ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງ​ພົນ​ທີ 1 ແຂ່ງຂັນ ສິລະ​ປະ-ວັນນະຄະດີ ສະໝັກ​ຫຼິ້ນ
ເວລາອອກຂ່າວ: 2023-01-30 09:21:25 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 121 | ຄວາມນິຍົມ:



ວັນ​ທີ 25 ມັງກອນ 2023, ກອງ​ພົນ​ທີ 1 ໄດ້​ຈັດ​ກິດຈະກຳ ແຂ່ງຂັນ​ສິລະ​ປະ-ວັນນະຄະດີ​ສະໝັກ​ຫຼິ້ນ, ເນື່ອງ​ໃນໂອກາດ​ສະເຫຼີມສະຫຼອງວັນສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ​ຄົບຮອບ 74 ປີ, ໂດຍ ມີສະຫາຍ ພັນ​ເອກ ວົງ​ຈັນ ພັນ​ຈັນທະ​ມານ ຫົວໜ້າ​ການເມືອງ ​ກອງ​ພົນ​ທີ 1, ມີ​ຄະນະ​ພັກ- ຄະນະ​ບັນຊາ ອົງການ, ກົມ​ກອງ ແລະ ່​ປະຊາຊົນ​ອ້ອມ​ຂ້າງ ເຂົ້າ​ຮ່ວມ​ຮັບ​ຊົມ. ການ​ແຂ່ງຂັນ​ສິລະ​ປະ-ວັນ ນະຄະດີ​ສະໝັກ​ຫຼິ້ນ ໃນ​ຄັ້ງນີ້, ນອກຈາກ​ເປັນ​ການ​ສ້າງ​ຂະ​ບວນ​ການ​ເນື່ອງ​ໃນ​ໂອກາດ​ສະ ເຫຼີມສະຫຼອງ​ວັນ​ສ້າງຕັ້ງກອງ ທັບ​ປະຊາຊົນ​ລາວ​ ຄົບຮອບ 74 ປີ​ໃຫ້​ມີ​ບັນຍາກາດ​ຟົດຟື້ນ​ກວ້າງ ຂວາງ, ມີ​ເນື້ອ​ໃນ​ຄວາມ​ໝາຍ​ເລິກເຊິ່ງ​ແລ້ວ, ຍັງ​ເປັນການສ້າງ​ຂະ​ບວນ​ການ​ຂ່ຳນັບ​ຮັບ​ຕ້ອນວັນ ​ສ້າງຕັ້ງ​ກອງ​ພົນ​ທີ 1 ຄົບຮອບ 38 ປີ (12 ກຸມພາ 1985-12 ກຸມພາ 2023) ທີ່​ຈະໝູນວຽນ​ ມາ​ບັນຈົບ​ຄົບຮອບ​ນີ້. ອີກດ້ານ​ໜຶ່ງ ວຽກ​ງານ​ສິລະ​ປະ-ວັນ ນະຄະດີ ແມ່ນ​ວຽກງານໜຶ່ງ ທີ່​ສຳຄັນ, ເປັນ​ວຽກ​ງານການ ເມືອງ-ນຳພາແນວຄິດທີ່ມີການ ເຄື່ອນໄຫວ​ເປັນ​ປະຈຳ ເພື່ອ​ປຸກ ລະດົມ, ຊຸກຍູ້​ສົ່ງເສີມທາງດ້ານ​ ແນວ​ຄິດ, ຈິດໃຈ​ຂອງ​ພະນັກ ງານ-ນັກຮົບ​ໃຫ້​ມີ​ແນວ​ຄິດ​ອຸ່ນ​ ອຽນ​ທຸ່ນ​ທ່ຽງ, ມີ​ຄວາມເບີກ ບານ​ ມ່ວນຊື່ນ, ມີ​ຄວາມ​ບຸກ​ບືນ​ຫ້າວ ຫັນ ເຮັດ​ສຳເລັດໜ້າທີ່ການເມືອງ ​ຂອງ​ຕົນ​ຕາມ​ການຈັດຕັ້ງ​ມອບ​ໝາຍ​ໃຫ້, ທັງ​ເປັນ​ການ​ເສີມ​ຂະ ຫຍາຍ​ມູນເຊື້ອ​ຮີດຄອງ​ປະເພນີ, ວັດທະນະທຳ​ອັນ​ດີງາມ​ຂອງ​ຄົນ​ລາວ, ຊາດ​ລາວ​ທີ່​ມີ​ມາ​ແຕ່​ດົນ​ນານ​ແລ້ວ​ນັ້ນ ໃຫ້​ຍືນ​ຍົງ​ຢູ່​ຄູ່​ຄົນ​ລາວ ແລະ ສັງຄົມ​ລາວ​ຕະຫຼອດ​ໄປ. ສຳລັບ​ການ​ແຂ່ງຂັນ​ຄັ້ງ​ນີ້​ ມີ 15 ກົມ​ກອງ​ເຂົ້າ​ຮ່ວມ, ​ມີ 4 ປະ ເພດ​ແຂ່ງຂັນ​ເຊັ່ນ: ​ເພງ​ດ່ຽວ 15 ລາຍການ, ເພງ​ລວມ​ໝູ່ 6 ລາຍການ, ຂັບ​ລຳ​ທ້ອງຖິ່ນ 10 ລາຍການ ແລະ ບົດ​ຟ້ອນ 9 ລາຍການ, ຜ່ານ​ການ​ແຂ່ງ​ຂັນຕົວ​ຈິງ ​ສະຫຼຸບ​ໄດ້​ດັ່ງນີ້: ປະເພດ​ເພງ​ດ່ຽວ ໄດ້​ຮັບ​ລາງວັນ​ຊະນະ​ເລີດ​ແມ່ນ ​ກອງພັນ 162, ອັນ​ດັບ​ທີ​​ II ຫ້ອງ​ການເມືອງ, ອັນ​ດັບ​ທີ​ີ III ຫ້ອງ​ພະລາທິການ; ປະເພດ​ເພງ​ລວມ​ໝູ່ ໄດ້​ຮັບ​ລາງວັນ​ຊະນະ​ເລີດ​ແມ່ນ ກອງພັນ​ໃຫຍ່ 101, ອັນ​ດັບ​ທີ​​ II ສູນ​ເຝິກ​ອົບຮົມ, ອັນ​ດັບ​ທີ​​ III ກອງພັນ​ໃຫຍ່ 102, ປະເພດ​ຂັບ​ລຳ​ທ້ອງຖິ່ນ ໄດ້​ຮັບ​ລາງວັນ​ຊະນະ​ເລີດ​ແມ່ນ​ຫ້ອງ​ການເມືອງ, ອັນ​ດັບ​ທີ​​ II ຫ້ອງ​ເສນາ​ທິ​ການ, ອັນ​ດັບ​ທີ​​ III ກອງ ພັນ​ໃຫຍ່ 101; ປະເພດ​ບົດ​ຟ້ອນ ໄດ້​ຮັບ​ລາງວັນ​ຊະນະ​ເລີດ​ແມ່ນ​ກອງພັນ​ໃຫຍ່ 102, ອັນ​ດັບ​ທີ​​ີ II ຫ້ອງ​ການເມືອງ ແລະ ອັນ​ດັບ​ທີ​​ີ III ກອງພັນ 221. ໂດຍ: ກໍ ແດນ​ດອກ​ກ້ຽງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ