ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຈີນ​ສະແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຕໍ່​ການ​ເສຍ​ຊີວິດ ​ແລະ ​ບາດເຈັບ​ຂອງ​ປະຊາຊົນ​ຍ້ອນ​ການ​ປະ​ທະ​ລະຫວ່າງ​ ອິດ​ສະ​ຣາ​ແອນ-ປາ​ແຣ​​ັສ​ຕິນ
ເວລາອອກຂ່າວ: 2023-02-01 09:11:25 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 32 | ຄວາມນິຍົມ:



ສຳນັກ​ຂ່າວ​ຊິນຮວາ​ໃຫ້​ຮູ້​ວ່າ: ຈີນ ເອົາໃຈໃສ່​ໃນ​ລະດັບ​ສູງ​ຕໍ່​ສະຖາ ນະ​ການ​ປາ​ເລ​​ັດສະ​ ຕິນ-ອິດ​ສະ​ຣາແອນ​ເຄັ່ງ​ຕຶງ​ຂຶ້ນ ໃນ​ຫວ່າງ​ມໍ່ໆມານີ້ ແລະ ຮູ້ສຶກ​ເສົ້າ​ສະຫຼົດ​ໃຈ​ຕໍ່​ການ​ເສຍ​ຊີວິດ ແລະ ບາດເຈັບ​ຂອງ​ປະຊາຊົນ​ຈາກ​ການ​ປະ​ທະ​ກັນ, ພ້ອມ​ທັງ ​ກ່າວ​ປະນາມ​ການ​ຫຼອນ​ໂຈມ​ຕີ​ ແບບ​ກໍ່​ການ​ຮ້າຍ​ແນໃສ່​ສັງຫານ ປະຊາຊົນ​, ຄັດຄ້ານ​ການ​ໃຊ້​ກຳ ລັງ​ອາວຸດ​ເກີນ​ຂອບ​ເຂດ. ວຽກ​ຮີບ​ດ່ວນ​ໃນ​ປັດຈຸບັນ​ຂອງ​ຈີນ ແມ່ນ​ອອກແຮງ​ຊຸກຍູ້​ໃຫ້​ສະຖານະ​ການ​ທີ່​ເຄັ່ງ​ຕຶງ​ຜ່ອນຄາຍ​ລົງ, ຮຽກຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ທີ່​ກ່ຽວ ຂ້ອງໂດຍ​ສະເພາະ​ແມ່ນ​ອິດ​ສະ​ຣາ​ແອນ​ຮັກສາ​ຄວາມ​ໃຈເຢັນ ແລະ ຄວາມ​ອົດ​ກັ້ນ​ໄວ້, ຫຼີກ​ລ້ຽງ​ສ້າງ​ສະຖານະ​ການ​ໜັກໜ່ວງ​ຂຶ້ນ​ຕື່ມ​ອີກ​ຈົນ​ບໍ່​ສາມາດ​ຄວບ​ຄຸມ​ໄດ້. ການ​ປະ​ທະ​ກັນ​ລະຫວ່າງ​ປາ​ເລ​​ັດສະຕິນ-ອິດ​​ສ​ະ​ຣາ​ແອນ ເກີດ​ຂຶ້ນ​, ກົກເຫງົ້າ​ແມ່ນ​ຍ້ອນ​ວ່າ​​ປັດຈຸບັນ​ຍັງ​ບໍ່​ທັນ​ຈັດ​ຕັ້ງ​ປະຕິ ບັດ“ແຜນການ​ສອງ​ປະເທດ” ເທື່ອ, ຄວາມ​ຮຽກຮ້ອງ​ອັນ​ສົມ​ ເຫດ​ສົມ​ຜົນ​ຂອງ​ປະຊາຊົນ​ປາ ​ເລ​​ັດສະ​ຕິນ​ທີ່​ສ້າງ​ປະເທດ​ເປັນ​ເອ ກະລາດ​ນັ້ນ​ບໍ່​ສາມາດ​ບັນລຸ​ຜົນ​ເປັນ​ຈິງ​ໃນ​ໄລຍະ​ຍາວ. ປະຊາ​ຄົມ​ໂລກ​ຄວນ​ມີ​ຄວາມ​ຮູ້ສຶກ​ຮີບ​ດ່ວນ​ເພີ່ມ​ຂຶ້ນ, ສ້າງ​ເງື່ອນໄຂ​ເພື່ອ​ຊຸກຍູ້​ໃຫ້​ປາ​ເລ​​ັດສ​ະຕິນ ແລະ ອິດ​ສະ​ຣາ​ແອນ​ຟື້ນ​ຟູ​ການ​ເຈລະຈາ​ຄືນໃໝ່. ຕໍ່​ບັນຫາ​ດັ່ງກ່າວ, ຈີນ​ຈະ​ສືບຕໍ່​ທຳ​ຄວາມ​ພະຍາຍາມ​ຢ່າງ​ບໍ່​ຫຼຸດ​ລະ ເພື່ອ​ຊຸກຍູ້​ການ​ແກ້​ໄຂ​ບັນຫາ​ຢ່າງຮອບດ້ານ, ຍຸຕິ​ທຳ ແລະ ຖາວອນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ