

![]()
ກອງພົນທີ 1 ແຂ່ງຂັນ ສິລະປະ-ວັນນະຄະດີ ສະໝັກຫຼິ້ນ
ເວລາອອກຂ່າວ: 2023-01-30 09:21:25 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 584 | ຄວາມນິຍົມ:
ວັນທີ 25 ມັງກອນ 2023, ກອງພົນທີ 1 ໄດ້ຈັດກິດຈະກຳ ແຂ່ງຂັນສິລະປະ-ວັນນະຄະດີສະໝັກຫຼິ້ນ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ, ໂດຍ ມີສະຫາຍ ພັນເອກ ວົງຈັນ ພັນຈັນທະມານ ຫົວໜ້າການເມືອງ ກອງພົນທີ 1, ມີຄະນະພັກ- ຄະນະບັນຊາ ອົງການ, ກົມກອງ ແລະ ່ປະຊາຊົນອ້ອມຂ້າງ ເຂົ້າຮ່ວມຮັບຊົມ.
ການແຂ່ງຂັນສິລະປະ-ວັນ ນະຄະດີສະໝັກຫຼິ້ນ ໃນຄັ້ງນີ້, ນອກຈາກເປັນການສ້າງຂະບວນການເນື່ອງໃນໂອກາດສະ ເຫຼີມສະຫຼອງວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 74 ປີໃຫ້ມີບັນຍາກາດຟົດຟື້ນກວ້າງ ຂວາງ, ມີເນື້ອໃນຄວາມໝາຍເລິກເຊິ່ງແລ້ວ, ຍັງເປັນການສ້າງຂະບວນການຂ່ຳນັບຮັບຕ້ອນວັນ ສ້າງຕັ້ງກອງພົນທີ 1 ຄົບຮອບ 38 ປີ (12 ກຸມພາ 1985-12 ກຸມພາ 2023) ທີ່ຈະໝູນວຽນ ມາບັນຈົບຄົບຮອບນີ້. ອີກດ້ານໜຶ່ງ ວຽກງານສິລະປະ-ວັນ ນະຄະດີ ແມ່ນວຽກງານໜຶ່ງ ທີ່ສຳຄັນ, ເປັນວຽກງານການ ເມືອງ-ນຳພາແນວຄິດທີ່ມີການ ເຄື່ອນໄຫວເປັນປະຈຳ ເພື່ອປຸກ ລະດົມ, ຊຸກຍູ້ສົ່ງເສີມທາງດ້ານ ແນວຄິດ, ຈິດໃຈຂອງພະນັກ ງານ-ນັກຮົບໃຫ້ມີແນວຄິດອຸ່ນ ອຽນທຸ່ນທ່ຽງ, ມີຄວາມເບີກ ບານ ມ່ວນຊື່ນ, ມີຄວາມບຸກບືນຫ້າວ ຫັນ ເຮັດສຳເລັດໜ້າທີ່ການເມືອງ ຂອງຕົນຕາມການຈັດຕັ້ງມອບໝາຍໃຫ້, ທັງເປັນການເສີມຂະ ຫຍາຍມູນເຊື້ອຮີດຄອງປະເພນີ, ວັດທະນະທຳອັນດີງາມຂອງຄົນລາວ, ຊາດລາວທີ່ມີມາແຕ່ດົນນານແລ້ວນັ້ນ ໃຫ້ຍືນຍົງຢູ່ຄູ່ຄົນລາວ ແລະ ສັງຄົມລາວຕະຫຼອດໄປ.
ສຳລັບການແຂ່ງຂັນຄັ້ງນີ້ ມີ 15 ກົມກອງເຂົ້າຮ່ວມ, ມີ 4 ປະ ເພດແຂ່ງຂັນເຊັ່ນ: ເພງດ່ຽວ 15 ລາຍການ, ເພງລວມໝູ່ 6 ລາຍການ, ຂັບລຳທ້ອງຖິ່ນ 10 ລາຍການ ແລະ ບົດຟ້ອນ 9 ລາຍການ, ຜ່ານການແຂ່ງຂັນຕົວຈິງ ສະຫຼຸບໄດ້ດັ່ງນີ້: ປະເພດເພງດ່ຽວ ໄດ້ຮັບລາງວັນຊະນະເລີດແມ່ນ ກອງພັນ 162, ອັນດັບທີ II ຫ້ອງການເມືອງ, ອັນດັບທີີ III ຫ້ອງພະລາທິການ; ປະເພດເພງລວມໝູ່ ໄດ້ຮັບລາງວັນຊະນະເລີດແມ່ນ ກອງພັນໃຫຍ່ 101, ອັນດັບທີ II ສູນເຝິກອົບຮົມ, ອັນດັບທີ III ກອງພັນໃຫຍ່ 102, ປະເພດຂັບລຳທ້ອງຖິ່ນ ໄດ້ຮັບລາງວັນຊະນະເລີດແມ່ນຫ້ອງການເມືອງ, ອັນດັບທີ II ຫ້ອງເສນາທິການ, ອັນດັບທີ III ກອງ ພັນໃຫຍ່ 101; ປະເພດບົດຟ້ອນ ໄດ້ຮັບລາງວັນຊະນະເລີດແມ່ນກອງພັນໃຫຍ່ 102, ອັນດັບທີີ II ຫ້ອງການເມືອງ ແລະ ອັນດັບທີີ III ກອງພັນ 221.
ໂດຍ: ກໍ ແດນດອກກ້ຽງ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ