ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານ​ແຂວງ​ຄຳ​ມ່ວນ ປິດ​ຂະ​ບວນ​ການ​ແຂ່ງຂັນ​ກິລາ
ເວລາອອກຂ່າວ: 2023-01-31 13:47:17 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 145 | ຄວາມນິຍົມ:



ໃນ​ບໍ່​ດົນ​ຜ່ານ​ມາ​ນີ້, ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ ໄດ້​ປິດ​ຂະ​ບວນ​ການ​ແຂ່ງຂັນ​ກິລາ​ກາ​ຍະ​ກຳ ແລະ ກິລາ​ມວນ​ຊົນ ຄັ້ງ​ທີ X ປະຈຳ​ປີ 2022, ໂດຍ​ການ​ເປັນ​ປະທານ​ຂອງ​ສະຫາຍ ພົນ​ຈັດຕະວາ ສົມ​ແຄນ ອັບປະສອນ ຫົວໜ້າ​ການເມືອງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ, ມີ​ຄະນະ​ພັກ-ຄະນະ​ບັນຊາ ອົງການ 5 ຫ້ອງ, ກົມ​ກອງ ຕະຫຼອດ​ຮອດ​ນັກ​ກິລາ ເຂົ້າ​ຮ່ວມ. ໃນ​ພິທີ ສະຫາຍ ພັນ​ໂທ ແອນ້ອຍ ໄຊ​ປັນຍາ ຮອງ​ຫົວໜ້າ​ຫ້ອງ​ເສນາ​ທິ​ການ ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ ໄດ້​ສະຫຼຸບ​ຜົນ​ຂອງ​ການ​ແຂ່ງຂັນ​ກິລາ​ກາ​ຍະ​ກຳ ແລະ ກິລາ​ມວນ​ຊົນ ທົ່ວ​ກອງບັນຊາການທະຫານ​ແຂວງ​ຄຳ​ມ່ວນ ເນື່ອງ​ໃນ​ໂອກາດ​ສ້າງ​ຂະ​ບວນການ​ຂ່ຳນັບ​ຮັບ​ຕ້ອນ​ວັນ​ປະຫວັດສາດ​ສຳຄັນ​ຕ່າງໆ​ຂອງ​ຊາດ, ຂອງ​ພັກ ແລະ ຂອງ​ກອງທັບ ໂດຍ​ສະເພາະ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 74 ປີ, ເຮັດ​ໃຫ້​ຂະ​ບວນ​ການ​ແຂ່ງຂັນ​ກິລາ​ໃນ​ຄັ້ງ​ນີ້ ມີ​ບັນຍາກາດ​ເບີກບານ​ມ່ວນຊື່ນ, ຮັກສາ​ໄດ້​ຄວາມ​ສາມັກຄີ​ເຊິ່ງ​ກັນ ແລະ ກັນ, ຜ່ານ​ການ​ແຂ່ງຂັນ​ຕົວ​ຈິງ​ໃນ​ໄລຍະ​ຜ່ານ​ມາ ກິລາ​ບານເຕະ​ອາວຸໂສ​ ທີ I ໄດ້ແກ່​ທີມ ຫ້ອງ​ເສນາ​ທິ​ການ, ທີ II ໄດ້ແກ່​ທີມ ຫ້ອງການ​ກອງ​ບັນຊາ​ການ, ທີ III ໄດ້ແກ່​ທີມ ກອງ ​ບັນຊາ​ການ​ທະຫານ​ເມືອງ​ມະຫາ​ໄຊ, ກິລາ​ບານເຕະ​ຊາວ​ໜຸ່ມ ທີ I ໄດ້ແກ່​ທີມ ຫ້ອງ​ເສນາ​ທິ​ການ, ທີ II ໄດ້ແກ່​ທີມ ໂຮງຮຽນ​ການ​ທະຫານ​ທ້ອງຖິ່ນ, ທີ III ໄດ້​ແກ່​ທີມ ຫ້ອງການ​ ກອງ​ບັນຊາ​ການ; ກິລາ​ບານສົ່ງ​ອາວຸໂສ​ ທີ I ໄດ້ແກ່​ທີມ ຫ້ອງ​ການເມືອງ, ທີ II ໄດ້ແກ່​ທີມ ຫ້ອງ​ເສນາ​ທິ​ການ, ທີ III ໄດ້ແກ່​ທີມ ຫ້ອງການ​ກອງ​ບັນຊາ​ການ, ກິລາ​ບານສົ່ງ​ຊາວ​ໜຸ່ມ​ ທີ I ໄດ້ແກ່​ທີມ ຫ້ອງ​ເສນາ​ທິ​ການ, ທີ II ໄດ້ແກ່​ທີມ ກອງຮ້ອຍ​ປ້ອງ​ກັນ​ທີ່​ຕັ້ງ 25, ທີ III ໄດ້ແກ່​ທີມ ​ຫ້ອງ​ການເມືອງ; ກິລາ​ບານສົ່ງ​ຍິງ ​ທີ I ໄດ້ແກ່​ທີມ ກອງພັນ​ທະຫານ​ຮາບ​ທີ 8, ທີ II ໄດ້ແກ່​ທີມ ຫ້ອງ​ການເມືອງ, ທີ III ໄດ້ແກ່​ທີມ ໂຮງໝໍ​ທະຫານ​ແຂວງ; ກິລາ​ກະຕໍ້​ ທີ I ໄດ້ແກ່​ທີມ ຫ້ອງການ​ກອງ​ບັນຊາ​ການ, ທີ II ໄດ້ແກ່​ທີມ ກອງພັນ​ຕີ​ພິເສດ 299, ທີ III ໄດ້ແກ່​ທີມ ໂຮງຮຽນ​ການ​ທະຫານ​ທ້ອງຖິ່ນ; ກິລາ​ເປ​ຕັງ​ຊາວ​ໜຸ່ມ ທີ I ໄດ້ແກ່​ທີມ ໂຮງຮຽນ​ການ​ທະຫານ​ທ້ອງຖິ່ນ, ທີ II ໄດ້ແກ່​ທີມ ກອງຮ້ອຍ​ປືນ​ໃຫຍ່​ໜ້າດິນ 34, ທີ III ໄດ້ແກ່​ທີມ ຫ້ອງ​ການເມືອງ; ກິລາ​ການ​ທະຫານ ຍິງ​ປືນ AK ບົດ​ຍິງເປົ້າ​ຈານ​ຂະໜາດ 20x20 ຊັງຕີແມັດ ທີ I ໄດ້ແກ່​ທີມ ກອງ​ບັນຊາ​ການ​ທະຫານ​ເມືອງ​ມະຫາ​ໄຊ, ທີ II ໄດ້ແກ່​ທີມ ກອງຮ້ອຍ​ສືບ​ຂ່າວ 27, ທີ III ໄດ້​ແກ່ນ​ທີມ ໂຮງຮຽນ​ການ​ທະຫານ​ທ້ອງຖິ່ນ, ສາມ​ວິຊາ​ການ​ທະຫານ​ສົມທົບ ທີ I ໄດ້ແກ່​ທີມ ກອງ ຮ້ອຍ​ສືບ​ຂ່າວ 27, ທີ II ໄດ້ແກ່​ທີມ ໂຮງຮຽນ​ການ​ທະຫານ​ທ້ອງຖິ່ນ, ທີ III ໄດ້ແກ່​ທີມ​ຫ້ອງ​ເສນາ​ທິ​ການ; ກິລາ​ນັກຮົບ​ແຂງແຮງ ​ທີ I ໄດ້ແກ່​ທີມ​ຫ້ອງເຕັກນິກ, ທີ II ໄດ້ແກ່​ທີມ​ໂຮງຮຽນ​ການ​ທະຫານ​ທ້ອງຖິ່ນ ແລະ ທີ III ໄດ້ແກ່​ທີມ ກອງພັນ​ຕີ​ພິເສດ 299. ໂດຍ : ລາ​ກີ ພົມ​ມີ​ສິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ