ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ແຂວງ​ບໍ​ລິ​ຄຳ​ໄຊ ສະຫຼຸບ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ປະຈຳ​ປີ 2022
ເວລາອອກຂ່າວ: 2023-02-01 09:04:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 790 | ຄວາມນິຍົມ:



ວັນ​ທີ 26 ມັງກອນ 2023 ນີ້, ແຂວງ​ບໍ​ລິ​ຄຳ​ໄຊ ໄດ້​ເປີດ​ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ປະຈຳ​ປີ 2022 ແລະ ວາງ​ທິດ​ທາງ​ແຜນການ​ປີ 2023, ໂດຍ​ການ​ເປັນ​ປະທານ​ຂອງ ສະ ຫາຍ ກອງ​ແກ້ວ ໄຊ​ສົງຄາມ ກຳມະການ​ສູນ​ກາງ​ພັກ ເລຂາ​ພັກ​ແຂວງ ເຈົ້າແຂວງ ແຂວງ​ບໍ​ລິ​ຄຳ​ໄຊ ປະທານ​ຄະນະ​ກຳມະການ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ແຂວງ, ມີ​ສະຫາຍ ພົນ​ຕີ ສະຫວ່າງ​ໄຊ ສິນ​ນະ​ວົງ ຫົວໜ້າ​ຫ້ອງການ​ຄະນະ​ກຳມະການ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ສູນ​ກາງ, ມີ​ບັນດາ​ຄະນະ​ປະຈຳ​ພັກ​ແຂວງ, ຄະນະ​ກຳມະການ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ແຂວງ ແລະ 7 ເມືອງ ພ້ອມ​ດ້ວຍ​ພະນັກງານ​ຫຼັກ​ແຫຼ່ງ​ຈາກ ກອງ​ບັນຊາ​ການ​ທະຫານ​ແຂວງ, ກອງ​ບັນຊາ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ແຂວງ ແລະ ແຂກ​ຖືກ​ເຊີນ​ອ້ອມ​ຂ້າງ​ແຂວງ​ເຂົ້າ​ຮ່ວມ. ສະຫາຍ ພົນ​ຈັດຕະວາ ຈວງ ຈັນ ລາດ​ຊະ​ວົງ ກຳມະການ​ຄະນະ​ປະຈຳ​ພັກ​ແຂວງ ຮອງ​ປະທານ​ຄະນະ​ກຳມະການ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ແຂວງ ຫົວໜ້າ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ບໍ​ລິ​ຄຳ​ໄຊ ໄດ້​ຜ່ານ​ບົດ​ສະຫຼຸບ​ການຈັດຕັ້ງ​ເຄື່ອນ​ໄຫວ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ໃນ 1 ປີຜ່ານມາ ແລະ ທິດ​ທາງ​ແຜນການ ປະຈຳ​ປີ 2023, ເຊິ່ງ​ບົດ​ສະຫຼຸບ​ໄດ້​ຕີ​ລາ​ຄືນ​ສະພາບ​ການ​ໂດຍ​ລວມ​ຂອງ​ໂລກ, ພາກ​ພື້ນ ແລະ ສະພາບ​ການ​ພາຍ​ໃນ​ປະເທດ ເວົ້າ​ລວມ, ເວົ້າ​ສະເພາະ​ຢູ່​ແຂວງ​ບໍ​ລິ​ຄຳ​ໄຊ, ພາຍ​ໃຕ້​ການນຳພາ-ຊີ້​ນຳ​ຂອງ​ພັກ-ລັດຖະບານ, ຄະນະ​ກຳມະການ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ສູນ​ກາງ ແລະ ຄະນະ​ກຳມະການ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ແຂວງ ເຮັດ​ສະພາບ​ພາຍ​ໃນ​ແຂວງ​ມີ​ຄວາມ​ສະຫງົບ​ປອດ​ໄພ​ໂດຍ​ພື້ນຖານ, ຮັກສາ​ໄດ້​ສະຖຽນ​ລະ​ພາບ​ທາງ​ດ້ານ​ການເມືອງ, ສັງຄົມ​ມີ​ຄວາມ​ສະຫງົບ ເປັນ​ລະບຽບ​ຮຽບ​ຮ້ອຍ, ລະບົບ​ການຈັດຕັ້ງ​ໄດ້​ຮັບ​ການ​ປັບປຸງ​ຢ່າງ​ໜັກ​ແໜ້ນ, ກຳລັງ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ນັບ​ມື້​ເຕີບ​ໃຫຍ່​ເຂັ້ມແຂງ ທາງ​ດ້ານ​ປະລິມານ ແລະ ຄຸນ​ນະ​ພາບ, ເຮັດ​ໃຫ້​ປະຊາຊົນ​ບັນດາເຜົ່າ​ໃນ​ທົ່ວ​ແຂວງ​ມີ​ຄວາມ​ອຸ່ນ​ອຽນ​ທຸ່ນ​ທ່ຽງ ຢູ່ທ່າງ​ທຳ​ມາ​ຫາ​ກິນ​ສ້າງ​ເສດຖະກິດ​ຄອບຄົວ ພັດທະນາ​ທ້ອງຖິ່ນ​ຂອງ​ຕົນ​ຕາມ​ແນວທາງ​ປ່ຽນແປງ​ໃໝ່​ຂອງ​ພັກ-ລັດ. ນອກ​ນີ້, ຍັງ​ໄດ້​ສຸມ​ໃສ່​ສຶກ​ສາ​ອົບຮົມ​ນ້ຳໃຈ​ຮັກ​ຊາດ, ການ​ກໍ່ສ້າງ​ຮາກ​ຖານ​ການເມືອງ​ພັດທະນາ​ຊົນນະບົດ​ຮອບດ້ານ, ການ​ປັບປຸງ​ກໍ່ສ້າງ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ໃຫ້​ເປັນ​ຂອງ​ທົ່ວ​ປວງ​ຊົນ​ຮອບດ້ານ ແລະ ສຸມ​ໃສ່​ແກ້​ໄຂ​ບັນຫາ 4 ເຖື່ອນ​ຕິດ​ພັນ​ກັບ 9 ຫົວຂໍ້​ສຳ​ມະ​ນາ​ວິ ທະຍາສາດ​ຂອງ​ແຂວງ ເຮັດ​ໃຫ້​ທົ່ວ​ແຂວງ​ມີ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການເມືອງ, ສັງຄົມ​ມີ​ຄວາມ​ສະຫງົບ, ເສດຖະກິດ​ໄດ້​ຮັບ​ການ​ພັດທະນາ​ເປັນ​ກ້າວໆ. ໃນ​ກອງ​ປະຊຸມ ຍັງ​ໄດ້​ຜັດປ່ຽນ​ກັນ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ແລກປ່ຽນ​ສະພາບ​ການ​ເຊິ່ງ​ກັນ ແລະ ກັນ​ຢ່າງ​ກົງ​ໄປ​ກົງ​ມາ​ດ້ວຍ​ຄວາມຮັບຜິດຊອບ​ສູງ ພ້ອມ​ທັງ​ເປັນ​ເອກະ​ພາບ​ຮັບຮອງ​ເອົາ​ເນື້ອ​ໃນ​ບົດ​ສະຫຼຸບ ແລະ ທິດ​ທາງ​ແຜນການ​ໄປ​ຈັດ​ຕັ້ງ​ປະຕິບັດ​ໃນຕໍ່ໜ້າ​ໃຫ້​ໄດ້​ຮັບ​ຜົນສຳເລັດ. ໂອກາດ​ນີ້, ສະຫາຍ ກອງ​ແກ້ວ ໄຊ​ສົງຄາມ ໄດ້​ໂອ້​ລົມ​ຕໍ່​ກອງ​ປະຊຸມ, ກ່ອນ​ອື່ນ​ສະຫາຍ​ໄດ້​ຍ້ອງຍໍ​ຊົມເຊີຍຕໍ່​ການຈັດຕັ້ງ​ປະ​ບັດ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ໄລຍະ​ຜ່ານ​ມາເຖິງ​ແມ່ນ​ວ່າ​ຈະ​ມີ​ສິ່ງ​ທ້າ​ທ້າຍ​ຫຼາຍ​ດ້ານ ແຕ່​ຄະນະ​ກຳມະການ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ແຕ່​ລະ​ຂັ້ນໄດ້​ປະ​ບັດ​ໜ້າທີ່​ຂອງ​ຕົນ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ ແລະ ເຮັດ​ສຳເລັດ​ໜ້າທີ່​ທີ່​ສຳຄັນ​ຫຼາຍ​ດ້ານ. ສະຫາຍ​ຍັງໄດ້ຮຽກຮ້ອງໃຫ້ຄະນະ​ກຳມະການ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ແຕ່​ລະ​ຂັ້ນ​ສືບຕໍ່​ປະຕິບັດ​ໜ້າທີ່​ການເມືອງ​ອັນ​ມີ​ກຽດ​ຂອງ​ຕົນ​ທີ່​ພັກ-ລັດ ແລະ ປະຊາຊົນ​ມອບ​ໝາຍ​ໃຫ້ ພ້ອມ​ກັນ​ຈັດ​ຕັ້ງ​ປະຕິບັດ​ແນວທາງ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ເປັນ​ວຽກ​ງານ​ທົ່ວ​ປວງ​ຊົນ​ຮອບດ້ານ ເພື່ອ​ຕອບ​ຕ້ານ ແລະ ທັບ​ມ້າງ​ທຸກ​ກົນອຸບາຍ​ຫັນປ່ຽນ​ໂດຍ​ສັນຕິ​ຂອງ​ກຸ່ມ​ຄົນ​ບໍ່ທີ່​ຫວັງ​ມ້າງເພ​ທຳລາຍ​ປະເທດ​ຊາດ ແລະ ລະບອບ​ໃໝ່​ຂອງ​ພວກ​ເຮົາ. ໂດຍ: ສີ​ທອງ ຈັນທະ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ