ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປີຜ່ານມາ ເສດຖະກິດ​ແຂວງ​ເຊ​ກອງຂະຫຍາຍຕົວ 4%
ເວລາອອກຂ່າວ: 2023-01-30 09:05:35 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 42 | ຄວາມນິຍົມ:



ຕາມ​ການ​ລາຍ​ງານ​ຈາກ ທ່ານ ສາກົນ ພອນ​ປະເສີດ ຫົວ ໜ້າ​ພະ​ແນກ​ແຜນການ ແລະ ການ​ລົງທຶນ​ແຂວງ ໃນ​ກອງ​ປະຊຸມສະ ໄໝ​ສາມັນ ​ເທື່ອ​ທີ 4 ຂອງ​ສະພາ​ປະຊາຊົນ​ແຂວງ​ເຊ​ກອງ ຊຸດ​ທີ II ໃນ​ວັນ​ທີ 25 ມັງກອນ 2023 ວ່າ: ປີ 2022 ເສດຖະກິດ​ແຂວງ​ເຊ​ກອງຂະຫຍາຍຕົວ​ໃນ​ລະດັບ 4%, ລວມ​ຍອດ​ຜະລິດ​ຕະ​ພັນ ​ພາຍ​ໃນ (GDP) ບັນລຸ​ໄດ້ 2.534 ຕື້​ກີບ, GDP ສະເລ່ຍ​ໃສ່​ພົນລະ ເມືອງ​ບັນລຸ 18,75 ລ້ານ​ກີບ​ ຕໍ່​ຄົນ​ຕໍ່​ປີ. ໃນ​ນັ້ນ ​ຂະ​​­​ແໜງ​ກະ​​­​ສິ ກຳເພີ່ມ​ຂຶ້ນ 6,92% ກວມ​ເອົາ 68,27%, ຂະແໜງ​ອຸດສາຫະ ກຳ​ເພີ່ມ​ຂຶ້ນ 2,91% ກວມ​ເອົາ 16,37% ແລະ ຂະແໜງການ​ບໍລິການ​ເພີ່ມ​ຂຶ້ນ 1,27% ກວມ​ເອົາ 15,36% ຂອງ GDP. ພ້ອມ​ນີ້, ຂະແໜງ​ກະສິກຳ ແລະ ປ່າໄມ້ກໍ​ສາມາດ​ຜະລິດ​ເຂົ້າ​ໄດ້ 41.591 ໂຕນ ທຽບໃສ່​ແຜນ​ປະຕິບັດ​ໄດ້ 99,41%, ສະເລ່ຍ​ເຂົ້າ​ກິນ​ໃສ່​ຫົວ​ຄົນ​ເທົ່າ​ກັບ 288 ກິ​ໂລກ​ຣາມ​ຕໍ່​ຄົນ​ຕໍ່​ປີ, ມັນຕົ້ນ 275.092 ໂຕນ, ປຸງ​ແຕ່ງ​ເປັນ ແປ້ງ​ມັນຕົ້ນ​ໄດ້ 30 ພັນ​ໂຕນ ເພື່ອ​ສົ່ງ​ອອກ​ຕ່າງປະເທດ, ກາເຟ 33 ພັນ​ກວ່າ​ໂຕນ; ສ່ວນ​ການ​ລ້ຽງສັດ​ແບບ​ເປັນ​ຟາມ ກໍ​ມີ​ໜໍ່​ແໜງ​ໃໝ່​ເກີດ​ຂຶ້ນ ເປັນຕົ້ນການ​ລ້ຽງ​ໄກ່​ພັນ​ໄຂ່, ເປັດ​ພັນ​ໄຂ່ ແລະ ອັນ​ພົ້ນ​ເດັ່ນແມ່ນ​ມີ​ການ​ລິ​ເລີ່ມ​ໂຄງການລ້ຽງ​ງົວ​ພັນ​ນົມ ແບບ​ເປັນ​ຟາມ ແຫ່ງ​ທຳ​ອິດ​ຢູ່​ແຂວງ​ເຊ​ກອງ, ປັດຈຸບັນ​ຍັງ​ຢູ່​ໃນ​ຂັ້ນ​ຕອນ​ວາງ​ແຜນ​ນຳ​ເຂົ້າ​ກົນ​ຈັກ ແລະ ພາຫະນະ, ປູກ​ຫຍ້າ​ສຳເລັດ​ຈຳນວນ 10 ເຮັກຕາ (ເນື້ອທີ່ລວມ 1.500 ເຮັກຕາ), ກະກຽມ​ນຳ ເຂົ້າ​ງົວ​ ແລະ ຄາດຄະເນ​ວ່າ​ຈະໄດ້​ ຜະລິດ​ນົມ​ຈຳໜ່າຍ​ໃນ​ປີ 2025. ທ່ານ​ຫົວໜ້າ​ພະ​ແນກ​ແຜນ ການ ແລະ ການ​ລົງທຶນ​ແຂວງ ຍັງ​ໃຫ້​ຮູ້​ຕື່ມ​ວ່າ: ສຳລັບ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານການເມືອງ, ພັດ ທະນາ​ຊົນນະບົດ​ຮອບດ້ານ ແລະ ການ​ແກ້​ໄຂ​ຄວາມທຸກ​ຍາກ ແລະ ວຽກ​ງານ 3 ສ້າງ ເຊິ່ງ​ເວລາ ໃດ​ຄະນະ​ພັກ-ອົງການ​ປົກຄອງ​ແຂວງ ກໍ​ໄດ້​ຖື​ເອົາ​ວຽກ​ງານ​ດັ່ງ ກ່າວ ເປັນ​ວຽກ​ຍຸດ​ທະ​ສາດ​ສຳ ຄັນ ແລະ ໄດ້​ເອົາໃຈໃສ່ຈັດ​ຕັ້ງ​ປະຕິບັດ​ຢ່າງ​ຈິງ​ຈັງ ໂດຍ​ຖື​ເອົາ​ການ​ພັດທະນາ​ບ້ານ​ຕາມ 4 ເນື້ອ​ໃນ 4 ຄາດໝາຍ, ການ​ສ້າງ​ບ້ານ ​ໃຫຍ່​ເປັນ​ຕົວເມືອງ​ນ້ອຍ​ຢູ່​ຊົນນະ ບົດ ຕິດ​ພັນ​ກັບ​ການ​ຈັດ​ສັນ​ທີ່ຢູ່​ຖາວອນ​ໃຫ້​ປະຊາຊົນ, ປັບປຸງ-ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ຊຸກຍູ້​ສົ່ງເສີມ​ການ​ຜະລິດ​ກະສິກຳ, ອຸດ ສາຫະກຳ​ປຸງ​ແຕ່ງ ແລະ ການ​ບໍ ລິການ​ກັບ​ທີ່ ເພື່ອ​ເປັນ​ການ​ສ້າງ​ວຽກ​ເຮັດ​ງານ​ທຳ ແລະ ລາຍ​ໄດ້​ໃຫ້​ປະຊາຊົນ ອັນ​ໄດ້​ເຮັດ​ໃຫ້​ປະຊາຊົນ​ມີ​ຊີວິດ​ການ​ເປັນ​ຢູ່​ນັບ​ມື້​ດີ​ຂຶ້ນ​ເປັນ​ກ້າວໆ. ໂດຍ: ສັນຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ