ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ແຂວງ​ບໍ​ລິ​ຄຳ​ໄຊ ເອົາໃຈໃສ່​ປະຕິບັດ​ວຽກ​ ຫຼຸດຜ່ອນ​ຄວາມທຸກ​ຍາກ​ຂອງ​ເດັກ
ເວລາອອກຂ່າວ: 2023-01-30 09:05:04 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 45 | ຄວາມນິຍົມ:



ໃນ​ໄລຍະ​ຜ່ານ​ມາ ຄະ​ນະ ​ພັກ, ອົງການ​ປົກຄອງແຕ່​ລະ​ຂັ້ນ​ຂອງ​ແຂວງບໍ​ລິ​ຄຳ​ໄຊ​ໄດ້ເອົາໃຈ ໃສ່​ໃນ​ການຈັດ​ຕັ້ງ​ຜັນ​ຂະຫຍາຍ ​ແນວທາງ​ນະໂຍບາຍ​ຂອງພັກ, ລະບຽບ, ກົດໝາຍ​ຂອງ​ລັດ, ນິຕິ​ກຳ​ຕ່າງໆ ທີ່​ຕິດ​ພັນ​ກັບ​ການຈັດ​ຕັ້ງ​ປະຕິບັດ​ບັນດາສົນທິສັນຍາ​ສາກົນ​ຕ່າງໆ ​ທີ່​ກ່ຽວ​ພັນ​ກັບ​ວຽກ​ງານ​ແມ່ຍິງ ແລະ ເດັກ ໂດຍ​ສະ ເພາະຄະນະກຳມາ​ທິ​ການ ເພື່ອ​ສົ່ງເສີມ​ຄວາມ​ກ້າວໜ້າ​ຂອງ​ແມ່ ແລະ ເດັກ​ແຂວງ ໄດ້​ຖື​ສຳຄັນ​ຕໍ່​ພາລະ​ບົດບາດ, ສິດ, ໜ້າທີ່ ຂອງ​ຕົນ ເພື່ອ​ນຳພາ-ຊີ້​ນຳ ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຂອງ​ເດັກໃຫ້​ໄດ້​ຮັບ​ຜົນ​ຕາມ​ຄາດໝາຍ. ທ່ານ ຄຳ​ແຫວນ ປັນຍາ​ນຸ​ວົງ, ຮອງ​ເຈົ້າແຂວງ ປະທານ​ຄະນະ​ກຳມາ​ທິ​ການສົ່ງເສີມ​ຄວາມ ກ້າວໜ້າ​ແມ່ຍິງ ແລະ ແມ່-ເດັກ ແຂວງ​ບໍ​ລິ​ຄຳ​ໄຊໃຫ້​ຮູ້​ວ່າ: ຕໍ່​ກັບ​ການຈັດຕັ້ງ​ປະຕິບັດ​ຄຳ​ໝາຍ​​ໝັ້ນ ສັນຍາ​ໃນ​ການ​ຫຼຸດຜ່ອນ​ຄວາມ ທຸກຍາກ​ຂອງ​ເດັກ ແຂວງບໍລິ ຄຳໄຊ​ໄດ້​ເອົາໃຈໃສ່​ເຄື່ອນ ໄຫວ​ກິດຈະກຳ​ຕໍ່​ວຽກ​ງານ​ເສື່ອມ​ສານ​ສຸຂະພາບ​ແມ່ ແລະ ເດັກ ຂັ້ນ​ບ້ານ​ໄດ້ 284 ບ້ານ ເພື່ອ​ກວດກາ​ເດັກ​ດີ, ປະ​ເມີນ​​​ໂພຊະ​ນາ​ການ, ໃຫ້​ຄຳ​ປຶກສາ, ວາງ​ແຜນ​ຄອບຄົວ, ກວດແມ່ຍິງ​ຖືພາ ແລະ ໃຫ້​ວັກ​ຊິນ, ເຄື່ອນ​ໄຫວ​ບໍລິການ​ໃຫ້​ວັກ​ຊິນ​ປ້ອງ​ກັນໂຄ​ວິດ ໂດຍ​ການມີ​ສ່ວນ​ຮ່ວມ​ຂອງ​ຂະແໜງການ​ຕ່າງໆເຊັ່ນ: ສາ​ທາລະນະສຸກ, ສຶກ​ສາ​ທິ​ການ ແລະ ກິລາ, ແຜນການ ແລະ ການ​ລົງທຶນ, ກະສິກຳ ແລະ ປ່າໄມ້. ຜ່ານ​ການຈັດ​ຕັ້ງ​ປະຕິບັດ​ເຮັດ​ໃຫ້ການ​ຫຼຸດຜ່ອນ​ອັດຕາ​ຂອງ​ເດັກ​ຕ່ຳ​ກວ່າ 5 ປີ​ທີ່​ຂາດ​ສານ​ອາຫານ, ລວງ​ສູງ​ຫຼຸດ​ມາດຕະຖານ (ເຕ້ຍ) ພາຍ​ໃນ​ແຂວງ ສາມາດ​ປະຕິບັດ​ໄດ້ 7% ເຊິ່ງ​ຕາມ​ແຜນ​ບໍ່​ໃຫ້​ເກີນ 14%, ເດັກ​ຂາດ​ສານ​ອາຫານແບບກະ ທັນຫັນ (ຈ່ອຍ) ປະຕິບັດໄດ້ 13%, ຕາມ​ແຜນ​ບໍ່​ໃຫ້​ເກີນ 20%, (ໄດ້​ຕາມ​ຄາດໝາຍ) ຈຳນວນ​ເດັກນ້ອຍທີ່​ມີ​ອາຍຸ​ຕໍ່າ​ກວ່າ 1 ປີ ໃຫ້​ໄດ້​ຮັບ​ການ​ສັກ​ວັກ​ຊີນ​ປ້ອງ​ກັນ​ພະຍາດ​ຕ່າງໆ​ຢ່າງ​ຄົບ​ຖ້ວນ ປະຕິບັດ​ໄດ້ 94% ຕາມແຜນ​ແມ່ນ 90% (ບັນລຸ​ຄາດໝາຍ). ພ້ອມ​ນີ້, ຍັງ​ໄດ້​ເພີ່ມ​ໂອກາດ ແລະ ເວທີ​ສຳລັບ​ເດັກໃນ​ການ​ມີ​ສ່ວນ​ຮ່ວມ​ເຂົ້າ​ໃນ​ການ​ຕັດສິນ ໃຈ​ທີ່​ສົ່ງຜົນ​ຕໍ່​ຊີວິດການ​ເປັນ​ຢູ່​ຂອງ​ພວກ​ເຂົາ, ເປີດ​ໂອກາດໃຫ້​ ເດັກ​ໄດ້​ເຂົ້າ​ເຖິງ​ກິດຈະກຳເຊັ່ນ: ຈັດ​ລາຍການ "ເປີດ​ໃຈ​ໄວໜຸ່ມ" ມີ​ເດັກ​ອາສາ 8 ຄົນ​ດຳເນີນ​ລາຍ ການ ເຊິ່ງ​ອອກ​ອາກາດ​ທາງວິ ທະ​ຍຸ​ຂອງ​ແຂວງຄື້ນ FM 101,3 MHz ໃນ​ທຸກ​ວັນ​ອາທິດເວລາ 8:00-8:30 ໂມງ, ນຳພາ​ເດັກ​ເຂົ້າຮ່ວມ​ສະແດງ​ໃນ​ງານ​ປະ​ກວດ, ການ​ຮ້ອງເພງ, ເຂົ້າຮ່ວມ ເຝິກ​ອົບຮົມ​ວຽກ​ງານ​ຈັດ​ລາຍ ການ​ວິທະຍຸໄວ​ໝຸ່ມ​ທີ່ເມືອງວັງ​ ວຽງ ແຂວງ​ວຽງ​ຈັນ ເດັກອາສາ ​ຈັດ​ລາຍການ 3 ນ້ອງ, ເລືອກ​ ຕົວ​ແທນ​ເດັກ​ເຂົ້າ​ຮ່ວມ​ງານ​ເວທີ​ເດັກ​ລາວ ປີ 2022 ທີ່​ແຂວງ​ຄຳ​ມ່ວນ, ກອງ​ປະຊຸມ​ລະດັບ​ສູງເພື່ອ​ທົບ​ທວນ​ການ​ຈັດຕັ້ງ​ປະຕິບັດ​ວຽກ​ສິດທິ​ເດັກ​ຢູ່ ​ສປປ ລາວ ທີ່​ນະຄອນຫຼວງ​ວຽງ​ຈັນ ແລະ ເປັນ ​ນັກສະແດງສ້າງ​ສະປອດ​ໂຄສະ ນາ​ໃນ​ຫົວຂໍ້: ຢຸດຕິ​ການ​ແຕ່ງດອງ​ກ່ອນ​ໄວ​ອັນ​ຄວນ, ສົ່ງເສີມ​ພອນ​ສະຫວັນ​ເດັກ, ຈັດການ​ແຂ່ງຂັນ​ຄລິບ​ລະຄອນ​ສັ້ນ​ກ່ຽວ​ກັບ​ການ​ຕ້ານ​ຢາ​ເສບ​ຕິດ ຊີງ​ຂັນ​ເລຂາ​ຊາວ​ໜຸ່ມ​ແຂວງ, ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ເວົ້າເພື່ອ​ຊາດ ຄັ້ງ​ທີ 2 ພາຍ​ໃຕ້​ຫົວຂໍ້: ພັດທະນາ​ຄົນ-ພັດທະນາ​ຊາດ ປະຈຳ​ປີ 2022 ແລະ ອື່ນໆ. ສຳລັບ​ແຜນການເຄື່ອນໄຫວ​ຂອງຄະນະ​ກຳ​ມິ​ການ​ສົ່ງເສີມ​ຄວາມ​ກ້າວໜ້າ​ແມ່ຍິງ, ແມ່ ແລະ ເດັກ​ແຂວງ ເພື່ອ​ສືບຕໍ່​ຄຳ​ໝາຍ​ໝັ້ນ ໂດຍ​ສະເພາະ​ການ​ຟື້ນ​ຟູ​ຂອງ​ວຽກ​ງານ​ສິດທິ​ເດັກ ທີ່​ສູນ​ເສຍ​ໄປ​ໃນ​ໄລຍະ​ການ​ລະບາດ ໂຄ​ວິດ- 19 ປີ 2023 ດັ່ງນີ້: ອັດຕາ​ສ່ວນ​ ເດັກນ້ອຍ​ລຸ່ມ 5 ປີ ທີ່​ມີ​ນ້ຳໜັກ​ຕ່ຳ​ ກວ່າ​ມາດຕະຖານບໍ່​ໃຫ້ເກີນ 13,3% ອັດຕາ​ການ​ຂາດສານ ອາຫານ​ຊໍ້າ​ເຮື້ອ​ສູງ​ບໍ່​ໄດ້​ມາດ ຖານ (ໃນ​ເດັກນ້ອຍ​ອາຍຸ​ຕໍ່າ​ກວ່າ 5 ປີ ບໍ່​ໃຫ້​ເກີນ 22,2% ການສັກ​ຍາ​ກັນ​ພະຍາດບໍ່​ໃຫ້​ຫຼຸດ 90%, ອັດຕາ​ການ​ໃຊ້​ວິດຖ່າຍ​ຂອງ​ຄອບຄົວໃຫ້​ຢູ່​ໃນ​ລະດັບ 98,7%; ເພີ່ມ​ການໂຄສະນາ​ປຸກລະດົມ​ຊຸມ​ຊົນ​ກ່ຽວ​ກັບ​ອາ ຫານ, ໂພຊະ​ນາ​ການ, ສຸ​ຂະສຶກ​ ສາ​ເກັບ​ກຳ​ຂໍ້​ມູນ, ລົງ​ປະ​ເມີນ​ ຕາມແບບ​ຟອມ 23 ຕົວ​ຊີ້​ບອກ ໃນ 18 ບ້ານ​ເປົ້າ​ໝາຍ; ສົ່ງເສີມ​ການ​ປູກ-ການ​ລ້ຽງ ແລະ ອາ ຫານ​ທ່ຽງໃນ​ໂຮງຮຽນ; ສ້າງ ​ເງື່ອນໄຂ​ໃຫ້​ເດັກ​ທຸກ​ຄົນ​ໄດ້​ເຂົ້າ ຮ່ວມ​ບັນດາ​ກິດຈະກຳ​ຕ່າງໆທີ່​ ເປັນ​ການ​ພັດທະນາ​ ໂດຍ​ສະ ເພາະໄດ້​ຮຽນ​ຈົບຊັ້ນ​ປະຖົມ, ມັດທະຍົມ​ສຶກ​ສາ​ພາກ​ບັງຄັບ ແລະ ຍົກ​ສູງ​ການ​ບໍລິການດ້ານ​ການ​ສຶກ​ສາ​ທີ່​ມີ​ຄຸນ​ນະ​ພາບ ແລະ ປອດ​ໄພ; ເດັກ​​ມີ​ຄວາມ​ບອບ​ບາງ​ຕໍ່​ຄວາມ​ສ່ຽງ​ຂອງ​ການ​ປ່ຽນແປງ​ດິນ​ຟ້າ​ອາກາດ. ດັ່ງນັ້ນ, ຈະ​ຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມ​ພັດທະນາ ເພື່ອ​ສົ່ງເສີມ​ການ​ມີ​ສ່ວນ​ຮ່ວມຂອງ​ເດັກ​ໃນ​ການຈັດຕັ້ງ​ປະຕິບັດບັນດາ​ມາດ​ຕະການໃນ​ການຫຼຸດຜ່ອນ ແລະ ປັບ​ຕົວ​ຕໍ່​ການ​ປ່ຽນແປງ​ດິນ​ຟ້າ​ອາກາດໃນ​ລະດັບ​ຊຸມ​ຊົນ​ຂອງ​ແຂວງ, ສ້າງ​ຄວາມ​ເຂັ້ມແຂງ​ໃນ ການ​ໂຄສະນາ​ຂໍ້​ມູນ​ຂ່າວ​ການ​ປົກ​ປັກ​ຮັກສາ​ສິ່ງແວດລ້ອມ ໃຫ້​ເຂົ້າ​ເຖິງ​ໂຮງຮຽນ ເພື່ອ​ເຮັດ​ໃຫ້​ມີ​ຜົນສຳເລັດ​ໃນ​ການຈັດ​ຕັ້ງ​ປະ ຕິບັດ​ບັນດາ​ກິດຈະກຳ​ເປົ້າ​ໝາຍ​ທີ່​ກຳນົດ​ໄວ້. ໂດຍ: ເກດສະໜາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ