ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສະ​ຖາ​ບັນ​ການ​ເງິນ ເພັດອຸໄລ​ມອບ​ເຄື່ອງ​ກິລາ​ໃຫ້ ​ກອງ​ບັນຊາ​ການ​ທະຫານ​ເມືອງ​ໂພນ​ເໂຮງ
ເວລາອອກຂ່າວ: 2023-01-31 13:44:35 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 47 | ຄວາມນິຍົມ:



ໃນ​ບໍ່​ດົນ​ຜ່ານ​ມາ​ນີ້, ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ​ຄົບຮອບ 74, ປີ ສະຫາຍ ໄກສອນ ແສງ​ວິໄລ ຮອງ​ອຳນວຍ​ການ​ສະ​ຖາ​ບັນ​ການ​ເງິນ ເພັດ​ອຸໄລ ພ້ອມ​ຄະນະ ໄດ້​ນຳ​ເອົາ​ເຄື່ອງ​ກິລາ​ຈຳນວນ 25 ຊຸດ, ບານເຕະ 1 ໜ່ວຍ, ບານສົ່ງ 2 ໜ່ວຍ, ຕາ​ໜ່າງ 2 ດາງ ລວມ​ມູນ​ຄ່າ 3.000.000 ກີບ ມາ​ມອບ​ໃຫ້​ບັນຊາ​ການ​ທະຫານ​ເມືອງ​ໂພນ​ໂຮງ, ໂດຍ​ການ​ຕ້ອນຮັບ​ຂອງ ​ສະ​ຫາຍ ພັນ​ໂທ ຄຳ​ໄຕ ທຳ​ມະ​ວົງ​ສອນ ຫົວໜ້າ​ການເມືອງ ກອງ​ບັນຊາ​ການ​ທະຫານ​ເມືອງ​ໂພນ​ໂຮງ ພ້ອມ​ຄະນະ. ສະຫາຍ ພັນ​ໂທ ຄຳ​ໄຕ ທຳ​ມະ​ວົງ​ສອນ ຕາງໜ້າ​ໃຫ້​ຄະນະ​ພັກ-ຄະນະ​ບັນຊາ​ການ, ພະນັກງານ- ນັກຮົບ​ທົ່ວ​ກົມ​ກອງ​ໄດ້​ກ່າວ​ສະແດງ​ຄວາມ​ຂອບໃຈ​ຢ່າງ​ສູງ​ຕໍ່​ສະ​ຖາ​ບັນ​ການ​ເງິນ ເພັດ​ອຸໄລ ທີ່​ໄດ້​ນຳ​ເອົາ​ເຄື່ອງກິລາ​ມາ​ມອບ​ໃຫ້​ໃນ​ຄັ້ງ​ນີ້, ​ເປັນ​ການ​ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ​ລວມ​ຂອງ​ກົມ​ກອງ​ ເວົ້າ​ສະເພາະ​ວຽກ​ງານ​ ຂະ​ບວນ​ການ​ກິລາ​ໃຫ້​ມີ​ບັນຍາກາດ​ຟົດຟື້ນ​ມ່ວນຊື່ນ ແລະ ຕໍ່​ເນື່ອງ ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ນຳ​ເອົາ​ເຄື່ອງ​ດັ່ງກ່າວ​ໝູນ​ໃຊ້ ເຂົ້າ​ໃນ​ການ​ສ້າງ​ຂະ​ບວນ​ການ​ລວມ​ກອງ​ກົມ​ກອງ​ໃຫ້​ມີ​ຄວາມ​ຄຶກຄື້ນ​ມ່ວນຊື່ນ. ໂດຍ: ຈັນທະ​ຈອນ ສີສະ​ເກດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ