ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກົມ​ໃຫຍ່​ການເມືອງ​ກອງທັບ ​ສະຫຼຸບ​ວຽກ​ງານ​ຮອບດ້ານ ປະຈຳ​ປີ 2022
ເວລາອອກຂ່າວ: 2023-01-30 09:42:12 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 596 | ຄວາມນິຍົມ:



ກອງ​ປະຊຸມ​ສະຫຼຸບ​ວຽກ ​ງານ​ຮອບດ້ານ ປະຈຳ​ປີ 2022 ແລະ ທິດ​ທາງ​ແຜນການ​ປີ 2023 ຂອງ​ກົມ​ໃຫຍ່​ການເມືອງ​ກອງທັບ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 27 ມັງກອນ 2023 ນີ້, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພົນ​ໂທ ທອງ​ລອຍ ສິລິ​ວົງ ກຳມະການ​ສູນ​ກາງ​ພັກ ຮອງ​ລັດຖະມົນຕີ ຫົວໜ້າ​ກົມ​ໃຫຍ່​ການເມືອງ​ກອງທັບ, ມີ​ຄະນະ​ນຳ​ ກົມ​ໃຫຍ່, ຄະນະ​ພັກ-ຄະນະ​ບັນ ຊາ​ກົມ, ຫ້ອງການ, ກອງ ພ້ອມ​ດ້ວຍ​ພະນັກງານ​ຫຼັກ​ແຫຼ່ງ​ທົ່ວ​ກົມ​ໃຫຍ່​ການເມືອງ​ກອງທັບ​ເຂົ້າ​ຮ່ວມ. ສະຫາຍ ພົນ​ຈັດຕະວາ ສົມພົງ ແພງ​ປັນຍາ ຫົວໜ້າ​ຫ້ອງການ​ກົມ​ ໃຫຍ່​ການເມືອງ​ທັບ ໄດ້​ສະຫຼຸບ​ຕີ​ລາຄາ​ການຈັດຕັ້ງ​ປະຕິບັດ​ວຽກ​ ງານ​ຮອບດ້ານ ໃນ​ທົ່ວ​ກົມ​ໃຫຍ່​ ການເມືອງ​ກອງທັບ ເພື່ອ​ກວດກາ​ຄືນ​ການຈັດຕັ້ງ​ປະຕິບັດ​ບັນດາ​ມະຕິ, ແຜນການ​ຕ່າງໆ​ໃນ​ປີ 2022 ຜ່ານ​ມາ ແລະ ສືບຕໍ່​ວາງ​ ທິດ​ທາງ​ແຜນການ ປະຈຳ​ປີ 2023 ເພື່ອ​ຈັດ​ຕັ້ງ​ປະຕິບັດ​ບັນ ດາ​ວຽກ​ງານ​ທີ່​ຍັງ​ຄົງ​ຄ້າງ​ໃຫ້​ ມີ​ຜົນສຳເລັດ​ດີ​ກວ່າ​ເກົ່າ. ຄະນະ ​ນຳ​ກົມ​ໃຫຍ່​ການເມືອງ​ກອງທັບ ໄດ້​ພ້ອມ​ກັນ​ຈັດ​ຕັ້ງ​ປະຕິບັດ​ບັນ ດາ​ວຽກ​ງານ​ຕາມ​ພາລະ​ບົດບາດ ແລະ ລະບຽບ​ຫຼັກການ ກໍ​ຄື​ແບບ ແຜນ​ວິທີ​ເຮັດ​ວຽກ, ສົມ​ກັບ​ເປັນ​ອົງການ​ເສນາ​ທິ​ການ​ດ້ານ​ວຽກ​ງານ​ພັກ-ວຽກ​ງານ​ການເມືອງ​ໃຫ້​ກະຊວງ​ປ້ອງ​ກັນ​ປະເທດ. ເຊິ່ງ​ໃນ​ໄລຍະ 1 ປີຜ່ານມາ ສາມາດ​ຍາດ​ໄດ້ຜົນ​ງານ​ທີ່​ພົ້ນ​ເດັ່ນ ແລະ ມີ​ຜົນສຳເລັດ​ຫຼາຍ​ດ້ານ ເປັນຕົ້ນ​ແມ່ນ ຂົງເຂດ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ-ພັດທະນາ​ຊົນນະບົດ​ຮອບດ້ານ ໂດຍ​ຕິດ​ພັນ​ກັບ​ວຽກ​ງານ 3 ສ້າງ, ການ​ສ້າງ​ທ່າ​ສະໜາມ​ສົງຄາມ​ປະຊາຊົນ 3 ຂັ້ນ​ຢູ່​ບັນດາ​ຈຸດ​ທີ່​ຫຼໍ່​ແຫຼມ ໂດຍ​ສົມທົບ​ກັບ​ອຳນາດ​ການ​ປົກຄອງ​ທ້ອງຖິ່ນ, ຕິດຕາມ​ບັນດາ​ເປົ້າ​ໝາຍ​ກຸ່ມ​ຄົນ​ບໍ່​ດີ ເພື່ອ​ສະກັດ​ກັ້ນ​ໃຫ້​ສະພາບ​ມີ​ຄວາມ​ສະຫງົບ, ວຽກ​ງານ​ຈັດ​ຕັ້ງ​ພັກ-ພະນັກງານ ກໍ​ໄດ້​ຖື​ເປັນ​ສຳຄັນ​ໃນ​ການຈັດຕັ້ງ​ປະຕິບັດ​ໃຫ້​ມີ​ຄຸນະພາບ ແລະ ຖືກ​ເປົ້າ​ໝາຍ​ຕົວ​ຈິງ, ການ​ປະ ຕິບັດ​ນະໂຍບາຍ​ຕໍ່​ນາຍ ແລະ ພົນ ທະຫານ ກໍ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ທົ່ວ​ເຖິງ, ຂົງເຂດ​ວຽກ​ງານ​ຍຸຕິ​ທຳ​ກໍ່​ໄດ້​ປະຕິບັດ​ຕາມ​ລະບຽບ​ຫຼັກການ​ຢ່າງ​ເຂັ້ມ​ງວດ, ວຽກ​ງານ​ການ​ກະກຽມ ແລະ ດຳເນີນ​ກອງ​ປະຊຸມ​ໃຫຍ່​ຢູ່​ແຕ່​ລະ​ກົມ​ກອງ​ກໍ​ໄດ້​ສຸມ​ໃສ່​ປະຕິບັດ​ຕາມ​ຂັ້ນ​ຕອນ ແລະ ກຳນົດ​ເວລາ, ວຽກ ​ງານ​ສື່​ມວນ​ຊົນ ກໍ​ໄດ້​ເຄື່ອນ​ໄຫວ​ ຕາມ​ພາລະ​ບົດບາດ​ຢ່າງ​ແຂງ ແຮງ, ວຽກ​ງານ​ອົງ​ການຈັດຕັ້ງ​ມະຫາຊົນ​ກໍ​ໄດ້​ພ້ອມ​ກັນ​ຕັ້ງ​ຕັ້ງ​ປະຕິບັດ​ຕາມ​ເນື້ອ​ໃນ​ຂໍ້​ແຂ່ງຂັນ​ຂອງ​ຕົນ​ຢ່າງ​ເປັນ​ຂະ​ບວນ​ການ​ຟົດຟື້ນ​ຕໍ່​ເນື່ອງ ແລະ ມີ​ຜົນສຳເລັດ​ສູງ. ສ່ວນ​ວຽກ​ງານ​ປັບປຸງ​ພາຍ​ໃນ​ອົງການ​ກົມ​ໃຫຍ່​ການເມືອງ​ກອງທັບ ໄດ້​ເອົາໃຈໃສ່​ເຮັດ​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ແນວ​ຄິດ​ໃຫ້​ພະນັກງານ-ສະມາ ຊິກ​ພັກ, ນັກຮົບ​ພາຍ​ໃນ​ອົງການ​ ກົມ​ໃຫຍ່​ດ້ວຍ​ຫຼາຍ​ວິທີ​ແທດ ເໝາະ​ກັບ​ເງື່ອນໄຂ​ຂອງ​ກົມ​ກອງ, ຈັດ​ຕັ້ງ​ເຊື່ອມ​ຊຶມ​ມະຕິ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະເທດ​ຄັ້ງ​ທີ XI ຂອງ​ພັກ ແລະ ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ V ຂອງ​ອົງຄະ​ນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ, ພິທີ​ປາຖະກະຖາ​ເລົ່າ​ມູນ ເຊື້ອ​ບັນດາ​ວັນ​ປະຫວັດສາດ​ສຳຄັນ​ຂອງ​ຊາດ, ຂອງ​ພັກ, ຂອງ​ກອງທັບ, ຂອງ​ສາກົນ​ເຊິ່ງ​ມີ​ຈຳນວນ​ພົນ​ເຂົ້າ​ຮ່ວມ 2.300 ຄົນ; ອະນຸມັດ​ມະຕິ​ຕົກລົງ​ຮັບ​ມະຫາຊົນ​ຜູ້​ກ້າວ ໜ້າ​ເຂົ້າ​ພັກ​ໄດ້ 94 ສະຫາຍ, ສຳ ຮອງ​ເລື່ອນ​ຂຶ້ນ​ສົມບູນ 62 ສະ ຫາຍ, ບົ່ງ​ຕົວ​ແຕ່ງຕັ້ງ-ປ່ຽນ​ແທນ​ປະທານ​ກວດກາ​ພັກ​ກົມ​ໃຫຍ່ 1 ສະຫາຍ, ແຕ່ງຕັ້ງ​ເລຂາ, ຮອງ​ເລຂາ, ກຳມະການ​ພັກ​ໄດ້ 4 ຄະ ນະ​ໜ່ວຍ​ພັກ ແລະ 3 ຄະນະ​ພັກ​ຮາກ​ຖານ; ເລື່ອນ​ຊັ້ນ-ເລື່ອນ​ທຽບ ​ຊັ້ນ​ຈຳນວນ 236 ສະຫາຍ, ປັບ ປຸງ​ການຈັດຕັ້ງ​ຂັ້ນ ຫົວໜ້າ-ຮອງ ​ກົມ 3 ທ່ານ, ຂັ້ນ​ກອງ, ຂັ້ນ​ພະ​ ແນກ-ຂະແໜງ​ລວມ 65 ສະ ຫາຍ; ຍົກຍ້າຍ​ໄປ​ຮັບ​ໜ້າທີ່​ໃໝ່ 60 ສະຫາຍ, ຮັບ​ເຂົ້າ 134 ສະ ຫາຍ; ພັກ​ການ​ເຂົ້າ​ຮັບ​ເບ້ຍ​ບຳ ນານ-ອຸດ​ໜູນ​ລວມ 17 ສະຫາຍ, ຍົກ​ຂັ້ນ​ເງິນເດືອນ 12 ສະຫາຍ, ພະນັກງານ​ໄປ​ຮຽນ​ກໍ່ສ້າງ-ບຳ ລຸງ ແລະ ເຝິກອົບຮົມ​ຢູ່​ພາຍ​ໃນ- ຕ່າງປະເທດ 218 ສະຫາຍ ແລະ ອະນຸມັດ​ສ້າງ​ຄອບຄົວ​ໃໝ່​ໃຫ້​ນາຍ​ທະຫານ​ໄດ້ 57 ຄູ່; ຈັດ​ຕັ້ງ​ ເປີດ​ເຝິກອົບຮົມ​ກວດ​ສອບ​ເລ ຂາ-ຮອງ​ເລຂາ​ຄະນະ​ພັກ​ທົ່ວ​ອົງ ການ​ກົມ​ໃຫຍ່​ຄັ້ງ​ທີ III; ສະຫຼຸບ​ຕີ​ລາຄາ​ແບ່ງ​ປະເພດ​ຄຸນ​ນະ​ພາບ​ການເມືອງ​ພາຍ​ໃນ​ຂອງ​ນາຍ-ພົນທະຫານ ແລະ ການ​ກໍ່ສ້າງ​ກອງ 3 ປອດ​ປະຈຳ 2022 ໄດ້ 41 ກົມ​ກອງ, ຮັບ​ເອກະສານ​ແຈ້ງ ​ຊັບ​ສິນ-ລາຍ​ຮັບ​ຂອງ​ພະນັກ ງານ-ນັກຮົບ​ໄດ້ 1.749 ສະບັບ; ຊຸກຍູ້​ວຽກ​ງານ​ອົງການ​ຈັດ ຕັ້ງ​ມະຫາຊົນ, ສະຫຼຸບ​ຖອດ​ຖອນ​ບົດຮຽນ​ວຽກ​ງານ​ການຈັດຕັ້ງ​ປະຕິບັດ​ຂໍ້​ແຂ່ງຂັນ 3 ດີ​ຂອງ​ສະ ຫະພັນ​ແມ່ຍິງ ແລະ ຂໍ້​ແຂ່ງ 4 ບຸກ ຂອງ​ຊາວ​ໜຸ່ມ​ພ້ອມ​ທັງ​ມອບ​ໃບຢັ້ງຢືນ​ນາມມະຍົດ, ໃບ​ຍ້ອງຍໍ ແລະ ໃບ​ຊົມເຊີຍ​ຂັ້ນ​ຕ່າງ​ຈຳນວນ​ໜຶ່ງ. ໂອກາດ​ນີ້, ສະຫາຍ ພົນ​ໂທ ທອງ​ລອຍ ສິລິ​ວົງ ເນັ້ນ​ໜັກ​ໃຫ້​ຄະນະ​ພັກ-ຄະນະ​ບັນຊາ​ແຕ່​ລະ​ຂັ້ນ​ສືບຕໍ່​ເຮັດ​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ແນວ​ຄິດ​ໃຫ້​ພະນັກງານ-ນັກຮົບ​ໃນ​ທົ່ວ​ກົມ​ໃຫຍ່​ການເມືອງ​ກອງທັບ ຕິດ​ພັນ​ກັບ​ພຶດຕິ​ກຳ​ຕົວ​ຈິງ ແນໃສ່​ເຮັດ​ໃຫ້​ພະນັກງານ-ນັກຮົບ ຮັບ​ຮູ້​ເຊື່ອມ​ຊຶມ​ແນວທາງ​ນະໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ, ລະບຽບ​ຂອງ​ກອງທັບ ແລະ ແຜນ ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ລັດຖະບານ ເພື່ອ​ສ້າງ​ກົມ​ ກອງ​ໃຫ້​ກາຍເປັນ​ກົມ​ກອງ​ວັດ ທະນະທຳ ແລະ ນັກຮົບ​ວັດທະ ນະທຳ, ເພີ່ມ​ທະວີ​ຄວາມ​ສາມັກຄີ​ເປັນ​ປຶກ​ແຜ່ນ​ທີ່​ເປັນ​ມູນເຊື້ອ, ເອກະ​ພາບ​ວຽກ​ງານ​ຕາມ ແນວ ທາງ, ຈິງ​ໃຈ​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ, ເອົາໃຈໃສ່​ວຽກ​ງານ ​ຫັນ​ລົງ​ກໍ່ສ້າງ​ຮາກ​ຖານ​ການ ເມືອງ​ພັດທະນາ​ຊົນນະບົດ​ຮອບ ດ້ານ ສ້າງ​ທ່າ​ສະໜາມ​ສົງຄາມ​ປະຊາຊົນ ຕິດ​ພັນ​ກັບ​ວຽກ​ງານ 3 ສ້າງ, ການ​ສ້າງ​ບ້ານ-ກຸ່ມ​ບ້ານ ພັດທະນາ ແລະ ກຳ​ແໜ້ນ​ສະພາບ​ຕ່າງໆ, ສືບຕໍ່​ປັບປຸງ​ບູລະນະ​ການຈັດຕັ້ງ​ນຳພາ-ບັນຊາ​ໃນ​ແຕ່​ ລະ​ບ່ອນ​ໃຫ້​ຮັບປະກັນ​ທັງ ປະ ລິມານ ແລະ ຄຸນ​ນະ​ພາບ, ນຳ​ໃຊ້​ພະນັກງານ​ໃຫ້​ຖືກ​ຕາມ​ຄວາມ​ຮູ້-ຄວາມ​ສາມາດ ແລະ ພອນ​ສະຫວັນ​ຕົວ​ຈິງ, ໄປ​ພ້ອມ​ກັນ​ກັບ​ ການ​ສ້າງ​ໜ່ວຍ​ພັກ​ປອດ​ໃສ, ເຂັ້ມ ແຂງ, ໜັກ​ແໜ້ນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ