ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສິງ​ຄຳ-ເພັດ​ພະຈັນ ຄອງ​ແຊັມ​ຍິງ​ປືນ ປະເພດ​ຄູ່ຊີງ​ແຊັມ ໄອ​ພີ​ເອັດ​ຊີ​ລາວ 2023
ເວລາອອກຂ່າວ: 2023-01-30 09:14:04 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 197 | ຄວາມນິຍົມ:



ທ້າວ ສິງ​ຄຳ ສີ​ປະເສີດ ກັບ ທ້າວ ເພັດ​ພະຈັນ ສີ​ວົງສາ ຊ່ວຍ​ກັນ​ຍິງເປົ້າ​ໄດ້​ຢ່າງ​ແມ້ນ​ຢຳ ຈົນ​ສາມາດ ຄອງ​ອັນ​ດັບ​ທີ 1 ປະເພດ​ປືນ ປະເພດ​ຄູ່ ໃນ​ການ​ແຂ່ງຂັນ​ຍິງ​ປືນ​ໄອ​ພີ​ເອັດ​ຊີ ລະດັບ 1 ປະຈຳ​ປີ 2023 ເພື່ອ​ສ້າງ​ຂະ​ບວນ​ການ​ສະເຫຼີມສະຫຼອງ​ວັນ​ສ້າງຕັ້ງ​ກອງທັບ ປະຊາຊົນ​ລາວ ຄົບຮອບ 74 ປີ (20 ມັງກອນ 1949-20 ມັງກອນ 2023) ໄປ​ຄອງ. ຂະນະ​ທີ່​ແຊັມ ປະເພດ​ປືນ​ຮຸ່ນ​ທົ່ວ​ໄປ ຕົກ​ເປັນ​ຂອງ ທ້າວ ສຸ​ນັນ ວັດທະນະ​ບູນ ສ່ວນ ທ້າວ ແສງ​ສະຫວັນ ສີສະ​ວົງ ຄອງ​ແຊັມ​ປືນ​ໂປ​ດັກ​ຊັນ​ມື​ໃໝ່. ລາຍການ​ນີ້ ຈັດ​ຂຶ້ນ ກໍ​ເພື່ອ​ສ້າງ​ຂະ​ບວນ​ການ​ສະເຫຼີມສະຫຼອງ​ວັນ​ສ້າງຕັ້ງ​ກອງທັບ ປະຊາຊົນ​ລາວ ຄົບຮອບ 74 ປີ ໃຫ້​ມີ​ບັນຍາກາດ​ຢ່າງ​ເປັນ​ຂະ​ບວນ​ການ​ຟົດຟື້ນ ພ້ອມ​ທັງ​ສ້າງ​ໂອກາດ​ໃຫ້​ນັກ​ກິລາ​ຍິງ​ປືນ ໄອ​ພີ​ເອັດ​ຊີ​ລາວ ມີ​ການເຄື່ອນໄຫວ​ຢ່າງ​ຕໍ່​ເນື່ອງ ເພື່ອ​ຄັດ​ເລືອກ​ຕາງໜ້າ​ນັກ​ນັກ​ກິລາ​ແມ້ນ​ປືນ​ລາວ ຮ່ວມ​ລາຍການ​ລະດັບ​ອະນຸ​ພາກ​ພື້ນ, ພາກ​ພື້ນ ແລະ ສາກົນ ຈະ​ຈັດ​ຂຶ້ນ​ພາຍ​ໃນ​ປີ 2023 ນີ້ ເຊິ່ງ​ເປັນ​ລາຍການ​ທຳ​ອິດ​ຂອງ​ສະໂມສອນ ໄອ​ພີ​ເອັດ​ຊີ​ລາວ ມີ​ການ​ຊີງ​ໄຊ 4 ລາຍການ ແຂ່ງຂັນ 5 ສະໜາມ ປະກອບ​ມີ ປະເພດ​ປືນ​ໂປ​ດັກ​ຊັນ ຮຸ່ນ​ທົ່ວ​ໄປ, ໂປ​ດັກ​ຊັນ​ມື​ໃໝ່, ຊຸດ​ອ໋ອບ​ດ່ຽວ ແລະ ຊຸດ​ອ໋ອບ​ຄູ່. ສຳລັບ ຜົນ​ການ​ແຂ່ງຂັນ​ປະເພດ​ປືນ​ຊຸດ​ອ໋ອບ ປະເພດ​ຄູ່ ແລະ ດ່ຽວ​ລາຍການ​ນີ້ ກຳນົດ​ເປົ້າ​ແຜ່ນ ຈຳນວນ 10 ແຜ່ນ ຍິງ​ບໍ່​ຈຳກັດ​ລູກ ທີມ​ໃດ​ຍິງເປົ້າ​ໝົດ​ເປັນ​ຜູ້​ຊະນະ. ຜ່ານ​ການ​ແຂ່ງຂັນ​ປະກົດ​ວ່າ ແຊັມ​ຊຸດ​ອ໋ອບ ຄູ່​ຊາຍ ຕົກ​ເປັນ​ຂອງ​ທ້າວ ສິງ​ຄຳ ສີ​ປະເສີດ ແລະ ທ້າວ ເພັດ​ພະຈັນ ສີ​ວົງສາ, ປະເພດ​ປືນ​ຊຸດ​ອ໋ອບ​ດ່ຽວ ແຊັມ​ເປັນ​ຂອງ ທ້າວ ເຊດ​ຖາ ໄຄ້​ຍະ​ວົງ, ປະເພດ​ໂປ​ດັກ​ຊັນ​ດ່ຽວ​ສາຍ​ທົ່ວ​ໄປ ແຊັມ​ເປັນ​ຂອງ​ທ້າວ ສຸ​ນັນ ວັດທະນາ​ບູນ; ປະເພດ​ໂປ​ດັກ​ຊັນ​ມື​ໃໝ່​ດ່ຽວ ແຊັມ​ເປັນ​ຂອງ ທ້າວ ແສງ​ສະຫວັນ ສີສະ​ວົງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ