ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ດ່ານ​ພາສີ​ສາກົນ​ນາ​ເພົ້າ ເກັບ​ລາຍ​ຮັບ​ໄດ້ 94,7 ຕື້​ກີບ
ເວລາອອກຂ່າວ: 2023-01-30 09:04:20 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 43 | ຄວາມນິຍົມ:



ແຫຼ່ງ​ຂ່າວ​ຈາກແຂວງ​ຄຳ​ ມ່ວນໃຫ້​ຮູ້​ວ່າ: ໃນ​ປີ 2022 ດ່ານພາສີ​ສາກົນ​ນາ​ເພົ້າ ໄດ້​ຮັບ​ການ​ມອບ​ໝາຍ​ເກັບ​ລາຍ​ຮັບ​ເຂົ້າ​ງົບປະມານ​ທັງ​ໝົດ 184,7 ຕື້​ກີບ ທຽບໃສ່​ປີ 2021 ແມ່ນ​ເພີ່ມ​ຂຶ້ນ ເທົ່າ​ກັບ 97,98% (ແຜນ​ງົບປະມານ​ໃນ​ປີ 2021 ແມ່ນ 93,2 ຕື້​ກີບ), ຜ່ານ​ການຈັດຕັ້ງ​ປະຕິບັດສາມາດ​ຈັດ​ເກັບ​ໄດ້ທັງ ​ໝົດ 94,7 ຕື້​ກີບ ເທົ່າ​ກັບ 51,29% ຂອງ​ແຜນການ. ທ່ານ ວັດຖາ​ວົງ ຈະເລີນ​ສັກ ຮອງ​ຫົວໜ້າ​ດ່ານ​ພາສີສາກົນ​ນາ​ເພົ້າ ແຂວງ​ຄຳ​ມ່ວນ ລາຍ​ງານໃຫ້​ຮູ້​ກ່ຽວ​ກັບ​ສາເຫດ​ໃນ​ການ​ຈັດ​ເກັບ​ລາຍ​ຮັບບໍ່​ບັນລຸ​ຕາມ​ແຜນການ​ໃນ​ປີ 2022 ເມື່ອ​ບໍ່​ດົນ​ນີ້​ວ່າ: ຕົວ​ເລກ​ການ​ມອບ​ໝາຍ​ຈັດ​ເກັບ​ລາຍ​ຮັບ​ເຂົ້າ​ງົບປະມານ ໃນ​ປີ 2022 ເປັນ​ຕົວ​ເລກ​ທີ່​ສູງ​​ສົມຄວນ ເຊິ່ງ​ເພີ່ມຂຶ້ນ​ເກືອບ​ເທົ່າ​ຕົວ​ຖ້າ​ທຽບໃສ່ປີ 2021 ແລະ ໃນ​ປີ 2022 ດ່ານ​ສາກົນ​ນາ​ເພົ້າ ຄາດ​ຄະເນວ່າ​ຈະ​ໄດ້​ຮັບ​ການ​ເກັບ​ຄ່າ​ຊັກ​ພິເສດ ສົ່ງ​ອອກ​ປະເພດ​ແຮ່​ທາດ​ຕ່າງໆ ແຕ່​ວ່າ​ນິຕິ​ກຳ​ທີ່​ເປັນ​ບ່ອນ​ອີງ​ໃນ​ການ​ເກັບ​ຄ່າ​ຊັກ​ພິເສດ​ສິນຄ້າ​ປະເພດ​ດັ່ງກ່າວ ແມ່ນ​ຍັງ​ຢູ່​ໃນ​ການ​ປັບປຸງ​ບໍ່​ທັນ​ແລ້ວ, ການ​ນຳ​ເຂົ້າ​ສິນຄ້າ​ປະເພດ​ນ້ຳມັນ​ເຊື້ອ​ໄຟ ທີ່​ເປັນ​ລາຍ​ຮັບ​ຫຼັກ ແມ່ນ​ເຄື່ອນ​ໄຫວ​ບໍ່​ປົກກະຕິ, ບາງ​ບໍລິສັດ​ແມ່ນ​ບໍ່​ມີ​ການເຄື່ອນໄຫວ​, ການເຄື່ອນໄຫວ​ຂອງ​ຜູ້​ປະກອບ​ການ​ໃນ​ການ ນຳ​ເຂົ້າ-ສົ່ງ​ອອກ ພົບ​ຄວາມ​ຫຍຸ້ງຍາກ​ທາງ​ດ້ານ​ການ​ເງິນ (ຄ່າ​ຂອງ​ເງິນ​ກີບ ແລະ ເງິນຕາ​ບໍ່​ຄົງ​ທີ່, ເງິນ​ກີບ​ອ່ອນ​ຕົວເຮັດ​ໃຫ້ການ​ນຳ​ເຂົ້າ​ສິນຄ້າ​ຫຼຸດ​ລົງ), ການ​ນຳ​ເຂົ້າ​ສິນຄ້າ​ສ່ວນ​ຫຼາຍຜູ້​ປະກອບ​ການ​​ຫັນ​ໄປ​ນຳ​ເຂົ້າ​ຕາມ​ກອບ​ຂອງ​ອາ​ຊຽນ ເຊິ່ງ​ໄດ້​ຮັບ​ບູ​ລິ​ມະ​ສິດ​ໃນ​ການ​ຫຼຸດຜ່ອນ ແລະ ຍົກເວັ້ນ​ພາສີ​ນຳ​ເຂົ້າ ແລະ ຈຳນວນ​ໜຶ່ງ​ກໍນຳ​ເຂົ້າ​ຕາມ​ໂຄງການ​ລົງທຶນ ເຊິ່ງ​ໄດ້​ຮັບ​ການ​ຍົກເວັ້ນ​ຕາມ​ນະໂຍບາຍ​ສົ່ງເສີມ​ການ​ລົງທຶນ ທັງ​ພາຍ​ໃນ ແລະ ຕ່າງປະເທດ. ສຳລັບ​ໃນ​ປີ 2023 ດ່ານ​ພາ ສີ​ສາກົນ​ນາ​ເພົ້າ ໄດ້​ຮັບ​ຕົວ​ເລກ​ມອບ​ໝາຍ​ເກັບ​ລາຍ​ຮັບ​ທັງ​ໝົດ 162,4 ຕື້​ກີບ ທຽບໃສ່​ປີ 2022 ຫຼຸດ​ລົງ 12,07% ແລະ ເພື່ອ​ເຮັດ​ໃຫ້​ຄາດໝາຍ​ສູ້​ຊົນ​ດັ່ງກ່າວ​ບັນລຸ​ຕາມ​ແຜນການ ດ່ານ​ພາສີ​ສາກົນ​ນາ​ເພົ້າ ໄດ້​ວາງ​ແຜນການ ແລະ ມາດ​ຕະ​ການຈັດຕັ້ງ​ປະຕິ ບັດ​ຄື: ເອົາໃຈໃສ່​ສຶກ​ສາ​ອົບຮົມ​ ການເມືອງ-ແນວ​ຄິດ ໃຫ້​ແກ່​ພະ ນັກງານ-ລັດຖະກອນ​ຢ່າງ​ປົກ ກະຕິ, ເພີ່ມ​ທະວີ​ຄວາມ​ສາມັກຄີ​ພາຍ​ໃນ​ຢ່າງ​ໜັກ​ແໜ້ນ, ສືບຕໍ່​ລົງ​ຊຸກຍູ້, ຕິດຕາມ, ກວດກາ ການ​ປະຕິບັດ​ວຽກ​ງານ​ຂອງ​ພະ ນັກງານ​ແຕ່​ລະ​ກຸ່ມ​ງານ​ຢ່າງ​ເປັນ​ປົກກະຕິ, ກວດກາ​ເອກະສານ, ຫົວໜ່ວຍ, ຈຳນວນ, ນໍ້າໜັກ, ລາຄາ, ລະຫັດ, ແຫຼ່ງ​ກຳເນີດສິນ ຄ້າ ແລະ ສິ​ຄ້າ​ນຳ​ເຂົ້າຕາມ​ນະ ໂຍບາຍ​ສົ່ງເສີມ​ການ​ລົງທຶນໃຫ້​ມີ​ຄວາມ​ຮັດກຸມ ຖືກຕ້ອງ​ຕາມ​ລະບຽບ​ກົດໝາຍ, ຄຸ້ມ​ຄອງ​ສິນ ຄ້າ​ຜ່ານ​ແດນ​ສາກົນ​ໃຫ້​ໄປ​ຕາມ​ລະບົບ ແລະ ມາດຕະຖານ​ການ​ຂົນສົ່ງ​ສາກົນ, ປັບປຸງ​ຂອດ​ການ​ບໍລິການ​ໃຫ້​ມີ​ຄວາມ​ສະດວກ, ວ່ອງໄວ, ຕັດ​ຮອນ​ຂັ້ນ​ຕອນ​ທີ່​ບໍ່​ຈຳເປັນ​ອອກ ແລະ ເພີ່ມ​ທະວີ​ ວຽກ​ງານ​ກວດກາ​ສິນຄ້າເຂົ້າ- ອອກ​ດ່ານໃຫ້​ໜັກ​ແໜ້ນ, ເຂັ້ມ ແຂງ, ສືບຕໍ່​ປະຕິບັດ​ຄຳ​ສັ່ງ​ຂອງ​ທ່ານ​ນາຍົກລັດຖະມົນຕີ ສະບັບ​ເລກ​ທີ 15/​ນຍ ວ່າ​ດ້ວຍ​ການ​ເພີ່ມ​ທະວີ​ຄວາມ​ເຂັ້ມ​ງວດ​ໃນ​ການ​ຄຸ້ມ​ຄອງ ແລະ ການ​ກວດກາ​ການ​ຂຸດ​ຄົ້ນ​ໄມ້, ການ​ເຄື່ອນ​ຍ້າຍ​ໄມ້ ແລະ ທຸລະ​ກິດ​ໄມ້ ແລະ ບັນດາ​ນິຕິ​ກຳ​ອື່ນໆ ທີ່​ພົວພັນ​ເຖິງ​ການ ນຳ​ເຂົ້າ-ສົ່ງ​ອອກ ຢ່າງ​ເຂັ້ມ​ງວດ. ໂດຍ: ກອງ​ຄຳ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ