ອົງການອະນາໄມໂລກສະແດງຄວາມເປັນຫ່ວງ ດ້ານສາທາລະນະສຸກຂອງໂລກ
ເວລາອອກຂ່າວ: 2023-02-01 09:10:44 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 34 | ຄວາມນິຍົມ:
ສໍານັກຂ່າວຊິນຮວາໃຫ້ຮູ້ ເມື່ອວັນທີ 30 ມັງກອນນີ້ວ່າ: ອົງ
ການອະນາໄມໂລກໄດ້ອອກຖະ ແຫຼງ ການເຖິງວ່າພະຍາດລະ ບາດຮອບໃໝ່ອາດຈະກ້າວເຂົ້າສູ່ຈຸດຫັນປ່ຽນກໍ່ຕາມ, ແຕ່ມັນຍັງຖືເປັນ "ພາວະສຸກເສີນດ້ານສາທາລະນະສຸກທີ່ສາກົນເປັນຫ່ວງ".
ຄະນະກໍາມະການສຸກເສີນ ຂອງອົງການອະນາໄມໂລກ ໄດ້ ຈັດກອງປະຊຸມການປະເມີນປະ ຈໍາໄຕມາດເປັນປົກກະຕິກ່ຽວ ກັບການລະບາດຂອງພະຍາດ ໃນບໍ່ດົນນີ້, ອົງການອະນາໄມ ໂລກ ໄດ້ສະເໜີຂໍ້ແນະນຳຫຼາຍ ສະບັບຕໍ່ຜູ້ອຳນວຍການໃຫຍ່ ກ່ຽວກັບສະພາບການລະບາດ ຂອງພະຍາດດັ່ງກ່າວ, ເປັນ ຕົ້ນ ແມ່ນການປ້ອງກັນ ແລະ ຄວບ ຄຸມໃນອະນາຄົດ. ຖືວ່າ ເປັນ "ພາວະສຸກເສີນດ້ານສາທາລະ ນະສຸກທີ່ເປັນຄວາມກັງ ວົນຂອງ
ສາກົນ" ນີ້ແມ່ນການ ເຕືອນໄພລະດັບສູງສຸດທີ່ອົງ ການອະນາ ໄມໂລກສາມາດອອກ ໄດ້ພາຍໃຕ້ລະບຽບການສຸຂະພາບສາກົນ.
ໃນກອງປະຊຸມດັ່ງກ່າວ, ສະ ມາຊິກຄະນະກໍາມາທິການໄດ້ ສະແດງຄວາມເປັນຫ່ວງຕໍ່ຄວາມ ສ່ຽງທີ່ເກີດຈາກພະຍາດລະບາດ ຢ່າງຕໍ່ເນື່ອງ, ເນື່ອງຈາກຈຳນວນ
ຜູ້ເສຍຊີວິດຈາກພະຍາດ ໂຄວິດ-19 ຍັງຄົງຢູ່ໃນລະດັບສູງ ເມື່ອ ທຽບໃສ່ກັບພະຍາດຕິດຕໍ່ທາງ ເດີນຫາຍໃຈອື່ນໆ, ການຄຸ້ມຄອງ
ວັກຊີນຍັງບໍ່ພຽງພໍໃນປະເທດທີ່ ມີລາຍໄດ້ຕ່ຳ, ປານກາງ ແລະ ມີຄວາມສ່ຽງສູງ. ຍັງມີຄວາມ ບໍ່ແນ່ນອນກ່ຽວກັບການປະກົດ ຕົວຂອງເຊື້ອໄວຣັດຊະນິດໃໝ່.
ປັດຈຸບັນການລະບາດຂອງພະ ຍາດມາຮອດຈຸດປ່ຽນແປງແລ້ວ,
ແຕ່ພະຍາດດັ່ງກ່າວຍັງສາມາດ ເຮັດໃຫ້ເກີດຄວາມເສຍຫາຍ ຢ່າງຫຼວງຫຼາຍຕໍ່ສຸຂະພາບຂອງ ມະນຸດ ແລະ ລະບົບສຸຂະພາບ ແຫ່ງຊາດ, ເພາະສະນັ້ນພວກ ເຮົາຍັງຈະຕ້ອງຫັນເຂົ້າສູ່ພາວະ ສຸກເສີີນດ້ານສາທາລະນະສຸກ ທົ່ວໂລກ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ