ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານ​ແຂວງ​ໄຊ​ຍະ​ບູ​ລີ​ ກວດ​ຄັດ​ເລືອກ​ທະຫານ​ໃໝ່ ​ປີ 2022
ເວລາອອກຂ່າວ: 2023-02-01 09:00:11 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 344 | ຄວາມນິຍົມ:



ວັນ​ທີ 16 ມັງກອນ 2023, ສະຫາຍ ພັນ​ໂທ ທອງ​ວັນ ອິນ​ທະ​ພາ​ວົງ ຄະນະ​ພັກ​ກົມ​ກຳລັງ​ພົນ ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ຫົວໜ້າ​ໜ່ວຍ​ງານ​ກວດກາ​ຄັດ​ເລືອກ​ທະຫານ​ໃໝ່ ປະຈຳ​ສົກ​ປີ 2022 ພ້ອມ​ຄະນະ​ໄດ້​​ກວດກາ​ຄັດ​ເລືອກ​ທະຫານ​ໃໝ່​ ຢູ່​ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ, ໂດຍມີຂອງ​ ສະຫາຍ ພັນ​ເອກ ໄວ ຍາກອນ ເພັດ​ສະ​ລາດ ຫົວໜ້າ ຫ້ອງ​ເສນາ​ທິ​ການ ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ, ມີ​ພະນັກງານ​ທີ່​ກ່ຽວຂ້ອງ ​ຕະຫຼອດ​ຮອດ​ທະຫານໃໝ່​ເຂົ້າ​ຮ່ວມ. ໂດຍ​ປະຕິບັດ​ຕາມ​ກົດໝາຍ​ພັນທະ​ປ້ອງ​ກັນ​ຊາດ ແລະ ອີງ​ຕາມ​ຂໍ້​ຕົກລົງ​ຂອງ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ວ່າ​ດ້ວຍ ການ​ແບ່ງປັນ​ໂຕ​ເລກ​ລະດົມ​ພົນ ປະຈຳ​ປີ 2022 ເຊິ່ງ​ສາມາດ​ລະດົມ​ໄດ້ 80 ສະຫາຍ. ໃນ​ນີ້​, ແບ່ງປັນ​ໃຫ້​ກອງ​ພົນ​ທີ 2 ຈຳນວນ 30 ສະຫາຍ ແລະ ມອບ​ໃຫ້​ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ 50 ສະຫາຍ, ໃນ​ນັ້ນ ​ຜູ້​ທີ່​ສະໝັກ​ເຂົ້າ​ເປັນ​ທະຫານ​ໃໝ່​ຕ້ອງ​ມີ​ຊີວະ​ປະຫວັດ​ຈະແຈ້ງ, ​ເປັນ​ຄົນ​ລາວ, ສັນຊາດ​ລາວ ມີ​ອາຍຸ​ແຕ່ 18 ປີ ເຖິງ 25 ປີ, ມີ​ລະດັບ​ການ​ສຶກ​ສາ​ຈົບ​ມັດທະຍົມ​ປາຍ​ຂຶ້ນ​ໄປ ບໍ່​ຈົບ​ວິຊາ​ສະເພາະ​ກໍໄດ້ ຖ້າ​ຈົບ​ວິຊາ​ສະເພາະຕ້ອງ​ແມ່ນ​ວິຊາ​ສະເພາະ​ທີ່​ກອງທັບ​ຕ້ອງການ​ຄື: ປຸງ​ແຕ່ງອາຫານ, ກະ​ສິກຳ, ວິໄຈ​ເຄ​ມີ, ແພດ, ເຕັກນິກ​ກົນ​ຈັກ ແລະ ເຄຫາ​ ຈຶ່ງ​ພິຈາລະ​ນາ​ຮັບ​ເອົາ. ພ້ອມ​ກັນ​ນັ້ນ​, ຮ່າງກາຍ​ຕ້ອງ​ບໍ່​ສັກ​ເມິກ-ສັກ​ລາຍ, ​ບໍ່​ບ່ອງ​ຫູ ແລະ ເຮັດ​ສັນຍາ​ກຳ​ຕ່າງໆ, ເພດ​ຊາຍ​ຕ້ອງ​ແມ່ນ​ຊາຍ​ແທ້ ລວງ​ສູງ 160 ຊັງ​ຕີ​ແມັດ, ນ້ຳໜັກ 60 ກິ​ໂລກຣາມ​ຂຶ້ນ​ໄປ, ຕ້ອງ​ເປັນ​ໂສດ, ບໍ່​ເຄີຍ​ເປັນ​ທະຫານ ແລະ ຕຳ ຫຼວດ​ມາ​ກ່ອນ, ບໍ່​ເຄີຍ​ຕ້ອງ​ໂທດ, ບໍ່ມີສານ​ເສບ​ຕິດ​ໃນ​ຮ່າງກາຍ. ການ​ກວດກາ​ຄັດ​ເລືອກ​ທະຫານ​ໃໝ່​ຄັ້ງ​ນີ້ ​ໄດ້​ກວດກາ​ຊີວະ​ປະ ຫວັດ, ກວດ​ນ້ຳໜັກ-ລວງ​ສູງ, ກວດ​ຮ່າງກາຍ, ກວດ​ສານ​ເສບ​ຕິດ ແລະ ສະ​ແກນ​ລາຍ​ມື. ທັງ​ນີ້​, ກໍ​ເພື່ອ​ກວດກາ​ມາດຖານ​ເງື່ອນໄຂ​ຂອງ​ຜຸ້​ທີ່​ສະໝັກ​ເຂົ້າ​ເປັນ​ທະຫານ​ໃໝ່​ຕາມ​ເງື່ອນໄຂ​ທີ່​ກະຊວງ​ປ້ອງ​ກັນ​ປະເທດ​ໄດ້​ກຳນົດ​ໄວ້, ເພື່ອ​ຈະ​ປະກອບ​ເຂົ້າ​ໃນ​ການ​ຄຸ້ມ​ຄອງ​ກຳລັງ​ປະກອບ​ອາວຸດ​ຂອງ​ກອງທັບ ໃນ​ກຳລັງ​ຫຼວງ ແລະ ກຳລັງ​ທ້ອງຖິ່ນ ໃນ​ການ​ກຽມພ້ອມ​ເຮັດ​ສອງ​ໜ້າທີ່​ຍຸດ​ທະ​ສາດ ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ. ໂດຍ: ສົມ​ຈີນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ