ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄະນະ​ນຳ​ເມືອງ​ບາ​ຈຽງ​ຈະເລີນ​ສຸກ ເຂົ້າ​ອວຍພອນ ຄະນະ​ນຳ​ກອງ​ພົນທີ 5
ເວລາອອກຂ່າວ: 2023-01-27 09:03:16 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 36 | ຄວາມນິຍົມ:



ວັນ​ທີ 17 ມັງກອນ 2023 ນີ້, ຄະນະ​ນຳ​ເມືອງ​ບາ​ຈຽງ​ຈະເລີນ​ສຸກ ແຂວງຈຳປາ​ສັກ ໄດ້​ເຂົ້າ​ອວຍພອນ ຄະນະ​ນຳກອງ​ພົນ ທີ 5 ເຊິ່ງ​ນຳ​ໂດຍ ທ່ານ ປະ ລິນຍາ​ເອກ ອຳນວຍ ເຮືອງ​ວົງສາ ຮອງ​ເລຂາ​ພັກ​ເມືອງ ຜູ້​ຊີ້​ນຳ​ວຽກ​ງານ​ແນວ​ຄິດ, ພັກ​ພະນັກງານ ພ້ອມ​ດ້ວຍ​ຄະນະ, ໂດຍ​ການ​ໃຫ້​ກຽດ​ຕ້ອນຮັບຂອງ ​ສະຫາຍ ພັນ​ເອກ ສີ​ປະເສີດ ເຜີຍ​ຄຳ​ສີງ ຫົວໜ້າ​ການເມືອງ ກອງ​ພົນ​ທີ 5 ພ້ອມ​ຄະນະ ດ້ວຍ​ຄວາມ​ອົບ​ອຸ່ນ. ທ່ານ ປະລິນຍາ​ເອກ ອຳນວຍ ເຮືອງ​ວົງສາ ກໍ​ໄດ້​ຕາງ​ໜ້າການ​ນຳ​ຂອງ​ເມືອງ ໄດ້​ກ່າວ​ຄຳ​ອວຍພອນ​ໄຊ​ອັນ​ປະເສີດ ຕໍ່​ຄະນະ​ນຳ ກອງ​ພົນ​ທີ 5 ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ປະຕິວັດ​ລາວ ຄົບຮອບ 74 ປີ ( 20 ມັງກອນ 1949-20 ມັງກອນ 2023 ) ເພື່ອ​ເປັນ​ການ​ຊຸກຍູ້​ກຳລັງ​ໃຈ​ໃຫ້​ແກ່​ນາຍ ແລະ ພົນທະຫານ ທົ່ວ​ກອງ​ພົນ ທີ 5 ທີ່​ປະຕິບັດ​ໜ້າທີ່​ຢູ່​ແນວ​ໜ້າ ​ກໍ​ຄື​ໃນ​ພາລະກິດ​ປົກ​ປັກ​ຮັກ​ສ້າງສາ​ພັດທະນາ​ປະເທດ​ຊາດ ແລະ ເພື່ອ​ເປັນ​ການ​ຮູ້​ບຸນຄຸນ, ຄຸນງາມ ຄວາມດີ ແລະ ຮັກສາ​ໄດ້​ທາດ​ແທ້​ຂອງ​ມູນເຊື້ອ​ຂອງ​ກອງທັບ​ປະຊາຊົນ​ລາວ. ໂອກາດ​ດຽວ​ກັນ​ນັ້ນ, ສະຫາຍ ພັນ​ເອກ ສີ​ປະເສີດ ເຜີຍ​ຄຳ​ສີງ ໄດ້​ກ່າວ​ສະແດງ​ຄວາມ​ຂອບ​ອົບ​ຂອບໃຈ​ທີ່ການ​ນຳ​ເມືອງ​ບາ​ຈຽງ​ຈະເລີນ​ສຸກ ເຂົ້າ​ອວຍ ພອນ​ໃນ​ຄັ້ງ​ນີ້​ ເຊິ່ງ​ຍາມ​ໃດ​ກອງ ທັບ​ກັບ​ປະຊາຊົນ​ກໍປຽບ​ເໝືອນ​ດັ່ງ​ປາ​ກັບ​ນ້ຳ​ທີ່​ບໍ່​ປະ​ສາ​ຈາກ​ກັນ​ໄດ້ ເວົ້າ​ສະເພາະ ຄະນະ​ນຳ​ເມືອງ​ບາ​ຈຽງ​ຈະເລີນ​ສຸກ ກັບ ຄະນະ​ນຳ​ກອງ​ພົນ​ທີ 5 ຍາມ​ໃດ​ກໍໄດ້​ອຸ້ມ​ຊູຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ ເຮັດ​ໃຫ້​ຂອບ​ເຂດ​ກົມ​ກອງ​ມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ​ປະຊາຊົນ​ມີ​ຄວາມ​ສີວິໄລ​ເທື່ອ​ລະ​ກ້າວ. ໂດຍ: ທອງ​ປານ ສີດາ​ໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ