2 ກົມກອງ ັທະຫານແຂວງໄຊຍະບູລີ ສຳເລັດການຍິງເປົ້າໝາຍດ້ວຍລູກປືນແທ້
ເວລາອອກຂ່າວ: 2023-01-31 13:39:47 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 36 | ຄວາມນິຍົມ:
ວັນທີ 18 ມັງກອນ 2023, ກອງພັນ 609 ເຫຼົ່າຮົບປືນໃຫຍ່ໜ້າດິນ ແລະ ກອງຮ້ອຍ 17 ເຫຼົ່າຮົບປ້ອງກັນອາກາດ ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ສຳເລັດການຫັດແອບຍິງເປົ້າໝາຍດ້ວຍລູກປືນແທ້ ປະຈຳປີ 2022, ໂດຍມີ ສະຫາຍ ພົນຈັດຕະວາ ກູດ ພົມມາ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງໄຊຍະບູລີ, ມີຄະນະພັກ-ຄະນະບັນຊາ, ຄະນະຊີ້ນຳລວມ, ແຂກທີ່
ມາຈາກພະແນກການຂອງແຂວງ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນໂທ ຈັນທອງ ຈັນຟອງ ຫົວໜ້າການທະຫານກອງພັນ 609 ທະຫານແຂວງໄຊຍະບູລີ ໄດ້ອະທິບາຍກ່ຽວກັບແຜນຮ່າງໃນການການອົບຮົມ-ຫັດແອບຍິງເປົ້າໝາຍດ້ວຍລູກປືນແທ້ ທັງສອງກົມກອງເຫຼົ່າຮົບວິຊາສະເພາະໃນຄັ້ງນີ້, ໂດຍປະຕິບັດຕາມແຜນການອົບຮົມ-ຫັດແອບ ປະຈຳປີ 2022 ຂອງກອງບັນຊາການທະຫານແຂວງໄຊຍະບູລີ ແລະ ເພື່ອເປັນການກວດກາຕີລາຄາຄືນຄວາມຮັບຮູ້ ຄວາມສາມາດໃນການຊີ້ນຳ-ບັນຊາຂອງແຕ່ລະກົມກອງເຫຼົ່າຮົບວິຊາສະເພາະໃນການນຳໃຊ້ອາວຸດ-ຍຸດໂທປະກອນເຕັກນິກທະຫານຮາບໃຫ້ມີຄວາມຊຳນິຊຳນານ, ຄ່ອງແຄ້ວ, ຮູ້ໝູນໃຊ້ທິດສະດີ ຫຼັກການ ທີ່ໄດ້ຮຽນມາເຂົ້າສູ່ພາກປະຕິບັດຕົວຈິງ. ທັງເປັນການປັບປຸງກໍ່ສ້າງກຳລັງໃນຖັນແຖວກຳລັງປະກອບອາວຸດທ້ອງຖິ່ນແຂວງໄຊຍະບູລີ ກໍຄືເຫຼົ່າຮົບວິຊາສະເພາະປືນໃຫຍ່ໜ້າດິນ ແລະ ເຫຼົ່າຮົບວິຊາສະເພາະປ້ອງກັນອາກາດໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ມີແບບແຜນສູ້ຮົບທີ່ທັນສະໄໝ.
ໂດຍ: ສົມຈີນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ