ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

2 ກົມ​ກອງ ັທະຫານ​ແຂວງ​ໄຊ​ຍະ​ບູ​ລີ ສຳເລັດ​ການ​ຍິງເປົ້າ​ໝາຍ​ດ້ວຍ​ລູກປືນ​ແທ້
ເວລາອອກຂ່າວ: 2023-01-31 13:39:47 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 34 | ຄວາມນິຍົມ:



ວັນ​ທີ 18 ມັງກອນ 2023, ກອງພັນ 609 ເຫຼົ່າ​ຮົບ​ປືນ​ໃຫຍ່​ໜ້າດິນ ແລະ ກອງຮ້ອຍ 17 ເຫຼົ່າ​ຮົບ​ປ້ອງ​ກັນ​ອາກາດ ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ໄດ້​ສຳເລັດ​ການ​ຫັດ​ແອບ​ຍິງເປົ້າ​ໝາຍ​ດ້ວຍ​ລູກປືນ​ແທ້ ປະຈຳ​ປີ 2022, ໂດຍ​ມີ ສະຫາຍ ພົນ​ຈັດຕະວາ ກູດ ພົມມາ ຫົວໜ້າ​ການທະຫານ ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ, ມີຄະນະ​ພັກ-ຄະນະ​ບັນຊາ, ຄະນະ​ຊີ້​ນຳ​ລວມ, ແຂກ​ທີ່​ ມາ​ຈາກ​ພະແນກການ​ຂອງ​ແຂວງ ແລະ ພະນັກງານ-ນັກຮົບ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຈັນ​ທອງ ຈັນ​ຟອງ ຫົວໜ້າ​ການ​ທະຫານ​ກອງພັນ 609 ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ໄດ້​ອະທິບາຍ​ກ່ຽວ​ກັບ​ແຜນ​ຮ່າງ​ໃນ​ການ​ການ​ອົບຮົມ-ຫັດ​ແອບ​ຍິງເປົ້າ​ໝາຍ​ດ້ວຍ​ລູກປືນ​ແທ້​ ທັງ​ສອງ​ກົມ​ກອງ​ເຫຼົ່າ​ຮົບ​ວິຊາ​ສະເພາະ​ໃນ​ຄັ້ງ​ນີ້, ໂດຍ​ປະຕິບັດ​ຕາມ​ແຜນການ​ອົບຮົມ-ຫັດ​ແອບ ປະຈຳ​ປີ 2022 ຂອງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ແລະ ເພື່ອ​ເປັນ​ການ​ກວດກາ​ຕີ​ລາຄາ​ຄືນ​ຄວາມ​ຮັບ​ຮູ້ ຄວາມ​ສາມາດໃນ​ການ​ຊີ້​ນຳ-​ບັນຊາ​ຂອງ​ແຕ່​ລະ​ກົມ​ກອງ​ເຫຼົ່າ​ຮົບ​ວິຊາ​ສະເພາະ​ໃນ​ການ​ນຳ​ໃຊ້ອາວຸດ-ຍຸດ​ໂທ​ປະກອນເຕັກນິກ​ທະຫານ​ຮາບໃຫ້​ມີ​ຄວາມ​ຊຳນິ​ຊຳນານ, ຄ່ອງ​ແຄ້ວ, ຮູ້​ໝູນ​ໃຊ້ທິດ​ສະ​ດີ ຫຼັກການ ທີ່​ໄດ້​ຮຽນ​ມາ​ເຂົ້າ​ສູ່​ພາກ​ປະຕິບັດ​ຕົວ​ຈິງ. ທັງ​ເປັນ​ການ​ປັບປຸງ​ກໍ່ສ້າງ​ກຳລັງ​ໃນ​ຖັນ​ແຖວ​ກຳລັງ​ປະກອບ​ອາວຸດ​ທ້ອງຖິ່ນ​ແຂວງ​ໄຊ​ຍະ​ບູ​ລີ ກໍ​ຄືເຫຼົ່າ​ຮົບ​ວິຊາ​ສະເພາະ​ປືນ​ໃຫຍ່​ໜ້າດິນ ແລະ ເຫຼົ່າ​ຮົບ​ວິຊາ​ສະເພາະ​ປ້ອງ​ກັນ​ອາກາດ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ ເຂັ້ມແຂງ ມີ​ແບບແຜນ​ສູ້​ຮົບ​ທີ່​ທັນ​ສະໄໝ. ໂດຍ: ສົມ​ຈີນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ