ກອງພັນໃຫຍ່ 202 ປະກາດການຈັດຕັ້ງຂັ້ນຕ່າງໆ
ເວລາອອກຂ່າວ: 2023-02-01 09:10:32 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 98 | ຄວາມນິຍົມ:
ພິທີປະກາດການຈັດຕັ້ງ ຢູ່ກອງພັນໃຫຍ່ 202 ກອງພົນທີ 2 ໄດ້ຈັດຂຶ້ນໃນວັນທີ 24 ມັງກອນ 2023 ນີ້, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄຳດີ ໄຊຍະວົງ ຫົວໜ້າການທະຫານ ກອງພົນທີ 2, ມີຜູ້ຕາງໜ້າພະແນກການທີ່ມາຈາກກອງພົນ, ຄະນະພັກ-ຄະນະບັນຊາ ກອງພັນໃຫຍ່, ຂະແໜງການທີ່
ກ່ຽວຂ້ອງ ພ້ອມດ້ວຍພະນັກງານສະມາຊິກພັກກອງພັນໃຫຍ່ ເຂົ້າຮ່ວມ.
ສະຫາຍ ພັນໂທ ໄຊຊະນະສີສົມພອນ ຫົວໜ້າພະແນກພະນັກງານ ຫ້ອງການເມືອງ ກອງພົນທີ 2 ຜ່ານຂໍ້ຕົກລົງຂອງ ກົມໃຫຍ່ການເມືອງກອງທັບ ວ່າດ້ວຍ
ການແຕ່ງຕັ້ງ ຮອງຫົວໜ້າພະແນກເຕັກນິກ ກອງພັນໃຫຍ່ 202, ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ(ສະບັບປັບປຸງ) ໃນພາກທີ II ໝວດທີ
4 ມາດຕາ 26 ວ່າດ້ວຍການແຕ່ງຕັ້ງຍົກຍ້າຍນາຍທະຫານ, ໃນການປັບປຸງບູລະນະກົງຈັກການຈັດຕັ້ງນຳພາ-ບັນຊາໃນກຳລັງປະກອບອາວຸດໃຫ້ເຂັ້ມແຂງ,
ໜັກແໜ້ນຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ ກົມໃຫຍ່ການເມືອງກອງທັບ ຕົກລົງ ແຕ່ງຕັ້ງ ສະຫາຍ ພັນຕີ ຄຳພັນ ຈັນທະວີໄຊ ເປັນຮອງຫົວໜ້າພະແນກເຕັກນິກ ກອງພັນໃຫຍ່ 202 ແລະ ຂໍ້ຕົກລົງຂອງກອງພົນທີ 2 ວ່າດ້ວຍການປັບປຸງບູລະນະການຈັດຕັ້ງ ຫົວໜ້າຂະແໜງ, ຊ່ວຍວຽກ ແລະ ຄະນະກອງຮ້ອຍຂຶ້ນກັບກອງພັນໃນກອງພັນໃຫຍ່ 202 ກອງພົນທີ 2 ຕົກລົງ ແຕ່ງຕັ້ງ ສະຫາຍ ພັນຕີ ສົມສະຫງວນ ພົມສີ ເປັນຫົວໜ້າ
ຂະແໜງນະໂຍບາຍ, ສະຫາຍ ຮ້ອຍເອກ ບຸນໂຮມ ວິທາຈຽນ ເປັນຫົວໜ້າຂະແໜງສືບຂ່າວ, ສະຫາຍ ຮ້ອຍໂທ ພຸດ ພິທັກຂະວົງ ເປັນຫົວໜ້າຂະແໜງສ້ອມແປງ, ສະຫາຍ ຮ້ອຍໂທ ພອນສະຫວັນ ພາວິໄລ ເປັນຫົວໜ້າຂະແໜງເຊື້ອໄຟ, ສະຫາຍ ຮ້ອຍເອກ ສະຫງັດ ຄຳອ່ອນ ຊ່ວຍວຽກຂະແໜງອົບຮົມ, ສະຫາຍ ຮ້ອຍໂທ ບຸນທຽມ ທອງປະເສີດ ຊ່ວຍວຽກຂະແໜງກຳລັງພົນ, ສະຫາຍ ຮ້ອຍໂທ ຄຳມ່ວນ ບຸດສະດີ ຊ່ວຍວຽກຂະແໜງປ້ອງກັນອາກາດ, ສະຫາຍ ຮ້ອຍໂທ ຄຳກິ່ງ ພິລາຈິດ ຊ່ວຍວຽກຂະແໜງຄຸ້ມຄອງລົດ, ສະຫາຍ ຮ້ອຍໂທ ຄຳແກ້ວ ດວງມະ
ນີ ເປັນຫົວໜ້າການທະຫານ ກອງຮ້ອຍທີ 1 ແລະ ສະຫາຍຮ້ອຍໂທ ທອງວັນ ແສງສຸລິວົງ ເປັນຮອງຫົວໜ້າການທະຫານ ກອງຮ້ອຍທີ 1 ກອງພັນ 22.
ໂດຍ: ຄຳຊາຍ ກວ່າງຄຸນສີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ