ກົມໃຫຍ່ການເມືອງກອງທັບ ສະຫຼຸບວຽກງານຮອບດ້ານ ປະຈຳປີ 2022
ເວລາອອກຂ່າວ: 2023-01-30 09:42:12 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 608 | ຄວາມນິຍົມ:
ກອງປະຊຸມສະຫຼຸບວຽກ
ງານຮອບດ້ານ ປະຈຳປີ 2022 ແລະ ທິດທາງແຜນການປີ 2023 ຂອງກົມໃຫຍ່ການເມືອງກອງທັບ ໄດ້ຈັດຂຶ້ນໃນວັນທີ 27 ມັງກອນ 2023 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ທອງລອຍ ສິລິວົງ ກຳມະການສູນກາງພັກ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະນຳ
ກົມໃຫຍ່, ຄະນະພັກ-ຄະນະບັນ
ຊາກົມ, ຫ້ອງການ, ກອງ ພ້ອມດ້ວຍພະນັກງານຫຼັກແຫຼ່ງທົ່ວກົມໃຫຍ່ການເມືອງກອງທັບເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ສົມພົງ ແພງປັນຍາ ຫົວໜ້າຫ້ອງການກົມ
ໃຫຍ່ການເມືອງທັບ ໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກ
ງານຮອບດ້ານ ໃນທົ່ວກົມໃຫຍ່
ການເມືອງກອງທັບ ເພື່ອກວດກາຄືນການຈັດຕັ້ງປະຕິບັດບັນດາມະຕິ, ແຜນການຕ່າງໆໃນປີ 2022 ຜ່ານມາ ແລະ ສືບຕໍ່ວາງ
ທິດທາງແຜນການ ປະຈຳປີ
2023 ເພື່ອຈັດຕັ້ງປະຕິບັດບັນ
ດາວຽກງານທີ່ຍັງຄົງຄ້າງໃຫ້
ມີຜົນສຳເລັດດີກວ່າເກົ່າ. ຄະນະ
ນຳກົມໃຫຍ່ການເມືອງກອງທັບ
ໄດ້ພ້ອມກັນຈັດຕັ້ງປະຕິບັດບັນ
ດາວຽກງານຕາມພາລະບົດບາດ
ແລະ ລະບຽບຫຼັກການ ກໍຄືແບບ
ແຜນວິທີເຮັດວຽກ, ສົມກັບເປັນອົງການເສນາທິການດ້ານວຽກງານພັກ-ວຽກງານການເມືອງໃຫ້ກະຊວງປ້ອງກັນປະເທດ. ເຊິ່ງໃນໄລຍະ 1 ປີຜ່ານມາ ສາມາດຍາດໄດ້ຜົນງານທີ່ພົ້ນເດັ່ນ ແລະ ມີຜົນສຳເລັດຫຼາຍດ້ານ ເປັນຕົ້ນແມ່ນ ຂົງເຂດວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດຮອບດ້ານ ໂດຍຕິດພັນກັບວຽກງານ 3 ສ້າງ, ການສ້າງທ່າສະໜາມສົງຄາມປະຊາຊົນ 3 ຂັ້ນຢູ່ບັນດາຈຸດທີ່ຫຼໍ່ແຫຼມ ໂດຍສົມທົບກັບອຳນາດການປົກຄອງທ້ອງຖິ່ນ, ຕິດຕາມບັນດາເປົ້າໝາຍກຸ່ມຄົນບໍ່ດີ ເພື່ອສະກັດກັ້ນໃຫ້ສະພາບມີຄວາມສະຫງົບ, ວຽກງານຈັດຕັ້ງພັກ-ພະນັກງານ ກໍໄດ້ຖືເປັນສຳຄັນໃນການຈັດຕັ້ງປະຕິບັດໃຫ້ມີຄຸນະພາບ ແລະ ຖືກເປົ້າໝາຍຕົວຈິງ, ການປະ
ຕິບັດນະໂຍບາຍຕໍ່ນາຍ ແລະ ພົນ
ທະຫານ ກໍໄດ້ຮັບການປະຕິບັດຢ່າງທົ່ວເຖິງ, ຂົງເຂດວຽກງານຍຸຕິທຳກໍ່ໄດ້ປະຕິບັດຕາມລະບຽບຫຼັກການຢ່າງເຂັ້ມງວດ, ວຽກງານການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ຢູ່ແຕ່ລະກົມກອງກໍໄດ້ສຸມໃສ່ປະຕິບັດຕາມຂັ້ນຕອນ ແລະ ກຳນົດເວລາ, ວຽກ
ງານສື່ມວນຊົນ ກໍໄດ້ເຄື່ອນໄຫວ
ຕາມພາລະບົດບາດຢ່າງແຂງ
ແຮງ, ວຽກງານອົງການຈັດຕັ້ງມະຫາຊົນກໍໄດ້ພ້ອມກັນຕັ້ງຕັ້ງປະຕິບັດຕາມເນື້ອໃນຂໍ້ແຂ່ງຂັນຂອງຕົນຢ່າງເປັນຂະບວນການຟົດຟື້ນຕໍ່ເນື່ອງ ແລະ ມີຜົນສຳເລັດສູງ. ສ່ວນວຽກງານປັບປຸງພາຍໃນອົງການກົມໃຫຍ່ການເມືອງກອງທັບ ໄດ້ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ສະມາ
ຊິກພັກ, ນັກຮົບພາຍໃນອົງການ
ກົມໃຫຍ່ດ້ວຍຫຼາຍວິທີແທດ
ເໝາະກັບເງື່ອນໄຂຂອງກົມກອງ, ຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ພິທີປາຖະກະຖາເລົ່າມູນ ເຊື້ອບັນດາວັນປະຫວັດສາດສຳຄັນຂອງຊາດ, ຂອງພັກ, ຂອງກອງທັບ, ຂອງສາກົນເຊິ່ງມີຈຳນວນພົນເຂົ້າຮ່ວມ 2.300 ຄົນ; ອະນຸມັດມະຕິຕົກລົງຮັບມະຫາຊົນຜູ້ກ້າວ
ໜ້າເຂົ້າພັກໄດ້ 94 ສະຫາຍ, ສຳ
ຮອງເລື່ອນຂຶ້ນສົມບູນ 62 ສະ
ຫາຍ, ບົ່ງຕົວແຕ່ງຕັ້ງ-ປ່ຽນແທນປະທານກວດກາພັກກົມໃຫຍ່ 1 ສະຫາຍ, ແຕ່ງຕັ້ງເລຂາ, ຮອງເລຂາ, ກຳມະການພັກໄດ້ 4 ຄະ
ນະໜ່ວຍພັກ ແລະ 3 ຄະນະພັກຮາກຖານ; ເລື່ອນຊັ້ນ-ເລື່ອນທຽບ
ຊັ້ນຈຳນວນ 236 ສະຫາຍ, ປັບ
ປຸງການຈັດຕັ້ງຂັ້ນ ຫົວໜ້າ-ຮອງ
ກົມ 3 ທ່ານ, ຂັ້ນກອງ, ຂັ້ນພະ
ແນກ-ຂະແໜງລວມ 65 ສະ
ຫາຍ; ຍົກຍ້າຍໄປຮັບໜ້າທີ່ໃໝ່ 60 ສະຫາຍ, ຮັບເຂົ້າ 134 ສະ
ຫາຍ; ພັກການເຂົ້າຮັບເບ້ຍບຳ
ນານ-ອຸດໜູນລວມ 17 ສະຫາຍ, ຍົກຂັ້ນເງິນເດືອນ 12 ສະຫາຍ, ພະນັກງານໄປຮຽນກໍ່ສ້າງ-ບຳ
ລຸງ ແລະ ເຝິກອົບຮົມຢູ່ພາຍໃນ-
ຕ່າງປະເທດ 218 ສະຫາຍ ແລະ ອະນຸມັດສ້າງຄອບຄົວໃໝ່ໃຫ້ນາຍທະຫານໄດ້ 57 ຄູ່; ຈັດຕັ້ງ
ເປີດເຝິກອົບຮົມກວດສອບເລ
ຂາ-ຮອງເລຂາຄະນະພັກທົ່ວອົງ
ການກົມໃຫຍ່ຄັ້ງທີ III; ສະຫຼຸບຕີລາຄາແບ່ງປະເພດຄຸນນະພາບການເມືອງພາຍໃນຂອງນາຍ-ພົນທະຫານ ແລະ ການກໍ່ສ້າງກອງ 3 ປອດປະຈຳ 2022 ໄດ້ 41 ກົມກອງ, ຮັບເອກະສານແຈ້ງ
ຊັບສິນ-ລາຍຮັບຂອງພະນັກ
ງານ-ນັກຮົບໄດ້ 1.749 ສະບັບ; ຊຸກຍູ້ວຽກງານອົງການຈັດ ຕັ້ງມະຫາຊົນ, ສະຫຼຸບຖອດຖອນບົດຮຽນວຽກງານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີຂອງສະ
ຫະພັນແມ່ຍິງ ແລະ ຂໍ້ແຂ່ງ 4 ບຸກ ຂອງຊາວໜຸ່ມພ້ອມທັງມອບໃບຢັ້ງຢືນນາມມະຍົດ, ໃບຍ້ອງຍໍ ແລະ ໃບຊົມເຊີຍຂັ້ນຕ່າງຈຳນວນໜຶ່ງ.
ໂອກາດນີ້, ສະຫາຍ ພົນໂທ ທອງລອຍ ສິລິວົງ ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນສືບຕໍ່ເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບໃນທົ່ວກົມໃຫຍ່ການເມືອງກອງທັບ ຕິດພັນກັບພຶດຕິກຳຕົວຈິງ ແນໃສ່ເຮັດໃຫ້ພະນັກງານ-ນັກຮົບ ຮັບຮູ້ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ລະບຽບຂອງກອງທັບ ແລະ ແຜນ
ພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ ເພື່ອສ້າງກົມ
ກອງໃຫ້ກາຍເປັນກົມກອງວັດ
ທະນະທຳ ແລະ ນັກຮົບວັດທະ
ນະທຳ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນທີ່ເປັນມູນເຊື້ອ, ເອກະພາບວຽກງານຕາມ ແນວ
ທາງ, ຈິງໃຈຊ່ວຍເຫຼືອເຊິ່ງກັນ
ແລະ ກັນ, ເອົາໃຈໃສ່ວຽກງານ
ຫັນລົງກໍ່ສ້າງຮາກຖານການ
ເມືອງພັດທະນາຊົນນະບົດຮອບ
ດ້ານ ສ້າງທ່າສະໜາມສົງຄາມປະຊາຊົນ ຕິດພັນກັບວຽກງານ 3 ສ້າງ, ການສ້າງບ້ານ-ກຸ່ມບ້ານ ພັດທະນາ ແລະ ກຳແໜ້ນສະພາບຕ່າງໆ, ສືບຕໍ່ປັບປຸງບູລະນະການຈັດຕັ້ງນຳພາ-ບັນຊາໃນແຕ່
ລະບ່ອນໃຫ້ຮັບປະກັນທັງ ປະ
ລິມານ ແລະ ຄຸນນະພາບ, ນຳໃຊ້ພະນັກງານໃຫ້ຖືກຕາມຄວາມຮູ້-ຄວາມສາມາດ ແລະ ພອນສະຫວັນຕົວຈິງ, ໄປພ້ອມກັນກັບ
ການສ້າງໜ່ວຍພັກປອດໃສ, ເຂັ້ມ
ແຂງ, ໜັກແໜ້ນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ