ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ສະຫຼຸບວຽກງານເຕັກນິກ ປະຈຳປີ 2022
ເວລາອອກຂ່າວ: 2023-02-01 08:58:47 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 175 | ຄວາມນິຍົມ:
ວັນທີ 18 ມັງກອນ 2023, ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ໄດ້ສະຫຼຸບວຽກງານເຕັກນິກ ປະຈຳປີ 2022 ແລະ ວາງທິດທາງແຜນການ ປະຈຳປີ 2023, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ວົງມະນີຈັນ ສາມາວົງ ຫົວໜ້າການທະຫານໂຮງຮຽນ, ມີສະຫາຍ ພັນໂທ ຄຳສອນ ວິລະກຳ ຫົວໜ້າຫ້ອງ
ເຕັກນິກ ພ້ອມຄະນະ, ມີຄະນະພັກ-ຄະນະບັນຊາ 5 ຫ້ອງ 4 ກອງພັນ ແລະ ພະນັກງານ-ນັກຮົບ ວິຊາສະເພາະ ທົ່ວຫ້ອງເຕັກນິກ ເຂົ້າຮ່ວມ.
ສະຫາຍ ພັນຕີ ໜອມ ສີບົວພັນ ຮອງຫົວໜ້າຫ້ອງເຕັກນິກ ໄດ້ສະຫຼຸບຕີລາຄາຄືນຕະຫຼອດໄລຍະ 1 ປີຜ່ານມາ, ໄດ້ຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບາງບົດຮຽນທີ່ຖອດຖອນໄດ້ໂດຍຈັດຕັ້ງປະຕິບັດວຽກງານປີ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ, ຈັດຕັ້ງປະຈຳການຢ່າງເປັນລະບົບຄົບຊຸດເປັນປົກກະຕິ ແລະ ເອົາໃຈໃສ່ ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບ ໃຫ້ເຂົ້າໃຈແຈ້ງຕໍ່ແນວທາງນະໂຍບາຍຂອງພັກໃນໄລຍະໃໝ່. ເອົາໃຈໃສ່ຕິດຕາມຄຸ້ມຄອງ, ກວດກາການນຳໃຊ້ພາຫະນະ, ສ້ອມແປງອາວຸດ-ກະສຸນ, ບົວລະບັດ ຜັດເຊັດຖືກຕ້ອງຕາມລະບຽບການ, ເພື່ອຮັບປະກັນໃຫ້ແກ່ການເຝິກແອບຮໍ່າຮຽນໃຫ້ມີປະສິດທິພາບສູງ. ໃນນີ້ ພາຫະນະ, ອາວຸດ-ກະສຸນ ກຽມພ້ອມໃນການປະຕິບັດໜ້າທີ່ຮັບປະກັນໄດ້ 90%, ກອງປະຊຸມໄດ້ພ້ອມກັນປະກອບຄຳເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນການຕື່ມອີກ.
ສະຫາຍ ພັນເອກ ວົງມະນີຈັນ ສາມາວົງ ໄດ້ມີຄຳເຫັນໂອ້ລົມສະຫາຍໄດ້ເນັ້ນໜັກໃຫ້ຄະນະບັນຊາ, ພະນັກງານ-ນັກຮົບວິຊາສະເພາະ ພ້ອມກັນຍົກສູງຄວາມຮັບ
ຜິດຊອບຕໍ່ໜ້າທີ່ວິຊາສະເພາະຂອງຕົນໃນການນຳໃຊ້ການຄຸ້ມຄອງ, ປົກປັກຮັກສາພາຫະນະ, ອາວຸດ-ກະສຸນ ໃຫ້ຖືກຕ້ອງກັບຂໍ້ກຳນົດ, ຖືກກັບເຕັກນິກ, ວິທະຍາ
ສາດ ແລະ ປົກປັກຮັກສາ, ຮັບປະກັນຄຸນຄ່າກັບການໃຊ້ງານໃຫ້ໄດ້ຍາວນານ, ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງດີຂຶ້ນເທື່ອລະກ້າວ, ປະຕິບັດລະບອບ,
ລະບຽບ, ຂໍ້ກຳນົດ ແລະ ມະຕິຄຳສັ່ງຂອງຜູ້ບັນຊາຢ່າງເຂັ້ມງວດ. ພ້ອມກັນນຳເອົາເນື້ອໃນແຜນການໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.
ໂດຍ: ຄຳແປງ ຟອງສາຍໄໝ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ