ແລະ ກິລາ​ທີ່​ເປັນ​ອາຊີບ ຕ້ອງ​ເປັນ​ໂສດ ບໍ່​ມີ​ຜົວ​ ຫຼື​ ເມຍ, ບໍ່​ເຄີຍ​ເປັນ​ທະຫານ ​ຫຼື​ ຕຳຫຼວດ​ມາ​ກ່ອນ, ມີ​ປະຫວັດ​ຈະແຈ້ງບໍ່​ເຄີຍ​ຕ້ອງ​ໂທດ, ບໍ່​ມີ​ສານ​ເສບ​ຕິດ​ໃນ​ຮ່າງກາຍ, ຕ້ອງ​ປະຕິບັດ​ຕາມ​ການ​ສັບຊ້ອນ​ຄັດ​ເລືອກ​ທະຫານ​ໃໝ່.      ທັ້ງ​ນີ້​, ເພື່ອ​ກວດກາ​ສຸຂະພາບ​ຂອງ​ທະຫານ​ໃໝ່​ໃຫ້​ມີ​ຄວາມ​ແຂງແຮງ​ສົມບູນ​ດີ​ຄົບ​ຕາມ​ມາດຖານ​ເງື່ອນ​ໄຂ​ທີ່​ກະຊວງ​ປ້ອງ​ກັນ​ປະເທດ​ໄດ້​ກຳນົດ​ໄວ້ ເພື່ອ​ຈະ​ ປະກອບ​ບັນຈຸ​ເຂົ້າ​ໃນ​ກຳລັງ​ປະກອບ​ອາວຸດ​ຂອງ​ກອງທັບ ໃນ​ກຳລັງ​ຫຼວງ ແລະ ທ້ອງ​ຖິ່ນ ກຽມພ້ອມ​ເຄື່ອນ​ໄຫວ​ປະຕິບັດ​ສອງ​ໜ້າ​ທີ​່ຍຸດ​ທະ​ສາດ ກໍຄື​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ. ໂດຍ: ສຸວັນ​ໂນ ທະລັງ​ສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ