ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ວຽກ​ລວມ​ກໍເດັ່ນ-ວຽກ​ຄອບຄົວ​ກໍບໍ່​ທໍ້ຖອຍ
ເວລາອອກຂ່າວ: 2023-01-31 13:51:57 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 188 | ຄວາມນິຍົມ:



ເມື່ອ​ເວົ້າ​ເຖິງ​ພະນັກງານ-ນັກຮົບ ຜູ້​ທີ່​ມີ​ຄວາມ​ບຸກ​ບືນ​ຫ້າວຫັນ​ດຸໝັ່ນ​ຂະຫຍັນ​ພຽນ​ໃນ​ການ​ອອກແຮງ​ງານ​ເພີ່ມ​ພູນ​ຜະລິດຜົນ ເພື່ອ​ຊອກ​ແຫຼ່ງ​ລາຍ​ຮັບ​ເຂົ້າ​ສູ່​ຄອບຄົວ ໂດຍ​ບໍ່​ເອື່ອຍ​ອີງໃສ່​ແຕ່​ເງິນເດືອນ​ພຽງ​ດ້ານ​ດຽວ​ເທົ່ານັ້ນ, ສະຫາຍ ພັນ​ໂທ ຊຽງ​ສົມ​ຈີນ ດວງ​ບຸນ​ຕາ ຫົວໜ້າ​ການເມືອງໂຮງໝໍ​ທະຫານ​ແຂວງ​ຜົ້ງ​ສາລີ ຖື​ວ່າ​ເປັນ​ບຸກຄົນ​ໜຶ່ງ​ທີ່​ຢືນຢູ່​ແຖວ​ໜ້າ​ຂອງ​ກົມ​ກອງ ແລະ ເປັນ​ແບບຢ່າງ​ທີ່​ດີ​ ໃຫ້​ແກ່​ພະນັກງານ-ນັກຮົບ​ພາຍ​ໃນ​ກົມ​ກອງ​ຕື່ມອີກ ຄວາມຈິງແລ້ວ ສະຫາຍ ພັນ​ໂທ ຊຽງ​ສົມ​ຈີນ ດວງ​ບຸນ​ຕາ ແມ່ນ​ລູກ​ຮັກ​ຫຼານ​ແພງ​ຂອງ​ຊາວບ້ານ ບ້ານ​ກຸງ​ເກືອຍ ເມືອງ​ຂວາ ແຂວງຜົ້ງ ​ສາລີ, ສະຫາຍໄດ້ສະໝັກໃຈ​ເຂົ້າ​ຮັບ​ໃຊ້​ຊາດ​ໃນ​ວັນ​ທີ 1 ກໍລະ ກົດ 1989 ຍ້ອນ​ນ້ຳ ໃຈ​ຮັກ​ຊາດ​ຮັກບ້ານເກີດ ​ເມືອງ​ນອນ ຢາກ​ປະກອບສ່ວນ​ ເຂົ້າ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ ກ່ອນ​ໜ້າ​ນີ້​ຫຼາຍ​ສິບ​ປີຜ່ານ ມາ ສະຫາຍ​ເຄີຍ​ໄດ້​ສຶກ​ສາ​ຈົບ​ຢູ່​ໂຮງຮຽນ​ວິທະຍາໄລ​ແພດສາດ​ກອງທັບ ພໍ​ຮຽນ​ຈົບ​ແລ້ວ​ກໍ​ຖືກ ສັບຊ້ອນ​ມາ​ປະຈຳ​ຢູ່​ໂຮງໝໍ 25 ຕຽງ ( ປັດຈຸບັນ​ເອີ້ນ​ວ່າ: ໂຮງໝໍ​ທະຫານ​ແຂວງ​ຜົ້ງ​ສາລີ ) ຍ້ອນ​ມີ​ຄວາມ​ຕັ້ງໃຈ​ບຸກ​ບືນ​ຕໍ່ໜ້າ​ທີ່​ວິ ຊາ​ສະເພາະ​ຂັ້ນ​ເທິງ​ມອບໝາຍ ​ໃຫ້​ມີ​ຜົນສຳເລັດ​ຫຼາຍ​ດ້ານ ແລະ ມີ​ການ​ສະແຫວງຫາ​ຊອກ​ຮູ້​ຮ່ຳ ຮຽນ​ວິຊາ​ສະເພາະ​ ສະຫາຍ​ຍັງ​ບໍ່​ທັນ​ໄດ້​ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຮຽກຮ້ອງ​ຂອງ​ຂັ້ນ​ເທິງ​ຈຶ່ງ​ໄດ້​ນຳ​ສົ່ງ​ໄປ​ຮ່ຳຮຽນ​ຕໍ່​ແພດ​ຊັ້ນ​ກາງ​ຢູ່​ທີ່​ໂຮງຮຽນ​ສ້າງ​ແພດ 105 ກອງທັບ ( ປັດຈຸບັນ​ເອີ້ນ​ວ່າ: ວິທະຍາຄານ​ການ​ແພດກອງ ທັບ ) ພາຍຫຼັງ​ຮຽນ​ຈົບ ​ໄດ້​ມາ​ ປະຈຳ​ຢູ່​ກົມ​ກອງ​ເກົ່າ​ຈົນ​ເຖິງປັດ ຈຸບັນ. ເຖິງ​ວ່າ​ຈະ​ພົບ​ຄວາມ​ຫຍຸ້ງ ຍາກ​ຫຼາຍ​ດ້ານ​ ເປັນຕົ້ນແມ່ນການ​ ປະຕິບັດ​ໜ້າທີ່​ວິຊາ​ສະເພາະ ບວກ​ໃສ່​ປະສົບ​ການ​ໃນ​ຕອນນັ້ນ​ຍັງຈຳ ກັດ ​ແຕ່​ຍ້ອນ​ຄວາມ​ຫ້າວຫັນ​ບຸກ​ບືນ​ຂອງ​ຜູ້ກ່ຽວ​ຕໍ່ໜ້າ​ທີ່​ວິຊາ​ສະເພາະ​ ຂັ້ນ​ເທິງ​ຈຶ່ງ​ໄດ້​ນຳ​ສົ່ງ​ຜູ້ກ່ຽວ​ໄປ​ບຳລຸງ​ແພດ​ຊັ້ນ​ກາງ ນັບ​ແຕ່​ນັ້ນ​ມາ​ການ​ປະຕິບັດ​ໜ້າທີ່​ວິຊາ​ສະເພາະ ໃນ​ການ​ປິ່ນປົວ​ພາຍ​ໃນ, ທັງ​ເປັນ​ເລຂາ​ໜ່ວຍ​ຊາວ​ໜຸ່ມ, ເປັນ​ຄະນະ​ອຳນວຍ​ການ​ໂຮງໝໍ ຍ້ອນ​ມີ​ຄວາມ​ຈູບ​ຈ້າວ​ຫ້າວຫັນ​ເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງຮຽນ​ນຳ​ໝູ່​ເພື່ອນ ແລະ ພະນັກງານ-ນັກຮົບ​ຜູ້​ທີ່​ມີ​ປະສົບ​ການ​ເພື່ອ​ນຳໄປ​ພັດ ທະນາ​ຕົນ​ເອງ ໃຫ້​ມີ​ຄວາມ​ຮູ້​ຄວາມສາມາດ​ສູງ​ຂຶ້ນ​ກວ່​​າ​ເກົ່າ ຍ້ອນ​ເຫັນ​ໄດ້​ເຖິງ​ຄວາມ​ຕັ້ງໃຈ​ມານະ​ອົດທົນ ແລະ ມີ​ຄວາມ​ສາ ມັກຄີ​ກັບ​ພະນັກງານ-ນັກຮົບ​ດ້ວຍ​ກັນ​ບວກ​ກັບ​ທີ່​ສະຫາຍ​ມີ​ທັດ ສະນະ​ຄຸນສົມບັດ​ສິນ​ທຳປະຕິວັດ ​ທີ່​ດີ ດັ່ງນັ້ນ ​ຄະນະ​ພັກ-ຄະນະບັນ ຊາ​ຈຶ່ງ​ໄດ້​ມອບ​ໝາຍ​ໜ້າທີ່​ໃໝ່​ໃນ​ທ້າຍ​ປີ 2022 ໃຫ້​ເປັນ​ຫົວໜ້າ​ການເມືອງ ໂຮງໝໍ​ທະຫານ​ແຂວງທີ່​ຂຶ້ນ​ກັບ​ກອງ​ບັນຊາການ ​ທະຫານ​ແຂວງ​ຜົ້ງ​ສາລີ ດ້ວຍ​ ຄວາມ​ບຸກ​ບືນ​ຫ້າວ​ຫັນ​ເຮັດ​ສຳ ເລັດ​ໜ້າທີ່​ຕາມ​ການ​ມອບ​ໝາຍ​ຂອງ​ຂັ້ນ​ເທິງ​ແລ້ວ ສະຫາຍ​ຍັງ​ໄດ້​ຕັ້ງໜ້າ​ສຸມ​ໃສ່​ການ​ເພີ່ມ​ພູນ​ຜະລິດຜົນ​ດ້ວຍ​ການ​ປູກ-ການ​ລ້ຽງ ດັ່ງ​ຄຳ​ຂວັນ​ທີ່​ວ່າ: ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ​ເທື່ອ​ລະ​ກ້າວ ໂດຍ​ບໍ່​ເອື້ອ​ອີງໃສ່​ແຕ່​ເງິນເດືອນ​ພຽງ​ດ້ານ​ດຽວເທົ່າ ​ນັ້ນ ດ້ວຍ​ການ​ຍາດ​ແຍ່ງ​ເວລາ ວ່າງ ແລະ ວັນ​ພັກ ດ້ວຍ​ການ​ປູກ​ຟັງ ແລະ ລ້ຽງສັດ ເພື່ອ​ເປັນ​ອາຊີບ​ເສີມ ແລະ ສ້າງ​ລາຍຮັບ ​ເຂົ້າ​ສູ່​ຄອບຄົວ, ສະຫາຍ​ໄດ້ເລີ່ມ ​ທຳ​ການ​ປູກ-ການ​ລ້ຽງ​ແຕ່​ປີ 2010 ເປັນຕົ້ນ​ມາ ເບື້ອງ​ຕົ້ນ​ແມ່ນ​ລ້ຽງ​ເປັດ-ໄກ່ລາດ 50-100 ໂຕ ສາມາດ​ສ້າງ​ລາຍ​ຮັບ ​ໄດ້ 5-10 ລ້ານ​ກີບ​ຕໍ່​ປີ, ປີ 2010 ເລີ່ມ​ລ້ຽງ​ໝູ​ລາດ 3 ແມ່ ປີ 2016 ຂະຫຍາຍ​ເປັນ 6 ແມ່ ລາຍ​ຮັບ​ສະເລ່ຍ 15-20 ລ້ານ​ກີບ​ຕໍ່​ປີ, ປີ2020 ຂະຫຍາຍ​ຕື່ມ​ເປັນ 7-8 ແມ່ ສາມາດ​ຂາຍ​ໝູ​ນ້ອຍ​ໄດ້ 20-25 ລ້ານ​ກີບ​ຕໍ່​ປີ, ປີ2021 ຂະຫຍາຍ​ເປັນ 11 ແມ່ ຂາຍ​ໝູ​ນ້ອຍ​ໄດ້ 28-30 ລ້ານ​ກີບ​ຕໍ່ 6 ເດືອນ ແລະ ປີ2022 ສາມາດ​ຂາຍ​ໝູ​ນ້ອຍ​ໄດ້30-40 ລ້ານ​ກີບ​ຕໍ່ 6 ເດືອນ, ປັດຈຸບັນ​ການ​ລ້ຽງ​ເປັດ-ໄກ່​ສາມາດ​ຂາຍ​ໄດ້ 15 ລ້ານ​ຕໍ່​ປີ ໃນ​ຈຳນວນ 100-200 ກວ່າ​ໂຕ​ ນອກຈາກ​ນີ້, ຍັງ​ໄດ້​ປູກ​ພືດ​ຜັກ​ຊະນິດ​ຕ່າງໆ ແລະ ລ້ຽງ​ນົກ​ຕູ້ ແລະ ນົກ​ສັນຕິພາບ​ຂາຍ​ນຳ​ອີກ​ຈຳນວນ​ໜຶ່ງ ​ສາມາດ​ສ້າງ​ລາຍ​ຮັບ​ເຂົ້າ​ສູ່​ຄອບຄົວ​ສະ ເລ່ຍ60-70 ລ້ານ​ກີບ​ຕໍ່​ປີ. ສະຫາຍ ຫົວໜ້າ​ການເມືອງ​ໂຮງໝໍ ຍັງ​ໃຫ້​ຮູ້​ຕື່ມ​ອີ​ກວ່າ: ໃນ​ແຜນການ​ຕໍ່ໜ້າ​ຍັງ​ມີ​ການ​ລ້ຽງ​ງົວ​ຕື່ມ​ອີກ ປັດຈຸບັນ​ໄດ້​ຊື້​ແມ່ພັນ​ ງົວ​ມາ​ແລ້ວ 2 ໂຕ ສ່ວນ​ລາຍຮັບ​ ຈາກ​ການ​ປູກ-ການ​ລ້ຽງ ບວກ​ກັບ​ເງິນເດືອນ​ຈຳນວນ​ໜຶ່ງ​ແມ່ນ​ຝາກ​ທະນາຄານ​ໄວ້​ເປັນ​ທຶນການ ​ສຶກ​ສາ​ໃຫ້​ລູກ ​ແລະ​ ນຳ​ໃຊ້​ເຂົ້າ​ໃນ​ຊີວິດ​ປະຈຳ​ວັນ, ອີກຈຳນວນ ໜຶ່ງ​ແມ່ນ​ໝູນ​ໃຊ້​ເຂົ້າ​ໃນ​ການ ​ປູກ-ການ​ລ້ຽງ ໃຫ້​ນັບ​ມື້​ມີ​ການ​ຫັນປ່ຽນ​ໄປ​ໃນ​ທາງ​ທີ່​ດີ​ຂຶ້ນເທື່ອ​ ລະ​ກ້າວ. ສະຫາຍ ພັນ​ໂທ ຊຽງ​ ວັນ ເພັງ​ຄຳ​ວົງ ອຳນວຍ​ການ​ໂຮງໝໍ​ທະຫານ​ແຂວງ​ຜົ້ງ​ສາລີ ຢັ້ງຢືນ​ວ່າ: ສະຫາຍ ພັນ​ໂທ ຊຽງ ​ສົມ​ຈີນ ດວງ​ບຸນ​ຕາ ແມ່ນ​ພະ ນັກງານ ຜູ້​ໜຶ່ງ​ທີ່​ມີ​ທັດສະນະ​ໃນ ​ການ​ອອກແຮງ​ງານ​ເພີ່ມ​ພູນ​ຜະ ລິດຜົນ​ທີ່​ດີ ນອກຈາກ​ຈະ​ເຮັດ​ສຳ ເລັດ​ໜ້າທີ່​ຕ່າງໆ​ຂອງ​ຕົນ​ເອງ​ຮັບຜິດຊອບ​ແລ້ວ​ຍັງ​ໃຊ້​ເວລາ​ວ່າງ​ໃຫ້​ເກີດ​ປະໂຫຍດ​ດ້ວຍ​ການ​ປູກຝັງ-ລ້ຽງສັດ​ເປັນ​ອາຊີບ​ເສີມ ​ເພື່ອ​ສ້າງ​ລາຍ​ຮັບ​ເຂົ້າ​ສູ່​ຄອບຄົວ ແລະ ນຳພາ​ຄອບຄົວ​ອອກ​ຈາກ​ຄວາມ​ດ້ອຍ​ພັດທະນາ ໂດຍ​ບໍ່​ອີງໃສ່​ແຕ່​ເງິນ ດັ່ງນັ້ນ ສະຫາຍ ຈຶ່ງ​ໄດ້​ຮັບ​ການ​ຍ້ອງຍໍ​ເປັນຄອບຄົວ​ຕົວ​ຂອງ​ກົມ​ກອງ​ຕະຫຼອດ​ມາ. ໂດຍ: ນາງ ສຸ​ນາລີ ອຸ່ນ​ວີ​ໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ