ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເກີດເຫດລະເບີດໂບດໃນປາກິດສະຖານ ເຮັດໃຫ້ມີຜູ້ເສຍຊີວິດຈຳນວນຫຼາຍ
ເວລາອອກຂ່າວ: 2023-02-01 09:10:04 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 30 | ຄວາມນິຍົມ:



ສໍານັກຂ່າວຊິນຮວາໃຫ້ຮູ້ ວ່າ: ຕາມການລາຍງາຍຂອງເຈົ້າ ໜ້າທີ່ຕໍາຫຼວດເມືອງ ເປຮາວາ ປະ ເທດປາກິດສະຖານ, ວັນທີ 30 ມັງກອນນີ້, ໄດ້ເກີດເຫດລະເບີດ ໃນໂບດແຫ່ງໜຶ່ງທີ່ມີປະມານ 300 ຄົນຢູ່ໂບດ, ເຮັດໃຫ້ມີຜູ້ເສຍຊີ ວິດທັນທີ 63 ຄົນ ແລະ ບາດ ເຈັບອີກຫຼາຍຮ້ອຍຄົນ. ຫຼັງຈາກເກີດເຫດ, ທ່ານ ອາຣິບ ອາວີ ປະທານາທິບໍດີ​ປາ​ກິດສະຖານ ​ໄດ້​ປະນາມ​ການ​ໂຈມ​ຕີ​ຢ່າງ​ຮຸນ​ແຮງ ​ແລະ ​ສະ​ແດງ​ຄວາມ​ໂສກ​ເສົ້າ​ຢ່າງ​ເລິກ​ເຊິ່ງຕໍ່​ຜູ້​ປະສົບ​ເຄາະ​ຮ້າຍ. ຈາກນັ້ນທ່ານໄດ້ປະກາດເຕືອນໄພພາຍໃນປະ ເທດສູ່ລະດັບສູງ ແລະ ຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງເລັ່ງລັດ ການສຶບສວນສອບສວນ ພ້ອມ ທັງຈັດສົ່ງສະການຜູ້ປະສົບເຄາະ ຮ້າຍຕາມພິທີສາສະໜາ. ປັດຈຸບັນ, ເຈົ້າໜ້າທີກໍາລັງສືບ ສວນຫາຜູ້ກໍ່ເຫດດັ່ງກ່າວ ແລະ ຍັງບໍ່ທັນມີອົງການ ຫຼື ບຸກຄົນໃດ ອອກມາຍອມຮັບໃນການກໍ່ການ ຮ້າຍຄັ້ງນີ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ