ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກົມ​ການ​ທະຫານ​ທ້ອງຖິ່ນ ສະຫຼຸບ​ ວຽກ​ງານ​ຮອບດ້ານ ປະຈຳ​ປີ 2022
ເວລາອອກຂ່າວ: 2023-02-01 08:47:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 466 | ຄວາມນິຍົມ:



ວັນ​ທີ 25 ມັງກອນ 2023 ນີ້, ກົມ​ການ​ທະຫານ​ທ້ອງຖິ່ນ ໄດ້​ຈັດ​ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ຮອບດ້ານ ປະຈຳ ປີ 2022 ແລະ ວາງ​ທິດ​ທາງ​ແຜນການ​ປີ 2023, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພົນ​ຈັດຕະວາ ຄຳ​ສະເຫວີຍ ສິນ​ທະນູ​ໄຊ ຫົວໜ້າ​ກົມ​ການ​ທະຫານ​ທ້ອງຖິ່ນ ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ, ມີ​ຄະນະ​ກົມ, ພະແນກການ, ພະນັກງານ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ສົມ​ທອງ ຈັນທະ​ວົງ ຫົວໜ້າ​ພະ​ແນກ​ແຜນການ-ສັງ​ລວມ ກົມ​ການ​ທະຫານທ້ອງຖິ່ນ ໄດ້​ສະຫຼຸບ​ຄືນ​ການເຄື່ອນໄຫວ​ປະຕິບັດ​ໜ້າທີ່​ວິຊາ​ສະເພາະ ແລະ ວຽກ​ງານ​ຮອບດ້ານໃນ​ໄລຍະ 1 ປີ ຜ່ານ​ມາ, ຄະນະ​ພັກ-ຄະນະ​ບັນຊາ​ກົມ​ໄດ້​ເອົາໃຈໃສ່​ນຳພາ-ຊີ້​ນຳ, ໂດຍ​ຖື​ເອົາ​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ເປັນ​ກົກ ຕິດ​ພັນ​ກັບ​ການ​ປະຕິບັດ​ໜ້າທີ່​ວິຊາ​ສະເພາະ​ຂອງ​ຕົນ ໂດຍ​ສະເພາະ​ແມ່ນ​ວຽກ​ງານ​ການ​ທະຫານ​ທ້ອງຖິ່ນ​ແຕ່​ລະ​ແຂວງ​ກຳລັງ​ກອງ​ຫຼອນ-ກອງ​ປ້ອງ​ກັນ​ຕົວ ໄດ້​ເປັນ​ກຳລັງ​ຫຼັກ​ແຫຼ່ງ​ໃນ​ທ້ອງຖິ່ນ ໄດ້​ຮັບ​ການ​ເຊື່ອ​ໝັ້ນ​ໄວ້​ວາງໃຈ​ຈາກ​ອົງການ​ປົກຄອງ​ທ້ອງຖິ່ນ ແລະ ປະຊາຊົນ​ລາວ​ບັນດາເຜົ່າ ພ້ອມ​ທັງ​ເພີ່ມ​ທະວີ​ຄວາມ​ຮັບຜິດຊອບ ເຊື່ອມ​ຊຶມ​ກຳ​ແໜ້ນ​ແນວທາງ​ຂອງ​ພັກນະໂຍບາຍ, ກົດໝາຍ​ຂອງ​ລັດ, ວຽກ​ງານ​ເຄື່ອນ​ໄຫວ​ກຽມພ້ອມ​ສູ້​ຮົບ ສົມທົບ​ກຳລັງ​ຫຼວງ-ກຳລັງ​ທ້ອງຖິ່ນ​ເຄື່ອນ​ໄຫວ 5.682 ຄັ້ງ, ປ້ອງ​ກັນ​ສຳນັກງານ​ອົງການ, ກອງ​ປະຊຸມ ແລະ ວັນ​ສຳຄັນ​ຕ່າງ​ຈຳນວນ 12.656 ຄັ້ງ, ວຽກ​ງານ​ອົບຮົມ-ຫັດ​ແອບ ໄດ້​ອົບຮົມ​ສ້າງ​ບ້ານ​ປ້ອມ​ໝັ້ນ-ກຸ່ມ​ບ້ານ​ສູ້​ຮົບ​ຕິດ​ລ່ຽນ, ກຸ່ມ​ບ້ານ​ພັດທະນາ​ໄດ້ 5 ກຸ່ມ​ບ້ານ. ປັດຈຸບັນ​ທົ່ວ​ປະເທດ​ມີ​ກຸ່ມ​ບ້ານ​ສູ້​ຮົບ​ຕິດ​ລຽນ 229 ກຸ່ມ​ບ້ານ, ບ້ານ​ປ້ອມ​ໝັ້ນ​ສູ້​ຮົບ​ຕິດ​ລຽນ ມີ 864 ບ້ານ, ອົບຮົມ-ຫັດ​ແອບ​ຂອບ​ເຂດ​ປ້ອງ​ກັນ​ຈັ້ງ​ທ່າ​ຂັ້ນເມືອງ​ສ້າງ​ໄດ້ 2 ເມືອງ, ປັບປຸງ​ແກ້​ໄຂ​ສຶກ​ສາ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ຂັ້ນ​ແຂວງ 18 ແຂວງ​ສຳເລັດ, ໄດ້​ອົບຮົມ​ວຽກ​ງານ ​ປກຊ-​ປກສ ໃຫ້​ບັນດາ​ໂຮງຮຽນ ມັດທະຍົມ​ຕົ້ນ-ມັດທະຍົມ​ປາຍ 158.002 ຄົນ, ຍິງ 71.583 ຄົນ, ອົບຮົມ​ໃຫ້​ສະ​ຖາ​ບັນ​ການ​ສຶກ​ສາອະ​ຊີວະ​ສຶກ​ສາ, ວິທະຍາໄລ, ມະຫາວິທະຍາໄລ, ເຕັກນິກ​ວິຊາ​ຊີບ ທັງ​ພາກ​ລັດ ແລະ ເອກະ​ຊົນ ທັງ​ໝົດ 11.639 ຄົນ, ຍິງ 6.007 ຄົນ, ວຽກ​ງານ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ໂດຍ​ຖື​ເອົາ​ການ​ລ້ຽງສັດ​ເປັນຕົ້ນ​ຕໍ ໃນ​ນີ້, ໄດ້​ ລ້ຽງ​ງົວ ຈຳນວນ 14 ໂຕ. ໂອກາດ​ນີ້, ສະຫາຍ ພົນ​ຈັດຕະວາ ຄຳ​ສະເຫວີຍ ສິນ​ທະນູ​ໄຊ ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່​ຜົນງານ​ທີ່​ສ້າງ​ໄດ້ໃນ​ຕະຫຼອດ​ໄລຍະ​ຜ່ານ​ມາ, ນອກ​ນີ້ ຍັງ​ຮຽກຮ້ອງ​ໃຫ້​ເພີ່ມ​ທະວີ​ປັບປຸງ​ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ເພຶ່ອ​ນຳພາ-ຊີ້​ນຳ ກອງ​ບັນຊາ​ການ​ທະຫານ​ແຂວງ, ພະແນກການ​ທ້ອງຖິ່ນ​ແຂວງ, ຂະແໜງການ​ທ້ອງຖິ່ນ​ເມືອງ ເຄື່ອນ​ໄຫວ​ລົງ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດໃຫ້​ກຳລັງ​ກອງ​ຫຼອນ-ປ້ອງ​ກັນ​ຕົວ​ເອງ ຢ່າງ​ເປັນ​ປົກກະຕິ​ເພື່ອ​ໃຫ້​ຮັບ​ຮູ້​ເຊື່ອມ​ຊຶມ ແລະ ເຂົ້າໃຈ​ເຖິງ​ແນວທາງ​ຂອງ​ພັກ-ບັນດາ​ກົດໝາຍ​ຂອງ​ລັດ ນຳໄປ​ຈັດ​ຕັ້ງ​ປະຕິບັດ​ໃຫ້​ເປັນ​ຮູບ​ປະ​ທຳ ເຮັດ​ໃຫ້​ຂອບ​ເຂດ​ຂອງ​ຕົນ​ຮັບຜິດຊອບ​ມີ​ຄວາມ​ສະຫງົບ​ປອດ​ໄພ. ໂດຍ: ພຸດ​ທະ​ວອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ