ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສະໜາມ​ກ໊ອບ​ສາກົນ​ພູ​ກິ່ວ​ລົມ​ເຂດ​ເສດຖະກິດ​ພິເສດ ສາມຫຼ່ຽມ​ຄຳ​ ມາດຕະຖານ 5 ດາວ
ເວລາອອກຂ່າວ: 2023-01-31 09:40:32 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 116 | ຄວາມນິຍົມ:



ວັນ​ທີ 27 ມັງກອນ 2023 ໄດ້​ຈັດພິທີເປີດການ​ນຳໃຊ້​ສະ ໜາມ​ເຝິກຊ້ອມ ຣີ​ສອດ​ສະໜາມ​ກ໊ອບ​ສາກົນ​ພູ​ກິ່ວ​ລົມ​ເຂດ​ເສດຖະ ກິດ​ພິເສດ ສາມຫຼ່ຽມ​ຄຳ ເມືອງ ​ຕົ້ນ​ເຜິ້ງ ແຂວງ​ບໍ່​ແກ້ວ ຢ່າງເປັນ ທາງການ. ສະໜາມ​ກ໊ອບ​ສາກົນ​ພູ​ກິ່ວ​ລົມ​ໄດ້​ວາງ​ສີ​ລາ​ລຶກ​ການ​ກໍ່ສ້າງ​ໃນ​ເດືອນ​ກັນຍາ ປິ 2022 ພາຍ ​ໃຕ້​ຄວາມ​ເອົາໃຈໃສ່​ຂອງ​ພະນັກ ງານ​ທີ່​ໄດ້​ເຮັດ​ວຽກ​ທັງ​ເວັນ ແລະ ຄືນ ພ້ອມ​ທັງ​ການ​ຮ່ວມ​ມື​ຂອງ​ທຸກ​ຂະແໜງການ​ຂອງ​ກຸ່ມ​ບໍ​ລິ​ສັດ​​ດອກ​ງິ້ວ​ຄຳ ຈຳກັດ. ມາ​ຮອດ​ປັດຈຸບັນ​ການ​ກໍ່ສ້າງ​ສຳເລັດ 60%, ໃນ​ນີ້ ສະໂມສອນ,​ເດີນ​ສະໜາມ​ຊ້ອມ​ສຳເລັດ​ໂດຍ​ພື້ນຖານ. ສະໜາມ​ກ໊ອບ​ສາກົນ​ພູ​ກິ່ວ​ລົມ​ໄດ້​ອອກ​ແບບ​ກໍ່ສ້າງ​ຕາມ​ມາດຕະຖານ 5 ດາວ ເພື່ອ​ສ້າງ​ເປັນ​ສະໜາມ​ກ໊ອບ​ລະດັບ​ສາກົນ. ນອກ​ນັ້ນ ຍັງ​ມີ​ສະໜາມ​ແຂ່ງ​ມ້າ​ສາກົນ, ໂຮງແຮມ ສະຖານທີ່​ບັນເທີງ ແລະ ການ​ທ່ອງ ທ່ຽວ​ຄົບ​ວົງ​ຈອນ. ການ​ກໍ່ສ້າງ​ໄລຍະ​ທີ 1 ມີ​ສະ ໜາມ​ກ໊ອບ 18 ຂຸມ 72 ໄມ້ ເປັນ​ສະໜາມ​ກ໊ອບ​ແບບ​ມາດຕະຖານ​ເທິງ​ພູ​ລະດັບ 5 ດາວ  ຄາດ​ວ່າ​ຈະ​ໃຫ້​ສຳເລັດ​ການ​ກໍ່ສ້າງ ແລະ ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ​ໃນ​ເດືອນ ​ພຶດສະພາ 2023.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ